ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອບຄົວຄົນລາວ ທີ່ມີພໍ່ລໍຖ້າ ເນລະເທດ ກັບໄປລາວ ອຸກອັ່ງໃຈ ຍິ່ງຂຶ້ນເມື່ອມີການປ່ຽນແປງກົດໝາຍ ຄົນເຂົ້າເມືອງມໍ່ໆ ມານີ້


ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະພາສີ (ICE) ລໍຖ້າເອົາຄົນທີ່ຖືກເນລະເທດ ຂຶ້ນເຮືອບິນ ເພື່ອສົ່ງກັບປະເທດ ຢູ່ສະໜາມບິນເມືອງ Houston ຂອງລັດເທັກຊັສ ໃນວັນທີ 16 ມິຖຸນາ, 2018.
ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະພາສີ (ICE) ລໍຖ້າເອົາຄົນທີ່ຖືກເນລະເທດ ຂຶ້ນເຮືອບິນ ເພື່ອສົ່ງກັບປະເທດ ຢູ່ສະໜາມບິນເມືອງ Houston ຂອງລັດເທັກຊັສ ໃນວັນທີ 16 ມິຖຸນາ, 2018.

ມາດຕະການຈໍາກັດຄົນເຂົ້າເມືອງ ຂອງລັດຖະບານປະທານນາທິບໍດີ ທຣໍາ ທີ່ອອກມາເມື່ອມໍ່ໆມານີ້ ໄດ້ເຮັດໃຫ້ປະຊາຄົມຊາວລາວຊຶ່ງນອນໃນປະຊາຄົມເອເຊຍຕາເວັນອອກສຽງໃຕ້ຢູ່ໃນສະຫະລັດ ເກີດຄວາມຫວັ່ນວິຕົກນັບມື້ ນັບເພີ້ມຂຶ້ນ. ທ່ານນາງ ລີນາ ເຣດ ທີ່ມີພໍ່ເປັນຜູ້ນຶ່ງຢູ່ໃນບັນຊີຄົນລໍຖ້າການເນ ລະເທດມາໄດ້ຊາວກວ່າປີແລ້ວນັ້ນ ເວົ້າວ່າ ສະພາບການດັ່ງກ່າວ ຍິ່ງເຮັດໃຫ້ ຄອບຄົວມີຄວາມກັງວົນໃຈຫຼາຍຂຶ້ນ. ບົວສະຫວັນມີລາຍລະອຽດກ່ຽວກັບເລື້ອງ ນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລັດຖະບານສະຫະລັດ ພາຍໃຕ້ການນໍາພາຂອງປະທານາທິບໍດີ ທຣໍາ ທີ່ໄດ້ຈັດ ເອົາ ສປປ ລາວເຂົ້າຢູ່ໃນລາຍຊື່ ຂອງບັນດາປະເທດປະເທດທີ່ບໍ່ຮັບເອົາຄົນທີ່ ຖືກສະຫະລັດເນລະເທດກັບຄືນໃນຕົ້ນປີ 2018, ແລະເມື່ອໝໍ່ໆມານີ້ກໍໄດ້ ອອກ ລະບຽບການຄັ້ງໃໝ່ ທີ່ຈໍາກັດການອອກວີຊາໃຫ້ແກ່ພົນລະເມືອງລາວເປັນ ຂັ້ນທີສອງ ເພື່ອເພີ້ມທະວີຄວາມກົດດັນຕໍ່ລັດຖະບານລາວ ໃຫ້ຮັບເອົາຄົນລາວ ທີ່ສ່ວນໃຫຍ່ບໍ່ມີສັນຊາດອາເມຣິກັນ ທີ່ຢູ່ໃນບັນຊີຄົນລໍຖ້າການເນລະເທດ ໂດຍ ບໍ່ກ່ຽວຂ້ອງວ່າ ເຄີຍໄດ້ກະທໍາຜິດຖານໃດໃນອະດີດ ແລະພົ້ນໂທດມາ ໄດ້ຫລາຍ ທົດສະວັດແລ້ວບໍ່ ຫລື ຫາກໍ່ກະທໍາຜິດໃໝ່ໆນີ້ກໍຕາມ. ການເພີ້ມທະວີ ຂໍ້ຈໍາ ກັດທາງວີຊາຮອບສອງດັ່ງກ່າວນີ້ ນອກຈາກມັນຈະມີຜົນກະທົບເຮັດໃຫ້ 2 ພັນຄົນທີ່ພວມລໍຖ້າວີຊາເຂົ້າມາຢູ່ນໍາຄອບຄົວໃນສະຫະລັດນັ້ນແລ້ວມັນຍັງອາດ ມີຜົນກະທົບຕໍ່ຊາວມົ້ງ ແລະລາວອາເມຣິກັນ 4,300 ຄົນ ທີ່ໄດ້ຮັບຄໍາສັ່ງຂັ້ນສຸດທ້າຍ ໃຫ້ເນລະເທດໄປລາວນັ້ນ ອີກດ້ວຍ, ອີງຕາມທ່ານນາງກວຽນ ດິນ, ຜູ້ອຳ ນວຍການໃຫຍ່ຂອງອົງການ SEARAC ຊຶ່ງ ເປັນອົງການຊ່ວຍປົກປ້ອງສິດທິ ພົນລະເຮືອນຂອງຊາວອາເມຣິກັນ ທີ່ມີເຊື້້ອສາຍເອເຊຍ ຈາກເຂດຕາເວັນອອກ ສຽງໃຕ້ ລວມທັງລາວ, ກໍາປູເຈຍ ແລະຫວຽດນາມ.

ນຶ່ງໃນຈໍານວນຄົນ ແລະຄອບຄົວທີ່ໄດ້ຮັບຄວາມເດືອດຮ້ອນຈາກສະພາບ ການປ່ຽນແປງທາງກົດໝາຍດັ່ງກ່າວນີ້ ກໍຄື ຄອບຄົວຂອງທ່ານນາງລີນາ ເຣດ, ພະນັກງານຢູ່ບໍລິສັດທີ່ປຶກສາທາງກົດໝາຍແຫ່ງນຶ່ງໃນນະຄອນສປຣິງຟຽວດ໌, ລັດແມສຊາຈູແຊັສ ທີ່ມີພໍ່ອາຍຸເກືອບຮອດ 70 ປີແລ້ວ ທີ່ເປັນຜູ້ນຶ່ງຮວມຢູ່ໃນ ບັນຊີບຸກຄົນລໍຖ້າການເນລະເທດມາໄດ້ປະມານ 26 ປີແລ້ວ. ທ່ານນາງ ເລົ່າສູ່ ຟັງວ່າ ພໍ່ຂອງຕົນໄດ້ອົບພະຍົບມາຢູ່ສະຫະລັດໃນປີ 1981 ແລ້ວຕົກມາປະມານ ປີ 1989 ເພິ່ນໄດ້ຖືກຈັບ ຍ້ອນມີອາວຸດຕ້ອງຫ້າມຢູ່ໃນຄອບຄອງໂດຍບໍ່ມີໃບອະ ນຸຍາດ ແຕ່ເພິ່ນກໍບໍ່ໄດ້ມີການກໍ່ຄວາມຮຸນແຮງແຕ່ຢ່າງໃດ ແລະ ເພິ່ນກໍໄດ້ຮັບໃຊ້ ໂທດໂດຍໄປຢູ່ໃນຄຸກ 5 ປີ ແລ້ວ. ຫລັງຈາກເພິ່ນອອກຈາກຄຸກມາໃນປະມານ ປີ 1994 ເພິ່ນກໍເປັນພົນລະເມືອງດີ ແລະກໍເຮັດການຢູ່ບໍລິສັດຜະລິດອຸປະກອນ ສ້າງພະລັງງານແສງຕາເວັນ ໄດ້ເກືອບຊາວກວ່າປີ. ເວົ້າລວມແລ້ວເພິ່ນກໍໄດ້ສ້າງ ຖານະອັນໝັ້ນຄົງຢູ່ນໍາຄອບຄົວ ຈົນມີເຮືອນ ສອງ ສາມຫລັງເປັນຂອງຕົນເອງ, ມີລູກ 6 ຄົນ ແລະມີຫລານ 10 ຄົນແລ້ວ. ແຕ່ວ່າ ນັບແຕ່ປີ 1994 ເປັນຕົ້ນມາ ພໍ່ ຂອງທ່ານນາງຕ້ອງໄດ້ເຂົ້າໄປຫາຫ້ອງການບໍລິການຄົນເຂົ້າເມືອງ ຢູ່ຕະຫຼອດ ຊຶ່ງ ທ່ານນາງເລົ່າສູ່ຟັງວ່າ:

ລໍາພັງແຕ່ໄດ້ຮັບຄໍາສັ່ງຖືກເນລະເທດ ກໍແມ່ນໄດ້ເຮັດໃຫ້ທັງຜູ້ກ່ຽວເອງ ແລະ ທຸກ ຄົນໃນຄອບຄົວຕ້ອງໄດ້ດໍາລົງຊີວິດຢູ່ກັບຄວາມບໍ່ແນ່ນອນແບບບໍ່ມີຈຸດໝາຍ ປາຍທາງໃນສະຫະລັດຫຼາຍຢູ່ແລ້ວ. ພາຍໃຕ້ສະພາບທີ່ມີການປ່ຽນແປງທາງກົດ ໝາຍ ແລະລະບຽບການຄົນເຂົ້າເມືອງຢູ່ເລື້ອຍດັ່ງໃນຊຸມປີມໍ່ໆມານີ້ ກໍຍິ່ງມີຜົນ ສະທ້ອນຕໍ່ທຸກຄົນໃນຄອບຄົວ ແລະເຮັດໃຫ້ເຂົາເຈົ້າຍິ່ງມີຄວາມກັງວົນໃຈເພີ້ມ ຂຶ້ນ ດັ່ງທີ່ທ່ານນາງເປີດເຜີຍຄວາມຮູ້ສຶກອອກມາ ສູ່ວີໂອເອຟັງວ່າ:

ທ່ານນາງລີນາທີ່ບອກວ່າ ພໍ່ຂອງທ່ານນາງໝົດສະຖານະພາບຢູ່ອາໄສຢ່າງຖາ ວອນຢູ່ໃນສະຫະລັດ ຍ້ອນຖືກຖອນ ບັດຂຽວຄືນ ໃນລະຫວ່າງ 3 ຫລື 4 ປີ ຫລັງນັ້ນຍັງສະແດງຄວາມເປັນຫ່ວງອອກມາອີກວ່າ:

ທ່ານນາງລີນາຜູ້ທີ່ມີພໍ່ມາອາໄສຢູ່ນໍາ ໄດ້ຫລາຍປີແລ້ວນັ້ນ ເລົ່າຕໍ່ໄປອີກວ່າ:

ອີງຕາມຂໍ້ຄວາມລັບສອງສະບັບ ຈາກປີ 2008 ແລະ 2009 ທີ່ຖືກເປີດເຜີຍ ກ່ອນໜ້ານີ້ ໂດຍອົງການເປີດເຜີຍຂໍ້ມູນຜິດກົດໝາຍທາງອອນໄລນ Wiki-Leaks ໄດ້ອະທິບາຍເຖິງຄວາມພະຍາຍາມຂອງສະຫະລັດ ແລະ ເຈົ້າໜ້າທີ່ ລາວ ເພື່ອເຮັດຂໍ້ຕົກລົງສົ່ງຄົນກັບຄືນປະເທດ. ເອກະສານຕ່າງໆໄດ້ສະແດງໃຫ້ເຫັນວ່າ ໃນເດືອນກຸມພາ 2009, ເຈົ້າໜ້າທີ່ສະຫະລັດສາມຄົນຈາກກະຊວງ ການ ຕ່າງປະເທດ ແລະ ອົງການ ICE ໄດ້ເດີນທາງໄປນະຄອນຫຼວງວຽງຈັນ ເພື່ອຊອກຫາວິທີຕ່າງໆ ທີ່ຈະສົ່ງຄົນລາວ ກັບຄືນປະເທດ. ຂໍ້ຄວາມຂອງກອງ ປະຊຸມໄດ້ເປີດເຜີຍວ່າ ປະເທດລາວ ໄດ້ຂໍຢ່າງຊໍ້າແລ້ວຊໍ້າອີກວ່າ ໃຫ້ຂໍ້ຕົກລົງ ການເນລະເທດດັ່ງກ່າວນັ້ນໄດ້ຮັບການເຈລະຈາເປັນລາຍບຸກຄົນໄປ, ໃນຂະນະທີ່ ສະຫະລັດຫວັງວ່າແຕ່ລະກໍລະນີນັ້ນອາດຖືກແກ້ໄຂໄດ້ພາຍໃນ 60 ວັນ. ແລະ ເມື່ອມໍ່ໆມານີ້ເມື່ອການລົງໂທດທາງດ້ານການອອກວີິຊາຕໍ່ລາວຮອບທີສອງນີ້ ຖືວ່າເປັນການເຄື່ອນໄຫວ ແບບທີ່ບໍ່ເຄີຍມີມາກ່ອນ ທີ່ເຮັດໃຫ້ລາວກາຍເປັນພຽງບໍ່ເທົ່າໃດປະເທດທີ່ໄດ້ຖືກລົງໂທດດ້ານວີຊາເຖິງສອງເທື່ອ, ອີງຕາມ ທ່ານນາງ ກວຽນ ດິນ.

ສະຫລຸບແລ້ວສະພາບການປ່ຽນແປງ ຂອງລະບຽບການເຂົ້າເມືອງຂອງສະຫະລັດ ໃນຊຸມປີຜ່ານມາ ໂດຍສະເພາະແມ່ນເມື່ອມໍ່ໆມານີ້ ເຮັດໃຫ້ປະຊາຄົມລາວໃນ ສະຫະລັດ ລວມທັງຜູ້ທີ່ມີສັນຊາດ ແລະບໍ່ມີສັນຊາດອາເມຣິກັນທີ່ມີສະມາຊິກ ຫລື ຫົວໜ້າຄອບຄົວຕົກຢູ່ໃນບັນຊີລາຍຊື່ຄົນທີ່ລໍຖ້າການເນລະເທດນັ້ນ ແມ່ນມີ ຜົນກະທົບທາງດ້ານສັງຄົມ, ຈິດໃຈ ແລະເສດຖະກິດຢ່າງໜັກໜ່ວງ.

ອ່ານສະຫລຸບຫຍໍ້ລາຍງານນີ້ເປັນພາສາອັງກິດຢູ່ລຸ່ມນີ້:

The Family of a Lao Man in the Waiting List for Deportation Expressed Concerns over the New Visa Regulations

The increase of Trump’s immigration restrictions during the past few years has made the families of those in the list of those received final orders for deportation increasingly worried. Lana Red whose father committed crime about three decades ago and has built a big family since he was released from jail about 26 years ago said that “it is very difficult for us all in the family to live in limbo, especially during the last few years. We don’t know what will happen to him every time he goes to immigration office every time.”

XS
SM
MD
LG