ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວລົບລ້າງພາສີ ສິນຄ້າ 8,000 ກວ່າລາຍການ ເປັນສູນ ເປີເຊັນ ຕາມຂໍ້ຕົກລົງ ການຄ້າເສລີອາຊຽນ


ບັນດາເຈົ້າໜ້າທີ່ຂອງລາວ ລົງຢ້ຽມຊົມ ຜົນຜະລິດ ດ້ານ
ກະສິກຳຕ່າງໆ ຂອງບັນດາກະເສດຕະກອນລາວ ໃນງານວາງສະແດງສິນຄ້າດ້ານການກະເສດ.
ບັນດາເຈົ້າໜ້າທີ່ຂອງລາວ ລົງຢ້ຽມຊົມ ຜົນຜະລິດ ດ້ານ ກະສິກຳຕ່າງໆ ຂອງບັນດາກະເສດຕະກອນລາວ ໃນງານວາງສະແດງສິນຄ້າດ້ານການກະເສດ.

ທາງການລາວລົບລ້າງພາສີ ເປັນ ສູນເປີເຊັນ ສຳລັບສິນຄ້າ
8,000 ກວ່າລາຍການຈາກທັງໝົດ 9,558 ລາຍການ ຕາມ
ຂໍ້ຕົກລົງການຄ້າເສລີອາຊຽນ ສ່ວນທີ່ເຫຼືອນັ້ນ ຈະຕ້ອງລົດລົງ
ເປັນບໍ່ເກີນ ຫ້າເປີເຊັນ ໃນປີ 2018.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງອຸດສາຫະກຳ ແລະການຄ້າ ຢືນຢັນວ່າ ລັດຖະບານລາວ
ໄດ້ລົບລ້າງພາສີ ເປັນສູນເປີເຊັນ ສຳລັບສິນຄ້າທີ່ຢູ່ພາຍໃຕ້ຂໍ້ຕົກລົງ ວ່າດ້ວຍການຄ້າ
ເສລີອາຊຽນໄດ້ແລ້ວ 8,596 ລາຍການ ຈາກຈຳນວນສິນຄ້າທັງໝົດ 9,558 ລາຍການ
ດ້ວຍເຫດນີ້ ຈຶ່ງຍັງຄົງເຫຼືອສິນຄ້າອີກເຖິງ 962 ລາຍການ ທີ່ຈະຕ້ອງປັບລົດພາສີລົງສູ່
ອັດຕາ ລະຫວ່າງ 0 ເປີເຊັນ-5 ເປີເຊັນ ໃຫ້ໄດ້ພາຍໃນປີ 2018 ເປັນຢ່າງຊ້າ.

ໂດຍໃນຈຳນວນສິນຄ້າ 962 ລາຍການດັ່ງກ່າວແບ່ງເປັນ 697 ລາຍການ ທີ່ຈະຕ້ອງ
ລົບລ້າງພາສີ ເປັນ 0 ເປີເຊັນ ຊຶ່ງສ່ວນໃຫຍ່ ເປັນສິນຄ້າປະເພດຜະລິດຕະພັນເຄື່ອງດື່ມ
ນ້ຳມັນເຊື້ອໄຟ ຍວດຍານພາຫະນະ ແລະສ່ວນປະກອບຕ່າງໆ ຂອງຍານພາຫະນະ
ເປັນຕົ້ນ ສ່ວນທີ່ເຫຼືອອີກ 265 ລາຍການ ກໍຈະຕ້ອງປັບລົດພາສີລົງສູ່ ອັດຕາສະເລ່ຍ
ບໍ່ເກີນ 5 ເປີເຊັນ ພາຍໃນປີ 2018 ເຊັ່ນດຽວກັນ ຊຶ່ງສ່ວນໃຫຍ່ເປັນຜົນຜະລິດໃນດ້ານ
ການກະເສດ ທີ່ມີຄວາມສຳຄັນ ຕໍ່ຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແຫ່ງຊາດ
ລາວນັ້ນເອງ.

ສິນຄ້າປະເພດ ຍວດຍານພາຫະນະ ແລະສ່ວນປະກອບຕ່າງໆ ຂອງຍານ ພາຫະນະ ເປັນຕົ້ນ ຈະຕ້ອງ ລົບລ້າງພາສີ ເປັນ 0 ເປີເຊັນ ພາຍໃຕ້ ຂໍ້ຕົກລົງ ວ່າດ້ວຍການຄ້າ ເສລີອາຊຽນ.
ສິນຄ້າປະເພດ ຍວດຍານພາຫະນະ ແລະສ່ວນປະກອບຕ່າງໆ ຂອງຍານ ພາຫະນະ ເປັນຕົ້ນ ຈະຕ້ອງ ລົບລ້າງພາສີ ເປັນ 0 ເປີເຊັນ ພາຍໃຕ້ ຂໍ້ຕົກລົງ ວ່າດ້ວຍການຄ້າ ເສລີອາຊຽນ.

ແຕ່ຢ່າງໃດກໍຕາມ ການລົບລ້າງ ແລະການປັບລົດພາສີ
ດັ່ງກ່າວນີ້ ກໍໄດ້ສົ່ງຜົນກະທົບຕໍ່ບັນດາຫົວໜ່ວຍທຸລະກິດ
ທີ່ຜະລິດສິນຄ້າຕ່າງໆ ໃນລາວຢ່າງກວ້າງຂວາງ ເນື່ອງ
ຈາກວ່າ ບັນດາຫົວໜ່ວຍທຸລະກິດ ໃນລາວຕ້ອງປະເຊີນ
ກັບການແຂ່ງຂັນທັງໃນດ້ານລາຄາ ແລະຄຸນນະພາບຂອງ
ສິນຄ້າຈາກອີກ 9 ປະເທດ ທີ່ເປັນສະມາຊິກໃນກຸ່ມອາຊຽນ
ດ້ວຍກັນ.

ທັງນີ້ ໂດຍສູນສະຖິຕິແຫ່ງຊາດລາວ ກະຊວງແຜນການ ແລະ
ການລົງທຶນ ລາຍງານວ່າ ການສຳຫຼວດເສດຖະກິດທົ່ວປະເທດ
ຄັ້ງທີ 2 ທີ່ໄດ້ດຳເນີນການສຳຫຼວດໃນຊ່ວງປີ 2013-2015 ພົບວ່າ ມີຫົວໜ່ວຍທຸລະກິດ
ເອກະຊົນ ຈຳນວນຫຼາຍກວ່າ 125,800 ຫົວໜ່ວຍໃນລາວ ຊຶ່ງໃນນີ້ ມີເຖິງ 76,750 ຫົວ
ໜ່ວຍ ຄິດເປັນ 61 ເປີເຊັນ ມີພືນຖານ ແລະທ່າອຽງໃນການດຳເນີນທຸລະກິດທີ່ດີຂຶ້ນ ໃນ
ຂະນະທີ່ 33,860 ກວ່າຫົວໜ່ວຍ ຄິດເປັນ 27 ເປີເຊັນ ມີສະພາບການດຳເນີນທຸລະກິດ
ທີ່ຄົງຕົວ ແລະຫຼາຍກວ່າ 13,000 ຫົວໜ່ວຍຄິດເປັນ 10 ເປີເຊັນ ທີ່ສະພາບການດຳເນີນ
ທຸລະກິດ ມີທ່າອຽງຫລຸດລົງ ສ່ວນ 400 ກວ່າຫົວໜ່ວຍ ບໍ່ມີຄຳຕອບດັ່ງກ່າວນີ້.

ພ້ອມກັນນີ້ ການສຳຫຼວດຍັງພົບວ່າ ຫຼາຍກວ່າ 107,500 ຫົວໜ່ວຍຄິດເປັນ 86 ເປີເຊັນ
ຂອງຫົວໜ່ວຍທຸລະກິດທັງໝົດ ແມ່ນໄດ້ດຳເນີນທຸລະກິດດ້ວຍເງິນທຶນຂອງຕົນເອງ ແລະ
15,000 ກວ່າຫົວໜ່ວຍ ຄິດເປັນ 12 ເປີເຊັນກວ່າ ທີ່ກູ້ຢືມເງິນທຶນໃນປະເທດ ສະນັ້ນ ຈຶ່ງ
ມີພຽງ 2,265 ຫົວໜ່ວຍຄິດເປັນ 1.8 ເປີເຊັນ ເທົ່ານັ້ນ ທີ່ມີໂອກາດ ໄດ້ຮັບການສະໜັບ
ສະໜູນເງິນທຶນກູ້ຢືມ ຈາກສະຖາບັນການເງິນຂອງຕ່າງປະເທດ ຈຶ່ງສົ່ງຜົນເຮັດໃຫ້ການ
ຜະລິດສິນຄ້າ ໃນລາວບໍ່ມີຄວາມຫຼາກຫຼາຍ ແລະຍັງບໍ່ສາມາດແຂ່ງຂັນ ໃນຕ່າງປະເທດໄດ້.

