ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນ​ດາ​ຜູ້​ລົງ​ທຶນ ລາວ ແລະ​ເກົາ​ຫຼີ​ໃຕ້ ເຈ​ລະ​ຈາກັນເລື້ອງ​ຄ່າ​ປ່ວຍ​ການ ​ສຳລັບຜູ້​ເຄາະ​ຮ້າຍ​ຈາກນ້ຳ​ຖ້ວມ ໃນ​ແຂວງ​ອັດ​ຕະ​ປື


ພິທີມອບເງິນຊົດເຊີຍໃຫ້ຜູ້ໄດ້ຮັບຄວາມເສຍຫາຍຈາກເຂື່ອນເຊ
ປຽນ-ເຊນໍ້ານ້ອຍແຕກ.
ພິທີມອບເງິນຊົດເຊີຍໃຫ້ຜູ້ໄດ້ຮັບຄວາມເສຍຫາຍຈາກເຂື່ອນເຊ ປຽນ-ເຊນໍ້ານ້ອຍແຕກ.

ທາງ​ການ​ລາວ ແລະ​ຜູ້​ລົງ​ທຶນ​ຈາກ​ເກົາ​ຫຼີໃຕ້ ໄດ້​ເລີ້ມ​ການ​ເຈ​ລະ​ຈາເພື່ອ​ກຳ​ນົດ​ມູນຄ່າ​ການ
​ຈ່​າຍ​ເງິນ​ຊົດ​ເຊີຍ​ໃຫ້​ກັບ​ປະ​ຊາ​ຊົນ​ ທີ່​ເສຍ​ຫາຍ​ຈາກ​ໄພ​ນ້ຳ​ຖ້ວມ ທີ່​ເກີດ​ຈາກ​ເຂື່ອນ​ເຊ
​ປຽນ-ເຊ​ນ້ຳ​ນ້ອຍ​ ແຕກທີ່​ແຂວງ​ອັດ​ຕະ​ປື ຊຶ່ງ​ຊົງ​ລິດ​ ໂພນເງິນ ມີ​ລາຍ​ງານ​ມາ​ສະ​ເໜີ
ທ່ານ ຈາກ​ບາງກອກ​.

ທ່ານ​ບຸນ​ໂຮມ ພົມ​ມະ​ສານ ເຈົ້າ​ເມືອ​ງໆ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ຖະ​ແຫຼງ​ຢືນ​ຢັນ
​ວ່າ​ອຳ​ນາດ​ການ​ປົກ​ຄອງ​ເມືອງ​ສະ​ໜາມ​ໄຊ ພ້ອ​ມ​ດ້ວຍ​ກຸ່ມ​ຜູ້​ລົງ​ທຶນ​ໃນ​ໂຄງ​ການ​ເຂື່ອນ​
ໄຟ​ຟ້າ​ເຊ​ປ​ຽ​ນ-ເຊ​ນ້ຳ​ນ້ອຍ ໄດ້​ເລີ້ມ​ການ​ເຈ​ລະ​ຈາ​ກັບ​ປະ​ຊາ​ຊົນທີ່​ໄດ້​ຮັບ​ການເສຍຫາຍ
ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ທີ່​ເກີດ​ຈາກ​ກໍ​ລະ​ນີ​ເຂື່ອນເຊ​ປຽນ​-ເຊ​ນ້ຳ​ນ້ອຍ​ແຕກແລ້ວ​ໃນ​
ປັດ​ຈຸ​ບັນ​ນີ້ ໂດຍ​ໄດ້​ເລີ້ມ​ດ້ວຍ​ການ​ເຈ​ລະ​ຈາ ເພື່ອ​ກຳ​ນົດ​ອັດ​ຕາ​ການ​ຊົດ​ເຊີຍ​ຄ່າ​ເສຍ​
ຫາຍ ທີ່​ເກີດ​ກັບ​ຍານ​ພາ​ຫາ​ນະ​ຕ່າງໆ​ ແລະຫຼັງ​ຈາ​ກ​ນັ້ນ ຈຶ່ງ​ຈະ​ເຈ​ລະ​ຈາ​ເພື່ອ​ກຳ​ນົດ​
ອັດ​ຕາ​ການ​ຊົດ​ເຊີຍ​ຄ່າ​ເສຍ​ຫາຍທີ່​ເກີດກັບ​ສັບ​ສິນ ແລະ​ສິ່ງ​ປູກ​ສ້າງ​ອື່ນໆຕໍ່​ໄປ ດັ່ງ​ທີ່​
ທ່ານ​ບຸນ​ໂຮມ ຢືນ​ຢັນ​ວ່າ:

