ລິ້ງ ສຳຫລັບເຂົ້າຫາ

ວີໂອເອລາວ ລົມກັບ ຄອບຄົວທ່ານຄຳຜາຍ ວິໄລລັກ ເຈົ້າຂອງຟາມລ້ຽງໄກ່ ແລະລ້ຽງງົວ ທີ່ລັດອາແກນຊໍ


ທ່ານຄຳຜາຍ ວິໄລລັກ ເຈົ້າຂອງຟາມລ້ຽງງົວ ຢູ່ໃນລັດອາແກນຊໍ.

ສະບາຍດີທ່ານຢູ່ຟັງທີ່ເຄົາລົບ ກັບມາພົບ ກັບລາຍການຊີວິດຊາວລາວ ຂອງວີໂອເອ
ປະຈຳແລງວັນພະຫັດອີກຕາມເຄີຍ. ມື້ນີ້ ເຮົາຈະພາທ່ານໄປຟັງ ການໂອ້ລົມກັບ ທ່ານ
ຄຳຜາຍ ວິໄລລັກ ນັກກະສິກອນລາວ-ອາເມຣິກັນ ຢູ່ທີ່ ລັດອາແກນຊໍ. ທ່ານຄຳຜາຍ ໄດ້
ເດີນທາງເຂົ້າມາຕັ້ງຖິ່ນຖານຢູ່ນະຄອນລອສ ແອລເຈີລິສ ສະຫະລັດອາເມຣິກາ ໃນປີ
1981 ແລະໄດ້ເລີ້ມ ປະກອບວິຊາ ອາຊີບຫຼາຍໆຢ່າງ ກ່ອນທີ່ທ່ານແລະພັນລະຍາໄດ້
ຕັດສິນໃຈຍົກຍ້າຍມາຢູ່ລັດ ອາແກນຊໍ. ປັດຈຸບັນນີ້ທ່ານເປັນເຈົ້າຂອງທີ່ດິນກວ່າ 140
ເຮັກຕາ ເພື່ອເຮັດ ຟາມລຽງໄກ່ແລະລ້ຽງງົວ. ການໃຊ້ຊີວິດຂອງທ່ານຢູ່ໃນເຂດຊົນນະ
ບົດແຫ່ງນີ້ ເປັນຢ່າງໃດນັ້ນ ກິ່ງສະຫັວນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ສ່ວນນຶ່ງຂອງອຸບປະກອນໃຊ້ໃນການເຮັດຟາມ
ສ່ວນນຶ່ງຂອງອຸບປະກອນໃຊ້ໃນການເຮັດຟາມ

ເປັນເວລາກວ່າສີ່ທົດສະວັດທີ່ຜ່ານມາ ເວລາໄດ້ຫັນປ່ຽນຊີວິດຊາວອົບພະຍົບລາວ
ໂດຍທີ່ບໍ່ຄາດຄິດໄດ້ວ່າ ແຕ່ລະຄົນຈະຕົກຢູ່ໃນສະພາບການຢູ່ກິນຢ່າງ ໃດໃນບັ້ນປາຍ.
ຫຼາຍໆທ່ານໄດ້ປະສົບຜົນສຳເລັດຕ່າງໆນາໆ ແລະອີກສ່ວນ ນຶ່ງໄດ້ຮັບຄວາມຜິດຫວັງ
ກັບຊີວິດຫຼາຍຢ່າງ. ຫຼັງຈາກທ່ານຄຳຜາຍແລະພັນ ລະຍາ ໄດ້ໃຊ້ຊີວິດຢູ່ໃນເມືອງໃຫຍ່
ທີ່ມີຜູ້ຄົນອາໄສຢູ່ຢ່າງໜາແໜ້ນມາແລ້ວ ບັດນີ້ ພວກທ່ານໄດ້ພົບກັບຊີວິດທີ່ງຽບສະງົບ
ຢູ່ຊົນນະບົດຫ້ອມລ້ອມໄປດ້ວຍທຳມະຊາດ ແລະຢູ່ຫ່າງໄກຈາກໂຕເມືອງໃຫຍ່.

