ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນອາເມຣິກັນ ເຊື້ອສາຍ ລາວ ຜູ້ເປັນແມ່ ສັ່ງສອນລູກສາວ ກ່ຽວກັບການໃຊ້ແອັປພລີເຄຊັ້ນ TikTok


ພາບນີ້ຖ່າຍເມື່ອວັນທີ 25 ກຸມພາ 2020, ສະແດງໃຫ້ເຫັນສັນຍາລັກຂອງ ແອັປພລີເຄຊັ້ນ TikTok ໃນນະຄອນ ນິວຢອກ.
ພາບນີ້ຖ່າຍເມື່ອວັນທີ 25 ກຸມພາ 2020, ສະແດງໃຫ້ເຫັນສັນຍາລັກຂອງ ແອັປພລີເຄຊັ້ນ TikTok ໃນນະຄອນ ນິວຢອກ.

ສາຍພົວພັນລະຫວ່າງ ຈີນ ກັບ ສະຫະລັດ ແມ່ນບໍ່ໄດ້ດີຂຶ້ນນັບຕັ້ງແຕ່ລັດຖະ ບານ ທ່ານ ທຣຳ ໄດ້ເຮັດສົງຄາມດ້ານການຄ້າກັບ ຈີນ ເປັນຕົ້ນມາ ແລະ ຫຼ້າສຸດນີ້ປະທານາທິບໍດີ ທຣຳ ໄດ້ຂົ່ມຂູ່ວ່າຈະປິດການໃຊ້ແອັບພລີເຄຊັ້ນ TikTok ທີ່ ເປັນຂອງບໍລິສັດ ຈີນ, ໂດຍອ້າງວ່າລັດຖະບານ ຈີນ ອາດໃຊ້ ແອັບພລີເຄຊັ້ນດັ່ງກ່າວເພື່ອລັກເອົາຂໍ້ມູນຂອງຜູ້ໃຊ້ຄົນ ອາເມຣິກັນ, ເຊິ່ງ ແອັບທີ່ວ່ານັ້ນແມ່ນໄດ້ຮັບຄວາມນິຍົມເປັນຢ່າງສູງໃນໝູ່ໄວລຸ້ນ ອາເມຣິກັນ.

ແອັບພລີເຄຊັ້ນ TikTok ແມ່ນຖືກໃຊ້ເພື່ອແລກປ່ຽນວິດີໂອການເຮັດກິດຈະກຳ ຕ່າງໆທາງອອນໄລນ໌ກັບຄົນອື່ນເຊັ່ນ ການເຕັ້ນ, ການສະແດງຄວາມຄິດເຫັນ, ກິລາ ແລະ ອື່ນໆ.

ມັນມີຄວາມສ່ຽງຕ່າງໆສຳລັບຜູ້ໃຊ້ເຊິ່ງລວມມີ ການເກັບກຳຂໍ້ມູນຂອງຜູ້ໃຊ້ໂດຍ TikTok, ການຕິດຕໍ່ກັບຄົນແປກໜ້າ ແລະ ການທ້າທາຍຕ່າງໆຈາກແອັບ ພລີເຄຊັ້ນດັ່ງກ່າວ ທີ່ອາດກໍ່ໃຫ້ເກີດອັນຕະລາຍຕໍ່ຮ່າງກາຍ.

ບັນດາຜູ້ປົກຄອງບາງຄົນຕ້ອງໄດ້ຕັກເຕືອນລູກຂອງເຂົາເຈົ້າ ກ່ຽວກັບ ການໃຊ້ TikTok, ເຊິ່ງໃນນັ້ນກໍແມ່ນຄົນ ອາເມຣິກັນ ເຊື້ອສາຍ ລາວ, ທ່ານນາງ ບີ ລີ, ທີ່ອາໄສຢູ່ເມືອງ ວູດບຣິຈ໌ ລັດ ເວີຈິເນຍ ທີ່ລາວໄດ້ໃຫ້ຄຳເຫັນ ກ່ຽວກັບ ການ ໃຊ້ TikTok ໂດຍລູກສາວຂອງລາວເປັນພາສາອັງກິດວ່າ

“ຂ້າພະເຈົ້າບໍ່ໄດ້ເປັນຫ່ວງ ກ່ຽວກັບ ວ່າລັດຖະບານ ຈີນ ຈະລັກໃຊ້ຂໍ້ມູນຂອງ ລູກສາວຂອງຂ້າພະເຈົ້າ, ແຕ່ຂ້າພະເຈົ້າກໍໄດ້ບອກລາວໃຫ້ລະວັງ ກ່ຽວກັບ ທຸກສິ່ງທີ່ລາວໃຊ້ ຫຼື ແອັບພລີເຄຊັ້ນທີ່ລາວໂຫຼດມາໃຊ້ ຫຼື ສື່ສັງຄົມທີ່ລາວໃຊ້. ຂ້າພະເຈົ້າໃຫ້ໃຊ້ຂໍ້ມູນໂປຣຟາຍ (Profile) ປອມ, ສະນັ້ນມັນຈຶ່ງບໍ່ເປັນຕົວຕົນ ທີ່ແທ້ຈິງຂອງລາວ.”

ຜູ້ໃຊ້ TikTok ໃນທົ່ວໂລກສະເລ່ຍມີປະມານ 600 ລ້ານກວ່າຄົນ ແລະ ປະມານ 165 ລ້ານຄົນໃນ ສະຫະລັດ,​ ອີງຕາມບໍລິສັດ Sensor Tower. ພວກໄວລຸ້ນໃຊ້ເວລາຫຼິ້ນ TikTok ມື້ນຶ່ງສະເລ່ຍປະມານຊົ່ວໂມງນຶ່ງ.

ລູກສາວຂອງທ່ານນາງ ບີ ລີ, ນາງ ຄິດທານາ ທີ່ຕອນນີ້ຮຽນຢູ່ວິທະຍາໄລແຫ່ງ ນຶ່ງໄດ້ກ່າວວ່າ
" I use TikTok mainly for entertainment purposes, lifestyle advice and also for cooking recipes. Other than that I don’t really use it as often as I did before. Now I probably use it once or twice a week."

ແປລາວ "ຂ້າພະເຈົ້າໃຊ້ TikTok ສ່ວນໃຫຍ່ເພື່ອຈຸດປະສົງຄວາມບັນເທີງ, ໃຫ້ ຄຳແນະນຳດ້ານການດຳລົງຊີວິດ ແລະ ບອກສູດອາຫານ. ນອກຈາກນັ້ນຂ້າ ພະເຈົ້າກໍບໍ່ໄດ້ໃຊ້ມັນຫຼາຍຄືແຕ່ກ່ອນ. ຕອນນີ້ຂ້າພະເຈົ້າໃຊ້ ຄົງຈະປະມານ 2 ຫຼື 3 ເທື່ອຕໍ່ມື້ດົນສຸດນຶ່ງຊົ່ວໂມງ."

ບໍລິສັດຮັກສາຄວາມປອດໄພທາງໄຊເບີ ໄດ້ພົບເຫັນຈຸດບົກຜ່ອນຂອງ TikTok ທີ່ມັນອາດເຮັດໃຫ້ພວກລັກເຈາະຂໍ້ມູນເຂົ້າຄວບຄຸມບັນຊີ TikTok, ຈັດການກັບຫົວຂໍ້ຂອງວິດີໂອ, ດາວໂຫຼດ ແລະ ລຶບວິດີໂອ ພ້ອມກັບເປີດເຜີຍຂໍ້ມູນສ່ວນຕົວ ເຊັ່ນອີເມລ.

XS
SM
MD
LG