“ຕໍ່​ໄປ​ນີ້ກະ​ນະ​ໂຍ​ບາຍ​ກະ​ໄດ້​ເລີ້ມ​ເວົ້າ​ກັນ​ແລ້ວລ​ະ​ແມ່ນ​ວ່າ ພວກ​ເຮົາ​ຈະ​ໄດ້​ເວົ້າ
ເລື້ອງຕໍ່​ລອງ​ເລື້ອງ​ຄ່າ​ເສຍ​ຫາຍ ເລື້ອງ​ພາ​ຫາ​ນະ ຊຶ່ງວ່າ​ກະ​ຖື​ວ່າ​ໄດ້​ມອບ​ບັນ​ຊີພາ​
ຫາ​
ນະທີ່​ຮັບ​ຮອງ​ໄວ້​ນຳ​ກັນ​ຢ່າງ​ສົມ​ບຸນ ແລ້ວ​ແມ່ນ​ຂອງ​ບ້ານ​ໃໝ່​ເນາະແລ້ວ​ບ້ານ
​ໃໝ່​ຈຶ່ງຕໍ່​ໄປ​ບ້ານອື່ນໆ​ຕາມ​ລຳ​ດັບ ທັງ​ຊິເວົ້າ​ເລື້ອງ​ສັບ​ສິນ​ອື່ນໆ ທີ່​ເປັນ​ໄຮ່​ນາ ຮົ້ວ​
ສວນ ງົວ ຄວາຍ ຫຼື​ວ່າ​ເຮືອນ​ຊານ​ບ້ານ​ຊ່ອງ ຊິແກ້​ໄຂ​ກັນ​ໄປ​ເປັນ​ລະ​ຍະໆ ຕໍ່​ລອງ​
ພິ​ຈາລະ​ນາ​ໄປ​ເປັນ​ຂັ້ນໆ.”

ໂດຍ​ໃນ​ທ້າຍ​ເດືອນ​ມັງ​ກອນ 2019 ທີ່​ຜ່ານ​ມາ ທາງກ​ານ​ລ​າວ​ໄດ້​ຮ່ວມ​ມື​ກັບ​ກຸ່ມ​ຜູ້​ລົງ
​ທຶນຈາກ​ເກົາ​ຫຼີ​ໃຕ້​ດຳ​ເນີນ​ການ​ຈ່າຍ​ເງິນຊົດ​ເຊີຍ​ໃຫ້​ຄອບ​ຄົວ​ຂອງ​ຜູ້​ເສຍ​ຊີ​ວິດ ແລະ​ຜູ້
​ທີ່​ສູນ​ຫາຍ​ຍ້ອນ​ໄພ​ນ້ຳ​ຖ້ວມຄັ້ງ​ໃຫຍ່ ທີ່​ເກີດ​ຈາກ​ເຂື່ອນ​ໄຟ​ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ
ຢູ່​ເມືອງ​ສະ​ໜາມ​ໄຊ ຈຳ​ນວນ​ທັງ​ໝົດ​ 71 ລາຍໆ​ລະ 10,000 ໂດ​ລາ ຫຼື 85,560.00​0
ກີບ ໂດຍ​ເງິນ​ຊົດ​ເຊີຍ​ດັ່ງ​ກ່າວ​ນີ້​ບໍ່​ຮວມ​ເຖິງການ​ເສຍ​ຫາຍ ທີ່​ເກີດ​ກັບ​ສິ່ງ​ປູກ​ສ້າງ ໄຮ່​ນາ
ແລະ​ສັບ​ສິນ​ອື່ນ​ຂອງ​ປ​ະ​ຊາ​ຊົນ​ແຕ່​ຢ່າງ​ໃດ ຊຶ່ງ​ຈ​ະ​ມີ​ການ​ປະ​ເມີນ​ໃນ​ລະ​ຍະ​ຕໍ່​ໄປ.

ສ່ວນ​ທ່ານ​ນາງວິ​ໄລ​ພອນ ວໍ​ລະ​ພິມ ຫົວ​ໜ້າ​ຜະ​ແນກ​ກະ​ສິ​ກຳປ່າ​ໄມ້​ແຂວງອັດ​ຕະ​ປື​ ກໍ​
ຢືນ​ຢັນ​ວ່າການ​ບຸກ​ເບີກ​ພື້ນ​ທີ່​ກະ​ສິ​ກຳ ສຳ​ລັບ​ຜູ້​ປະ​ສົບ​ໄພ​ນ້ຳ​ຖ້ວມ​ຢູ່​ທີ່​ເມືອງ​ສະ​ໜາມ
​ໄຊກຳ​ລັງ​ດຳ​ເນີນ​ໄປ​ຢ່າງ​ຕັ້ງ​ໜ້າ.

