ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການດໍາລົງຊີວິດຂອງ ສະຕີລາວ-ອາເມຣິກັນ ໃນປະເທດຄູເຫວດ


ທ່ານນາງ ສະຫງ່າ ກັບສາມີ ທ່ານ Ken Sniffen.
ທ່ານນາງ ສະຫງ່າ ກັບສາມີ ທ່ານ Ken Sniffen.
ປະ​ເທດ ຄູ​ເຫວດ ​ຕັ້ງ​ຢູ່ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ​ຂອງ​ແຫລມ
ອາ​ເຣບຽນ ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ ​ເອ​ເຊຍ. ​ຊາຍ​ແດນ​
ຝັ່ງ​ທະ​ເລກໍ້າ​ຕາ​ເວັນ​ອອກ ​ຕິດ​ກັບອ່າວ​ເປີ​ເຊຍ ​ແລະ​ທິດໃຕ້​ຕິດ​
ກັບ ປະ​ເທດ ຊາ​ອຸ​ດີ ອ​າ​ເຣ​ເບຍ ​ແລະ​ທິດ​ເໜືອ​ຕິດ​ກັບ ປະ​ເທດ
ອີຣັກ.

ຄໍາ​ວ່າ ຄູ​ເຫວດ ໜາຍ​ຄວາມ​ວ່າ “ປ້ອມຍາມ​ແຄມ​ທະ​ເລ” ເນື້ອທີ່
ຂອງ ຄູ​ເຫວດ ​ມີ​ຢູ່ 17,820ຕະລາງ​ກິໂລ​ແມັດ ​ເປັນ​ປະ​ເທດ​ນ້ອຍ​
ທີ່​ສຸດ​ປະ​ເທດ​ນຶ່ງ ແລະ​ມີ​ປະຊາກອນ​ຢູ່ 3 ລ້ານ 5 ​ແສນ​ຄົນ.

ຄູ​ເຫວດ ​ໄດ້​ ຄົ້ນ​ພົບບໍ່​ນໍ້າມັນ​ໃນ​ປີ 1930. ປັດ​ຈຸ​ບັນ​ນີ້ ​ແມ່ນ​ເປັນ
​ປະ​ເທດຜະລິດ​ນໍ້າມັນ ຫລາຍ​ອັນ​ດັບ 5 ຂອງ​ໂລກ ເພາະສະ​ນັ້ນ
ຈຶ່ງ​ເປັນ​ປະ​ເທດ​ທີ່ຮັ່ງມີ. ຄູ​ຫເວດ ເຄີຍ​ຢູ່​ພາຍ​ໃຕ້​ການ​ປົກຄອງ​
ຂອງອັງກິດ ມາ​ຕັ້ງ​ແຕ່ສະໄໝ ສົງຄາມ​ໂລກ​ຄັ້ງ​ທີ່ 1 ແລະ​ໄດ້​ຮັບ​
ເອກ​ກະລາດ ​ໃນ​ປີ 1961. ​

ໃນ​ປີ 1990 ຄູ​ເຫວດ ​ໄດ້​ຖືກ ​ເພື່ອນ​ບ້ານ ປະ​ເທດອີຣັກ​ ຮຸກ​ຮານ ​ແລະ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ການຄອບ​ຄອງ​ຂອງອີຣັກ ເປັນ​ເວລາ 7 ​ເດືອນ ​ຈຶ່ງ​ໄດ້​ຮັບ​ການ​ປົດ​ປ່ອຍໂດຍກໍາລັງ​ທະຫານຂອງສະຫະລັດ. ໃນ​ຊ່ວງ​ເວລາປົດ​ປ່ອຍ​ນັ້ນ ສາງ​ກັ່ນນໍ້າມັນ 773 ​ແຫ່ງ​ໄດ້​ຖື​ກ​ທະຫານອີຣັກ ເຜົາ​ຖີ້ມ ກ່ອນພວກ​ເຂົາ​ຈະ​ຖອນ​ອອກ​ຈາກ ຄູ​ເຫວດ ຊຶ່ງ​ໄດ້ສ້າງຄວາມ​ເສຍ​ຫາຍ​ຢ່າງ​ໜັກ ຕໍ່​ເສດຖະກິດ ​ແລະ​ສິ່ງ​ແວດ​ລ້​ອມ ​ແລະ​ຕ້ອງ​ໄດ້ມີ​ການປຸກ​ສ້າງ​ໃໝ່.

