ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ລາວ ແລະ ກຳປູເຈຍ ຕົກລົງສຳຫຼວດ ແລະປັກປັນ ເຂດຊາຍແດນ ໃຫ້ແລ້ວສຳເລັດ


ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ທ່ານຮຸນ ເຊນ ພົບປະເຈລະຈາ ເພື່ອແກ້ໄຂບັນຫາຂັດແຍ້ງ ກ່ຽວກັບຊາຍແດນລະຫວ່າງລາວ ແລະກຳປູເຈຍ.

ນາຍົກລັດຖະມົນຕີລາວ ​ແລະ​ກຳ​ປູ​ເຈຍ ຕົກລົງ​ຮ່ວມ​ກັນ​ເພື່ອ​ໃຫ້​ເລັ່ງດຳ​ເນີນ​ການ​ສຳ
​ຫລວດ ​ແລະ​ປັກ​ປັນ​ເຂດ​ຊາຍ​ແດນ ທີ່​ຂັດ​ແຍ້​ງກັນ​ໃຫ້​ສຳ​ເລັດ​ໄວ​ທີ່​ສຸດ ​ໂດຍ​ຈະ​ຂໍ​ແຜນ
​ທີ່ ​ປະກອບຈາກລັດຖະບານ​ຝຣັ່ງດ້ວຍ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານ​ທອງ​ລຸນ​ ສີ​ສຸ​ລິດ ນາຍົກລັດຖະມົນຕີລາວ ກັບທ່ານ​ຮຸນ ​ເຊ​ນ ນາຍົກ ລັດຖະມົນຕີ
ກຳປູ​ເຈຍ ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ​ໃນ​ໂອກາ​ດພົບ​ປະ​ເຈລະຈາ​ກັນ​ເປັນ​ຄັ້ງ​ທີ 2 ທີ່
​ນະຄອນ​ພະນົມ​ເປັນ ​ເພື່ອ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້​ງກ່ຽວກັບ​ເຂດ​ຊາຍ​ແດນ​ລະຫວ່າງ 2
ປະ​ເທດ​ເມື່ອ​ວັນ​ທີ 1 ກັນຍາ 2017 ນີ້ ຫລັງ​ຈາກ​ທີ່​ໄດ້​ພົບ​ປະກັນ​ຄັ້ງ​ທຳ​ອິດ​ທີ່ ນະຄອນ
​ວຽງຈັນ​ເມື່ອວັນ​ທີ 12 ສິງຫາ​ຜ່ານ​ມາ ຊຶ່ງ​ເປັນ​ການ​ພົບ​ປະກັນ​ເປັນ​ກໍລະນີ​ພິ​ເສດ ຕາ​ມ
ການ​ເຊີນ​ຂອງ​ທ່ານ​ທອງ​ລຸນ ທີ່​ຕ້ອງການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງຊາຍ​ແດນ ລະຫວ່າງ​ກັນ
​ດ້ວຍ​ສັນຕິ​ວິທີ.

​ໂດຍ​ການ​ພົບ​ປະກັນ​ຄັ້ງ​ທີ 2 ນີ້​ ນາຍົກລັດຖະມົນຕີທັງ 2 ກໍ​ໄດ້​ຕົກລົງ​ຮ່ວມ​ກັນ​ໃນ 4 ປະ​ການດ້ວຍ​ກັນກໍ​ຄື ​ການ​ມອບ​ໝາຍໃຫ້​ລັດຖະມົນຕີ​ວ່າການ​ຕ່າງ​ປະ​ເທດ​ຂອງ​ທັງ 2 ຝ່າຍ
​ພົບ​ປະ​ເຈລະຈາ​ເພື່ອ​ຕົກລົງ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງລະຫວ່າງ​ກັນ​ໃຫ້​ໄວ​ທີ່​ສຸດ ​ໂດຍ​ກຳນົດ​ໃຫ້
​ແກ້ໄຂ​ບັນຫາ​ໃນ 4 ພື້ນ​ທີ່​ໃຫ້​ໄດ້ ປະກອບ​ດ້ວຍ​ພື້ນ​ທີ່ 033 ພື້ນ​ທີ່ 037/13 ພື້ນ​ທີ່ 032/1 ​
ແລະ​ພື້ນ​ທີ່​ອູ​ສະ​ວາຍ ກັບ​ເວີນ​ຄຳ ຈາກ​ນັ້ນຕົກລົງ​ກັນ​ທີ່​ເຂດ​ແກ້ງຕໍ​ມໍຄອຍ ກັບຫ້ວຍ​ຈະ​
ເລົາ​ເປັນ​ເປົ້າ​ໝາຍ​ຕໍ່​ໄປ ດັ່ງ​ທີ່​ທ່ານ​ແພງ​ສະຫວັນ ​ແກ້ວ​ປະ​ເສີດ ຫົວໜ້າຫ້ອງ​ການ​ຄະນະ
​ກົມ​ການ​ຊາຍ​ແດນ​ແຫ່ງ​ຊາດ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຢືນຢັນ​ວ່າ

