ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສໍາພາດແມ່ຍິງລາວ-ອາເມຣິກັນ ຢູ່ໃນ 3 ລັດ ທີ່ໃຫ້ຄົນປ່ອນເລືອກຕັ້ງ ປະທານາທິບໍດີ ທາງໄປສະນີ ໄດ້


ການສໍາພາດກັບທ່ານນາງທີນາ ມະຫາລາດ, ສະມາຊິກສະພາສູງປະຈໍາລັດໂອຮາຍໂອ

ການລະບາດຂອງພະຍາດໂຄວິດ-19 ທີ່ເພີ້ມຂຶ້ນນັບມື້ ຢູ່ໃນສະຫະລັດ ມາໄດ້ຫລາຍເດືອນແລ້ວນັ້ນ ເຮັດໃຫ້ການໂຄສະພາຫາສຽງ ແລະການເຄື່ອນໄຫວ ອື່ນໆ ໃນການເລືອກຕັ້ງຄັ້ງນີ້ ຕ້ອງໄດ້ປ່ຽນໄປຢ່າງຫລວງຫລາຍເພື່ອຫລີກລ້ຽງການໄປເຕົ້າໂຮມກັນຢ່າງແອອັດນັ້ນ. ເຊັ່ນດຽວກັນການປ່ອນບັດເລືອກຕັ້ງ ປະທານາທິບໍດີສະຫະລັດໃນວັນທີ 3 ພະຈິກ ຈະມາເຖິງນີ້ ກໍຕ້ອງໄດ້ປ່ຽນແປງໄປ ຊຶ່ງໃນນັ້ນ ບາງລັດກໍໃຫ້ປະຊາຊົນຜູ້ມີສິດປ່ອນບັດມີສອງທາງເລືອກ ຄືການປ່ອນບັດທີ່ສົ່ງຜ່ານທາງໄປສະນີ ແລະການໄປປ່ອນບັດດ້ວຍຕົນເອງ ຢູ່ສະຖານທີ່ປ່ອນບັດໃນມື້ເລືອກຕັ້ງນັ້ນ ສ່ວນບາງລັດໂດຍສະເພາະແມ່ນລັດ ທີ່ເຄີຍໃຊ້ລະບຽບການປ່ອນບັດເລືອກຕັ້ງຜ່ານທາງໄປສະນີມາແຕ່ດົນແລ້ວນັ້ນ ແມ່ນຍັງອະນຸຍາດ ໃຫ້ປ່ອນບັດໂດຍສົ່ງຜ່ານທາງໄປສະນີເທົ່ານັ້ນ. ບົວສະຫວັນ ຈະນໍາເອົາຄໍາຄິດ
ເຫັນກ່ຽວກັບບັນຫາດັ່ງກ່າວຂອງແມ່ຍິງ 3 ທ່ານ ທີ່ເປັນນັກການເມືອງ, ນັກກົດໝາຍ ແລະນັກທຸລະກິດລາວ-ອາເມຣິກາ ຢູ່ໃນ 3 ລັດ ຂອງສະຫະລັດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການລົງຄະແນນສຽງທາງໄປສະນີ ໄດ້ກາຍເປັນບັນຫາໂຕ້ແຍ້ງ ໃນໄລຍະສອງສາມເດືອນທີ່ຜ່ານມານີ້ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ໄດ້ພາໃຫ້ມີຄວາມເປັນຫ່ວງເລື້ອງຄວາມປອດໄພຂອງປະຊາຊົນ ໃນການໄປປ່ອນບັດເລືອກຕັ້ງ. ສະນັ້ນ ອີງຕາມການໃຫ້ສໍາພາດຂອງແມ່ ຍິງອາເມຣິກັນເຊື້ອສາຍ ລາວສາມຄົນ ທີ່ມາຈາກ 3 ລັດ ແລະສາມຂະແໜງອາຊີບດ້ວຍກັນແລ້ວ ກໍເຫັນວ່າ ລັດຂອງພວກເຂົາເຈົ້າແມ່ນພະຍາຍາມເຮັດໃຫ້ຄົນອາເມ ຣິກັນສາມາດ ປ່ອນບັດເລືອກຕັ້ງໄດ້ ໂດຍທີ່ມີຄວາມສ່ຽງໜ້ອຍທີ່ສຸດ. ໃນນັ້ນສອງລັດ ກໍຄືລັດໂອຮາຍໂອທີ່ຕັ້ງຢູ່ໃນກໍ້າຕາເວັນອອກສຽງເໜືອ ຂອງພາກ ຕາເວັນຕົກຕອນກາງ ຂອງປະເທດ ແລະ ລັດໄອໂອວາຊຶ່ງຕັ້ງຢູ່ໃນເຂດກ້ຳຕາເວັນຕົກຕອນກາງຂອງປະເທດຊຶ່ງ ໃນເມື່ອກ່ອນເຄີຍມີແຕ່ການປ່ອນບັດດ້ວຍຕົວເອງ ຢູ່ສະຖານທີ່ ປ່ອນບັດນັ້ນ ແມ່ນຈັດໃຫ້ຄົນມີທາງເລືອກສອງຢ່າງ ຄືການປ່ອນບັດແບບຜ່ານ ທາງໄປສະນີ ແລະການໄປປ່ອນບັດດ້ວຍຕົວເອງ. ເພື່ອຫລີກລ້ຽງການທີ່ມີຄົນໄປເຕົ້າໂຮມກັນແບບແອອັດນັ້ນ ທາງຄະນະກໍາມະການເລືອກຕັ້ງຂອງລັດດັ່ງກ່າວ ຍັງອະນຸຍາດໃຫ້ຄົນໄປປ່ອນບັດກ່ອນວັນເລືອກຕັ້ງອີກດ້ວຍ ຊຶ່ງເຮັດໃຫ້ມັນເປັນການສະດວກຫລາຍຢ່າງດັ່ງທ່ານນາງ ທີນາ ມະຫາລາດ ທີ່ ສັງກັດພັກເດໂມແຄຣັດ ແລະເປັນສະມາຊິກສະພາສູງຂອງລັດໂອຮາຍໂອເວົ້າ ເຖິງການຈັດໃຫ້ມີທາງເລືອກໃນການປ່ອນບັດໄດ້ແບບນີ້ວ່າ:

“One of the advantages is we will have a ballot drop box at all of our counties before the election locations. But, if you don't feel safe going in person 'cause we will still have early voting available in person, so if you don't feel safe going to vote early in person or going to the polls on the election day, you can request absentee ballots and drop the ballots on or before the election.”

“ຄວາມສະດວກອັນນຶ່ງ “ຂອງການປ່ອນບັດຜ່ານທາງໄປສະນີ ກໍຄືວ່າພວກເຮົາ ຈະມີ (ຕູ້ ຫຼືຫີບໄປສະນີ) ເພື່ອສົ່ງບັດລົງຄະແນນສຽງກຽມໄວ້ຢູ່ໃນທົ່ວທຸກເຂດເມືອງຫຼື ຄາວຕີກ່ອນຈະຮອດມື້ເລືອກຕັ້ງ. ແຕ່ວ່າ ຖ້າຫາກເຈົ້າບໍ່ຮູ້ສຶກປອດໄປ ທີ່ຈະໄປ ປ່ອນບັດດ້ວຍຕົນເອງ ພວກເຮົາ ກໍຍັງມີການປ່ອນບັດດ້ວຍຕົນເອງໄວ້ ໃຫ້ຄົນ ໄປປ່ອນໄດ້ກ່ອນວັນເລືອກຕັ້ງ. ສະນັ້ນ ຖ້າຫາກທ່ານຍັງຮູ້ສຶກບໍ່ປອດໄພທີ່ຈະໄປປ່ອນບັດດ້ວຍຕົນເອງ ກ່ອນວັນເລືອກຕັ້ງຢູ່ ຫຼື ໄປໜ່ວຍເລືອກຕັ້ງ ໃນວັນເລືອກຕັ້ງນັ້ນ ທ່ານກໍສາມາດຂໍເອົາບັດລົງຄະແນນສຽງທາງ ໄປສະນີ ຫລື absentee ballots ແລ້ວກໍໄປສົ່ງບັດລົງຄະແນນສຽງນັ້ນລ່ວງໜ້າ ຫລືຢູ່ໃນວັນເລືອກຕັ້ງນັ້ນ ກໍໄດ້.”

ແມ່ຍິງທັງສາມທ່ານນີ້ ລ້ວນແຕ່ເຫັນພ້ອມກັນວ່າ ການປ່ອນບັດທາງໄປສະນີນີ້ ນອກຈາກດີສໍາລັບຜູ້ປ່ອນບັດຊາວ ອາເມຣິກັນທີ່ມີຄວາມເປັນຫ່ວງຢ້ານການຕິດພະຍາດໂຄວິດແລ້ວ ມັນຍັງດີ ສໍາລັບພວກທີ່ບໍ່ສາມາດໄປປ່ອນບັດດ້ວຍຕົນເອງ ໄດ້ຍ້ອນຄາວຽກຄາການນັ້ນ ດັ່ງທີ່ ທານນາງ ຈັນພອນ ສິນລະປະໄຊ, ທະນາຍຄວາມດ້ານຄົນເຂົ້າເມືອງ ແລະ ເປັນເຈົ້າຂອງຮ່ວມບໍລິສັດກົດໝາຍແຫ່ງນຶ່ງ ໃນລັດອໍເຣກອນຢູ່ ທາງພາກຕາເວັນ ຕົກສຽງເໜືອຂອງປະເທດ ທີ່ເປັນລັດນຶ່ງ ທີ່ມີລະບຽບການໃຫ້ ຄົນປ່ອນບັດ ເລືອກຕັ້ງຜ່ານທາງໄປສະນີມາ ແຕ່ດົນນານແລ້ວນັ້ນ ເວົ້າເຖິງ ການປ່ອນບັດ ເລືອກຕັ້ງຜ່ານທາງໄປສະນີ້ວ່າ:

“It's one of the most powerful tools. why? Because not being able to vote by Mail, who does it undercut? The poor who can't leave their job right? Yes, if you say you can only vote Mondays through Fridays between 8:00 to 5:00, and everyone else who's working class. I'm not talking about immigrants, I'm talking bout just everybody. OK, so many people. So Oregon has always had a vote by Mail for all our elections, and it's worked wonderfully.”

“ມັນເປັນເຄື່ອງມືທີ່ມີອິດທິພົນທີ່ສຸດ. ເປັນຫຍັງຈຶ່ງວ່າ ຈັ່ງຊັ້ນ? ເພາະວ່າ ການບໍ່ສາມາດປ່ອນບັດຜ່ານທາງໄປສະນີໄດ້ນັ້ນ ມັນຕັດຄົນຜູ້ໃດອອກ? ກໍແມ່ນຄົນທຸກຈົນທີ່ບໍ່ສາມາດອອກຈາກວຽກ ຈາກການໄປ ໄດ້ ແມ່ນບໍ່? ແມ່ນ, ຖ້າເຈົ້າເວົ້າວ່າ ເຈົ້າສາມາດໄປປ່ອນບັດໄດ້ຕັ້ງແຕ່ວັນຈັນ ຫາວັນສຸກໃນລະຫວ່າງ 8 ໂມງເຊົ້າ ຫາ 5 ໂມງແລງ, ແລະຄົນອື່ນໆ ແມ່ນ ເປັນຊົນຊັ້ນກໍາມະກອນ. ຂ້າພະເຈົ້າບໍ່ໄດ້ເວົ້າເຖິງພວກຄົນເຂົ້າເມືອງ, ຂ້າພະ ເຈົ້າເວົ້າເຖິງທຸກຄົນ. ສະນັ້ນ ລັດອໍເຣກອນ ມີແຕ່ໃຫ້ຄົນປ່ອນບັດ ທາງໄປສະນີ ສໍາລັບທຸກການເລືອກຕັ້ງຂອງພວກເຮົາ ແລະມັນກໍໃຊ້ໄດ້ຜົນ ເປັນຢ່າງດີເລີຍ.”

ແຕ່ຢ່າງໃດກໍຕາມ ການປ່ອນບັດທາງໄປສະນີ ຍັງເຮັດໃຫ້ມີຫລາຍຄົນໂດຍ ສະເພາະໃນກຸ່ມຄົນໄວກາງຄົນແລະອາຍຸແກ່ກວ່ານັ້ນ ທີ່ອາໄສຢູ່ໃນລັດທີ່ບໍ່ ເຄີຍໃຊ້ວິທີການແບບນີ້ມາກ່ອນ ເຊັ່ນລັດໄອໂອວານັ້ນ ມີຄວາມ ເປັນຫ່ວງໃນຫລາຍດ້ານ. ທັງນີ້ກໍເພາະວ່າ ການຂາດແຄນງົບປະມານສໍາລັບລະ ບົບໄປສະນີທີ່ ຍັງ ເປັນບັນຫາຖົກຖຽງກັນຢູ່ ຊຶ່ງອາດເຮັດໃຫ້ໄປສະນີບໍ່ສາມາດສົ່ງ ບັດລົງ ຄະແນນສຽງໃຫ້ທັນເວລາໄດ້ ດັ່ງການໃຫ້ສໍາພາດຂອງ ທ່ານນາງ ທີນາ ມະຫາ ລາດ ທີ່ເວົ້າວ່າ:

“My district is split 50-50 Republican and Democrat so I think that from Democrats they are excited to go vote in person, but they feel like their votes are going to be taken away from them because of the post office situation. But then again, I think somewhere Republicans they also feel the same that they're not going to vote because they if they can't vote in person they want don't want to vote at all. So it's a mixed climate because some young people like myself don't mind that.

