ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການສະຫຼອງບຸນ ວັນຂອບຄຸນພະເຈົ້າ ຂອງ ປະຊາຄົມລາວ ໃນ ສຫລ


ອາຫານການກິນ ອົບໄກ່ງ່ວງ ໃນວັນ ສະຫລອງ ຂອບໃຈພະເຈົ້າ ອາທິດ ທີ່ສີ່ຂອງເດືອນພະຈິກ ຢູ່ໃນ ສະຫະລັດ ອາເມຣິກາ
ອາຫານການກິນ ອົບໄກ່ງ່ວງ ໃນວັນ ສະຫລອງ ຂອບໃຈພະເຈົ້າ ອາທິດ ທີ່ສີ່ຂອງເດືອນພະຈິກ ຢູ່ໃນ ສະຫະລັດ ອາເມຣິກາ
ມື້​ນີ້ ​ແມ່ນວັນ​ພະຫັດ ອາທິດ​ທີ່ສີ່ ຂອງເດືອນພະຈິກ ຊຶ່ງ​ຕາມ​ປະ​ເພນີ​ອະ​ເມຣິກັນ​ແລ້ວ ຈະ​ຖື​ເອົາ​ເປັນ​ມື້ ​ບຸນ Thanksgiving ຫລື​ບຸນ​ຂອບຄຸນ​ພະ​ເຈົ້າ ​ປະ​ຈໍາປີ ​ເພື່ອ​ສ​ະ​ເຫຼີ​ມສະຫລອງ​ກັນ​ມາໄດ້ເປັນ​ເວລາ​ຮ້ອຍ​ກວ່າ​ປີ​ແລ້​ວ ເພ​າະສະ​ນັ້ນ ລາຍ ການ​ຊີວິດຊາວ​ລາວໃນ​ຕ່າງ​ແດນ ​ຂອງ​ວີ​ໂອ​ເອແລງ​ມື້​ນີ້ ​ເຮົາ​ຈຶ່ງຈະຖື​ເອົາ​ໂອກາດ​ນີ້ ​ນໍາ​ເອົາ​ການ​ສໍາພາດກັບ​ຍາ​ນາງ ບຸນພັກ ພຸດ​ທະກຸນ ປະທານ ສະມາຄົ​ມຍິງ​ລາວ ​ໃນລັດ Rhode Island ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ພົບ​ປະ​ສັງ​ສັນກັບ​ສະມາຊິກ​ຄອບຄົວ ​ເພື່ອ​ຮັບ​ປະທານ​ອາຫານຮ່ວມ​ກັນ ສະຫລອງ​ບຸນດັ່ງກ່າວນີ້ ຊຶ່ງ ກິ່ງ​ສະຫວັນ ຈະ​ນໍາ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບຕໍ່​ໄປ​ນີ້.

Thanksgiving ເປັນບຸນຂອບຄຸນ​ພະ​ເຈົ້າ ​ຊຶ່ງ​ເປັນ​ບຸນປະ​ຈໍາປີ​
ສໍາຄັນ​ບຸນ​ນຶ່ງ ​ຂອງ​ປະຊາ​ຄົມ ອາ​ເມຣິກັນ ທີ່​ໄດ້​ສະຫລອງ​ກັນ
​ມາ​ເປັນ​ເວລາດົນກ​ວ່າ 200 ປີ​ແລ້ວ. ​ແຕ່ວ່າ​ ບຸນ​ດັ່ງກ່າວ​ນີ້ບໍ່​ໄດ້​ປະກາດ​ສະຫລອງ ຢ່າງ
ເປັນ​ທາງ​ການ​ຈົນ​ເຖິງ​ປີ 1863 ​ ໃນລະດູໃບ​ໄມ້​ຫລົ່ນ ຂອງວັນພະຫັດ ອາທິດທີ່​ສີ່ ເດືອນ
​ພະຈິກ. ເວລາ​ນັ້ນ ​ແມ່ນຕົກຢູ່ພາຍ​ໃຕ້ ການ​ປົກຄອງ​ຂອງ ປະທານາທິບໍດີ Abraham
Lincoln ປະທານາທິບໍດີ ຄົນທີ່ 16 ຂອງ​ສ​ະຫະລັດອາ​ເມຣິກາ​.

ກໍາ​ເໜີ​ດການ​ສະຫລອງບຸນວັນຂອບ​ຄຸນ​ພະ​ເຈົ້າ ​ໄດ້ເລີ້ມ​ມີ​ມາແຕ່​ປີ 1621 ເວລາ​ນັ້ນ ມີ
ນັກ​ສະ​ແຫວ​ງບຸນຊາວ​ອັງກິດ 102 ຄົນຊຶ່ງ​ເປັນກຸ່ມ​ທໍາ​ອິດ​ ທີ່​ພາກັນ​ເດີນທາງ​ ມາ​ເຖິງແຜ່ນ
ດິນ​ໃໝ່ ​ເພື່ອ​ສະແຫວ​ງຫາສິດ​ທິ ​ການນັບຖື​ບູຊາ ​ເຂົາ​ເຈົ້າ​ພາກັນເດີນທາງມາໂດຍ​ທາງ
ເຮືອ ທີ່​ມີ​ຊຶ່ວ່າ Mayflower ເປັນ​ເວລາ 66 ມື້​ຈຶ່ງ​ໄດ້ມາ​ຕົກ​ຢູ່​ແຜ່ນດິນໃໝ່ ທີ່ເຂດ​ນັ້ນ​ເອີ້ນ
​ກັນ​ໃນ​ປັດຈຸບັນນີ້ວ່າ​ເຂດ New England ຂອງສະຫະລັດ ອາ​ເມຣິກາ.

ຊາວອັງກິດ​ເຫລົ່າ​ນີ້ ໄດ້ມາຕັ້ງ​ບ້ານ​ໃໝ່ທີ່ຮູ້​ກັນ​ວ່າ Plymouth ຢູ່​ໃນລັດ
Massachusetts ທາງ​ພາກ​ຕ​ເວັນ​ອອກສຽງ​ເໜືອ​ຂອງ ສຫລ. ​ຈາກ​ການລ່ອງ​ເຮືອ ຜ່ານ​ມະຫາ​ສະ​ມຸດ ອັນ​ກວ້າງໃຫຍ່​ ​ເຂົາ​ເຈົ້າ ​ໄດ້​ປະສົບ​ກັບ​ຄວາມ​ອິດ​ເໝື່ອຍ ອ່ອນ​ເພຍ ໂຫຍ​ຫີ​ວ ​ແລະ​ປະ​ເຊີນໜ້າ​ກັບອາກາດ​ໜາວ. ຈໍານວນ​ນຶ່ງ ​ໄດ້​ເກີດ​ເຈັບ​ປ່ວຍຍ້ອນຂາດ​ອາຫານ ​ເປັນພະຍາດ ​ແລະໄດ້​ລົ້ມ​ຫາຍ​ຕາຍ​ໄປ​ເກືອບ​ເຄິ່ງນຶ່ງ ຂອງ​ປະຊາກອນ​ດັ່ງກ່າວ.

ຄອບຄົວ ປະຖັມມະວົງ ເຕົ້າໂຮມກັນ ໃນວັນ Thanksgiving ທີ່ເຂດເໜືອຂອງ ລັດ ເວີຈີເນຍ
SONY DSC
SONY DSC


