ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໜຸ່ມມົ້ງ-ລາວ-ອາເມຣິກັນ ເຂົ້າຮ່ວມປະທ້ວງ ມື້ທີ 5 ແລ້ວ ຢູ່ລັດວິສຄອນຊິນ ເພື່ອຮຽກຮ້ອງ ຄວາມເປັນທໍາ


ພາບຂອງ ທ. ເອວະຣີ ທ້າວ, ໜຸ່ມອາເມຣິກັນທີ່ພໍ່ມີເຊື້ອສາຍມົ້ງ ແລະແມ່ເຊື້ອສາຍລາວ ຢືນຢູ່ໃກ້ຮູບປັ້ນວິລະບູລຸດທ່ານນຶ່ງໃນ ມ. ມີລວອກກີ, ລັດວິສຄອນຊິນ
ພາບຂອງ ທ. ເອວະຣີ ທ້າວ, ໜຸ່ມອາເມຣິກັນທີ່ພໍ່ມີເຊື້ອສາຍມົ້ງ ແລະແມ່ເຊື້ອສາຍລາວ ຢືນຢູ່ໃກ້ຮູບປັ້ນວິລະບູລຸດທ່ານນຶ່ງໃນ ມ. ມີລວອກກີ, ລັດວິສຄອນຊິນ

ຄ້າຍກັນກັບເມືອງອື່ນໆ ຢູ່ທົ່ວສະຫະລັດ ໃນແຕ່ລະມື້ ນັບແຕ່ແລງວັນສຸກຜ່ານມາ ພວກປະທ້ວງເກືອບຮອດພັນຄົນ ລວມທັງ ຊາວລາວ-ມົ້ງອາເມຣິກັນ ໄດ້ລົງສູ່ຖະໜົນຫົນທາງໃນເມືອງມີລວອກກີ ເມືອງໃຫຍ່ທີ່ສຸດໃນລັດວິສຄອນຊິນເພື່ອສະແດງຄວາມໂກດແຄ້ນກ່ຽວກັບການເສຍຊີວິດຂອງທ້າວຈອຣ໌ຈ ຟລອຍດ໌ ທີ່ ນະຄອນເມນິນອາໂປລິສ, ລັດເມນີໂຊຕາ ອີງຕາມການເປີດເຜີຍຂອງທ້າວ ເອວະຣີ ທ້າວ ຜູ້ທີ່ພ້ອມກັບຄູ່ຮັກທີ່ເປັນຄົນຜິວຂາວ ແລະໝູ່ຫລາຍຄົນທີ່ມີທັງຄົນ ຜິວຂາວຫລືເຊື້ອສາຍຢູໂຣບແລະເຊື້ອສາຍອາຟຣິກາ ທີ່ເຂົ້າຮ່ວມການປະທ້ວງ ມາເປັນມື້ທີ 4 ແລ້ວ. ທ້າວເອວະເຣີ ທ້າວ ອາຍຸ ຊາວກວ່າປີ ແລະເປັນນັກສຶກສາ ທີ່ມະຫາວິທະຍາໄລ ລັດວິສຄອນຊິນ - ເມືອງມີລວອກກີ ບອກວ່າ ລາວເຂົ້າ ຮ່ວມການເດີນຂະບວນປະທ້ວງທຸກມື້ ນັບແຕ່ເວລາປະມານ 5 ໂມງແລງ ໄປກາຍທ່ຽງຄືນໄປໂດຍບໍ່ໄດ້ສົນໃຈວ່າລາວຈະເຈັບຕີນຫລືອິດເມື່ອຍກໍຕາມ. ທັງນີ້ກໍເພາະວ່າລາວຢາກນໍາເອົາຄວາມຍຸຕິທໍາມາໃຫ້ທ້າວຟລອຍດ໌ແລະປະຊາຄົມ ຂອງຄົນທີ່ມີຜິວສີອື່ນໆທັງຫລາຍ ຢູ່ໃນປະເທດນີ້. ເມື່ອຖືກຖາມວ່າຄວາມຍຸຕິທໍານັ້ນ ໝາຍຄວາມວ່າແນວໃດລາວຕອບວ່າ:

ລິງໂດຍກົງ

“ສິ່ງສໍາຄັນທີ່ສຸດກໍຄືຕໍາຫລວດທີ່ຂ້າຈອຣຈ໌ ຟລອຍດ໌ ແລະຕໍາຫລວດຄົນອື່ນ ທັງໝົດ ຄວນຖືກຕິດຄຸກ. ຕໍາຫລວດທີ່ຂ້າຟລອຍດ໌ນັ້ນ ໄດ້ຖືກຕັດສິນວ່າ ພຽງແຕ່ວ່າເປັນຄາດຕະກອນຂັ້ນທີສາມເທົ່ານັ້ນ. ຄາດຕະກອ ນຂັ້ນທີສາມ ມີຄວາມໝາຍວ່າ ມັນເກີດຂຶ້ນໂດຍໃນນາທີນັ້ນໂລດ ໂດຍບໍ່ໄດ້ຕັ້ງໃຈເຮັດ. ຂ້ອຍຢາກໃຫ້ຜູ້ກ່ຽວຕິດຄຸກຕະຫລອດຊີວິດ”

ລາວເວົ້າຕໍ່ໄປອີກວ່າ:

ລິງໂດຍກົງ

“ຖ້າຊີວິດຂອງຊາວຜິວດໍາບໍ່ສໍາຄັນແລ້ວ ຊີວິດຂອງຄົນຜິວສີອື່ນກໍຈະບໍ່ມີຄວາມໝາຍຄືກັນ. ຂ້ອຍຢາກໃຫ້ມີຄວາມເປັນທໍາ, ຄວາມສະເໝີພາບແລະຄວາມສາ ມັກຄີ.”

ໃນການເດີນຂະບວນນັ້ນ ລາວບອກວ່າ ລາວໄປພົບໝູ່ແຕ່ລະມື້ຕາມຈຸດທີ່ນັດ ໝາຍກັນໄວ້ແລ້ວກໍຍ່າງຕາມຖະໜົນຫົນທາງຕ່າງໆ ເລາະຈາກພາກຕາເວັນ ອອກໄປຜ່ານຖະໜົນສາຍຕ່າງໆ ໃນພາກຕາເວັນຕົກທີ່ເປັນຄຸ້ມຢູ່ອາໄສສ່ວນ ໃຫຍ່ຂອງຊາວອາເມຣິກັນ-ອາຟຣິການັ້ນ. ສ່ວນແລງວັນອັງຄານ ກໍຄືນທີ 5 ຂອງການເດີນຂະບວນນັ້ນ ພວກປະທ້ວງມີແຜນທີ່ຈະຍ່າງຈາກພາກເໜືອລົງ ສູ່ພາກໃຕ້ຂອງເມືອງ.

ລາວບອກອີກວ່າ ລາວຈະສືບຕໍ່ເຂົ້າຮ່ວມການເດີນຂະບວນອັນນີ້ ຕາບໃດທີ່ມີການປະທ້ວງ ແລະລາວຄິດວ່າ ມັນຄົງດໍາເນີນຕໍ່ໄປເປັນຫລາຍອາທິດຈົນກວ່າວ່າ ຈະມີການນໍາເອົາຄວາມຍຸຕິທໍາມາໃຫ້ທ້າວຟລອຍ ແລະປ່ຽນແປງລະບົບ ປະຕິບັດງານ ຫລືລະບຽບການຂອງຕໍາຫລວດ ຊຶ່ງລາວຄິດວ່າ ມັກຈະທໍາປ່າ ເຖື່ອນ ຕໍ່ພວກອາເມຣິກັນເຊື້ອສາຍອາຟຣິກາ ຍ້ອນສີຜິວຂອງເຂົາເຈົ້າ. ລາວ ເວົ້າອີກວ່າ ລາວຮູ້ສຶກເສຍໃຈທີ່ເຈົ້າໜ້າທີ່ຕໍາຫລວດເຊື້ອສາຍມົ້ງ ຊື່ ຕູ ທ້າວ ທີ່ຢູ່ໃນເຫດການ ຢືນເບິ່ງເສີຍ ໃນເວລາທີ່ຕໍາຫລວດຜິວຂາວ ເດີເຣັກ ຊູວິນ ເອົາຫົວເຂົ່າໜີບຄໍຂອງ ທ້າວຟລອຍຜູ້ຖືກໃສ່ກັບມື ແລະນອນຢູ່ພື້ນກ້ອງຕີນ ລົດຄັນນຶ່ງນັ້ນ ໂດຍບໍ່ເຮັດຫຍັງ. ລາວຢາກໃຫ້ຊາວໂລກຮູ້ວ່າ ຄົນເຊື້ອສາຍ ມົ້ງບໍ່ເປັນແບບນັ້ນ ໝົດທຸກຄົນ.

