ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂຄວິດ-19 ເຮັດໃຫ້ທ່ານໝໍລາວ-ອາເມຣິກັນ ບາງຄົນເສຍລາຍຮັບ ຍ້ອນມີຄົນໄປໃຊ້ບໍລິການ ໜ້ອຍລົງ


ດຣ. ດາຣີນ ສີຣິ (ຂວາສຸດ), ເຈົ້າຂອງຄລີນິກແຫ່ງນຶ່ງໃນລັດອີລິນອຍ ທີ່ສະໜອງການປິ່ນປົວໂຣກພູມແພ້ ແລະຫອບຫືດ ຖ່າຍຮູບຮ່ວມກັບຄົນປ່ວຍທີ່ມາໃຊ້ບໍລິການກ່ອນການລະບາດຂອງໂຄວິດ-19
ດຣ. ດາຣີນ ສີຣິ (ຂວາສຸດ), ເຈົ້າຂອງຄລີນິກແຫ່ງນຶ່ງໃນລັດອີລິນອຍ ທີ່ສະໜອງການປິ່ນປົວໂຣກພູມແພ້ ແລະຫອບຫືດ ຖ່າຍຮູບຮ່ວມກັບຄົນປ່ວຍທີ່ມາໃຊ້ບໍລິການກ່ອນການລະບາດຂອງໂຄວິດ-19

ການລະບາດຢ່າງໜັກຂອງໄວຣັສໂຄໂຣນາ ທີ່ເປັນເຫດໃຫ້ຫຼາຍປະເທດ ທົ່ວໂລກ ລວມທັງສະຫະລັດມີການປິດການດໍາເນີນທຸລະກິດຕ່າງໆໄວ້ເປັນບາງ ສ່ວນ ຫລືປິດໄວ້ເກືອບໝົດ ນັບແຕ່ກາງເດືອນມີນາປີນີ້ມານັ້ນ ໄດ້ເຮັດໃຫ້ມີການປ່ຽນແປງໄປຢ່າງຫລວງຫລາຍ ຢູ່ໃນເກືອບໝົດທຸກຂົງເຂດວຽກງານ ແມ່ນ ແຕ່ໃນຂົງເຂດການແພດ ກໍຍັງມີຄົນຫວ່າງງານຫລືຖືກຕັດເງິນເດືອນລົງເຊັ່ນກັນ ໃນຂະນະທີ່ທ່ານໝໍແລະພະນັກງານແພດອື່ນໆທີ່ກວດພະຍາດໂຄວິດ-19 ແມ່ນ ບໍ່ພໍກັບຄວາມຕ້ອງການຢູ່ໃນບາງຂົງເຂດ. ດ້ວຍເຫດໃດຈຶ່ງເປັນເຊັ່ນນັ້ນບົວ ສະຫວັນ ຈະນໍາເອົາລາຍລະອຽດກ່ຽວກັບເລື້ອງນີ້ ທີ່ໄດ້ມາຈາກການສໍາ ພາດທ່ານໝໍລາວ- ອາເມຣິກັນຈໍານວນນຶ່ງ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການລະບາດຢ່າງໜັກຂອງໄວຣັສໂຄໂຣນາ ທີ່ເປັນເຫດໃຫ້ຫລາຍປະເທດທົ່ວໂລກ ໂດຍສະເພາະຢູ່ສະຫະລັດ ຕ້ອງໄດ້ປິດການດໍາເນີນທຸລະກິດຕ່າງໆ ໄວ້ ເປັນບາງສ່ວນ ຫລື ປິດໄວ້ເກືອບໝົດ ນັບແຕ່ກາງເດືອນມີນາ ປີນີ້ເປັນຕົ້ນມານັ້ນ ໄດ້ເຮັດໃຫ້ມີການປ່ຽນແປງໄປຢ່າງຫລວງຫລາຍຢູ່ໃນເກືອບໝົດທຸກຂົງເຂດວຽກງານ ຊຶ່ງພາໃຫ້ເກີດມີການຫວ່າງງານໃນຂະແໜງການຕ່າງໆ ຫຼາຍສິບລ້ານຄົນແລ້ວ ໃນເວລານີ້. ແມ່ນແຕ່ໃນຂົງເຂດການແພດ ກໍຍັງມີຄົນຫວ່າງງານຫລືຖືກຕັດເງິນເດືອນລົງ ໃນຂະນະທີ່ທ່ານໝໍແລະພະນັກງານແພດ ອື່ນໆ ທີ່ກວດພະຍາດ ແລະປິ່ນປົວພະຍາດໂຄວິດ-19 ແມ່ນບໍ່ພໍກັບຄວາມຕ້ອງການຢູ່ໃນຫລາຍເຂດ. ທັງນີ້ກໍເພາະວ່າມີຄົນປ່ວຍພະຍາດອື່ນທີ່ບໍ່ກ່ຽວຂ້ອງ ກັບພະຍາດໂຄວິດ-19 ໄປໃຊ້ບໍລິການໃນການດູແລແລະປິ່ນປົວສຸຂະພາບຈາກ ທ່ານໝໍໃນຄລີນິກຕ່າງໆ ຫລຸດລົງໃນໄລຍະທີ່ມີການລະບາດຢ່າງໜັກຂອງ ໂຄວິດ-19 ໃນສະຫະລັດ ຊຶ່ງເປັນປະເທດທີ່ນໍາໜ້າໂລກໃນດ້ານການມີກໍລະນີຄົນປ່ວຍ ແລະເສຍຊີວິດຍ້ອນພະຍາດນີ້.