ຊາວ​ອິນ​ເດຍ​ແດງ ຊົ​ນ​ເຜົ່າ​ທ້ອງ​ຖິ່ນ ​ໄດ້​ເຫັນຄວາມ​ຍາກ​ລໍາບາກ ​
ຂອງ​ຊາວ​ອັງກິດ​ເຫລົ່າ​ນີ້ ​ທີ່ບໍ່​ລື້ງເຄີຍກັບ​ສິ່ງ​ແວດ​ລ້​ອມໃໝ່
ສະນັ້ນຈຶ່ງ ພາກັນ ຊ່ວຍ​ສິດສອນນໍາພາ ​ຊາວ​ອັງກິດພວກ​ນັ້ນ ​ໃຫ້
ຮູ້ຈັກ​ປູກ​ໝາກ​ສາລີ ຫາ​ປາ​ຢູ່​ຕາມແມ່​ນໍ້າລໍາ​ເຊ ໂຮ່​ເນື້ອ ​ຈັບ​ໄກ່​
ງ່ວງປ່າ ມາ​ເປັນ​ອາຫານ ແລະ​ຫລີກ​ລ້ຽງ​ພືດ​ຕ່າງໆທີ່​ເປັນ​ພິດ. ​

​ເມື່ອ​ໄດ້ພົ້ນຈາກ​ຄວາມໂຫຍ​ຫີ​ວ ໃນ​ປີ​ຕໍ່​ມາ ຊາວ​ອັງ​ກິດ​ ​ຈຶ່ງໄດ້ພາກັນສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ຕໍ່ຊາວ​ອິນ​ເດຍ​ແດງດ່ັງກ່າວ ໂດຍເຊື້ອ​ເຊິ​ນ​ ​ເຂົາ​ເຈົ້າມາ​ຮ່ວມ​ຮັບ​ປະທານ​ອາຫານ ຈາກ​ຜົນ​ປູກ ທີ່​ ຊາວ​ອິນ​ເດຍ​ແດງ ໄດ້​ສິດສອນ ໃຫ້​ເຂົາ​ເຈົ້າ ພົ້ນ​ຈາກ​ຄວາມ​ອຶດ​ຢາກແລະ​
ລົ້ມ​ຫາຍ​ຕາຍ​ໄປນັ້ນ.

​ເພາະສະ​ນັ້ນ​ ວັນພະຫັດ ​ອາທິດທີ່​ສີ່ ເດືອນ​ພະຈິກ ​ທຸກໆ​ປີ ຈຶ່ງ​ໄດ້​ກາຍ​ມາ​ເປັນບຸນ​ Thanksgiving​ ​ຫລື​ວັນ​ຂອບຄຸນ​ພະ​ເຈົ້າ​ ແລະ​ຊາວ​ອິນ​ເດຍ​ແດງ​ນຳ​. ມື້​ນີ້ເປັນວັນພັກ​ລາດ​ຊະ​ການທົ່ວ​ປະ​ເທດ ​ຮ້ານ​ຄ້າ​ຕ່າງໆ​ປິດ​ລົງ ​ຖນົນ​ຫົນ​ທາງ​ງຽບ​ສະຫງັດ ​ແລະ​ພ້ອມ​ດຽວ​ກັນ ຢູ່​ຕາ​ມບ້ານ​ເຮື​ອນ ບັນດາສະມາຊິກ​ຄອບຄົວ ຍາດຕິ​ພີ່ນ້ອງ ໝູ່່​ເພື່ອນ​ທີ່ຢູ່ໃກ້ ​ແລະໃກ ​ເດີນທາງ​ມາ​ເຕົ້າ​ໂຮມ ​ພົບ​ພໍ້ ​ສັງ​ສັນຊຸມ​ແຊວ​ກັນຢ່າງ​ຄຶກຄື້ນ. ​