ທັງນີ້ ໂດຍມີສາເຫດມາຈາກການທີ່ບັນດາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ
ໃນລາວ ຍັງມີການຜະລິດສິນຄ້າ ທີ່ມີລະດັບຄຸນນະພາບຕ່ຳ ເນື່ອງຈາກວ່າ ຜູ້ຜະລິດສິນ
ຄ້າ ສ່ວນໃຫຍ່ ຍັງຂາດຄວາມຮູ້ ຄວາມເຂົ້າໃຈ ແລະບໍ່ມີທັກສະ ໃນການຜະລິດສິນຄ້າ
ທີ່ເປັນທີ່ຕ້ອງການຂອງຕະຫຼາດ ທັງຍັງຂາດວິຊາການ ທີ່ກ່ຽວກັບການຜະລິດສິນຄ້າ ທີ່
ໄດ້ມາດຕະຖານອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຊີ້ແຈງວ່າ:

“ຄວາມເຂົ້າໃຈລະດັບຝີມື ການອອກແຮງງານຂອງປະຊາຊົນເນາະ ຍັງຈຳນວນໜຶ່ງ
ຍັງບໍ່ທັນຮູ້ຜະລິດສິຄ້າ ປູກກະປູກໄປນຳໝູ່ ຈັ່ງຊັ້ນຫລະ ຈັກໃສ່ຝຸ່ນຫຍັງ ປູກອັນໃດ
ເປັນສິນຄ້າບໍ່ເປັນ ປູກຜັກກະບາງເທື່ອກະປູກພໍກຸ້ມກິນ ຈັ່ງຊັ້ນມາດຮອດນີ້ໜິ ສິ່ງທີ່
ຍັງຄ້າງຄາ ກໍຄືມີຈຳນວນໜຶ່ງບໍ່ທັນເຂົ້າໃຈ ວິທີຜະລິດ ສອງມາຫລະແມ່ນວິຊາການ
ພວກເຮົາ ໄປບໍ່ທັນທົ່ວເຖິງຫັ້ນແຫລະ.”

ໂດຍພາໃຕ້ສະພາການດັ່ງກ່າວນີ້ ຈຶ່ງເຮັດໃຫ້ທະນາຄານໂລກ ໄດ້ຕົກລົງຈັດສັນເງິນທຶນ
ໃນມູນຄ່າລວມ 96 ຕື້ກີບ ຫຼືປະມານ 12 ລ້ານໂດລາ ເພື່ອຊ່ວຍເຫຼືອລັດຖະບານລາວ
ໃນການຕອບສະໜອງເງິນທຶນກູ້ຢືມໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະຂະ
ໜາດກາງ ທົ່ວປະເທດ ໃນປີ 2014-2015 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ ກະຊວງອຸດສາຫະກຳ ແລະການຄ້າ ໄດ້ລາຍງານການສຳຫຼວດ ກ່ຽວ
ກັບຄວາມພ້ອມ ໃນການແຂ່ງຂັນຂອງບັນດາວິສາຫະກິດຂະໜາດນ້ອຍ ແລະຂະໜາດ
ກາງຂອງລາວ ວ່າມີຫຼາຍກວ່າ 37,000 ແຫ່ງ ທີ່ບໍ່ມີຄວາມພ້ອມຈະແຂ່ງຂັນທາງດ້ານ
ການຕະຫຼາດ ພາຍຫຼັງຈາກ 10 ປະເທດສະມາຊິກຂອງອາຊຽນ ໄດ້ເຊື່ອມຕໍ່ເສດຖະກິດ
ເຂົ້າດ້ວຍກັນ ນັບແຕ່ວັນທີ 31 ທັນວາ 2015 ເປັນຕົ້ນມາ.

XS
SM
MD
LG