ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ​ຫວັງວ່າ ຈະໄດ້ເຂົ້າ​ເປັນ​ ສະມາຊິກ ຂອງ WTO ໃນໄວໆນີ້


ທ່ານນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະການຄ້າ
ທ່ານນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະການຄ້າ

ກະຊວງ​ອຸດ​ສາ​ຫະກໍາ​ແລະ​ການ​ຄ້າລາຍ​ງານ​ວ່າ​ຄະນະ​ຜູ້ຕາງ
ໜ້າ​ຂອງລັດຖະບານລາວ​ພາຍ​ໃຕ້ການ​ນໍາພາ​ຂອງ​ທ່ານ​ນາມ
ວິຍະ​ເກດ ລັດຖະມົນຕີກະຊວງ​ອຸດສາຫະກໍາ​ ແລະ​ການ​ຄ້າ ມີ​ກໍາ
​ໜົດທໍາການ​ເຈລະຈາ​ຮອບ​ທີ 10 ຮ່ວມ​ກັບ​ຄະນະ​ຜູ້ຕາງໜ້າ​ຖາ
ວອນ​ປະ​ຈໍາ​ອົງການ​ການ​ຄ້າ​ໂລກຫລື WTO ​ໃນ​ເດືອນ​ກັນຍາ​ທີ່
​ຈະມາ​ເຖິງ​ນີ້ ​ໂດຍຄະນະ​ລັດຖະບານ​ລາວ​ກໍ​ໄດ້​ມີ​ມະຕິ​ຮັບຮອງ
​ເອົາ​ລາຍ​ງານ​ຂັ້ນ​ສຸດ​ທ້າຍ​ກ່ຽວ​ກັບ​ການ​ກະ​ກຽມ​ເພື່ອ​ການ​ເຂົ້າ
​ໄປ​ເປັນ​ປະ​ເທດ​ສະມາຊິກ​ຂອງ WTO ຢ່າງ​ເປັນ​ທາງ​ການ​ແລ້​ວ
​ເມື່ອ​ບໍ່​ນານ​ມາ​ນີ້.

ທັງ​ນີ້​ໂດຍ​ຄະນະ​ຜູ້ຕາງໜ້າ​ຂອງ​ລັດຖະບານ​ລາວ​ມີ​ຄວາມ​ເຊື່ອ​
ໝັ້ນ​ວ່າ​ຄະນະ​ຜູ້ຕາງໜ້າ​ຖາວອນ​ປະ​ຈໍາ WTO ຈະ​ລົງມະຕິ​ຮັບ
ຮອງ​ໃຫ້ ສປປ.ລາວ ​ເປັນ​ສະມາຊິກ​ຂອງ WTO ພາຍ​ໃນ​ເດືອນ​
ຕຸລາ ຫຼື​ກ່ອນ​ທີ່​ລັດຖະບານ​ລາວ​ຈະ​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​
ສຸດ​ຍອດ​ລະຫວ່າງ​ຜູ້​ນໍາ​ລັດຖະບານ​ເອ​ເຊຍກັບ​ຢູ​ໂຣບ ASEM ຄັ້ງ​ທີ່ 9 ຊຶ່ງ​ກໍານົດ​ຈະ​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ່ 5-6 ​ເດືອນ​ພະຈິກ​ປີ​ນີ້​ຢູ່​ນະຄອນ​ວຽງ​ຈັນ.

​ສາ​ເຫດທີ່​ເຮັດ​ໃຫ້​ຄະນະ​ຜູ້ຕາງໜ້າ​ຂອງ​ລັດຖະບານ​ລາວມີ​ຄວາມ​ເຊື່ອ​ໝັ້ນ​ດັ່ງກ່າວ ກໍ​ເພາະ
ວ່າ ຄະນະ​ຜູ້​ແທນ​ຂອງ​ລັດຖະບານ​ຢູ​ເຄຣນປະ​ຈໍາ WTO ​ໄດ້​ບັນລຸຂໍ້​ຕົກລົງ ​ແລະ​ໄດ້​ມີ​
ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ແບບ​ທະວິ​ພາຄີ​ຮ່ວມ​ກັບ​ຄະນະ​ຜູ້​ແທນ​ຂອງ​ລັດຖະບານ
​ລາວ​ຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່​ນານ​ມາ​ນີ້ ຊຶ່ງ​ການ​ບັນລຸ​ຂໍ້​ຕົກ​ລົງ​ດັ່ງກ່າວ ກໍ​ໝາຍ​ຄວາມ​ວ່າ
​ທາງ​ການ​ລາວ​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ເພື່ອ​ໃຫ້​ເຂົ້າ ໄປ​ເປັນ​ປະ​ເທດ​ສະມາຊິກ​ຂອງ WTO ຢ່າງ​ຄົບ​ຖ້ວນ​ແລ້ວ​ໃນ​ເວລາ​ນີ້ ຈຶ່ງ​ລໍຖ້າ​ພຽງ ​ແຕ່​ການ​ລົງມະຕິ​ຈາກ​ບັນດາ​ປະ​ເທດ​ສະມາຊິກ​ເພື່ອ​ຮັບຮອງ​ໃຫ້​ລາວ​ເຂົ້າ​ໄປ​ເປັນ​ປະ ​ເທດ​ສະມາຊິກຂອງ WTO ຢ່າງ​ເປັນ​ທາງ​ການ​ເທົ່າ​ນັ້ນ.

ກ່ອນ​ໜ້າ​ນີ້ ຄະນະ​ຜູ້​ແທນ​ຂອງ​ທາງ​ການ​ລາວ​ພາຍ​ໃຕ້ການ​ນໍາ​ຂອງ​ທ່ານ​ນາມ ວີ​ຍະ​ເກດ ກໍ​ໄດ້​ສິ້ນ​ສຸດ​ການ​ເຈລະຈາ​ຄັ້ງ​ທີ່ 9 ຮ່ວມ​ກັບ​ຄະນະ​ຜູ້ຕາງໜ້າ​ຖາ ວອນ​ປະ​ຈໍາ WTO ​ເມື່ອ​ເດືອນ​ກໍລະກົດ​ປີ​ນີ້ ຊຶ່ງ​ຖື​ວ່າ​ມີ​ຜົນ​ຄືບ​ໜ້າ​ເປັນ​ຢ່າງ​ດີ ​ແລະ​ທີ່ສໍາຄັນ​ກໍ​ຄື ​ການ​ທີ່​ສາມາດ​ບັນລຸ​ຂໍ້​ຕົກລົງ​ແລະ​ກໍ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ແບບ​ ທະວິ​ພາຄີ​ຮ່ວມ​ກັບ​ຄະນະ​ຜູ້​ແທນ​ຂອງ​ລັດຖະບານ​ສະຫະລັດ​ອາ​ເມຣິກາ​ຢ່າງ​ເປັນ ທາງ​ການ​ນັບ​ຕັ້ງ​ແຕ່​ເດືອນ​ມີນາ​ເປັນ​ຕົ້ນ​ມາ​ແລ້ວ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ຄະນະ​ຜູ້​ແທນ​ຂອງ​ສະຫະລັດ​ກໍ​ຍັງ​ໄດ້​ຢືນຢັນ​ທີ່​ຈະ​ໃຫ້ການ​ສະໜັບ
ສະໜຸນ​ໃຫ້​ປະ​ເທດ​ລາວ​ໄດ້​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ WTO ​ໃຫ້​ໄວ​ທີ່​ສຸດດ້ວຍ​ນັ້ນ ຈຶ່ງ​ເຮັດ
​ໃຫ້​ສາມາດ​ຄາດໝາຍ​ໄດ້​ວ່າ​ລາວ​ຈະ​ຖືກ​ຮັບຮອງ​ໃຫ້​ເຂົ້າ​ໄປ​ເປັນ ສະມາຊິກ​ຂອງ
WTO ຢ່າງເປັນ​ທາງ​ການໃນ​ເດືອນ​ຕຸລາ​ປີ​ນີ້.

​ໂດຍ​ທີ່​ຜ່ານ​ມາ ທງການ​ລາວ​ກໍ​ໄດ້​ປະຕິບັດ​ເງື່ອນ​ໄຂ​ສໍາຄັນ​ຕ່າງໆ ຕາມ​ກໍາໜົດ​ຂອງ WTO ຢ່າງ​ຄົບ​ຖ້ວນ​ແລ້ວ ຊຶ່ງ​ໃນ​ນີ້​ກໍ​ລວມ​ເຖິງ​ການ​ພັດທະນາ​ປັບປຸງ​ລະບົບກົດໝາຍ​ແລະ​ການ​ບັງຄັບ​ໃຊ້​ກົດໝາຍ​ຕ່າງໆ​ໃຫ້​ໄດ້​ຕາມ​ມາດຕະຖານ​ຂອງ WTO ດ້ວຍ ຕົວຢ່າງ​ກໍ​ຄື​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ່ 7 ​ໄດ້​ຮັບຮອງ​ກົດໝາຍ​ວ່າ​ດ້ວຍຊັບ ສິນ​ທາງ​ປັນຍາສະ​ບັບດັດ​ແກ້​ໃໝ່ ​ແລະ​ໃນ​ໄລຍະ​ຕໍ່ໄປ​ນີ້ ທາງ​ການ​ລາວ​ກໍ​ມີໜ້າ​ທີ່ ທີ່ຈະ​ຕ້ອງ​ບັງຄັບ​ໃຊ້​ກົດໝາຍ​ໃນ​ພາກ​ຕົວ​ຈິງ ດັ່ງ​ທີ່​ທ່ານ ນາມ ວິ​ຍະ​ເກດ ​ໄດ້​ຊີ້ ​ແຈງ​ວ່າ:

“ບັນຫາ​ເລື່ອງ​ຊັບ​ສິນ​ທາງ​ປັນຍາ ​ເປັນ​ຂໍ້​ສົນ​ໃຈ​ທີ່​ສຸດ​ຂອງ​ບັນດາ​ປະ​ເທດ​ສະມາ ຊິກອົງການ​ການ​ຄ້າ​ໂລກ ສະ​ນັ້ນ​ການ​ທີ່​ພວກ​ເຮົາ​ມີ​ກົດ​ໝາຍ​ແລ້ວ ພວກ​ເຮົາ​ກໍ​ຍັງ​ຕ້ອງການ​ມີ​ດໍາລັດ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ມັນ​ເປັນ​ທີ່​ຮອງ​ຮັບ​ໄດ້​ໂດຍ​ສະ​ເພາະແມ່ນ​ການ​ເຊື່​ອມ​ໂຍງ​ກັບ​ສາກົນ​ນັ້ນເຂົາ​ກໍ​ຍັງ​ເຫັນ​ວ່າ​ມີ​ບາງ​ຈຸດ​ທີ່​ພວກ​ເຮົາ​ຄວນ​ຈະ​ໄດ້​ປັບປຸງຕື່ມ ຊຶ່ງ​ບາງ​ຈຸດ​ດັ່ງກ່າວ​ນັ້ນ ​ໃນ​ກົດໝາຍ​ຂອງ​ພວກ​ເຮົາ​ກະ​ໄດ້​ເວົ້າ​ຢູ່ ​ແຕ່​ມັນ​ບໍ່​ທັນລະອຽດ ຊຶ່ງ​ພວກ​ເຂົາ​ເຈົ້າຢາກ​ໃຫ້​ພວກ​ເຮົາ​ຊີ້​ແຈງ​ ແລະ​ຄວນ​ຈະ​ປັບປຸງ​ໃຫ້​ມັນ​ລະອຽດ.”

ທາງ​ການ​ລາວ​ໄດ້​ຍື່ນ​ຄໍາ​ຮ້ອງ​ເພື່ອ​ຂໍ​ເຂົ້າ​ໄປ​ເປັນ​ປະ​ເທດ​ສະມາຊິກ​ຂອງ WTO ນັບ​ຈາກ​ປີ
1997 ​ເປັນ​ຕົ້ນ​ມາ ​ແລະ​ຈົນ​ເຖິງ​ການ​ເຈລະຈາ​ ຮອບ​ທີ່ 9 ​ໃນ​ເດືອນ ກໍລະກົດ​ທີ່​ຜ່ານມາ​ນີ້ ກໍ
​ປາກົດ​ວ່າ​ຄະນະ​ຜູ້​ແທນ​ຂອງ​ລັດຖະບານ​ລາວ ​ໄດ້​ຕອບຄໍາຖາມ​ແລະ​ຂໍ້​ສົງ​ໃສ​ຕ່າງໆ​ຂອງ​ບັນ
ດາ​ປະ​ເທດ​ສະມາຊິກ​ໃນ WTO ທັງ 155 ປະ ​ເທດ​ໄປ​ແລ້ວຫຼາຍ​ກວ່າ 1,300 ກໍລະນີ ຊຶ່ງ​
ທາງ​ການ​ລາວ​ກໍ​ເຊື່ອ​ໝັ້ນ​ວ່າ ​ສາມາດ​ເຮັດ​ໃຫ້​ປະ​ເທດ​ສະມາຊິກ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​
ສະພາບ​ການ​ຕ່າງໆ​ໃນ​ລາວ​ໄດ້​ເປັນ​ຢ່າງ​ດີ.

XS
SM
MD
LG