ລິ້ງ ສຳຫລັບເຂົ້າຫາ

logo-print

ລູກສາວອົບພະຍົບລາວ ປະສົບຜົນສໍາເລັດ ໃນອາຊີບ ສະໜອງການດູແລສຸຂະພາບ ຂອງຄົນ ສູງອາຍຸ


ທ່ານນາງ Ann Ritmixay, ຖ່າຍຮູບຮ່ວມກັບລູກຊາຍຂອງລູກຄ້າ (ກາງ) ແລະພະນັກງານຮັບຜິດຊອບການຊ່ວຍເຫລືອ ແກ່ຄົນຊະລາທີ່ມີລາຍໄດ້ຕໍ່າ ຢູ່ເຂດເມືອງ Gwinnett ໃນລັດຈໍເຈຍ ໃນປີ 2017

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງແລງ ວັນພະຫັດມື້ນີ້ ພວກເຮົາຈະນໍາເອົາປະສົບການໃນການເຮັດອາຊີບໃນດ້ານທຸລະກິດສະໜອງການຊ່ວຍເຫລືອແລະດູແລຜູ້ສູງອາຍຸແລະຄົນເສຍອົງຄະຂອງທ່ານນາງແອນ ຣິດມີໄຊ, ທີ່ນະຄອນແອັດແລນຕາ, ລັດຈໍເຈຍ ຢູ່ທາງພາກໃຕ້ຂອງ ສະຫະລັດ. ເລື້ອງລາວຄວາມເປັນມາໃນການຕາມຫາ ແລະປະກອບອາຊີບໃນຝັນຂອງແມ່ຍິງອາເມຣິກັນເຊື້ອສາຍລາວຄົນນີ້ ຈະເປັນຄືແນວໃດນັ້ນ ຂໍເຊີນທ່ານໄປຮັບຟັງຈາກບົວສະຫວັນໄດ້ ໃນອັນດັບຕໍ່ໄປ.

ທ່ານນາງ ແອນ ຣິດມີໄຊ, ແມ່ຍິງຊາວລາວ-ອາເມຣິກັນ ກໍແມ່ນອົບພະຍົບ ຄົນນຶ່ງທີ່ໄດ້ພັດພາກຈາກບ້ານເກີດເມືອງນອນຂອງຕົນຢູ່ໃນແຂວງໄຊຍະບູລີ ພ້ອມກັບຄອບຄົວເພື່ອເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດຕັ້ງແຕ່ອາຍຸ 13 ປີ ເພື່ອ ຕາມຫາອິດສະລະພາບ ແລະອາຊີບແຫ່ງຄວາມຝັນຂອງຕົນ. ໃນທີ່ສຸດທ່ານນາງ ກໍປະສົບຜົນສໍາເລັດ ໃນການສະແຫວງຫາອາຊີບໃນຝັນຂອງຕົນ ທີ່ມີມາແຕ່ຕອ ນຍັງນ້ອຍທີ່ຢາກເປັນແພດໝໍ ຢູ່ໃນລະດັບໃດນຶ່ງ. ທ່ານນາງເປັນຮຸ້ນສ່ວນຜູ້ນຶ່ງ ຂອງບໍລິສັດເອກະຊົນ M & S ທີ່ມີພະນັກງານພັນກວ່າຄົນ. ເຖິງແມ່ນວ່າທ່ານ ນາງຈະບໍ່ໄດ້ເປັນແພດໝໍກໍຕາມ ແຕ່ວ່າ ທຸລະກິດທີ່ທ່ານນາງໄດ້ເຮັດມາເປັນເວ ລາ 10 ປີ ແລ້ວນັ້ນມັນກໍຄ້າຍຄືກັນກັບເປັນແພດເປັນໝໍ ເພາະມັນກ່ຽວຂ້ອງ ກັບການດູແລໃນດ້ານຕ່າງໆ ໃຫ້ແກ່ຄົນຊະລາ ແລະ ຄົນພິການຢູ່ໃນລັດຈໍເຈຍ ຊຶ່ງມັນກໍເຮັດໃຫ້ຜູ້ກ່ຽວ ມີຄວາມພາກພູມໃຈໃນຕົວເອງ ແລະອາຊີບຂອງຕົນ ຫລາຍ. ທຸລະກິດທີ່ທ່ານນາງມີຮຸ້ນສ່ວນຢູ່ນີ້ ສະໜອງການດູແລ ເຊັ່ນການ ອາບນໍ້າ, ທໍາຄວາມສະອາດຮ່າງ ກາຍ, ຊັກເຄື່ອງ ແລະ ນຸ່ງເຄື່ອງ, ເຮັດອາຫານແລະປ້ອນອາຫານ, ຮັກສາຄວາມສະອາດພາຍໃນບ່ອນຢູ່, ພາໄປຫາໝໍ ແລະ ຊື້ຢຸກຢາຫລື ອາຫານຕ່າງໆແກ່ບັນດາຜູ້ສູງອາຍຸ ແລະ ພິການທີ່ບໍ່ສາມາດຊ່ວຍຕົນເອງໄດ້ ໃນຈໍານວນ 2 ພັນກວ່າຄົນ ເປັນປະຈໍາ 7 ມື້ ຕໍ່ອາທິດ. ທຸລະກິດທີ່ວ່ານີ້ ເອີ້ນວ່າ ການຊ່ວຍເຫລືອດູແລຄົນຢູ່ເຮືອນ ຫລື (Home Care). ໃນນາມທີ່ເປັນຮຸ້ນສ່ວນຂອງບໍລິສັດເອກະຊົນ M & S ທ່ານນາງອະ
ທິບາຍ ກ່ຽວກັບທຸລະກິດດູແລຄົນຢູ່ເຮືອນ (Home Care) ເພື່ອໃຫ້ເຫັນວ່າ ມັນແຕກຕ່າງ
ກັນກັບການຊ່ວຍເຫລືອຢູ່ໃນເຮືອນຄົນຊະລາ ຫລື Nursing Home ຄືແນວໃດ ຊຶ່ງທ່ານນາງຊີ້ແຈງດັ່ງນີ້ວ່າ:

ທ.ນ. ແອນ ຣິດມີໄຊ (ສົ້ນສຸດເບື້ອງຂວາ) ໃນພິທີເປີດຫ້ອງການຂອງການບໍລິການຄົນຢູ່ເຮືອນແຫ່ງນຶ່ງ ໃນລັດຈໍເຈຍ
ທ.ນ. ແອນ ຣິດມີໄຊ (ສົ້ນສຸດເບື້ອງຂວາ) ໃນພິທີເປີດຫ້ອງການຂອງການບໍລິການຄົນຢູ່ເຮືອນແຫ່ງນຶ່ງ ໃນລັດຈໍເຈຍ

ບໍລິສັດທີ່ເຮັດທຸລະກິດນີ້ແມ່ນຮັບເອົາເງິນຊ່ວຍເຫລືອຄົນສູງອາຍຸ ແລະພິການ ຈາກລັດຖະບານກາງ ຊຶ່ງເອີ້ນວ່າ Medicaid ເພື່ອມາໃຊ້ຈ່າຍໃນການດູແລ ຊ່ວຍ ເຫລືອຄົນທີ່ມີຄວາມຕ້ອງການ ການຊ່ວຍເຫລືອທີ່ວ່ານີ້ ຢູ່ໃນເຮືອນຂອງຕົນ ຊຶ່ງລວມທັງການຈ້າງພະນັກງານແພດ ເຊັ່ນພະຍາບານ, ການເດີນທາງ ແລະການຂົນສົ່ງຕ່າງໆ ແລະການບໍລິການເຫລົ່ານີ້ແມ່ນອີງໃສ່ຄວາມຕ້ອງການຂອງຄົນໄຂ້ ຫລືຜູ້ໃຊ້ບໍລິການ ດັ່ງການອະທິບາຍຂອງທ່ານນາງແອນທີ່ເວົ້າວ່າ:

ທ.ນ. ແອນ ຣິດມີໄຊ ກັບທີມງານຖ່າຍຮູບຮ່ວມກັບຄົນປ່ວຍພິການທີ່ໃຊ້ການບໍລິການຄົນຢູ່ເຮືອນ
ທ.ນ. ແອນ ຣິດມີໄຊ ກັບທີມງານຖ່າຍຮູບຮ່ວມກັບຄົນປ່ວຍພິການທີ່ໃຊ້ການບໍລິການຄົນຢູ່ເຮືອນ

ໂຄງການ ແມ່ນສະໜອງການບໍລິການໃຫ້ແກ່ຊາວອາເມຣິກັນທີ່ຕ້ອງການການຊ່ວຍເຫລືອ
ທີ່ມີລາຍໄດ້ຕໍ່າ. ເພື່ອໃຫ້ໄດ້ຮັບການຊ່ວຍເຫລືອນີ້, ບັນດາຄົນຊະລາ ແລະພິການຈະຕ້ອງມີເງື່ອນໄຂຄົບຖ້ວນໃນການໄດ້ຮັບເງິນຊ່ວຍເຫລືອຈາກລັດຖະບານກາງຂອງສະຫະລັດພາຍໃຕ້ໂຄງການປະກັນໄພເມດິເຄດ (Medicaid) ຊຶ່ງໃນນັ້ນລັດຖະບານກາງຮັບຜິດຊອບໃນການຈ່າຍຄ່າດູແລ ສຸຂະພາບໃຫ້ແກ່ ຊາວອາເມຣິກັນຫລາຍລ້ານຄົນ. ມັນເປັນໂຄງການ ທີ່ຢູ່ພາຍໃຕ້ ການຄຸ້ມຄອງຂອງແຕ່ລະລັດທີ່ອີງໃສ່ຂໍ້ກໍານົດຂອງລັດຖະບານກາງ ດັ່ງທີ່ທ່ານ ນາງ ອະທິບາຍສູ່ຟັງວ່າ:

ລິງໂດຍກົງ
ທ.ນ. ແອນ ຣິດມີໄຊ ກັບຄົນປ່ວຍພິການຄົນນຶ່ງທີ່ໃຊ້ການບໍລິການດູແລຄົນຢູ່ເຮືອນ
ທ.ນ. ແອນ ຣິດມີໄຊ ກັບຄົນປ່ວຍພິການຄົນນຶ່ງທີ່ໃຊ້ການບໍລິການດູແລຄົນຢູ່ເຮືອນ

ທ່ານນາງເວົ້າເຖິງກົດລະບຽນທີ່ເຄັ່ງຄັດຂອງໂຄງການປະກັນໄພ ເມດິເຄດ (Medicaid) ນີ້ ສູ່ຟັງວ່າ:

ເພື່ອຢາກເປັນຮຸ້ນສ່ວນໃນທຸລະກິດໃນເລື້ອງການຊ່ວຍເຫລືອຢູ່ເຮືອນສໍາລັບຄົນຊະລາ ແລະພິການນີ້ ຈະຕ້ອງໄດ້ຮັບໃບອະນຸຍາດໃນການດໍາເນີນທຸລະກິດນີ້ ຊຶ່ງທ່ານນາງເລົ່າເຖິງການສອບເສັງ ແລະຂັ້ນຕອນຕ່າງໆ ກ່ອນຈະໄດ້ຮັບໃບ ອະນຸຍາດຢ່າງເຕັມສ່ວນສູ່ວີໂອເອຟັງວ່າ:

ນອກຈາກການຊອກຫາລູກຄ້າ ທີ່ເປັນຄົນມີຄວາມຕ້ອງການການຊ່ວຍເຫລືອໃນການດູແລ
ຢູ່ເຮືອນທີ່ມີເງື່ອນໄຂຄົບຖ້ວນຕາມກໍານົດຂອງໂຄງ ການເມດິ ເຄດແລ້ວ ຜູ້ປະກອບການນີ້
ຍັງຕ້ອງໄດ້ຊອກຫາພະຍາບານມາບໍລິການແກ່ ລູກຄ້າເຫລົ່ານັ້ນອີກດ້ວຍ ຊຶ່ງກໍເປັນອີກ
ຂັ້ນຕອນນຶ່ງ ທີ່ຕ້ອງໄດ້ມີ ການຄັດເລືອກ ເອົາຜູ້ທີ່ມີຄຸນນຸວຸດທິ ແລະປະສົບການຊຶ່ງທ່ານ
ນາງແອນ ອະທິບາຍກ່ຽວກັບ ເລື້ອງນີ້ສູ່ຟັງວ່າ:

ແມ່ຍິງຊາວເອເຊຍ- ອາເມຣິກັນຄົນນຶ່ງ (ຂວາ) ທີ່ເປັນຜູ້ນຶ່ງໄດ້ຮັບການບໍລິການພາຍໃຕ້ໂຄງການຂອງ ທ.ນ. ແອນ
ແມ່ຍິງຊາວເອເຊຍ- ອາເມຣິກັນຄົນນຶ່ງ (ຂວາ) ທີ່ເປັນຜູ້ນຶ່ງໄດ້ຮັບການບໍລິການພາຍໃຕ້ໂຄງການຂອງ ທ.ນ. ແອນ

ແຕ່ຢ່າງໃດກໍຕາມທ່ານນາງກໍເຫັນວ່າ ການບໍລິການຄົນຊະລານີ້ ຄວນຈະຂະຫຍາຍອອກຈາກ
ການບໍລິການໃຫ້ພຽງແຕ່ຊາວອາເມຣິກັນເຊື້ອສາຍອື່ນ ມາໃຫ້ແກ່ຊາວລາວ ທີ່ມີລາຍໄດ້ຕໍ່າ ແລະມາໃຫ້ພວກພິການອື່ນອີກດ້ວຍ ຊຶ່ງທ່ານນາງອະທິບາຍ ກ່ຽວກັບຂະຫຍາຍກິດຈະການແບບນັ້ນສູ່ວີໂອເອຟັງວ່າ:


ສໍາລັບເກນອາຍຸ ແລະສະພາບຮ່າງກາຍ ຫລືສະໝອງ ຂອງຄົນທີ່ຈະໄດ້ຮັບການຊ່ວຍເຫລືອ
ຢູ່ບ້ານ ຫລື Home Care ທີ່ບໍລິສັດຂອງທ່ານນາງກໍາລັງສະ ໜອງໃຫ້ຢູ່ນີ້ ແມ່ນມີຫລາຍຢ່າງ ສຸດແລ້ວແຕ່ເງື່ອນໄຂຂອງແຕ່ລະໂຄງການ ຊຶ່ງທ່ານນາງເລົ່າແບບຄ້າວໆ ສູ່ຟັງດັ່ງນີ້:


ທ່ານນາງແອນອະທິບາຍອີກວ່າ ອີງຕາມການສໍາຫລວດແລ້ວ ການດໍາເນີນທຸລະກິດ ໃນການດູແລຄົນຢູ່ເຮືອນນີ້ແບບນີ້ ແມ່ນຊ່ວຍລັດຖະບານສະຫະລັດ ປະຢັດເງິນໄດ້ຫລາຍກວ່າ ການໃຫ້ຄົນໄປຢູ່ໃນເຮືອນຄົນຊະລາ ຫລື Nursing Home. ສະນັ້ນ ມັນຈຶ່ງໄດ້ຮັບການສົ່ງເສີມຈາກລັດຖະບານກາງຫລາຍ. ສໍາລັບ ການແບ່ງປັນຜົນໃນລາຍຮັບນັ້ນ ແມ່ນອີງໃສ່ອັດຕາສ່ວນຮຸ້ນ ແລະຈໍານວນຄົນ ທີ່ເຂົ້າມາໃຊ້ບໍລິການ. ໃນຕອນໃໝ່ໆນັ້ນ ທ່ານນາງບອກວ່າ ມັນຂ້ອນຂ້າງ ຍາກ ເພາະຄົນບໍ່ເຂົ້າໃຈວ່າ ມັນຈະເປັນໂຄງການທີ່ບໍ່ໄດ້ເສຍຄ່າສໍາລັບຄົນທີ່ໃຊ້ ບໍລິການແບບນີ້.

XS
SM
MD
LG