ປະ​ເພນີການ​ກິນອາຫານ ອັນສໍາຄັນ​ທີ່​ສຸດ​ຂອງວັນ Thanksgiving ນີ້ຕ້ອງມີ​ “​ອົບໄກ່
ງ່ວງ” ເພາະສະ​ນັ້ນ ​ໃນ​ຄໍາ​ຄືນ​ຂອງວັນ​ຂອບ​ໃຈ​ພະ​ເຈົ້າ​ນີ້ ວີ​ໂອ​ເອ ​ຈ່ຶງໄດ້​ຮັບ​ກຽດ​ສໍາ
ພາດ ຍານາງບຸນພັກ ພຸດທະ​ກຸນ ​ປ​ະທານ​ສະມາຄົມ​ຍິງ​ລາວ ​ໃນ ລັດ Rhode Island ຊຶ່ງ​ຢູ່ຫ່າງ​ຈາກ ນະຄອນ​ຫລວງ ວໍ​ຊິງ​ຕັນ ດີ.ຊີ ຂຶ້ນ​ໄປ 405 ​ ໄມ​ລ ຫລື 652 ກິ​ໂລ​ແມດ ​ໂດຍ
ຊ້ອງໜ້າ​ບັນດາ​ສະມາຊິກຄອບຄົວ ລູກ​ຫລານ ຍາດຕິ​ພີ່ນ້ອງ ທີ່ພາກັນ​ມາ​ເຕົ້າ​ໂຮມ​ກັນຢ່າ​ງຄັບຂັ່ງ ​ເພື່ອ​ຮັບ​ປະທານ​ອາຫານຮ່ວມ​ກັນ ດັ່ງ​ຍາ​ນາງ ບຸນ​ພັກ ໄດ້​ໂອ້​ລົມ​ກັບ ວີ​ໂອ​ເອ ດັ່ງ​ນີ້:
ລິງໂດຍກົງ


ທ່ານ ແລະທ່ານນາງ ພັນທະກຸນ ສະຫລອງວັນຂອບຄຸນພະເຈົ້າ
ທ່ານ ແລະທ່ານນາງ ພັນທະກຸນ ສະຫລອງວັນຂອບຄຸນພະເຈົ້າ

ອ້າງ​ອິງ​ຕາມ​ສະຖິຕິ​ຂອງ ກະ​ຊ່ວງ​ກະ​ເສດ​ ສະຫະລັດ ການ​ສະ
ຫລອງບຸນ Thanksgiving ​ແຕ່ລະ​ປີ ປະຊາກອນ ສະຫະລັດ
ພາກັນ​ບໍລິ​ໂພ​ກ ​ໄກ່ງ່ວງ ​ເຖິງ 40 ລ້ານ​ໂຕ. ປະຊາກອນ​
ລາວ-ອາ​ເມຣິກັນ ຜູ້ທີ່ໄດ້ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃນ ສະຫະລັດ
ອາ​ເມຣິກາ ​ໃນ​ຕອນ​ທ້າຍ​ຂອງ ສັດຕະ​ວັດ ທີ່ 20 ຂໍສະ​ແດງ​
ຄວາມຂອບ​ໃຈ ຕໍ່​ບັນດາພ​ະບູຣຸດ ​ທີ່​ໄດ້​ລິ​ເລີ້​ມແປງທາງ ອັນ​
ຍາກ​ລໍາບາກ ​ມາ​ສູ່​ຄວາ​ມຜາ​ສຸກ​ຂອງ​ຜູ້​ມາ​ລຸ່ນຫລັງ. ຂອບ​ໃຈ​
ສະຫະລັດ ອາ​ເມຣິກາ ທີ່​ໄດ້​ຮັບເອົາ ປະຊາກອນ ລາວ​ ເຂົ້າ​ມາ
​ຕັ້​ງຊີວິດ​ໃໝ່ ຂອບ​ໃຈ ທີ່ໄດ້​ຮັບ​ການ​ສຶກສາ​ສູງ ​ແລະ ຂອບ​ໃຈ​
ທີ່​ໄດ້​ຮັບ​ສິດ​ທິເສຣີພາບ ​ໃນ​ການ​ດໍາຣົງຊີວິດ​ທຸກໆ​ຢ່າງ.
XS
SM
MD
LG