ການປະທ້ວງຮຽກຮ້ອງໃຫ້ມີຄວາມຍຸຕິທໍາແກ່ຊາວຜິວດໍາຢູ່ໃນເມືອຊີອາໂຕ, ລັດວໍຊິງຕັນ
ການປະທ້ວງຮຽກຮ້ອງໃຫ້ມີຄວາມຍຸຕິທໍາແກ່ຊາວຜິວດໍາຢູ່ໃນເມືອຊີອາໂຕ, ລັດວໍຊິງຕັນ

ພ້ອມກັນນັ້ນ ທ່ານ ເພຍ ທ້າວ, ຊາວມົ້ງ-ອາເມຣິກັນ ຊຶ່ງເປັນພໍ່ຂອງທ້າວ ເອີຣີ ແລະມີນາມສະກຸນດຽວກັນກັບ ຕູ ທ້າວ, ທ່ານຮູ້ສຶກເສຍໃຈຫລາຍ ຕໍ່ເຫດການ ນັ້ນ. ແຕ່ຢ່າງໃດກໍຕາມ ທ່ານ ເພຍບອກວ່າ ເຖິງຈະມີນາມສະກຸນດຽວກັນ ກັບ ຕໍາຫລວດມົ້ງ-ອາເມຣິກັນ ໃນເມືອງມິນເນອາໂປລິສ ຄົນນັ້ນກໍຕາມ ທ່ານບໍ່ໄດ້ ເປັນພີ່ນ້ອງກັບລາວ. ທ່ານມີຄວາມຮູ້ສຶກເປັນຫວ່ງ ກ່ຽວກັບພີ່ນ້ອງຫລາຍຄົນທີ່ ເປັນຕໍາຫລວດຢູ່ໃນລັດເມເນໂຊຕາ ແລະລັດອື່ນໆທີ່ຄິດວ່າ ພວກເຂົາເຈົ້າຄົງມີ ຄວາມເສຍໃຈຫລາຍຕໍ່ເຫດການນີ້. ທ່ານສົ່ງຂໍ້ຄວາມ ມາຫານັກຂ່າວວີໂອເອວ່າ “ຂ້ອຍມີພີ່ນ້ອງຫລາຍຄົນທີ່ຢູ່ໃນເຄື່ອງແບບສີຟ້າ ແລະເປັນຫົວໜ້າຕໍາຫລວດ ຢູ່ ເມືອງແຝດ (ມີເນອາໂປລິສ ແລະແຊນທ໌ ພອລ) ແລະລັດອື່ນໆອີກ. ເຈົ້າສາ ມາດວາດພາບອອກບໍ່ວ່າ ເຂົາເຈົ້າຈະຮູ້ສຶກແນວໃດ?”

ທ່ານກ່າວຕໍ່ໄປອີກວ່າ “ເຖິງແມ່ນ ຕູ ທ້າວເປັນພີ່ນ້ອງຂອງຂ້ອຍ ຫລືບໍ່ກໍຕາມ, ຂ້ອຍກໍຍັງເຊື່ອໃນການປະຕິບັດຢ່າງຍຸຕິທໍາຕໍ່ຄົນ.”

ອ່ານສະຫລຸບຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້:

Young Hmong-Lao-American Joined the Protest in Milwaukee, WI for the 5th Day Calling for Justice

Avery Thao, a young Hmong-Lao-American college student, who shares the same last name as Tou Thao, Hmong-American police who was in the scene as George Floyd was killed, but did not have any actions, has joined the protests in Milwaukee, WI, for the 5th day calling for “justice, equality and unity”. He said that “If the black lives are not matter, no lives of people of color are matter”, and vowed to continue to be in protests until the justice is met and change in police practices happens.

XS
SM
MD
LG