ຄູ​ເຫວດ ມີ​ສ​ອງລະດູ ຄືລະ​ດູ​ຮ້ອນ ​ແລະ​ລະດູ​ໜາວ ບໍ່​ມີຕົ້ນ​ໄມ້ຫລາຍ​ເພາະ​ເປັນ​ເຂດ​ທະ​
ເລ​ຊາຍ ມີ​ແຕ່​ຕົ້ນ​ຕານ​ເປັນ​ສ່ວນ​ໃຫຍ່. ການ​ໃຊ້​ນໍ້າຕ້ອງ​ໄດ້​ເອົານໍ້າ​ທະ​ເລ ທີ່ເປັນ​ນໍ້າ​ເຄັມ​
ນັ້ນ ມ​າ​ກັ່ນຕອງ​ໃຫ້ເປັນ​ນໍ້າ​ຈືດ ​ເພື່ອໃຊ້​ໃນ​ການ​ບໍລິ​ໂພ​ກ. ຊາວຄູ​ເຫວດ ​ນັບຖື​ສາສະໜາ
ອິສລາມ ຢ່າງ​ເຄ່ງຄັດ, ​ເຂົາ​ເຈົ້າ​ບໍ່​ດື່ມ​ເຫລົ້າ ບໍ່​ກິນໝູ. ​ຮູບ​ເງົາ​ຕ່າງໆ ​ແລະນິຕິ​ຍະ​ສານ​ຕ່າງໆ ​ທີ່​ມີ​ຮູບ​ພາບ​ກ່ຽວ​ກັບ​ທາງ​ເພດ ທີ່ນໍາ​ເຂົ້າ​ມາ​ໃນ​ຄູ​ເຫວດ ​ແມ່ນຈະ​ຕ້ອງ​ຖືກກວດກາ
ຢ່າງ​ເຂັ້ມງວດ ແລະຖືກ​ຍຶດ. ​ແມ່ຍິງ​ແມ່ນ​ຖືກ​ຈໍາກັດ​ຮັດ​ແຄບ​ສິດ​ເສລີພາບ​ຫລາຍ​ຢ່າງ ເປັນ​ຕົ້ນ​ວ່າບໍ່​ໃຫ້​ຕີ​ສະ​ເໝີ​ຜູ້​ຊາຍ ຫລື​ເຂົ້າ​ສັງຄົມ​ດຽວ​ກັບ​ຜູ້​ຊາຍ ນອກຈາກ​ພີ່ນ້ອງ ຄື​ກັບປະ​ເທດ​ມຸສລິ​ມ ສ່ວນ​ໃຫຍ່ ຊຶ່ງ​ເປັນ​ສັງຄົມ​ທີ່​ຈໍາກັດ​ຮັດ​ແຄບ​ຫລາຍ ຖ້າ​ສົມ​ທຽບກັບປະ​ເທດ​ຕາ​ເວັນ​ຕົກ. ​ແຕ່​ກໍ​ມີສະ​ຕີ​ລາວ​ຄົນ​ນຶ່ງ​ ທີ່​ດໍ​າລົງ​ຊີວິດ ຢູ່​ໃນ​ປະ​ເທດ​ຄູ​ເວດ ມາ​ສິບ​ປາຍ​ປີ​ແລ້ວ.

ສະຕີ​ລາວ​ຜູ້​ນີ້ຊື່ວ່າ ທ່ານ​ນາງ ສະຫງ່າ ​ເກີດ​ທີ່​ບ້ານ​ທາດ​ຂາວ ອະດີດ​ນັກ​ສຶກສາລາ​ວ ຮຽນ​ຈົບປະລິນຍາ​ຕີ ຝ່າຍ​ຄະນິດສາດ ຈາກ​ມະຫາວິທະ​ໄລລັດ​ຮາ​ວາຍ ໃນ ​ປີ 1975. ຫລັງ​ຈາກ​ໄດ້ມີ​ການ​ປ່ຽນ​ແປງ ລະ​ບອບ​ການ​ປົກຄອງໃນ​ປະ​ເທດ​ລາວ ທ່ານ​ນາງ ສະຫງ່າ ​ໄດ້​ດໍາລົງ​ຊີວິດຕໍ່​ຢູ່​ໃນລັດ​ຮາ​ວາຍ. ໃນ​ປີ 1976 ທ່ານນາງໄດ້​ສ້າງ​ຄອບ​ຄົວ​ກັບ​ຄົນອາ​ເມຣິກັນ ທ່ານ Ken Sniffen​. ຫລັງ​ຈາກ ​ນັ້ນ ທ່ານ​ນາງ ສະຫງ່າ ໄດ້ຕິດຕາມ​ສາມີ​ ໄປ​ຢູ່​ປະ​ເທດ​ໄທ ​ເປັນ​ເວລາ​ສອງ​ປີ ​ແລ້ວ ກັບ​ຄືນ​ມາ ສະຫະລັດ. ​ສາມີ ທ່ານ Ken Sniffen ເປັນ​ເຈົ້າ​ໜ້າ​ທີ່​ ບໍລິສັດ​ນໍ້າມັນ Chevron ​ແລະໄດ້ຖືກສົ່ງໄປປະຕິບັດ​ງານ​ຢູ່ ປະ​ເທດ​ຄູ​ເຫວດ ຕັ້ງ​ແຕ່​ປີ 1998 ຈົນເທົ່າເຖິງ​ປັດຈຸ​ບັນ.

​ທ່ານ​ນາງ ສະຫງ່າ ​ແລະ​ສາມີ ດໍາລົງ​ຊີວິດ ​ຢູ່​ເມືອງ Mina Az-Zour, Al Hamadi ຊຶ່ງ​ເປັນ​ເມືອງບ່ອນ​ຕາກ​ອາກາດ ຢູ່​ແຄມທະ​ເລ​ຊາຍ​ ຫ່າງ​ຈາກ​ເມືອງ​ເອກ Kuwait 100 ກິ​ໂລ​ແມັດ ​ແລະ ຕິດກັບ​ຊາຍ​ແດນ ຂອງປະ​ເທດ ຊາອຸດີ ອາ​ເຣ​ເບຍ. ທ່ານ​ນາງ ສະຫງ່າ ​ເລົ່າເຖິງຊີວິດ​ການ​ເປັນ​ຢູ່ ປະ​ເພນີ ​ແລະ ຄວາມ​ແຕກ​ຕ່າງ ຫລາຍ​ຢ່າງ ສູ່ຟັງວ່າ:
please wait

No media source currently available

0:00 0:10:29 0:00
ລິງໂດຍກົງ



ທ່າ​ນນາງ ສະຫງ່າ ​ແລະ​ສາມີ ​ເປັນ​ປະຊາກອນອາ​ເມຣິກັນ ​ເຖິງ​ແມ່ນ​ວ່າຄອບຄົວ​ຂອງ​ ທ່ານ​ນາງ
ຈະ​ຢູ່​ນອກ​ປະ​ເທດ​ກໍ​ຕາມ ​ແຕ່​ກົດໝາຍ​ສະຫະລັດ ​ໄດ້​ອະນຸຍາດ​ໃຫ້ ພົນລະ​ເມືອງສະຫະ
ລັດ ທຸກໆ​ຄົນ ທີ່​ມີ​ສິດ​ປ່ອນ​ບັດເລືອກ​ຕັ້ງ​ເອົາ​ປະທານາທິບໍດີນັ້ນ ສາມາດສົ່ງ​ບັດ​ປ່ອນ​ເອົາ
ປະທານາທິບໍດີ​ ໄດ້ລ່ວງ​ໝ້າ. ທ່ານ​ນາງ ​ແລະ​ສາມີ ​ໄດ້​ຕິດຕາມ​ ​ການ​ໂຄສະນາ​ຫາ​ສຽງ​
ສໍາລັບ​ການ​ເລືອກ​ຕັ້ງ ປີນີ້​ມາໂດຍຕະຫລອດ ເຊ່ນດຽວ​ກັນ​ກັບ ປະຊາກອນອາ​ເມຣິກັນ ທີ່ຢູ່​ໃນ​ປະ​ເທດ.
XS
SM
MD
LG