ການສໍາຫລວດຂອງສະມາຄົມບໍລິຫານກຸ່ມການແພດ ຫລື Medical Group Management Association ທີ່ມີບັນດາທ່ານໝໍ ທີ່ດໍາເນີນທຸລະກິດແບບ ເປັນອິດສະຫຼະຂອງ ຕົນ 724 ຄົນ ເຂົ້າຮ່ວມໃນເດືອນເມສາຜ່ານມາພົບວ່າ ບັນດາຜູ້ໃຫ້ບໍລິການທາງການແພດເຫລົ່ານີ້ເຫັນວ່າ ມີຄົນປ່ວຍໄປໃຊ້ບໍລິການດູແລສຸຂະພາບຫລຸດລົງ 60 ເປີເຊັນ ຊຶ່ງພາໃຫ້ລາຍຮັບສະເລ່ຍຫລຸດລົງ 55 ເປີເຊັນ ນັບແຕ່ມິວິກິດການດ້ານສາທາລະນະສຸກເລີ້ມຕົ້ນຂຶ້ນມາ. ສະພາບການນີ້ ໄດ້ສົ່ງຜົນກະທົບຕໍ່ທ່ານໝໍ ແລະນັກວິຊາການແພດຫລາຍທ່ານໃນປະຊາຄົມລາວ ອີງຕາມການສໍາພາດກັບທ່ານໝໍລາວ-ອາເມຣິກັນ 3 ທ່ານເມື່ອມໍ່ໆມານີ້.

ດຣ. ອາເລັກສ໌ ວິໄລທອງ, ຜູ້ອໍານວຍການແລະຜູ້ສ້າງຕັ້ງຄລີນິກທີ່ຊື່ວ່າ ການປິ່ນປົວປະຊາຄົມ ເບເລີສກັອດ ແລະ ໄວທ໌ (Baylor Scott and White Community Care) ຢູ່ໃນເມືອງຝອດເວີດ, ລັດເທັກຊັສທີ່ເປັນນຶ່ງໃນ 4 ລັດ ທີ່ມີກໍລະນີຄົນເປັນພະຍາດ ແລະເສຍຊີວິດຍ້ອນໂຄວິດ-19 ເພີ້ມຂຶ້ນຢ່າງວ່ອງໄວໃນເວລານີ້ ເວົ້າວ່າ ນ້ອງສາວຂອງເພິ່ນທີ່ເປັນທ່ານໝໍຢູ່ຄລີນິກແຫ່ງນຶ່ງ ທີ່ ຮັບແຕ່ຄົນປ່ວຍ ທີ່ມີປະກັນໄພສຸຂະພາບນັ້ນ ກໍລັງຈະປ່ຽນບ່ອນເຮັດວຽກໄປຢູ່ຄລີນິກອື່ນຍ້ອນວ່າ ມີຈໍານວນຄົນປ່ວຍໄປໃຊ້ບໍລິການໃນຄລີນິກຂອງຜູ້ກ່ຽວ ໜ້ອຍລົງມາໄດ້ຫລາຍເດືອນແລ້ວ ຊຶ່ງໄດ້ສົ່ງຜົນເຮັດໃຫ້ເງິນເດືອນຖືກຕັດລົງ. ດຣ. ອາເລັກສ໌ ເປີດເຜີຍເລື້ອງນີ້ສູ່ຟັງວ່າ:

ດຣ. ອາເລັກສ໌ ວິໄລທອງ, ຜູ້ສ້າງຕັ້ງ ແລະອໍານວຍການຂອງຄລີນິກສໍາລັບປິ່ນປົວຄົນອະນາຖາ ແຫ່ງນຶ່ງຢູ່ໃນລັດເທັກຊັສ
ດຣ. ອາເລັກສ໌ ວິໄລທອງ, ຜູ້ສ້າງຕັ້ງ ແລະອໍານວຍການຂອງຄລີນິກສໍາລັບປິ່ນປົວຄົນອະນາຖາ ແຫ່ງນຶ່ງຢູ່ໃນລັດເທັກຊັສ

ທ່ານອະທິບາຍວ່າ ເຫດຜົນຕົ້ນຕໍ ກໍມາຈາກການຫວ່າງງານຂອງຄົນຫຼາຍລ້ານ ຄົນ ທີ່ບໍ່ສາມາດຈ່າຍຄ່າຮັກສາແລະປິ່ນປົວສຸຂະພາບໄດ້ ຍ້ອນເຂົາເຈົ້າໄດ້ສູນເສຍປະກັນໄພສຸຂະພາບໄປນໍາ ຊຶ່ງທ່ານໃຫ້ລາຍລະອຽດດັ່ງນີ້:

ຂະນະດຽວກັນ ດຣ. ວຽງໄຊເຈົ້າຂອງຄລີນິກ ແລະທ່ານຫມໍປົວ ແລະກວດພະ ຍາດທົ່ວໄປ ລວມທັງພະຍາດໂຄວິດ-19 ແລະເປັນທ່ານໝໍໃຫ້ແກ່ຄລີນິກຢູ່ຄລີນິກ Stopwatch ທີ່ສະໜອງການປິ່ນປົວ ແລະການກວດພະຍາດສຸກເສີນໃຫ້ແກ່ຄົນປ່ວຍຢູ່ໃນເມືອງອໍເບີນ (Auburn), ລັດອາລາບາມາຢູ່ທາງພາກໃຕ້ຂອງສະຫະລັດ ທີ່ມີການລະບາດຢ່າງໜັກຂອງພະຍາດດັ່ງກ່າວ ໃນເດືອນກວ່າມານີ້ ກັບບອກວ່າການສະໜອງການກວດ ແລະປິ່ນປົວພະຍາດໂຄວິດ-19 ໃນຄລີນິກ ຂອງທ່ານນັ້ນແມ່ນເຮັດໄດ້ດີຢູ່ ແຕ່ວ່າຢູ່ໃນຕົວເມືອງ ຫລາຍແຫ່ງ ແມ່ນບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການ ທັງນີ້ກໍເປັນຍ້ອນວ່າຂາດທ່ານໝໍ ໃນດ້ານນີ້ ຊຶ່ງທ່ານໃຫ້ລາຍລະອຽດວ່າ:

ດຣ. ດາຣີນ ສີຣິ (ຂວາ), ຊ່ຽວຊານດ້ານໂຣກພູມແພ້ ແລະຫອບຫືດກໍາລັງກວດພະຍາດໃຫ້ຄົນປ່ວຍ
ດຣ. ດາຣີນ ສີຣິ (ຂວາ), ຊ່ຽວຊານດ້ານໂຣກພູມແພ້ ແລະຫອບຫືດກໍາລັງກວດພະຍາດໃຫ້ຄົນປ່ວຍ

ພ້ອມກັນນັ້ນ ດຣ. ດາຣີນ, ທ່ານໝໍທ່ານໝໍຍິງໄວ 40 ກວ່າປີທີ່ເປັນເຈົ້າຂອງ ຄລີນິກ Midwest Allergy Sinus Asthma SC ຢູ່ນະຄອນສປຣິງຟຽວ, ເມືອງເອກຂອງລັດອີລິນອຍບອກວ່າ:

ແນ່ນອນມີຄົນປ່ວຍໜ້ອຍກວ່າເກົ່າດຽວນີ້. ໂດຍລວມແລ້ວ ຂ້າພະເຂົ້າຄິດວ່າ ຢູູ່ທົ່ວປະຊາຄົມແພດໝໍແມ່ນໜ້ອຍລົງ ເວັ້ນເສຍແຕ່ຄົນທີ່ຮູ້ສຶກວ່າເຂົາເຈົ້າປ່ວຍ ຫລາຍຫລືເປັນພະຍາດໂຄວິດ. ຂ້າພະເຈົ້າຄິດວ່ໃນໄລຍະປິດເມືອງຢູ່ນີ້ ພວກຄົນປ່ວຍພະຍາຍາມຈະບໍ່ໄປຫາ ຫລືພະຍາຍາມຫລີກລ້ຽງ ການອອກຈາກຢູ່ບ້ານຈາກເຮືອນ.