“ໃນເຂດເລືອກຕັ້ງຂອງເມືອງຂ້າພະເຈົ້າແມ່ນແບ່ງກັນ 50-50 ລະຫວ່າງພວກສັງ ກັດພັກຣີພັບບລິກັນ ແລະພັກເດໂມແຄຣັດ ສະນັ້ນ ຂ້າພະເຈົ້າຄິດວ່າ ພວກທີ່ມາ ຈາກພັກເດໂມແຄຣັດແມ່ນມີ ຄວາມຕື່ນເຕັ້ນທີ່ຢາກໄປປ່ອນບັດເລືອກຕັ້ງ ດ້ວຍຕົວເອງ ແຕ່ເຂົາເຈົ້າຮູ້ສຶກວ່າ ຄະແນນສຽງຂອງເຂົາເຈົ້າຈະຖືກຄົນເອົາໄປ ຍ້ອນສະພາບການທີ່ເກີດຂຶ້ນກ່ຽວກັບໄປສະນີຢູ່ນັ້ນ. ແຕ່ຫາກວ່າ ພວກສັງກັດພັກ ຣີພັບບລິກັນ ຈໍານວນນຶ່ງ ກໍຄຶດຄ້າຍໆກັນອີກ ພວກເຂົາເຈົ້າຮູ້ສຶກແບບດຽວກັນວ່າ ເຂົາເຈົ້າ ຈະບໍ່ປ່ອນບັດເລີຍ ຖ້າຫາກເຂົາເຈົ້າບໍ່ສາມາດໄປປ່ອນບັດດ້ວຍຕົນເອງໄດ້. ສະນັ້ນ ບັນຍາກາດແມ່ນສັບສົນ ເພາະຄົນໜຸ່ມຈໍານວນນຶ່ງຄືກັນກັບຂ້າພະເຈົ້າ ນີ້ ແມ່ນບໍ່ມີບັນຫາຫຍັງດອກ.”

ທ່ານນາງອະທິບາຍອີກວ່າ ຕາມຄວາມຮູ້ສຶກຂອງຄົນ ອາເມຣິກັນບາງຄົນ ທີ່ເຫັນວ່າ ການປ່ອນບັດລົງຄະແນນສຽງທີ່ບໍ່ໄດ້ໄປປ່ອນໃສ່ກ່ອງປ່ອນບັດ ດ້ວຍຕົນເອງ ເໝືອນກັນກັບວ່າບໍ່ໄດ້ປ່ອນບັດເລີຍ ແລະມີບາງຄົນ ກໍບໍ່ເຊື່ອວ່າ ພະຍາດໂຄວິດ-19 ແມ່ນມີຈິງແທ້.

ເມື່ອເວົ້າເຖິງການປ່ອນບັດທາງໄປສະນີນີ້ ກໍມີບາງຄົນເຊັ່ນ ທ່ານດໍໂນລ ທຣຳ ປະທານາທິບໍດີສະຫະລັດ ຢືນຢັດວ່າການປ່ອນບັດໂດຍທາງໄປສະນີອາດຈະເຕັມໄປດ້ວຍການສໍ້ໂກງຄະແນນແລະບໍ່ມີຄວາມຍຸຕິທຳ ສຳລັບພັກຣີພັບບລີກັນຂອງທ່ານ. ແຕ່ວ່າ ສໍາລັບແມ່ຍິງລາວທັງສາມທ່ານນີ້ ບອກວ່າ ມັນເປັນໄດ້ຍາກທີ່ ຈະສໍ້ໂກງໄດ້ ດັ່ງທີ່ທ່ານນາງ ເພັນສີ ເພນນັກທຸລະກິດຂາຍປະກັນໄພທົ່ວໄປ ຈາກລັດໄອໂອວາທີ່ມີ ສັງກັດພັກຣີພັບບລິກັນຫລາຍ ເຖິງ 90 ເປີເຊັນໃຫ້ການອະ ທິບາຍເຖິງຄວາມໄວ້ວາງໃຈ ໄດ້ໃນການປ່ອນ ບັດທາງໄປສະນີນີ້ວ່າ:

ສະຫລຸບແລ້ວເຖິງແມ່ນວ່າ ມີຄວາມເປັນຫ່ວງກັນຢູ່ໃນຄົນບາງກຸ່ມໃນເລື້ອງ ຄວາມຖືກຕ້ອງຂອງການປ່ອນບັດຜ່ານທາງໄປສະນີຢູ່ກໍຕາມ ແຕ່ອີງຕາມ ຄໍາ ຄິດເຫັນຂອງແມ່ຍິງອາເມຣິກັນເຊື້ອສາຍລາວສາມທ່ານ ທີ່ເປັນນັກການເມືອງ, ນັກກົດໝາຍ ແລະນັກທຸລະກິດ ທີ່ກ່າວມາຂ້າງເທິງນັ້ນແລ້ວແມ່ນເຫັນ ວ່າມັນແມ່ນເປັນທາງເລືອກທີ່ດີ, ສະດວກ ແລະປອດໄພສໍາລັບທຸກຄົນ.

XS
SM
MD
LG