ພາຍ​ໃຕ້​ເປົ້າ​ໝາຍ​ທີ່​ຈະ​ດຳ​ເນີນ​ການ​ໃຫ້​ສຳ​ເລັດ ແລະ​ສົ່ງ​ມອບ​ທີ່​ດິນ​ໃຫ້​ກັບ​ຜູ້​ປະ​ສົບ​ໄພ​
ທຸກ​ຄອບ​ຄົວ​ໃຫ້ທັນ​ກັບການ​ປູກ​ເຂົ້າ​ນາ​ປີ ແລະ​ປູກ​ພຶດ​ຕ່າງໆ​ໃນ​ລະ​ດູ​ຝົນ​ປະ​ຈຳ​ປີ 2019
ນີ້​ໃຫ້​ໄດ້.

ໂດຍ​ການ​ເກັບ​ຂໍ້​ມູນ​ດ້ານ​ກະ​ສິ​ກຳ​ໃນ​ເຂດ​ເມືອງ​ສະ​ໜາມ​ໄຊ ທີ່​ໄດ້​ຮັບ​ຜົນ​ກະ​ທົບ ຈາກ​
ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ທີ່​ເກີດ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ​ ນັບ​ແຕ່​ວັນ​ທີ 23 ກໍ​ລະ
​ກົດ 2018 ເປັນ​ຕົ້ນ​ມາ ພົບ​ວ່າ​ພື້ນ​ທີ່​ປູກ​ເຂົ້າ​ເສຍ​ຫາຍ​ໄປ​ກວ້າງກວ່າ 8,050 ເຮັກ​ຕາ ໃນ​
ນີ້​ຮວມ​ເຖິງ 6 ບ້ານ ທີ່​ໄດ້​ຮັບ​ຜົນ​ກ​ະ​ທົບ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ກໍ​ຄື​ບ້ານ​ຫີນ​ລາດ ບ້ານ​ສະ​
ໜອງ​ໃຕ້ ບ້ານ​ທ່າ​ຫິນ ບ້ານ​ໃໝ່ ບ້ານ​ທ່າ​ແສງ​ຈັນ ແລະ​ບ້ານ​ໃຫຍ່​ແທ ທີ່​ມີ​ປະ​ຊາ​ກອນ
​ຮ່ວມ​ກັນ 7.095 ຄົນ​ໃນ 1,611 ຄອບ​ຄົວ.

ທັ້ງ​ນີ້ເມືອງ​ສະ​ໜ​າມ​ໄຊ​ນັບ​ເປັນ​ເມືອງ​ນຶ່ງ ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ແຂວງ​ອັດ​ຕ​ະ​ປື ໂດຍ​ມີ 40
ບ້ານ 6,771 ຄອບ​ຄົວ ມີ​ພົນ​ລະ​ເມືອງ​ທັງ​ໝົດ 36,000 ກວ່າ​ຄົນ ໃນ​ນີ້​ມີ​ບ້ານ​ທີ່​ຖືກ​ກະ​
ທົບ​ຈາກ​ໄພ​ນ້ຳ​ຖ້ວມ 13 ບ້ານ​ມີ 2,717 ຄອບ​ຄົວ ຫຼື 13,067 ຄົນ ໂດຍ​ທີ່​ຖືກ​ກະ​ທົບ​ທັງ
100 ເປີ​ເຊັນ ກໍ​ຄື 6 ບ້ານ​ດັ່ງ​ກ່າວ​ທີ່​ໄດ້​ຖືກ​ຍົກ​ຍ້າຍມາ​ຢູ່​ທີ່​ສູນ​ພັກ​ພາ​ອາ​ໄສ​ຊົ່ວ​ຄາວຈຳ​
ນວນ 5 ຈຸດ​ດ້ວຍ​ກັນ​ຄື ບໍ​ລິ​ເວນ​ໂຮງ​ຮຽນ​ປະ​ຖົມ​ບ້ານ​ຫາດ​ຍາວ ແລະ​ບ້ານ​ດົງ​ບາກ ຊຶ່ງ​
ໄດ້​ຍົກ​ຍ້າຍ​ຜູ້​ປະ​ສົບ​ໄພ​ເຂົ້າ​ໄປ​ຢູ່​ອາ​ໄສ​ແລ້ວ ນັບ​ຕັ້ງ​ແຕ່​ເດືອນ​ພະ​ຈິກ 2018 ເປັນ​ຕົ້ນ​
ມາ ສ່ວນ​ຈຸດ​ທີ່​ບ້ານ​ປໍມໍຍອດ ບ້ານ​ດອນ​ນົກ ແລະ​ບ້ານ​ປິນ​ດົງ​ນັ້ນຄາດ​ວ່າ​ຈະ​ຕໍ່​ສ້າງ
ແລ້ວ​ສຳ​ເລັດ ແລະ​ຍົກ​ຍ້າຍ​ຜູ້​ປະ​ສົບ​ໄພ​ເຂົ້າ​ໄປ​ຢູ່​ອາ​ໄສ​ໄດ້​ຢ່າງ​ຄົບ​ຖ້ວນ​ໃນ​ມໍ່ໆ​ນີ້.

ໂດຍ​ທີ່​ຜ່ານ​ມາ ຜູ້​ປະ​ສົບ​ໄພ​ທີ່​ເມືອງ​ສະ​ໜາມ​ໄຊ ກໍ​ໄດ້​ຮັບ​ການ​ຊ່ວ​ຍເຫຼືອ​ຄອບ​ຄົວ​ລະ
5 ແສນ​ກີບ ແລະ​ເງິນ​ຊ່ວຍ​ເຫລືອ​ເດືອນ​ລະ 1 ແສນ​ກີບ​ຕໍ່​ເດືອນ ນັບ​ແຕ່​ເດືອນ​ກັນ​ຍ​າ
2018 ເປັນ​ຕົ້ນ​ມາ ພ້ອມ​ດ້ວຍ​ເງິນ​ຄ່າກິນ​ຄົນ​ລະ 5,000 ກີບ​ຕໍ່​ວັນ ແລະ​ເຂົ້າ 20 ກິ​ໂລ
ກ​ຣາມ​ຕໍ່​ເດືອນ.

ສ່ວນ​ຄອບ​ຄົວ​ທີ່​ຜູ້​ເສຍ​ຊີ​ວິດກໍ​ໄດ້ຮັບເງິນ 1 ບ້ານ 5 ແສນ​ກີບ ສຳ​ລັບ​ນຳ​ໃຊ້​ເພື່ອ​
ການ​ຈັດ​ພິ​ທີ​ສົບ​ຕາມ​ຮິດ​ຄອງ​ປະ​ເພ​ນີ.

ສ່ວນທ່ານນາງ​ເປມ​ລື​ດີ ດາວ​ເຮືອງ ຜູ້​ປະ​ສານ​ງານ​ໂຄງ​ການ​ຟື້ນ​ນິເວດ​ໃນ​ລຸ່ມ​ແມ່​ນ້ຳ
​ຂອງ (TERRA) ໃຫ້​ການ​ຢືນ​ຢັນ​ວ່າ​ອົງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ ໃນ
ລຸ່ມ​ແມ່​ນໍ້​າຂອງ ໄດ້​ຮ່ວມ​ກັບ​ອົງ​ການ​ພາ​ກຳປະ​ຊາ​ຊົນ​ໃນ​ເກົາ​ຫຼີ​ໃຕ້ ເພື່ອ​ຮຽ​ກ​ຮ້ອງ​ຂໍ
​ໃຫ້ 2 ບໍລິ​ສັດ​ເອກ​ກະ​ຊົນ​ຂອງ​ເກົາ​ຫຼີ​ໃຕ້ ທີ່​ຮວ​ມ​ລົງ​ທຶນ​ໃນ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ເຊ​
ປຽນ-ເຊ​ນ້ຳ​ນ້ອຍ ກໍ​ຄື​ບໍ​ລິ​ສັດ SK ວິສະ​ວະ​ກຳ ແລະ​ກໍ່​ສ້າງ ກັບ​ບໍ​ລິ​ສັດ Western
Power ນັ້ນ​ຈະ​ຕ້ອງ​ຮ່ວມກັນ​ຮັ​ບ​ຜິດ​ຊອບ​ຕໍ່​ຜູ້​ປະ​ສົບ​ໄພ ທີ່​ເມືອງ​ສະ​ໜາມ​ໄຊ​ໃນ​
ທຸກໆ​ດ້ານ.

XS
SM
MD
LG