ທັງນີ້ກໍເພາະວ່າ ມີຄົນປ່ວຍຫລາຍຄົນບໍ່ຢາກໄປ ຫລືບໍ່ສາມາດເຂົ້າໄປຮັບການປິ່ນປົວຢູ່ຄລີນິກຂອງທ່ານນາງໄດ້ ຍ້ອນວ່າຄົນປ່ວຍບາງຄົນ ເຊັ່ນພວກທີ່ເປັນເບົາຫວານ ແລະພະຍາດຊໍາເຮື້ອອື່ນໆ ຕ້ອງໄດ້ວັດແທກເລືອດ ທີ່ຈໍາເປັນຕ້ອງເຂົ້າໄປໃນຄີນິກ ແຕ່ວ່າຄລີນິກຂອງທ່ານນາງໃຊ້ມາດຕະການໃຫ້ຄົນຢູ່ຫ່າງກັນຢ່າງໜ້ອຍ 6 ຟຸດ ກໍເຮັດໃຫ້ການບັນຈຸຄົນປ່ວຍໄດ້ໜ້ອຍລົງ. ອີກຢ່າງນຶ່ງຖ້າຄົນປ່ວຍຜູ້ໃດທີ່ຢາກໄປກວດ ຫລືປົວພະຍາດໃນຄລີນິກຂອງທ່ານນາງ ຖ້າຫາກມີອາການໄຂ້ໜ້ອຍນຶ່ງ ຫລື ເດີນທາງມາຈາກເຂດທີ່ມີຄົນຕິດໄວຣັສນີ້ຫລາຍ ກໍຈະບໍ່ສາມາດໄປພົບທ່ານໝໍໄດ້.

ສະຫລຸບແລ້ວ ການລະບາດຢ່າງໜັກຂອງພະຍາດໂຄວິດ-19 ມີຜົນກະທົບເຮັດ ໃຫ້ຫລາຍສິບລ້ານຄົນໃນສະຫະລັດຫວ່າງງານບໍ່ພຽງໃນຂະແໜງທົ່ວໄປເທົ່ານັ້ນ ແຕ່ຍັງຢູ່ໃນຂະແໜງການແພດອີກດ້ວຍ ເຖິງແມ່ນວ່າມີຄວາມຕ້ອງການໃນການປິ່ນປົວພະຍາດຕ່າງໆ ສູງຢູ່ກໍຕາມ ຊຶ່ງສາດເຫດຕົ້ນຕໍກໍແມ່ນມາດຕະການປ້ອງ ກັນຄວາມປອດໄພທັງຂອງແພດໝໍ ແລະຂອງຄົນປ່ວຍ ແລະການເສຍການປະກັນໄພສຸຂະພາບຂອງຄົນເປັນຈໍານວນຫລວງຫລາຍເມື່ອເຂົາເຈົ້າຖືກຫວ່າງງານ ຍ້ອນການປິດທຸລະກິດຕ່າໆໄວ້ ຕາມມາດຕະການເພື່ອຫລຸດຜ່ອນການເພີ້ມຂຶ້ນ ຂອງຈໍານວນຄົນຕິດ ແລະເສຍຊີວິດ ຍ້ອນພະຍາດໂຄວິດ-19 ທີ່ກໍາລັງລະບາດ ຢ່າງວ່ອງໄວແລະແຜ່ຫຼາຍໃນຊຸມເດືອນມໍ່ໆມານີ້.

ອ່ານສະຫລຸບຫຍໍ້ກ່ຽວກັບຂ່າວນີ້ເປັນພາສາອັງກິດຢູ່ລຸ່ມນີ້:

Some Lao-American Health Care Workers have seen their salaries cut due to Covid-19 Pandemic

Dr. Alex Vilaythong, Director of a charity clinic said that her sister who is an internal doctor in a clinic in San Antonio, TX, is transferring to a new clinic as her salary has been about 10 percent cut due to the fall of the number of patients. Medical Group Management Association’ survey in April found that the number of non-Covid-19 patients’ visits to the clinics in general decreased 60%, which prompted many of them lay off some of their workers or reduce their pay. On the other hands, there is a shortage in some cities, such as Montgomery of Alabama, said Dr. Viengxay Malavong, Lao-American doctor who provides services to Covid-19 patients in his own clinic and Stopwatch urgent care clinic in Auburn, AL.

XS
SM
MD
LG