“ສອງ​ຝ່າຍຈະໄດ້​ສື​ບຕໍ່​ພົບ​ປະ​ແກ້​ໄຂ​ບໍລິ​ເວນ​ແກ້ງ​ຕໍ​ມໍ​ຄອຍ ​ແລະ​ຫ້ວຍ​ຕະ​ເງົາ ບໍລິ​
ເວນ​ດັ່ງກ່າວ​ນີ້ ສອງ​ຝັ່ງ​ຍັງ​ບໍ່​ໄດ້​ສຳ​ຫລວດ​ກຳໜົດ​ເສັ້ນ​ຊາຍ​ແດນ ​ແລະ​ປັກ​ຫລັກ​ໝາຍ
​ຊາຍແດນ​ຮ່ວມ​ກັນ​ເທື່ອ​ຍ້ອນວ່າ ສອງ​ຝ່າຍ​ມີ​ທັດສະນະ​ທີ່​ແຕກ​ຕ່າງ​ກັນ ດັ່ງ​ນັ້ນ​ການ
​ນຳ​ຊັ້ນ​ສູງ​ຂອງ​ສອງ​ປະ​ເທດ​ພວກ​ເຮົາ ຈຶ່ງ​ມາ​ຕົກລົງ​ກັນ​ວ່າ ບໍລິ​ເວນ​ດັ່ງກ່າວ​ນີ້​ເປັນ​ບໍ
ລິ​
ເວນ​ທີ່​ຄົງ​ຄ້າງ​ມິດຕະພາບ ຫ້າມ​ດຳ​ເນີນ​ການ​ກໍ່ສ້າງ​ກິດຈະການ​ໃດໆ​ຈົນ​ກວ່າ​ສອງ
​ຝ່າຍ​ຈະຕົກລົງ​ກັນ ກຳໜົດ​ເສັ້ນທາງ​ຊາຍ​ແດນ ​ແລະ​ປັກ​ຫລັກ​ໝາຍ​ຊາຍ​ແດນ​ໃຫ້​ສຳ​

ເລັດ​ກ່ອນ.”

ທັ້ງ​ນີ້​ເພື່ອ​ເປັນ​ການ​ແກ້​ໄຂ​ບັນ​ຫາ ທີ່​ທັງ​ສອງ​ຝ່າຍ​ມີ​ທັດສະນະທີ່​ແຕກ​ຕ່າງ​ກັນ​ດັ່ງກ່າວ
ນາຍົກ​ລັດຖະມົນຕີ​ຂອງ​ທັງ​ສອງ​ປະ​ເທດ ຍັງ​ຈະ​ຮ່ວມ​ກັນ​ຮ່າງ​ກົດໝາຍ​ເຖິງ​ປະທານາທິ
ບໍດີ​ຝຣັ່ງ ​ເພື່ອ​ຂໍ​ໃຫ້​ຊ່ວຍ​ມອບ​ແຜ​ນທີ່​ມາ​ດ​ຕາ 1 ຕໍ່ 100,000 ກັບ​ແຜນ​ທີ່​ມາດຕາ 1 ຕໍ່
50,000 ​ແ​ລະ​ບໍລິການ​ເອກ​ກະສາ​ນສຳຄັນ​ຕ່າງໆ ​ທີ່​ກ່ຽວຂ້ອງ​ກັບ​ຊາຍ​ແດນ​ລະຫວ່າງ​
ກຳປູ​ເຈຍກັບ​ລາວ ສຳ​ລັບ​ນຳ​ມາໃຊ້​ປະກອບ​ການ​ພິຈາລະນາ​ຕົກລົງ​ຮ່ວມ​ກັນ​ຕໍ່​ໄປ.