ຂົງເຂດພາກກາງຂອງສະຫະລັດ ອັນມີລັດອາແກນຊໍ ລັດແຄນຊັສ ແລະລັດ ໂອກລາ
ໂຮມາ ໄດ້ມີຊາວອາເມຣິກັນເຊື້ອສາຍລາວຈຳນວນນຶ່ງພາກັນມາຕັ້ງ ຊີວິດ ເຮັດຟາມ
ລ້ຽງໄກ່ ລ້ຽງງົວ ແລະແມ່ນແຕ່ຟາມປູກກັນຊາຢ່າງຖືກຕ້ອງ ຕາມກົດໝາຍ. ທ່ານຄຳ
ຜາຍ ວິໄລລັກ ອະດີດທະຫານກອງທັບແຫ່ງພະລາດ ຊະອານາຈັກລາວ ກໍແມ່ນອົບ
ພະຍົບລາວຄົນນຶ່ງ ທີ່ໄດ້ເດີນທາງ ເຂົ້າມາຕັ້ງ ຖິ່ນຖານໃໝ່ຢູ່ໃນສະຫະລັດດ້ວຍມືເປົ່າ
ໃນປີ 1981 ບັດນີ້ທ່ານເປັນເຈົ້າຂອງ ຟາມລ້ຽງໄກ່ ແລະລ້ຽງງົວ ທີ່ປະສົບຜົນສຳເລັດ.
ທ່ານຄຳຜາຍ ມີທີ່ດິນກວ້າງກວ່າ 140 ເຮັກຕາ ມີເຮືອນພັກ ຫລົກໄກ່ໃຫຍ່ສາມຫຼັງບັນ
ຈຸໄກ່ໄດ້ຫຼາຍພັນໂຕ ເພື່ອລ້ຽງສົ່ງໃຫ້ບໍລິສັດປາດຊີ້ນໄກ່.

ທ່ານຄຳຜາຍ ໄດ້ກ່າວເຖິງເບື້ອງຕົ້ນຂອງການລ້ຽງໄກ່ ຂາຍຂີ້ໄກ່ ເພື່ອເອົາ ເອົາເງິນ
ໄປຊື້ງົວມາລ້ຽງ ໃຫ້ອອກແມ່ແຜ່ລູກສູ່ ວີໂອເອ ຟັງດັ່ງນີ້

ສິ່ງທີ່ໜ້າສົນໃຈກ່ຽວກັບການລ້ຽງງົວກໍຄື ລ້ຽງງົວແມ່ໃຫ້ຫຼາຍກວ່າລ້ຽງງົວຜູ້ເພາະວ່າ
ງົວແມ່ເປັນຜູ້ຜະລິດລູກອອກມາ. ເຖິງແມ່ນວ່າງົວຜູ້ມີໜ້ອຍກວ່າງົວແມ່ກໍຕາມ ແຕ່ງົວ
ໂຕຜູ້ສາມາດປະສົມພັນກັບງົວແມ່ໄດ້ຫຼາຍໂຕ ແລະຜະລິດລູກອອກມາໃນ ແຕ່ລະປີ
ຕາມຈຳນວນຂອງງົວແມ່ ທີີມີຢູ່ນັ້ນ ຊຶ່ງທ່ານຄຳຜາຍ ອະທິບາຍສູ່ຟັງ ວ່າ:

ຈຳນວນນຶ່ງຂອງຝູງງົວ ທີ່ປ່ອຍໄວ້ໃນທົ່ງຫຍ້າ
ຈຳນວນນຶ່ງຂອງຝູງງົວ ທີ່ປ່ອຍໄວ້ໃນທົ່ງຫຍ້າ

ງົວໂຕແມ່ແມ່ນຊັບສົມບັດທີ່ມີຄຸນຄ່າຫຼາຍກວ່າງົວຜູ້ ແລະງົວໂຕຜູ້ ຈະຖືກນຳໄປປະ
ມູນຂາຍ ແລະລາຄາຂຶ້ນຢູ່ກັບນໍ້າໜັກຂອງງົວ ຊຶ່ງທ່ານຄຳຜາຍ ອະທິບາຍສູ່ ຟັງດັ່ງນີ້:

ລິງໂດຍກົງ

ການເປັນເຈົ້າຂອງຟາມ ກໍຄືການເປັນນາຍຕົນເອງ ມີຄວາມຮັບຜິດຊອບທຸກ ຢ່າງນັບ
ແຕ່ດູແລການລ້ຽງໄກ່ ແລະຈັບຕາເບິ່ງຝູງງົວທີ່ປ່ອຍໄວ້ຕາມທົ່ງຫຍ້າ. ນອກນັ້ນກໍມີເຄື່ອງ
ອຸບປະກອນທັນສະໄໝ ທີ່ຕ້ອງຮູ້ຈັກໃຊ້ ເພື່ອຊ່ວຍໃນການ ເຮັດວຽກຕ່າງໆເຊັ່ນການ
ໃຊ້ຈັກຕັດຫຍ້າ ຈັກກ່ຽວຫຍ້າ ລົດໄຖດິນ ແລະອື່ນໆ. ເພາະສະນັ້ນ ເລີິ້ມຈາກລະດູໃບ
ໄມ້ປົ່ງໃນເດືອນເມສາໄປຫາເດືອນຕຸລາ ທ່ານ ຄຳຜາຍ ຕ້ອງໄດ້ຕັດຫຍ້າ ຢູ່ເປັນປະຈຳ
ຖືກຈ້າງໃຫ້ໄປຕັດຫຍ້າໄວ້ໃຫ້ງົວກິນ ເພື່ອປັນສ່ວນແບ່ງກັນແລະຕັດໄວ້ໃຫ້ແກ່ຕົນເອງ
ເພື່ອໃຫ້ງົວກິນໃນລະດູໜາວ ຊຶ່ງທ່ານຄຳຜາຍ ໄດ້ກ່າວມ້ວນທ້າຍເຖິງຕອນນີ້ສູ່ ວີໂອເອ
ຟັງວ່າ:

ກໍ້ຫຍ້າໃຊ້ເຄື້ອງຈັກຕັດກອງໄວ້
ກໍ້ຫຍ້າໃຊ້ເຄື້ອງຈັກຕັດກອງໄວ້

ພໍຕົກມາເຖິງລະດູໜາວ ທ່ານຄຳຜາຍ ຈຶ່ງມີເວລາໄດ້ພັກຜ່ອນເລັກນ້ອຍ. ທ່ານ ແລະພັນ
ລະຍາ ຍານາງຄຳ ວິໄລລັກ ດຳເນີນທຸລະກິດ ວຽກງານດ້ວຍຕົນເອງ ຢ່າງເປັນອິດສະຫຼະ
ແລະເພິ່ງພໍໃຈກັບຜົນສຳເລັດໃນໄລຍະສີ່ທົດສະວັດທີ່ຜ່ານມາ.

ການຕັ້ງຊີວິດໃໝ່ ຂອງທ່ານຄຳຜາຍ ແລະຍານາງຄຳ ໄດ້ພິສູດໃຫ້ເຫັນເຖິງຄວາມມານະ
ອົດທົນຈາກການເລີ້ມຕົ້ນດ້ວຍມືເປົ່າ ລ້ຽງລູກເຕົ້າຈົນໃຫຍ່ແລະ ມີຄອບຄົວຂອງຕົນເອງ
ພ້ອມທັງມີຊັບສົມບັດ ແລະດິນດອນ ຕົກເປັນມູນຄ່າ ເກືອບລ້ານໂດລາ.

ເບິ່ງຄວາມເຫັນ (1)

ຟໍຣັມສະແດງຄວາມເຫັນ ກ່ຽວກັບເລື່ອງນີ້ ອັດແລ້ວ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG