ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທາງການລາວ ຮ້ອງຂໍໃຫ້ ທາງການໄທ ຮັບຊື້ພະລັງງານໄຟຟ້າລາວເພີ້ມຂຶ້ນຈາກ 9,000 ເມກາວັດ ເປັນ 11,000 ເມກາວັດ


ພິທີເຊັນສັນຍາ ໃນການຊື້ພະລັງໄຟຟ້າ ແລະການນຳສົ່ງ ຈາກສປປ ລາວ ລະຫວ່າງ ໄທ ມາເລເຊຍ ແລະສິງກະໂປ ເມື່ອວັນທີ 27 ກັນຍາ 2017 ຢູ່ທີ່ກອງປະຊຸມ ອາຊຽນຄັ້ງທີ 50 ໃນນະຄອນຫຼວງມານີລາ ຂອງຟີລິບປິນ.
ພິທີເຊັນສັນຍາ ໃນການຊື້ພະລັງໄຟຟ້າ ແລະການນຳສົ່ງ ຈາກສປປ ລາວ ລະຫວ່າງ ໄທ ມາເລເຊຍ ແລະສິງກະໂປ ເມື່ອວັນທີ 27 ກັນຍາ 2017 ຢູ່ທີ່ກອງປະຊຸມ ອາຊຽນຄັ້ງທີ 50 ໃນນະຄອນຫຼວງມານີລາ ຂອງຟີລິບປິນ.

ທາງການລາວຮ້ອງຂໍໃຫ້ທາງການໄທ ຮັບຊື້ພະລັງງານໄຟຟ້າລາວເພີ້ມຂຶ້ນຈາກ 9,000 ເມກາວັດ ເປັນ 11,000 ເມກາວັດ ໃນຂະນະທີ່ລັດຖະບານໄທບໍ່ມີແຜນການເພີ້ມການນຳເຂົ້າໄຟຟ້າຈົນເຖິງປີ 2028 ຊົງຣິດ ໂພນເງິນ ລາຍງານຈາກບາງກອງ.

ທ່ານນາງຈິຣາພອນ ສິຣິຄຳ ໂຄສົກຂອງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫຼື EGAT ຢືນຢັນວ່າ ກະຊວງພະລັງງານແລະບໍ່ແຮ່ຂອງລາວ ໄດ້ຮ້ອງຂໍໃຫ້ລັດຖະບານໄທ ຮັບຊື້ພະລັງງານໄຟຟ້າເພີ້ມຂຶ້ນຈາກ 9,000 ເມກາວັດເປັນ 11,000 ເມກາວັດ ເມື່ອບໍ່ນານມານີ້ ຫາກແຕ່ລັດຖະບານໄທ ກໍຍັງບໍ່ທັນໄດ້ມີການພິຈາລະນາໃນກໍລະນີດັ່ງກ່າວນີ້ແຕ່ຢ່າງໃດ ເນື່ອງຈາກລັດຖະບານໄທ ຍັງຢຶດຖືຕາມແຜນການດ້ານພະລັງງານແຫ່ງຊາດສະບັບປັດຈຸບັນ ທີ່ຈະບໍ່ເພີ້ມການນຳເຂົ້າພະລັງງານໄຟຟ້າຈາກຕ່າງປະເທດໃນໄລຍະ 6 ປີຕໍ່ໄປນີ້ ກໍຄືຈົນເຖິງປີ 2028 ຈຶ່ງຈະມີການພິຈາລະນາວ່າ ຈະນຳເຂົ້າພະລັງງານໄຟຟ້າເພີ້ມຂຶ້ນເທົ່າໃດ ເພາະວ່າ ໄທ ມີພະລັງງານໄຟຟ້າເກີນຄວາມຕ້ອງການເຖິງ 19,000 ເມກາວັດໃນປັດຈຸບັນ ອັນເປັນຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມາ.

ໂດຍທາງການໄທ ຄາດວ່າ ໃນຕະຫຼອດປີ 2021 ນີ້ຈະນຳເຂົ້າພະລັງງານໄຟຟ້າຈາກລາວ ໃນມູນຄ່າລວມປະມານ 58,000 ລ້ານບາດ ແຕ່ດ້ວຍການທີ່ມີພະລັງງານໄຟຟ້າເກີນຄວາມຕ້ອງການເຖິງ 19,000 ເມກາວັດ ດັ່ງກ່າວສົບທົບກັບການລະບາດໄວຣັສໂຄວິດ-19 ທີ່ເຮັດໃຫ້ເສດຖະກິດໄທ ຕິດລົບເຖິງ 6.1 ເປີເຊັນ ໃນປີ 2020 ທັງສະຖານະການໃນປັດຈຸບັນກໍຍັງບໍ່ດີຂຶ້ນ ຈຶ່ງເຮັດໃຫ້ທາງການໄທ ໄດ້ປັບປ່ຽນນະໂຍບາຍຈາກການເປັນຜູ້ນຳເຂົ້າພະລັງງານ ໄປເປັນຜູ້ສົ່ງອອກພະລັງງານໃຫ້ຫລາຍຂຶ້ນ ດັ່ງທີ່ ທ່ານກຸລິດ ສົມລັດສິຣິ ລັດຖະມົນຕີກະຊວງພະລັງງານໄທ ໄດ້ໃຫ້ການຢືນຢັນວ່າ:

“ຄວາມເຊື່ອມໂຍງໂຄງຂ່າຍໄຟຟ້າອາຊຽນ ASEAN Power Grid ກໍຄື ຊື້ໄຟຈາກ ສປປ ລາວ ຊຶ່ງເປັນໄຟຟ້າພະລັງນ້ຳ ສົ່ງຜ່ານປະເທດໄທ ໄປຍັງປະເທດມາເລເຊຍ ຈາກ 100 ເມກາວັດ ເປັນ 300 ເມກາວັດ ໃນປີນີ້ເຮົາຈະຂະຫຍາຍໄປເຖິງປະເທດສິງກະໂປ ດ້ວຍ ຈາກ 300 ເມກາວັດ ກໍຈະເພີ້ມອີກ 100 ເມກາວັດ ໄປຍັງປະເທດສິງກະໂປ ກໍຈະຂະຫຍາຍກຳລັງສາຍສົ່ງ ຈາກ 115 ກິໂລວັດ ເປັນ 230-500 ກິໂລວັດ.”

ລັກເສົາໄໄຟຟ້າແຮງສູງສາມາດແນມເຫັນໄດ້ຢູ່ໃນລາວ ຈະເຊື່ອມໂຍງກັບລະບົບສາຍສົ່ງໄຟຟ້າແຮງສູງທີ່ທັນສະໄໝ ເພື່ອເຊື່ອມຕໍ່ລາວກັບປະເທດສະມາຊິກຂອງກຸ່ມອາຊຽນດ້ວຍກັນ.
ລັກເສົາໄໄຟຟ້າແຮງສູງສາມາດແນມເຫັນໄດ້ຢູ່ໃນລາວ ຈະເຊື່ອມໂຍງກັບລະບົບສາຍສົ່ງໄຟຟ້າແຮງສູງທີ່ທັນສະໄໝ ເພື່ອເຊື່ອມຕໍ່ລາວກັບປະເທດສະມາຊິກຂອງກຸ່ມອາຊຽນດ້ວຍກັນ.

ສ່ວນທ່ານດວງສີ ພາລາຍົກ ປະທານບໍລິຫານບໍລິສັດຜະລິດໄຟຟ້າລາວ (ມະຫາຊົນ) ຈຳກັດ ຖະແຫລງວ່າ ເປົ້າໝາຍການພັດທະນາລາວ ເປັນໝໍ້ໄຟຂອງອາຊຽນນັ້ນ ຈະບໍ່ສາມາດເກີດຂຶ້ນໄດ້ເລີຍ ຖ້າຫາກວ່າ ບໍ່ມີລະບົບສາຍສົ່ງໄຟຟ້າແຮງສູງທີ່ທັນສະໄໝ ເພື່ອເຊື່ອມຕໍ່ລາວກັບປະເທດສະມາຊິກຂອງກຸ່ມອາຊຽນດ້ວຍກັນ ສະນັ້ນການສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ຊຶ່ງລັດວິສາຫະກິດໄຟຟ້າລາວ (EDL) ຮ່ວມທຶນກັບ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ (CSG) ໃນປີ 2020 ດ້ວຍເປົ້າໝາຍທີ່ຈະພັດທະນາໂຄງຂ່າຍສາຍສົ່ງໄຟຟ້າແຮງສູງທີ່ທັນສະໄໝ ເພື່ອເຊື່ອມໂຍງແລະຕອບສະໜອງໄຟຟ້າລາວໃນອາຊຽນໃຫ້ໄດ້ຢ່າງທົ່ວເຖິງ ດ້ວຍເງິນທຶນແລະເທັກນິກຈາກຈີນນັ້ນ ຈຶ່ງຖືເປັນບາດກ້າວສຳຄັນທີ່ຈະເຮັດໃຫ້ລາວ ເປັນໝໍ້ໄຟຂອງອາຊຽນໄດ້ຢ່າງແທ້ຈິງ ດັ່ງທີ່ ທ່ານດວງສີ ໃຫ້ການຢືນຢັນວ່າ:

“ຄືໄລຍະຜ່ານມານີ້ ແຫລ່ງຜະລິດຂອງລາວນີ້ ມັນຍັງຢາຍຢູ່ທາງພາກເໜືອ ພາກກາງ ພາກໃຕ້ ແຕ່ວ່າ ການລຳລຽງ ມັນຍັງພົບຂໍ້ຫຍຸ້ງຍາກນີ້ ຍ້ອນວ່າ ລາວຍັງບໍ່ທັນມີທຶນພຽງພໍທີ່ຈະໄປສ້າງສາຍສົ່ງແຫ່ງຊາດ ສະນັ້ນ ເພື່ອເຮັດໃຫ້ການຕອບສະໜອງໄຟຟ້າ ຢູ່ໃນພາກເໜືອຫາພາກໃຕ້ ພາກໃຕ້ຫາພາກກາງ ພາກໃດກໍແລ້ວແຕ່ ຫຼືວ່າ ໄຟຕ່າງປະເທດ ກໍແລ້ວແຕ່ ແລະເພື່ອໂຮມເອົາແຫລ່ງຜະລິດຕ່າງໆ ທີ່ມີຢູ່ໃນ ສປປ ລາວ ນີ້ ເອົາມານຳໃຊ້ ທາງລັດຖະບານ ຈຶ່ງໄດ້ມີນະໂຍບາຍໃຫ້ສ້າງຕັ້ງບໍລິສັດສາຍສົ່ງແຫ່ງຊາດນີ້ຂຶ້ນ ແລະມື້ໃດ ເຮົາສຳເລັດໂຄງການນີ້ແລ້ວ ຄວາມສົມດຸນໃນການສະໜອງພະລັງງານໄຟຟ້າຢູ່ໃນລາວເອງ ແລະກໍຢູ່ໃນພາກພື້ນນີ້ ຈະໝັ້ນທ່ຽງຂຶ້ນອີກ.”

ທັງນີ້ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ກໍໄດ້ວາງແຜນການລົງທຶນໃນມູນຄ່າ 2,000 ລ້ານໂດລາ ເພື່ອກໍ່ສ້າງລະບົບສາຍສົ່ງໄຟຟ້າແຮງສູງຂະໜາດ 500 ກິໂລວັດ ໃນລາວເຊື່ອມກັບຕາຂ່າຍສາຍສົ່ງໄຟຟ້າແຮງສູງໃນແຂວງຢູນໜານຂອງຈີນ ແລະຈະສ້າງຕາຂ່າຍສາຍສົ່ງໄຟຟ້າແຮງສູງ 500 ກິໂລວັດ ໃນພາກໃຕ້ຂອງລາວ ເພື່ອເຊື່ອມແລະສົ່ງໄຟຟ້າໃຫ້ ກຳປູເຈຍ 1,700 ເມກາວັດ ພາຍໃນປີ 2022 ສ່ວນມາເລເຊຍແລະສິງກະໂປ ກໍຕົກລົງຊື້ໄຟຟ້າຈາກລາວ 300 ແລະ 100 ເມກາວັດ ດ້ານຫວຽດນາມແລະໄທ ກໍຕົກລົງຊື້ໄຟຟ້າຈາກລາວໃຫ້ເຖິງ 5,000 ເມກາວັດ ແລະ 9,000 ເມກາວັດ ພາຍໃນປີ 2025 ຕາມລຳດັບ.

XS
SM
MD
LG