ທັ້ງນີ້​ການ​ສຳ​ຫລວດ​ເພື່ອ​ປັກ​ເປັນ​ເຂດ​ຊາຍ​ແດນ​ລະຫວ່າງ​ ລາວ​ກັບ​ກຳ​ປູເຈຍ​ ໄດ້​ເລີ້ມ​
ດຳ​ເນີນ​ການ​ຮ່ວມ​ກັນ​ນັບ​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ ​ໂດຍ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຫລັກ
ການ 4 ດ້ານ​ທີ່​ລັດຖະບານ 2 ປະ​ເທດ​ໄດ້​ຕົກລົງ​ຮ່ວມ​ກັນ​ຢ່າງ​ເປັນ​ທາງ​ການ​ໃນ​ປີ
1995 ຊຶ່ງ​ປະກອບ​ດ້ວຍ​ຫລັກການ​ຮັບ​ຮູ້​ເຂດ​ແດນ​ຕິດ​ຕໍ່​ກັນ ທີ່​ອີງ​ຕາມ​ແຜນ​ທີ່​ມາ​ດຕາ
​ສ່ວນ 1 ຕໍ່ 1 ​ແສນ ສະບັບ​ປີ 1933 ຫລັກ​ການ​ສາກົນ​ທີ່​ເຄີຍ​ກ່ຽວ​ກັບ​ການ​ຂີດ​ເສັ້ນ​ຊາຍ​
ແດນ ຫລັກ​ການ​ຄຸ້ມ​ຄອງ​ຂອງ​ປະຊາຊົນ ທີ່​ສືບ​ທອດ​ກັນ​ມາ​ຢ່າງ​ຍາວ​ນານ ​ແລະ​ຫລັກ
ການ​ຂອງ​ຄວາມສະ​ເມີ​ພາບ ​ເຄົາລົບ​ສິດ ຜົນ​ປະ​ໂຫຍ​ດ ​ແລະເປັນ​ເອກ​ກະພາບ​ກັນຢ່າງ​
ສົມ​ບູນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ບັນຫາ​ຂັດ​ແຍ້​ງຢູ່​ເຂດ​ຊາຍ​ແດນ​ລາວ​ກັບ​ກຳປູ​ເຈຍ ​ໄດ້​ເກີດ​ຂຶ້ນ​ເມື່ອ
ວັນ​ທີ 12 ສິງຫາ 2017 ທີ່​ຜ່ານ​ມາ ​ໂດຍ​ມີ​ສາ​ເຫດມາ​ຈາກ​ການ​ເຄື່ອນ​ກຳລັງ​ທະຫານ
​ຂອງຝ່າຍ​ກຳປູ​ເຈຍ ​ເຂົ້າ​ໄປ​ໃນ​ພື້ນ​ທີ່ ທີ່​ທັ້ງ 2 ຝ່າຍ​ຍັງ​ບໍ່​ສາມາດ​ຕົກລົງປັກ​ປັນ​ຮ່ວມ
ກັນ​ໄດ້ ​ແຕ່​ວ່າ​ສະພາບ​ການ​ກໍ​ໄດ້​ກັບ​ຄືນ​ສູ່​ສະພາວະ​ປົກກະຕິ​ໃນ​ມື້​ດຽວ​ກັນ ອັນ​ເປັນ​ຜົນ
​ຈາກ​ການ​ຕົກລົງ​ກັນ​ລະຫວ່າງ ທ່ານ​ທອງ​ລຸນ ກັບ​ທ່ານ​ຮຸ​ນ​ເຊ​ນ ທີ່ີພົບ​ປະ​ເຈລະຈາ​ກັນ​ທີ່ ນະຄອນ​ວຽງ​ຈັນ​ ​ເມື່ອ​ວັນ​ທີ 12 ສິງຫາ​ທີ່​ຜ່ານ​ມາ​ດັ່ງກ່າວ.

​ໂດຍ​ເນື້ອ​ໃນ​ສຳຄັນ​ຂອງ​ການ​ຕົກລົງ​ດັ່ງກ່າວ ກໍ​ຄື​ການ​ຖອນ​ກຳລັງ​ທະຫານ​ທັງໝົດ​ຂອງ​
ທັງ 2 ຝ່າຍ​ອອກ​ໄປ​ຈາກ​ພື້ນ​ທີ່​ຂັດ​ແຍ້​ງ​ໃນ​ເຂດ​ແກ້ງ​ຕໍ​ມໍ​ຄອຍ ກັບ​ຫ້ວຍ​ຕະ​ເງົາ​ທີ່​ເປັນ​
ຊາຍ​ແດນ​ລະຫວ່າງ​ເມືອງ​ສະໜາມ​ໄຊ ​ແຂວງ​ອັດ​ຕະປື ກັບ​ເມືອງ​ແສນ​ປາງ ​ແຂວງ​ສະ
​ຕຣືງ​ແຕຣງຂອງ​ກຳປູ​ເຈຍ ​ໂດຍ​ໃຫ້​ກັບ​ໄປ​ເຂດ​ທີ່​ຕັ້ງ​ເດີ​ມຂອງ​ແຕ່ລະ​ຝ່າຍ ​ແລະ​ຍຸຕິ​ການ​
ກໍ່ສ້າງ​ຖະໜົນ​ໃນ​ເຂດ​ຂັດ​ແຍ້​ງ​ໃນ​ວັນ​ທີ 13 ສິງຫາ​ເປັນ​ຕົ້ນ​ມາ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG