ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ເອກະຊົນລາວ ແລະ ຕ່າງຊາດ ລົງທຶນ ໃນລາວ ຫຼາຍກວ່າ 1.5 ຕື້ໂດລາ


ພິທີ ອວ່າຍນ້ຳ ໂຄງການເຂື່ອນໄຟຟ້າ ນ້ຳຕົກ ນ້ຳອູສອງ ທີ່ລົງທຶນໂດຍ ບໍລິສັດຈາກປະເທດຈີນ.
ພິທີ ອວ່າຍນ້ຳ ໂຄງການເຂື່ອນໄຟຟ້າ ນ້ຳຕົກ ນ້ຳອູສອງ ທີ່ລົງທຶນໂດຍ ບໍລິສັດຈາກປະເທດຈີນ.

ບັນດາບໍລິສັດ ເອກະຊົນລາວ ແລະ ຕ່າງຊາດໄດ້ພາກັນລົງທຶນ
ໃນລາວ ຄິດເປັນມູນຄ່າຫຼາຍກວ່າ 1.5 ຕື້ໂດລາ ໃນ 6 ເດືອນ
ທຳອິດຂອງແຜນການປີ 2014-2015 ໂດຍສ່ວນໃຫຍ່ ລົງທຶນ
ໃນພາກອຸດສາຫະກຳ.

ກະຊວງແຜນການ ແລະ ການລົງທຶນ ລາຍງານວ່າ ໃນລະຍະ 6 ເດືອນທຳອິດຂອງແຜນ
ການປະຈຳປີ 2014-2015 ນີ້ ບັນດາບໍລິສັດເອກະຊົນລາວ ແລະ ຕ່າງຊາດໄດ້ລົງທຶນ
ໃນລາວຄິດເປັນມູນຄ່າ ຫຼາຍກວ່າ 1,500 ລ້ານໂດລາ ໃນຈຳນວນ 1,092 ໂຄງການ
ຊຶ່ງໃນນີ້ ເປັນການລົງທຶນ ໃນພາກອຸດສາຫະກຳ ຈຳນວນ 1,025 ໂຄງການ ແລະ ຄິດເປັນ
ມູນຄ່າ ຫຼາຍກວ່າ 1,300 ລ້ານໂດລາ ໂດຍສະເພາະແມ່ນພາກພະລັງງານ ແລະ ການຂຸດ
ຄົ້ນແຮ່ທາດນັ້ນ ກໍຍັງເປັນພາກສ່ວນທີ່ມີການລົງທຶນຫຼາຍທີ່ສຸດ.

ໂດຍກ່ອນໜ້ານີ້ ທ່ານສຸລິວົງ ດາລາວົງ ອະດີດລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖະແຫລງລາຍງານ ໃນກອງປະຊຸມໃຫຍ່ ຄັ້ງທີ 2 ຂອງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ເມື່ອບໍ່ນານມານີ້ ວ່າ ຜົນຜະລິດໃນພາກພະລັງງານ ແລະ ບໍ່ແຮ່ ໄດ້ເພີ້ມຂຶ້ນ ສະເລ່ຍ 8 ເປີເຊັນຕໍ່ປີ ໃນລະຍະແຜນການປີ 2011-2015 ໂດຍມີມູນຄ່າລວມ 94,342.39 ຕື້ກີບ ທີ່ຄິດເປັນ 12 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ແລະ ເພີ້ມຂຶ້ນ 9.22 ເປີເຊັນ ທຽບກັບແຜນການປີ 2006-2010.

ໂຮງງານ ຜະລິດ ຄຳ ແລະ ທອງແດງ ຢູ່ເຊໂປນ
ໂຮງງານ ຜະລິດ ຄຳ ແລະ ທອງແດງ ຢູ່ເຊໂປນ

ພ້ອມກັນນີ້ ທ່ານສຸລິວົງ ໄດ້ໃຫ້ການຄາດໝາຍດ້ວຍວ່າ ຜົນຜະລິດ
ໃນພາກພະລັງງານ ແລະ ບໍ່ແຮ່ ຈະເພີ້ມຂຶ້ນເປັນ 20 ເປີເຊັນ ຂອງ
GDP ໃນປີ 2020 ຖ້າຫາກວ່າ ສາມາດຮັກສາອັດຕາ ການຂະ
ຫຍາຍຕົວ ໃຫ້ໄດ້ໃນລະດັບ 12 ເປີເຊັນຕໍ່ປີ ໃນແຜນການປີ
2016-2020 ໂດຍແບ່ງເປັນການຂະຫຍາຍຕົວ ຂອງຂະແໜງ
ພະລັງງານ ໃນອັດຕາສະເລ່ຍ 15 ເປີເຊັນ ແລະ ຂະແໜງບໍ່ແຮ່
ໃນອັດຕາສະເລ່ຍ 10 ເປີເຊັນຕໍ່ປີ ຕາມລຳດັບ.

ທ່ານສຸລິວົງ ຢືນຢັນວ່າ ການພັດທະນາພະລັງງານໃນລາວ ທີ່
ສ່ວນໃຫຍ່ເປັນການສ້າງເຂື່ອນໄຟຟ້ານັ້ນ ຖືເປັນພະລັງງານທີ່ສະອາດ ສົ່ງຜົນກະທົບຕໍ່
ສັງຄົມ ແລະ ສະພາບແວດລ້ອມທຳມະຊາດ ໃນລະດັບທີ່ຕ່ຳຫຼາຍ ທັງຍັງຈະສົ່ງຜົນດີຕໍ່
ການພັດທະນາເສດຖະກິດ ເພື່ອຍົກລະດັບຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນ
ລາວ ໃຫ້ດີຂຶ້ນເທື່ອລະກ້າວອີກດ້ວຍ ທີ່ທ່ານສຸລິວົງ ໄດ້ເນັ້ນຢ້ຳວ່າ:

“ການພັດທະນາໄຟຟ້າຢູ່ ສປປ ລາວ ສ່ວນໃຫຍ່ແມ່ນໄຟຟ້ານ້ຳຕົກ ຊຶ່ງຈັດເປັນ
ພະລັງງານ ໃນກຸ່ມແຫລ່ງພະລັງງານທີ່ສະອາດ ເປັນພະລັງງານທົດແທນໄດ້ ແລະ
ມີຜົນກະທົບນ້ອຍຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ພ້ອມກັນນັ້ນ ພະລັງງານ ໄຟຟ້ານ້ຳຕົກ ຍັງປະກອບສ່ວນອັນໃຫຍ່ຫລວງ ຕໍ່ການພັດທະນາທ້ອງຖິ່ນ ຊົນນະບົດ ໄປໃນຕົວ ເປັນການປະກອບສ່ວນ ສ້າງລາຍຮັບ ແຫ່ງຊາດຈາກການຂາຍໄຟຟ້າ ແລະ ເປັນການຊ່ວຍໃຫ້ ຂະແໜງການອື່ນໆ ໄດ້ຮັບການພັດທະນາອີກດ້ວຍ.”

ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ວາງແຜນການ ຈະເພີ້ມຄວາມອາດສາມາດ ການຜະລິດ ພະລັງງານໄຟຟ້າຈາກ 3,200 ເມກາວັດ ໃນປັດຈຸບັນ ເປັນບໍ່ນ້ອຍກວ່າ 12,500 ເມກາວັດໃນປີ 2020 ຊຶ່ງຈະຕ້ອງດຳເນີນການກໍ່ສ້າງເຂື່ອນໄຟຟ້າ ຈຳນວນ 38 ໂຄງການ ແລະໂຮງງານໄຟຟ້າຖ່ານຫິນ 1 ໂຄງການ.

ແຕ່ຢ່າງໃດກໍຕາມ ສຳຫລັບໃນດ້ານຂະແໜງບໍ່ແຮ່ນັ້ນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້
ທຳການກວດສອບການດຳເນີນງານ ຂອງບັນດາບໍລິສັດ ທີ່ໄດ້ຮັບສຳປະທານ ຂຸດຄົ້ນ
ແຮ່ທາດ ໃນທົ່ວປະເທດ ຊຶ່ງພົບວ່າ ການດຳເນີນງານຂອງບໍລິສັດ ສ່ວນໃຫຍ່ບໍ່ເປັນໄປ
ຕາມສັນຍາ ເຊັ່ນການຄຸ້ມຄອງໂຄງການບໍ່ໄດ້ມາດຕະຖານ ຈຶ່ງສົ່ງຜົນກະທົບຕໍ່ສິ່ງແວດ
ລ້ອມທຳມະຊາດ ລະບົບນິເວດວິທະຍາ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢ່າງ
ກວ້າງຂວາງ.

ສ່ວນການຊົດເຊີຍຕໍ່ຜົນເສຍຫາຍ ຂອງປະຊາຊົນນັ້ນ ກໍດຳເນີນໄປຢ່າງຊັກຊ້າ ໃນຂະນະ
ດຽວກັນ ກໍຍັງມີການນຳໃຊ້ນິຕິກຳ ໃນການແຈ້ງຊຳລະພາສີອາກອນ ທີ່ກ່ຽວກັບການ
ຂຸດຄົ້ນ ແຮ່ທາດທີ່ບໍ່ໂປ່ງໃສ ແລະ ການປະຕິບັດໜ້າທີ່ຂອງພະນັກງານລັດ ກໍຍັງບໍ່
ລວມສູນ ແລະ ບໍ່ເປັນເອກະພາບກັນ ໃນທົ່ວປະເທດ ຈຶ່ງເຮັດໃຫ້ເກີດການສັບສົນ ໃນການຄຸ້ມຄອງ ແລະ ການຈັດເກັບລາຍຮັບເຂົ້າ ງົບປະມານຂອງລັດຖະບານ.

XS
SM
MD
LG