ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ແລະ ລັດຖະສະພາ ອາຊ່ຽນ ຕົກລົງ ພັດທະນາ ລະບົບກົດໝາຍ ໃຫ້ໄດ້ ມາດຕະຖານ ດຽວກັນ ພາຍໃນປີ 2015


ທ່ານນາງປານີ ຍາທໍຕູ້ ປະທານສະພາແຫ່ງຊາດລາວ ໃນຖານະ ປະທານກອງປະຊຸມລັດຖະສະພາອາຊ່ຽນ ຄັ້ງທີ 35 ກ່າວເປີດ ກອງປະຊຸມຖະແຫລງຂ່າວ.
ທ່ານນາງປານີ ຍາທໍຕູ້ ປະທານສະພາແຫ່ງຊາດລາວ ໃນຖານະ ປະທານກອງປະຊຸມລັດຖະສະພາອາຊ່ຽນ ຄັ້ງທີ 35 ກ່າວເປີດ ກອງປະຊຸມຖະແຫລງຂ່າວ.

ລັດຖະສະພາອາຊ່ຽນຕົກລົງຈະເສີມສ້າງການຮ່ວມມືເພື່ອ
ພັດທະນາ ລະບົບກົດໝາຍໃຫ້ໄດ້ມາດຕະຖານດຽວກັນ
ໂດຍແນໃສ່ການປະຕິບັດ ທີ່ມີປະສິດທິຜົນ ເພື່ອກ້າວໄປ
ເປັນປະຊາຄົມດຽວກັນໃນປີ 2015.

ການຕົກລົງຈະເສີມສ້າງ ການຮ່ວມມືເຂົ້າໃນການພັດທະນາ
ລະບົບກົດໝາຍໃຫ້ໄດ້ມາດຕະຖານດຽວກັນ ໂດຍມີເປົ້າໝາຍ
ທີ່ແນໃສ່ ການຈັດຕັ້ງປະຕິບັດ ຕາມລະບຽບກົດໝາຍຕ່າງໆ ຢ່າງມີປະສິດທິຜົນ ເພື່ອກ້າວ
ໄປເປັນປະຊາຄົມອາຊ່ຽນ ໜຶ່ງດຽວ ໃຫ້ໄດ້ຢ່າງແທ້ຈິງ ໃນທ້າຍປີ 2015 ໃນຄັ້ງນີ້ ໄດ້ມີຂຶ້ນ
ໃນໂອກາດ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊ່ຽນຄັ້ງທີ 35 ໂດຍມີສະພາແຫ່ງຊາດລາວ ເປັນເຈົ້າພາບຈັດກອງປະຊຸມ ເມື່ອບໍ່ນານມານີ້ ຢູ່ທີ່ນະຄອນ
ຫລວງວຽງຈັນ.

ໂດຍການຕົກລົງດັ່ງກ່າວນີ້ ນັບເປັນສ່ວນໜຶ່ງໃນ 25 ມະຕິຕົກລົງທີ່ໄດ້ມີຂຶ້ນໃນກອງປະຊຸມ
ຄັ້ງນີ້ ທີ່ຕ່າງກໍລ້ວນແຕ່ໄດ້ແນໃສ່ເປົ້າໝາຍ ໃນການເສີມສ້າງບົດບາດ ຂອງລັດຖະສະພາ
ຂອງປະເທດສະມາຊິກ ເພື່ອປະກອບສ່ວນເຂົ້າ ໃນການເສີມສ້າງອາຊ່ຽນ ໃຫ້ເປັນປະຊາ
ຄົມໜຶ່ງດຽວ ຕາມເປົ້າໝາຍທີ່ວາງໄວ້ດັ່ງກ່າວ ດັ່ງທີ່ ທ່ານນາງປານີ ຍາທໍຕູ້ ປະທານສະພາ
ແຫ່ງຊາດລາວ ໃນຖານະປະທານກອງປະຊຸມສະມັດຊາໃຫຍ່ ລັດຖະສະພາອາຊ່ຽນ ຄັ້ງທີ
35 ນີ້ ໄດ້ຖະແຫລງຢືນຢັນວ່າ:

“ໃນການດຳເນີນກອງປະຊຸມ 5 ວັນນີ້ ພວກເຮົາໄດ້ປະກອບສ່ວນ ຢ່າງມີຄວາມ
ໝາຍກວ່າເກົ່າ ຕໍ່ພາລະກິດລວມ ແຫ່ງການສ້າງ ປະຊາຄົມອາຊ່ຽນ ໃຫ້ສຳເລັດ
ພາຍໃນທ້າຍປີ 2015 ແລະເປັນການ ສະໜັບສະໜຸນວິໄສທັດ ໃນການສ້າງ
ປະຊາຄົມອາຊ່ຽນ ຫຼັງຈາກປີ 2015.”

ພິທີປິດ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊ່ຽນ ຄັ້ງທີ 35.
ພິທີປິດ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊ່ຽນ ຄັ້ງທີ 35.

ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊ່ຽນ
ໃນຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ຫົວຂໍ້ໃຫຍ່ທີ່ວ່າ ປັບປຸງການຮ່ວມ
ມືລະຫວ່າງລັດຖະສະພາ ໃຫ້ເຂັ້ມແຂງ ເພື່ອສ້າງປະຊາຄົມອາ
ຊ່ຽນ ໃຫ້ໄດ້ຢ່າງແທ້ຈິງ ທັງໃນດ້ານເສດຖະກິດ ການຄ້າ ການ
ເມືອງ ຄວາມໝັ້ນຄົງ ແລະດ້ານສັງຄົມ ວັດທະນະທຳ ຫາກແຕ່
ວ່າ ການທີ່ຈະສາມາດກ້າວໄປເຖິງເປົ້າໝາຍ ດັ່ງກ່າວໄດ້ຢ່າງ
ແທ້ຈິງນັ້ນ ກໍຈຳເປັນຢ່າງຍິ່ງ ທີ່ລັດຖະສະພາ ຂອງທຸກປະເທດ
ສະມາຊິກອາຊ່ຽນ ຊຶ່ງລວມເຖິງລາວດ້ວຍນັ້ນ ຈະຕ້ອງຮີບຮ້ອນ
ຊຸກຍູ້ ລັດຖະບານຂອງຕົນ ເພື່ອໃຫ້ວາງຍຸດທະສາດ ໃນການ
ເສີມສ້າງການເຕີບໂຕ ໃນດ້ານຕ່າງໆ ຢ່າງເປັນຮູບປະທຳ ໂດຍຢືນຢູ່ຫລັກການຂອງການພັດທະນາຮ່ວມກັນ ຢ່າງຍືນຍົງ
ຫຼືການພັດທະນາສີຂຽວນັ້ນເອງ.

ໂດຍສຳຫລັບການພັດທະນາ ລະບົບກົດໝາຍໃນລາວ ໃຫ້ໄດ້ມາດຕະຖານສາກົນນັ້ນ
ກໍໄດ້ມີການລົງນາມ ໃນຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດ ແຜນການພັດທະນາລັດ
ແຫ່ງກົດໝາຍ ເມື່ອບໍ່ນານມານີ້ ຢູ່ນະຄອນຫລວງວຽງຈັນ ທີ່ເປັນການລົງນາມລະຫວ່າງ
ກະຊວງຍຸດຕິທຳຂອງລາວ ກັບອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP)
ພ້ອມດ້ວຍສະຫະພາບຢູໂຣບ ແລະ ສະຫະລັດອາເມຣິກາ.

ທັງນີ້ໂດຍ UNDP ກັບສະຫະພາຢູໂຣບ ແລະສະຫະລັດ ໄດ້ຮ່ວມກັນໃຫ້ການຊ່ວຍເຫລືອ
ແກ່ລັດຖະບານລາວ ໃນມູນຄ່າລວມ 3 ລ້ານ 9 ແສນດອນລາ ສຳຫລັບນຳໃຊ້ເຂົ້າໃນການ ປັບປຸງ ແລະ ພັດທະນາການເຂົ້າເຖິງ ສະຖາບັນທາງກົດໝາຍ ແລະລະບົບຍຸດຕິທຳ ຂອງ
ປະຊາຊົນໃນລາວໃຫ້ດີຂຶ້ນ ລວມໄປເຖິງສົ່ງເສີມໃຫ້ມີການສ້າງກົດໝາຍ ແລະ ລະບຽບ
ການໃໝ່ໆ ທີ່ສອດຄ້ອງ ແລະຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການ ໃນປັດຈຸບັນ ກໍຄືການເຂົ້າຮ່ວມ ໃນປະຊາຄົມອາຊ່ຽນໄດ້ ຢ່າງແທ້ຈິງນັ້ນເອງ.

ຍິ່ງໄປກວ່ານັ້ນ ການໃຫ້ຄວາມຊ່ວຍເຫລືອແກ່ລາວດັ່ງກ່າວນີ້ ຍັງໄດ້ໃຫ້ຄວາມສຳຄັນເປັນ ພິເສດກັບການພັດທະນາ ເພື່ອຄວາມສະເໝີພາບ ລະຫວ່າງຍິງ ຊາຍ ທັງຕໍ່ໜ້າກົດໝາຍ ແລະທາງສັງຄົມອີກດ້ວຍ ທັງນີ້ກໍເນື່ອງຈາກວ່າ ຄວາມບໍ່ສະເໝີພາບລະຫວ່າງຍິງຊາຍ ໄດ້
ກໍ່ໃຫ້ເກີນບັນຫາຂັດແຍ້ງ ໃນຄອບຄົວຂອງຄົນລາວ ຫຼາຍຂຶ້ນນັບມື້ ໂດຍຈະເຫັນໄດ້ຈາກ
ລາຍງານຫຼ້າສຸດຂອງກະຊວງຍຸດຕິທຳໃນລາວ ທີ່ລະບຸວ່າ ໃນລະຍະນັບຕັ້ງແຕ່ ເດືອນ
ຕຸລາ 2012 ເຖິງທ້າຍເດືອນມັງກອນ 2014 ສານປະຊາຊົນລາວໄດ້ຮັບການຟ້ອງຮ້ອງ
ລະຫວ່າງ ສາມີກັບພັນລະຍາຫຼາຍກວ່າ 16,000 ກໍລະນີ.

ເພາະສະນັ້ນ ດ້ວຍການປະກອບສ່ວນຂອງ UNDP ຮ່ວມກັນກັບ ສະຫະພາບຢູໂຣບ
ແລະສະຫະລັດ ໃນຄັ້ງຫຼ້າສຸດນີ້ ກໍເຮັດໃຫ້ ທາງການລາວແລະຄູ່ຮ່ວມພັດທະນາ ທັງ 3
ພາກສ່ວນດັ່ງກ່າວ ມີຄວາມເຊື່ອໝັ້ນວ່າ ລະບົບກົດໝາຍ ແລະ ການບັງຄັບໃຊ້ກົດໝາຍ
ໃນລາວ ຈະມີຄວາມຍຸດຕິທຳ ແລະ ມີປະສິດທິພາບສູງຂຶ້ນ ຢ່າງຕັ້ງໜ້າ.

XS
SM
MD
LG