ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຮຽກຮ້ອງຂໍຄວາມຮ່ວມມື ຈາກບັນດາວິສາຫະກິດການຄ້າເອກະຊົນ ທົ່ວປະເທດ ໃຫ້ຊ່ວຍຮັບປະກັນດ້ານສະບຽງອາຫານ


ກະຊວງອຸດສາຫະກຳແລະການຄ້າ ໄດ້ຈັດຕັ້ງໜ່ວຍສະເພາະກິດເພື່ອຄວບຄຸມລາຄາສິນຄ້າໃນທ່າມກາງການລະບາດຂອງໄວຣັສ ໂຄວິດ-19 ຕາມຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 15.
ກະຊວງອຸດສາຫະກຳແລະການຄ້າ ໄດ້ຈັດຕັ້ງໜ່ວຍສະເພາະກິດເພື່ອຄວບຄຸມລາຄາສິນຄ້າໃນທ່າມກາງການລະບາດຂອງໄວຣັສ ໂຄວິດ-19 ຕາມຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 15.

ທາງການລາວຮຽກຮ້ອງຂໍຄວາມຮ່ວມມືຈາກບັນດາວິສາຫະກິດການຄ້າເອກະຊົນລາວ ເພື່ອໃຫ້ຊ່ວຍຮັບປະກັນດ້ານສະບຽງອາຫານແລະເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນໃນຊີວິດປະຈຳວັນໃຫ້ໄດ້ 2 ເດືອນ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານວໍລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳແລະການຄ້າ ໄດ້ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ສະແດງການຮຽກຮ້ອງຂໍຄວາມຮ່ວມມືຈາກບັນດາວິສາຫະກິດການຄ້າໃນທົ່ວປະເທດເພື່ອປະກອບສ່ວນເຂົ້າໃນມາດຕະການຮັບມືກັບການລະບາດຂອງພະຍາດໄວຣັສ ໂຄວິດ-19 ດ້ວຍການຊ່ວຍຮັບປະກັນດ້ານສະບຽງອາຫານ ແລະເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນໃນຊີວິດປະຈຳວັນສຳລັບປະຊາຊົນລາວໃນທົ່ວປະເທດໃຫ້ໄດ້ບໍ່ຕ່ຳກວ່າ 2 ເດືອນ ໂດຍສະເພາະແມ່ນສະບຽງອາຫານແລະສິນຄ້າອຸປະໂພກບໍລິໂພກທີ່ລາວຜະລິດໄດ້ບໍ່ພຽງພໍກັບຄວາມຕ້ອງການພາຍໃນປະເທດນັ້ນ ຍິ່ງທີ່ຈະຕ້ອງໄດ້ຮັບການຮ່ວມມືຈາກວິສາຫະກິດຄ້າຂາອອກ-ຂາເຂົ້າເປັນສຳຄັນ ດັ່ງທີ່ ທ່ານວໍລະໄຊ ຢືນຢັນວ່າ:

“ເພື່ອຮັບປະກັນ ການສະໜອງສິນຄ້າປະເພດສະບຽງອາຫານ ສິນຄ້າອຸປະໂພກ ແລະເຄື່ອງໃຊ້ສອຍທີ່ຈຳເປັນປະຈຳວັນ ທາງກົມການຄ້າພາຍໃນ ກະຊວງອຸດສາຫະກຳແລະການຄ້າ ໄດ້ປະສານສົມທົບນຳບັນດາທຸລະກິດ ຜູ້ປະກອບການ ໂດຍສະເພາະຜູ້ທີ່ນຳເຂົ້າສິນຄ້າ ເຄື່ອງອຸປະໂພກບໍລິໂພກ ແລະສິນຄ້າໃຊ້ສອຍທີ່ຈຳເປັນຕໍ່ການດຳເນີນຊີວິດປະຈຳວັນຂອງປະຊາຊົນ ໃຫ້ສາມາດກຸ້ມ ແລະແຮ່ຮອງໄດ້ບໍ່ຕ່ຳກວ່າ 2 ເດືອນ.”

ທັງນີ້ ກະຊວງອຸດສາຫະກຳແລະການຄ້າ ໄດ້ຈັດຕັ້ງໜ່ວຍສະເພາະກິດເພື່ອຄວບຄຸມລາຄາສິນຄ້າໃນທ່າມກາງການລະບາດຂອງໄວຣັສ ໂຄວິດ-19 ຕາມຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 15 ທີ່ຕ້ອງການຈະຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ເກີດຈາກການສວຍໂອກາດປັບຂຶ້ນລາຄາສິນຄ້າຂອງບັນດາພໍ່ຄ້າຄົນກາງແລະເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບຢ່າງແທ້ຈິງ ໜ່ວຍສະເພາະກິດ ຊຸດນີ້ກໍຍັງມີອຳນາດລົງໂທດພໍ່ຄ້າທີ່ສວນໂອກາດດັ່ງກ່າວດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳແລະການຄ້າ ໄດ້ໃຫ້ການຢືນຢັນວ່າ:

“ຄະນະອັນນີ້ໜິ ມີໜ້າທີ່ຕິດຕາມ ກວດກາ ຄຸ້ມຄອງລາຄາ ພ້ອມນີ້ ກໍໃຫ້ດຳເນີນມາດຕະການປັບໄໝລົງໂທດຕໍ່ຜູ້ທີ່ກັກຕຸນ ຂຶ້ນລາຄາສິນຄ້າອຸປະໂພກ-ບໍລິໂພກ ເປັນຕົ້ນ ຜ້າປິດປາກ ນ້ຳຢາລ້າງມື ຢາປົວພະຍາດ ອຸປະກອນການແພດ ເຂົ້າ ອາຫານ ນ້ຳດື່ມ ແລະອື່ນໆຢ່າງເດັດຂາດ ຈັດຕັ້ງປະຕິບັດຄຳສັ່ງຂອງ ນາຍົກລັດຖະມົນຕີ ບົດແນະນຳຂອງຄະນະສະເພາະກິດ ຄຳແນະນຳຂອງກະຊວງສາທາລະນະສຸກ ແລະບັນດານິຕິກຳ ມາດຕະການອື່ນໆ ຂອງຄະນະສະເພາະກິດຂອງຂະແໜງການກ່ຽວຂ້ອງຢ່າງເຂັ້ມງວດ.”

ທັງນີ້ໂດຍລັດຖະບານລາວ ໄດ້ກຳນົດລາຄາຈຳໜ່າຍສິນຄ້າອຸປະໂພກບໍລິໂພກ ທີ່ຈຳເປັນໄວ້ຫລາຍລາຍການດ້ວຍກັນ ເຊັ່ນ ເຂົ້າໜຽວຊັ້ນ 1 ແລະຊັ້ນ 2 ກຳນົດລາຄາຈຳໜ່າຍໄວ້ທີ່ລະດັບ 9,000 ກີບ ແລະ 8,000 ກີບຕໍ່ກິໂລກຣາມ ເຂົ້າຈ້າວຊະນິດພິເສດ ແລະທຳມະດາ ລາຄາ 10,000 ກີບກັບ 8,000 ກີບຕໍ່ກິໂລກຣາມ ຊີ້ນງົວ-ຄວາຍປະເພດ 1 ແລະ 2 ລາຄາ 70,000 ກີບ ແລະ 65,000 ກີບ ຕໍ່ກິໂລກຣາມ ຊີ້ນໝູປະເພດ 1 ກັບ 2 ລາຄາ 40,000 ກີບ ແລະ 35,000 ກີບ ຕໍ່ກິໂລກຣາມ ໄຂ່ໄກ່ເບີ 1 ແລະເບີ 2 ລາຄາແຕະລະ 35,000 ກີບ ແລະ 30,000 ກີບ ສ່ວນໄຂ່ໄກ່ເບີ 3-4-5 ແຕະລະບໍ່ເກີນ 28,000 ກີບ ຊີ້ນໄກ່ພັນ-ໄກ່ລາດ ລາຄາ 25,000 ກີບ ແລະ 50,000 ກີບຕໍ່ກິໂລກຣາມ ປານິນ-ປາດຸກ 25,000 ກີບຕໍ່ກິໂລກຣາມ ໝີ່ໄວໄວ-ໝີ່ຢຳຢຳ 45,000 ກີບຕໍ່ແກັດ ເປັນຕົ້ນ.

ທາງດ້ານເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຢືນຢັນວ່າ ການທີ່ລາວປະເຊີນກັບໄພທຳມະຊາດຢ່າງຕໍ່ເນື່ອງ ຄືສາເຫດສຳຄັນທີ່ເຮັດໃຫ້ການຫລຸດຜ່ອນຄວາມຍາກຈົນປະຕິບັດບໍ່ໄດ້ຕາມແຜນການໂດຍເຫັນໄດ້ຈາກປະຊາຊົນລາວ 632,909 ຄົນ ຊຶ່ງມີຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງຄິດເປັນ 9 ເປີເຊັນ ຂອງປະຊາກອນລາວທັງໝົດ ສ່ວນການລະບາດຂອງໄວຣັສ ໂຄວິດ-19 ກໍຍັງເຮັດໃຫ້ບັນຫາຍາກຈົນເພີ້ມຂຶ້ນ ຈາກ 18.3 ເປີເຊັນໃນປີ 2019 ເປັນ 21.4 ເປີເຊັນ ຂອງປະຊາກອນລາວ ທັງໝົດໃນປັດຈຸບັນ.

ໂດຍປະຊາຊົນລາວ ທີ່ຍາກຈົນດັ່ງກ່າວນີ້ ມີລາຍໄດ້ສະເລ່ຍໜ້ອຍກວ່າ 1.9 ໂດລາຕໍ່ວັນ ໃນນີ້ແບ່ງເປັນກຸ່ມທີ່ອາໄສຢູ່ເຂດຕົວເມືອງ 153,184 ຄົນກັບກຸ່ມທີ່ຢູ່ເຂດຊົນນະບົດ 479,729 ຄົນ ຄິດເປັນ 5 ເປີເຊັນ ແລະ 11 ເປີເຊັນ ຂອງປະຊາກອນລາວທີ່ອາໄສຢູ່ເຂດຕົວເມືອງແລະຊົນນະບົດ ຕາມລຳດັບ ທັງນີ້ໂດຍ ແຂວງສະຫວັນນະເຂດ ເປັນພື້ນທີ່ທີ່ມີຈຳນວນປະຊາກອນຍາກຈົນຫຼາຍທີ່ສຸດໃນລາວ ກໍຄືກວມເອົາເກີນກວ່າ 70 ເປີເຊັນຂອງບ້ານທັງໝົດ ແລະຍັງມີຄອບຄົວທຸກຍາກເກີນກວ່າ 27 ເປີເຊັນ ຂອງຄອບຄົວທັງໝົດໃນປັດຈຸບັນ.

XS
SM
MD
LG