ເປັນເວລາເກືອບນຶ່ງປີຜ່ານມາ ປະຊາກອນອາເມຣິກັນໃນທົ່ວ
ປະເທດ ໄດ້ຕິດຕາມການໂຄສະນາຫາສຽງເລືອກຕັ້ງເອົາປະ
ທານາທິບໍດີ ຊຶ່ງຈະມີການປ່ອນບັດໃນວັນອັງຄານ ທີ 6
ເດືອນພະຈິກ ຈະມາເຖິງນີ້.
ເກືອບວ່າຕັ້ງແຕ່ຕົ້ນປີມາແລ້ວ ບັນດາຜູ້ສະມັກເລືອກຕັ້ງ ໄດ້ພາກັນທຸ່ມເທເຫື່ອແຮງແລະ
ຊັບສິນ ໂຄສະນາຫາສຽງ ເພື່ອໃຫ້ໄດ້ຮັບການສະໜັບສະໜຸນຈາກບັນດາສະມາຊິກພັກຂອງຕົນ ຊຶ່ງໃນຂັ້ນຕົ້ນກໍແມ່ນເພື່ອໃຫ້ໄດ້ຖືກແຕ່ງຕັ້ງ ເປັນຜູ້ສະມັກເລືອກຕັ້ງປະທາ ນາທິບໍດີຕາງໜ້າພັກ ແລະຫລັງຈາກນັ້ນ ກໍແມ່ນໂຄສະນາຫາສຽງສະໜັບສະໜຸນ ເພື່ອໃຫ້ໄດ້ກ້າວໄປສູ່ໄຊຊະນະ ເປັນປະທານາທິບໍດີຄົນໃໝ່ ຫລືອີກສະໄໝນຶ່ງ ທີ່ຈະນໍາພາປະເທດຊາດ ຕໍ່ໄປອີກ 4 ປີ.
ໃນຂັ້ນຕອນການຄັດເລືອກເອົາຜູ້ສະມັກເລືອກຕັ້ງຕາງໜ້າພັກຣິພັບບລິກັນນັ້ນ ບັນດາຜູ້
ສະມັກແມ່ນໄດ້ໂຕ້ວາທີກັນມາເປັນລໍາດັບ ແລະບັດນີ້ ກໍເປັນທີ່ຮູ້ກັນແລ້ວວ່າ ທ່ານ Mitt Romney ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າພັກຣິພັບບລິກັນ ລົງແຂ່ງຂັນກັບ ທ່ານ Barack Obama ປະທານາທິບໍດີສະຫະລັດຄົນປັດຈຸບັນ ທີ່ສັງກັດຢູ່ໃນພັກເດໂມແກຣັທ.
ໃນໄລຍະນຶ່ງເດືອນ ກ່ອນມື້ປ່ອນບັດເລືອກຕັ້ງນັ້ນ ມັນເປັນປະເພນີທີ່ຜູ້ສະມັກເລືອກຕັ້ງ
ຈາກທັງສອງພັກການເມືອງໃຫຍ່ ຕ້ອງໄດ້ໂຕ້ວາທີກັນເພື່ອຊີ້ແຈງທັດສະນະຂອງຕົນກ່ຽວກັບບັນຫາຕ່າງໆ ທີ່ສໍາຄັນຕໍ່ບັນດາຜູ້ປ່ອນບັດ ເຊ່ນວ່າ ສະພາບເສດຖະກິດຂອງປະເທດ ການຫວ່າງງານ ການປິ່ນປົວສຸຂະພາບ ແລະນະໂຍບາຍການຕ່າງປະເທດ ທີ່ພົວພັນກັບ ຄວາມຢູ່ເຢັນເປັນສຸກຂອງປະຊາກອນສະຫະລັດ ແລະຄວາມສະຫງົບສຸກຂອງໂລກ.
ພາຍໃຕ້ບັນຍາກາດອັນຟົດເດືອດນີ້ ຊາວອາເມຣິກັນ ໄດ້ພາກັນຕິດຕາມນັ່ງຊົມ ການໂຕ້ວາທີທາງໂທລະພາບ ຄັ້ງທໍາອິດລະຫວ່າງທ່ານໂອບາມາ ກັບທ່ານ ຣອມນີ ໃນອາທິດແລ້ວນີ້. ໃນນັ້ນ ກໍແມ່ນໂຮມທັງສະມາຊິກປະຊາຄົມລາວ- ອາເມຣິກັນ ຊຶ່ງເປັນຜູ້ມີສິດປ່ອນບັດ ທີ່ໄດ້ພາກັນນັ່ງຟັງແລະຊົມຢ່າງຕັ້ງອົກຕັ້ງໃຈ ເພື່ອຈະໄດ້ເອົາຂໍ້ມູນເຫລົ່ານັ້ນ ປະກອບເຂົ້າໃນການຕັດສິນໃຈວ່າ ເຂົາເຈົ້າຄວນຈະປ່ອນບັດເອົາຜູ້ສະມັກຄົນໃດ.
ບາງຄົນທີ່ໄດ້ຕິດຕາມການໂຄສະນາຫາສຽງມາໂດຍຕະຫລອດ ກໍອາດໄດ້ຕັດສິນໃຈເລືອກແລ້ວ ແລະຮູ້ວ່າ ດ້ວຍເຫດ ຜົນອັນໃດ ເຂົາເຈົ້າຈຶ່ງຈະປ່ອນບັດເອົາຄົນໆນັ້ນ
ດັ່ງທ່ານຈະໄດ້ຟັງຄວາມເຫັນຂອງສາມທ່ານ ທີ່ໄດ້ໃຫ້ສໍາພາດແກ່ວີໂອເອ ຊຶ່ງມີທັງຜູ້
ທີ່ສັງກັດຢູ່ໃນພັກຣີພັບບລິກັນ ພັກເດໂມແກຣັທ ແລະບໍ່ໄດ້ສະໜັບສະໜຸນພັກໃດ
ໂດຍສະເພາະ.
ຄົນທໍາອິດ ທ່ານ ສັງທອງ ເທບພະລາຊົມພູ ອະດີດນາຍທະຫານ ກອງທັບແຫ່ງພະລາດຊະອານາຈັກລາວ ໄດ້ເຂົ້າມາຢູ່ສະຫະລັດໃນປີ 1986. ປັດຈຸບັນນີ້ ຕັ້ງຖິ່ນຖານຢູ່ເມືອງ Elgin ລັດ Illinois. ທ່ານໄດ້ສັນຊາດອາເມຣິກາ ໃນປີ 1993 ແລະໄດ້ເຂົ້າເປັນສະມາຊິກໃນ ພັກຣີພັບບລິກັນ. ທ່ານສັງທອງກ່າວວ່າ:
ຜູ້ມີສິດປ່ອນບັດອີກທ່ານນຶ່ງກໍຄື ທ່ານດອກເຕີ້ ບໍລິວົງ ຕາໂນວັນ ເຂົ້າມາຢູ່ສະຫະລັດອາເມຣິກາ ໃນຕົ້ນຊຸມປີ 1976 ປັດຈຸບັນນີ້ ຕັ້ງຖິ່ນຖານຢູ່ນະຄອນ Portland ລັດ Oregon. ທ່ານເປັນອະດີດເຈົ້າໜ້າທີ່ຝ່າຍຄຸ້ມຄອງເຂື່ອນຂອງລັດ ທີ່ອອກກິນເບ້ຍບໍານານແລ້ວ ທ່ານໄດ້ໃຫ້ທັດສະນະສ່ວນໂຕວ່າ:
ຜູ້ມີສິດປ່ອນບັດອີກຄົນນຶ່ງກໍຄື ທ່ານນາງ ບຸນເຮັ່ງ ອິນເວີຊິນ ເຂົ້າມາຢູ່ສະຫະລັດອາເມຣິ
ກາ ໃນປີ 1975 ກັບສາມີທີ່ເປັນຄົນອາເມຣິກັນ. ປັດຈຸບັນນີ້ ຕັ້ງຖິ່ນຖານຢູ່ເມືອງ Riverdale ລັດ Maryland. ທ່ານນາງໄດ້ເປັນສັນຊາດອາເມຣິກັນ ມາຕັ້ງແຕ່ປີ 1986 ແຕ່ບໍ່ໄດ້ເຂົ້າສັງກັດໃນພັກໃດ ໃນສອງພັກການເມືອງໃຫຍ່ນັ້ນ. ທ່ານນາງ ກ່າວວ່າ:
ປະຊາກອນອາເມຣິກັນ ຍັງມີເວລາອີກສາມອາທິດ ກ່ອນຈະຮອດມື້ປ່ອນບັດ ເລືອກຕັ້ງ ແລະຍັງຈະໄດ້ຟັງການໂຕ້ວາທີ ລະຫວ່າງຜູ້ສະມັກເລືອກຕັ້ງປະທາ ນາທິບໍດີ ແລະຮອງປະທານາທິບໍດີ ອີກຄົນລະນຶ່ງຄັ້ງ ກ່ອນທີ່ຈະໄດ້ຕັດສິນໃຈ ຢ່າງເດັດຂາດວ່າ ເຂົາເຈົ້າຄວນຈະປ່ອນບັດເອົາຄົນໃດ ໃຫ້ເປັນຜູ້ນໍາພາປະເທດ ໄປສູ່ຄວາມມັ່ງຄັ່ງສົມບູນ ແລະສັນຕິພາບ ທັງຢູ່ພາຍໃນປະເທດແລະເທິງເວທີໂລກ.