ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ອຳໄພສອນ ໄຊຍະສິດເສນາ ກອນຊາເລສ ໄດ້ເປັນພະນັກງານອະນາໄມແຂ້ວ ຕາມຄວາມຕັ້ງໃຈ


ທ່ານນາງອຳໄພສອນ ໄຊຍະສິດເສນາ ກອນຊາເລສ ພະນັກງານອະນາໄມແຂ້ວ ປະຈຳຄລີນິກປົວແຂ້ວ ຢູ່ໃນເມືອງຟອລສ໌ ເຊີຈ ລັດເວີຈີເນຍ.
ທ່ານນາງອຳໄພສອນ ໄຊຍະສິດເສນາ ກອນຊາເລສ ພະນັກງານອະນາໄມແຂ້ວ ປະຈຳຄລີນິກປົວແຂ້ວ ຢູ່ໃນເມືອງຟອລສ໌ ເຊີຈ ລັດເວີຈີເນຍ.

ໃນລະຫວ່າງການລະບາດຂອງໄວຣັສໂຄໂຣນາຢູ່ໃນສະຫະລັດໄດ້ເລີ້ມຕິດແປດພົນລະເມືອງຊາວອາເມຣິກັນ ເມື່ອເດືອນມີນາ ຢູ່ນັ້ນ ທາງການລັດເວີຈີເນຍ ກໍໄດ້ປະກາດການປິດເມືອງ ສົ່ງຜົນໃຫ້ຮ້ານຄ້າ ແລະທຸລະກິດທັງຫຼາຍທີ່ບໍ່ຈຳເປັນຕ້ອງໄດ້ປິດກິດຈະການໄວ້. ພາກສ່ວທຸລະກິດ ທີ່ຖືວ່າມີຄວາມສ່ຽງສູງ ຕໍ່ການຕິດແປດພະຍາດໄວຣັສໂຄໂຣນາ ກໍຄືຄລີນິກປົວແຂ້ວກໍໄດ້ຖືກສັ່ງໃຫ້ປິດກິດຈະ ການກ່ອນໝູ່ ນັບຕັ້ງແຕ່ເດືອນມີນາ ເປັນຕົ້ນມາ ແລະໃນທ້າຍເດືອນພຶດສະພາທາງການໄດ້ຜ່ອນຜັນ ມາດຕະການປິດເມືອງ ແລ້ວອະນຸຍາດໃຫ້ ຮ້ານຄ້າບາງສ່ວນເປີດຄືນໄດ້ ລວມທັງຄລີນິກປົວແຂ້ວນຳດ້ວຍ ຊຶ່ງໄຊຈະເລີນສຸກ ໄດ້ສຳ ພາດທ່ານນາງອຳໄພສອນ ໄຊຍະສິດເສນາ ກອນຊາເລສ ພະນັກງານປະຈຳຄລີນິກປົວແຂ້ວຢູ່ໃນເມືອງຟອລສ໌ ເຊີຈ ລັດເວີຈີເນຍ ມາສະເໜີທ່ານ ໃນລາຍ ການຊີວິດຊາວລາວໃນຕ່າງແດນ.

ທ່ານນາງອຳໄພສອນ ໃສ່ຊຸດປ້ອງກັນຄົບຖ້ວນ ຢູ່ໃນຄລີນິກປົວແຂ້ວ ຢູ່ໃນເມືອງຟອລສ໌ ເຊີຈ ລັດເວີຈີເນຍ
ທ່ານນາງອຳໄພສອນ ໃສ່ຊຸດປ້ອງກັນຄົບຖ້ວນ ຢູ່ໃນຄລີນິກປົວແຂ້ວ ຢູ່ໃນເມືອງຟອລສ໌ ເຊີຈ ລັດເວີຈີເນຍ

ທ່ານນາງອຳໄພສອນ ໄຊຍະສິດເສນາ ກອນຊາເລສ ພາຍຫຼັງຈາກທີ່ໄດ້ຮຽນຈົບຈາກວິທະຍາໄລ J. Sargent Reynolds Community College ແລ້ວ ກໍເລີ້ມຕົ້ນອາຊີບເຮັດວຽກໃນຄລີນິກປົວແຂ້ວ ດ້ວຍການເປັນພະນັກງານ ນັກວິ ຊາການຢູ່ຫ້ອງທົດລອງ ຕໍ່ມາລາວໄດ້ຕັດສິນໃຈ ໄປຮ່ຳຮຽນຕື່ມອີກ ໃນວິຊາອາ ຊີບດ້ານການອະນາໄມແຂ້ວຫຼື Dental Hygiene ຢູ່ທີ່ວິທະຍາໄລ Northern Virginia Community College ໄລຍະ 2 ປີ ພາຍຫຼັງຈາກຮຽນຈົບແລ້ວ ລາວຈຶ່ງໄດ້ເຮັດວຽກເປັນພະນັກງານອະນາໄມແຂ້ວ ຫຼື Dental Hygienist ຢູ່ທີ່ຄລີນິກປົວແຂ້ວໃນເມືອງຟອລສ໌ ເຊີຈ ລັດເວີຈີເນຍ ມາໄດ້ 19 ປີແລ້ວ. ທ່ານນາງອຳໄພສອນ ອະທິບາຍກ່ຽວກັບວຽກງານຂອງລາວດັ່ງຕໍ່ໄປນີ້ວ່າ:

ສຳລັບພວກຄົນທີ່ເຂົ້າມາຄລີນິກຕາມປົກກະຕິ ບໍ່ພຽງແຕ່ກວດສຸຂະພາບຂອງແຂ້ວເທົ່ານັ້ນ ແຕ່ຍັງໄດ້ຮັບການກວດຫາພະຍາດອື່ນໆທີ່ພົວພັນກັບແຂ້ວນຳດ້ວຍດັ່ງທີ່ທ່ານນາງອຳໄພສອນ ໄດ້ອະທິບາຍຕື່ມອີກວ່າ: ສຽງເປັນພາສາອັງກິດ

“ເມື່ອເຂົາເຈົ້າເຂົ້າມາເພື່ອການອະນາໄມແຂ້ວສໍາລັບຊ່ວງ 6 ເດືອນ ເຂົາເຈົ້າສາມາດກວດຫາພະຍາດອື່ນໆໄດ້ເຊັ່ນວ່າ ໂຣກເບົາຫວານ ໂຣກຫົວໃຈ ແລ້ວເຂົາເຈົ້າກໍສາມາດປ້ອງກັນພວກພະຍາດເຫຼົ່ານີ້ໄດ້ຢ່າງງ່າຍດາຍ ດ້ວຍການເຂົ້າມາອະນາໄມແຂ້ວຕາມປົກກະຕິ ແລ້ວຂ້ອຍກໍຖ່າຍພາບເອັກສ໌ເຣໃຫ້ແກ່ທ່ານໝໍ ທຳການວິນິດໄສພະຍາດຕ່າງໆທີ່ກ່າວມານັ້ນຮ່ວມກັນທີ່ອາດຈະປ້ອງກັນໄດ້ ຕໍ່ຈາກນັ້ນໃຫ້ຄຳແນະນຳຕໍ່ຄົນປ່ວຍວິທີຮັກສາແຂ້ວຂອງເຂົາເຈົ້າແລະແນະນຳໃຫ້ເຂົາເຈົ້າມາທຸກໆ 6 ເດືອນ ຖ້າເຂົາເຈົ້າມີພະຍາດທາງເຫງືອກ ເຂົາເຈົ້າຕ້ອງເຂົ້າມາທຸກໆ 4 ເດືອນ ການປ້ອງກັນຂັ້ນພື້ນຖານ ຈະຊ່ອຍປ້ອງກັນພະຍາດອື່ນໆເຂົ້າມາໃນປາກໄດ້.”

ພາຍຫລັງຈາກໄດ້ຖືກສັ່ງໃຫ້ຢູ່ບ້ານນັບຕັ້ງແຕ່ວັນທີ 18 ເດືອນມີນາ ເປັນຕົ້ນມາຈົນເຖິງຕົ້ນເດືອນພຶດສະພາ ທາງການລັດເວີຈີເນຍ ໄດ້ອະນຸຍາດ ໃຫ້ເປີດຄລີ ນິກຄືນໄດ້ ແຕ່ຂັ້ນຕອນໃນການເຮັດວຽກແມ່ນບໍ່ຄືເກົ່າອີກຕໍ່ໄປດັ່ງທີ່ທ່ານນາງອຳ ໄພສອນ ໄດ້ກ່າວສູ່ຟັງດັ່ງນີ້:

“ເມື່ອພວກເຮົາສາມາດເປີດບໍລິການຄືນໄດ້ແລ້ວ ທ່ານໝໍກໍສາມາດເບິ່ງແຍງຄົນປ່ວຍໄດ້ ໝົດທຸກຄົນກັບຄືນມາເຮັດວຽກ ຫຼາຍສິ່ງຫຼາຍຢ່າງປ່ຽນແປງໄປເຊັ່ນວ່າ ພວກເຮົາຕ້ອງກວດພວກຄົນປ່ວຍ ຫຼາຍຂຶ້ນດຽວນີ້ ກ່ອນທີ່ເຂົາເຈົ້າ ຈະເຂົ້າມາ ລວມທັງພວກພະນັກງານນຳດ້ວຍ ພວກເຮົາຕ້ອງກວດອຸນຫະພູມຂອງພວກເຮົາທຸກໆມື້ ເວລາກ່ອນເຮົາຈະເຂົ້າຫ້ອງການພວກເຮົາຕ້ອງໄປລ້າງມື້ກ່ອນອື່ນເລີຍ ແທກອຸນຫະພູມຂອງພວກເຮົາ ແລ້ວຈຶ່ງໄປເບິ່ງແຍງວ່າພວກຄົນປ່ວຍຕ້ອງການຫຍັງແດ່ ເວລາທີ່ພວກຄົນປ່ວຍເຂົ້າມາເຂົາເຈົ້າຕ້ອງໄດ້ກວດອຸນຫະພູມເຊັ່ນກັນແລະສອບຖາມວ່າ ເຂົາເຈົ້າໄປຢູ່ໃກ້ຄົນປ່ວຍຕິດເຊື້ອໄວຣັສໂຄວິດ-19 ບໍ່ ເຂົາ ເຈົ້າເປັນໄຂ້ບໍ່ ເຂົາເຈົ້າບໍ່ສະບາຍຫຼືບໍ່ ເຂົາເຈົ້າໄດ້ເດີນທາງບໍ່ ຄຳຖາມເຫຼົ່ານີ້ຈະຕ້ອງໄດ້ກວດເບິ່ງກ່ອນຈະເຂົ້າມາໃນຫ້ອງການໄດ້ ເມື່ອເຂົາເຈົ້າເຂົ້າມາແລ້ວພວກເຮົາກໍຕ້ອງມີຫ້ອງກຽມພ້ອມໄວ້ແລ້ວສຳລັບພວກເຂົາເຈົ້າ ເພື່ອບໍ່ໃຫ້ພວກເຂົາເຈົ້ານັ່ງຖ້າຢູ່ໃນຫ້ອງຕ້ອນຮັບ ພວກເຮົາຈະນຳເຂົາເຈົ້າເຂົ້າຫ້ອງຮັກສາເລີຍໂດຍໃສ່ໜ້າກາກ ພວກເຂົາເຈົ້າເຂົ້າມາຕ້ອງໃສ່ໜ້າກາກ ເມື່ອຄົນປ່ວຍໄດ້ນັ່ງລົງແລ້ວ ຄົນປ່ວຍຈະບໍ່ອະນຸຍາດໃຫ້ປົດໜ້າກາກອອກຈົນກວ່າວ່າ ພວກເຮົາພ້ອມແລ້ວທີ່ຈະເລີ້ມຕົ້ນຂັ້ນຕອນການປິ່ນປົວ ໝົດທຸກຄົນແມ່ນຕ້ອງໄດ້ໃສ່ຊຸດປ້ອງກັນຄົບຖ້ວນລວມທັງທ່ານໝໍແລະຜູ້ຊ່ວຍທ່ານໝໍ ໂດຍມີຊຸດຄຸມໃຊ້ແລ້ວຖິ້ມປົກຊຸດຂອງເຮົາ ໝົດທຸກຄົນໃສ່ໜ້າກາກບັງໜ້າ ແວ່ນຕາແລະໃສ່ໜ້າກາກປິິດດັງແລະປາກ ຖົງມື ຈະບໍ່ໃຫ້ຜູ້ໃດອອກໄປຈາກຫ້ອງປິ່ນປົວ ຈົນກວ່າວ່າຂັ້ນຕອນການຮັກສາໄດ້ສິ້ນສຸດລົງ ຖ້າຫາກທ່ານໝໍ ຕ້ອງການເຄື່ອງເພີ້ມອີກ ຫຼືຜູ້ຊ່ວຍຕ້ອງການຫຍັງອີກ ກໍຈະມີຄົນຕ່າງຫາກ ມາສອບຖາມວ່າ ເຈົ້າຕ້ອງການຫຍັງອີກບໍ່ ແລະບຸກຄົນຜູ້ນີ້ ກໍຈະເປັນຄົນໄປເອົາມາໃຫ້.”

ສຳລັບພວກຄົນປ່ວຍທີ່ຢາກເຂົ້າມາອະນາໄມແຂ້ວຜູ້ທີ່ຈະພົບກັບພະນັກງານອະນາໄມແຂ້ວເຊັ່ນທ່ານນາງອຳໄພສອນນັ້ນ ກໍຈະຕ້ອງໄດ້ລະມັດລະວັງແລະກວດສອບຢ່າງລະອຽດເສຍກ່ອນດັ່ງທີ່ທ່ານນາງໄດ້ອະທິບາຍວ່າ:

“ແບບດຽວກັນກັບວຽກງານຂອງພະນັກງານອະນາໄມແຂ້ວຄືກັນ ເມື່ອຄົນປ່ວຍເຂົ້າມາ ເຂົາຈະນຳເອົາຄົນປ່ວຍເຂົ້າມາຫ້ອງປິ່ນປົວຂອງພວກເຮົາໂດຍກົງເລີຍໂດຍໃສ່ໜ້າກາກ ແລະເມື່ອໃດທີ່ພວກເຮົາພ້ອມທີ່ຈະເລີ້ມຂັ້ນຕອນການອະນາໄມ ເວລານັ້ນເຂົາເຈົ້າປົດໜ້າກາກອອກໄດ້ ແລ້ວບໍ່ມີຜູ້ໃດອອກໄປໄດ້ຈົນກວ່າການອະນາໄມຈະແລ້ວສຳເລັດເສຍກ່ອນ ເພາະວ່າພວກເຮົາໄດ້ໃສ່ເຄື່ອງປົກຄຸມທຸກສິ່ງທຸກຢ່າງ ແລ້ວທຸກສິ່ງທຸກຢ່າງຕ້ອງຖອດອອກໝົດຢູ່ໃນຫ້ອງປິ່ນປົວກ່ອນຈະອອກໄປຈາກຫ້ອງ ແລ້ວພວກເຮົາຕ້ອງໄດ້ຮັບປະກັນວ່າບໍ່ມີຜູ້ໃດເຂົ້າມານຳຄົນປ່ວຍ ເຊັ່ນວ່າ ພໍແມ່ ຫຼືວ່າ ຜູ້ປົກຄອງເດັກ ເຂົ້າມາໃນຫ້ອງນຳຄົນປ່ວຍ ພວກເຮົາຕ້ອງຫລຸດຜ່ອນຄົນຄອຍຖ້າຢູ່ໃນຫ້ອງຕ້ອນຮັບໃຫ້ໜ້ອຍທີ່ສຸດ ມີການປ່ຽນແປງຫຼາຍຢ່າງ.”

ຍ້ອນການລະບາດຂອງໄວຣັສໂຄໂຣນາ ຄລີນິກປົວແຂ້ວໄດ້ປິດກິດຈະການມາເປັນເວລາຫຼາຍເດືອນ ໃນເບື້ອງຕົ້ນຄລີນິກຈະຕ້ອງໄດ້ປ່ຽນວັນນັດໝາຍທັງຫຼາຍຂອງພວກຄົນປ່ວຍ ໂດຍຈະຮັບເອົາພວກຄົນປ່ວຍທີ່ຈຳເປັນເສຍກ່ອນ ສ່ວນພວກຄົນທີ່ຕ້ອງການອະນາໄມແຂ້ວນັ້ນ ຈະຕ້ອງໄດ້ຖ້າເຂົ້າມາຕາມທີຫລັງ ດັ່ງທີ່ທ່ານນາງອຳໄພສອນ ໄດ້ກ່າວຕໍ່ວີໂອເອລາວວ່າ:

“ດຽວນີ້ ພວກເຮົາມີຄົນປ່ວຍທີ່ໄດ້ນັດໝາຍໄວ້ຫຼ່ວງໜ້າຕັ້ງແຕ່ 6 ເດືອນກ່ອນພຸ້ນ ສຳລັບພວກຄົນປ່ວຍເຫຼົ່ານີ້ ພວກເຮົາຕ້ອງໄດ້ໂທຫາເຂົາເຈົ້າ ແລ້ວບອກວ່າເຮົາມີນັດໝາຍຢູ່ທ່ານຍັງຢາກຈະເຂົ້າມາຫາໝໍບໍ່ ຫຼືຢາກຈະເລື່ອນອອກໄປ ພວກເຮົາໃຫ້ທາງເລືອກແກ່ເຂົາເຈົ້າທີ່ຈະເຂົ້າມາຫຼືເລື່ອນອອກໄປເພາະວ່າ ບາງຄົນກໍຍັງບໍ່ສະບາຍໃຈທີ່ຈະເຂົ້າມາຮັບການປິ່ນປົວເທື່ອ ຖ້າຫາກວ່າບໍ່ແມ່ນເຫດສຸກເສີນ ໂດຍສ່ວນໃຫຍ່ແລ້ວໝໍຮັກສາແຕ່ພວກຄົນປ່ວຍໃນກໍລະນີສຸກເສີນກ່ອນຜູ້ທີ່ແຂ້ວປອມຫລຸດອອກ ການອຸດແຂ້ວຫລຸດອອກ ຫຼືເຈັບປວດ ຢາກໃຫ້ພວກເຮົາກວດເບິ່ງບາງຢ່າງ ພວກຄົນເຫຼົ່ານີ້ ໂດຍສ່ວນໃຫຍ່ແມ່ນເຮົາໄດ້ກວດເບິ່ງດຽວນີ້ ສ່ວນພວກຄົນປ່ວຍສຳລັບອະນາໄມແຂ້ວ ຈະບໍ່ໄດ້ກວດຈົນຮອດເດືອນມິຖຸນາ ເພາະວ່າພວກເຮົາຢາກຈະເອົາພວກທີ່ບໍ່ໄດ້ເຂົ້າມາໃນເດືອນມີນາກ່ອນ ແລະໃຫ້ໂອກາດພວກຄົນປ່ວຍຂອງເຮົາເລືອກເອົາວ່າ ເຂົາເຈົ້າສະບາຍໃຈທີ່ຈະເຂົ້າມາຫຼືບໍ່ ຂ້າພະເຈົ້າໄດ້ຮັບຄວາມຮູ້ສຶກບໍ່ຄ່ອຍໝັ້ນໃຈຈາກພວກຄົນປ່ວຍທີ່ຈະເຂົ້າມາ ບາງສ່ວນກໍຢາກຈະເຂົ້າມາ ເຂົາຈະຖາມວ່າເຈົ້າຄຶດວ່າມັນປອດໄພບໍ່ ໃຫ້ຂ້ອຍຖ້າເບິ່ງກ່ອນຈັກໜ້ອຍນຶ່ງແລ້ວຂ້ອຍຈະໂທເຂົ້າມາຫາສອງສາມມືກ່ອນນັດໝາຍແລະບາງຄົນກ່າວວ່າ ຈະບໍ່ເຂົ້າມາຢ່າງເດັດຂາດເຂົາເຈົ້າຈະຖ້າເບິ່ງຈົນຮອດລະດູໃບໄມ້ລົ່ນຫຼືອີກສອງສາມເດືອນຂ້າງໜ້າ ຖ້າຟັງເບິ່ງວ່າຕົວເລກເປັນແນວໃດ ເບິ່ງວ່າໂຕເລກກໍລະນີຕິດຄົນເຊືຶ້ອໄວຣັສຍັງສູງຂຶ້ນ ເຂົາເຈົ້າກໍບໍ່ຢາກຈະເຂົ້າມາເທື່ອ ຂ້າພະເຈົ້າໄດ້ຮັບຄວາມຮູ້ສຶກແຕກຕ່າງກັນໄປ.”

ເຖິ່ງແມ່ນວ່າ ລັດຖະບານຂັ້ນລັດໄດ້ອະນຸຍາດໃຫ້ເປີດທຸລະກີດໃນບາງສ່ວນແລ້ວກໍຕາມ ການລະບາດຂອງໄວຣັສໂຄໂຣນາ ກໍຍັງແຜ່ລະບາດຢ່າງບໍ່ຢຸດຢັ້ງ ເພາະສະນັ້ນແລ້ວ ໝົດທຸກຄົນກໍຍັງມີຄວາມເປັນຫ່ວງ ກ່ຽວກັບການຕິດແປດພະຍາດອັນຕະລາຍຮ້າຍແຮງດັ່ງກ່າວ ທັງພວກຄົນປ່ວຍ ແລະພວກພະນັກງານຂອງ ຄລີນິກປົວແຂ້ວຕ່າງກໍຢ້ານຈະຕິດແປດໄວຣັສນີ້ພໍໆກັນ ເຖິງຢ່າງໃດກໍດີ ສຸຂະອະນາໄມທາງປາກກໍຖືວ່າມີຄວາມສຳຄັນຕໍ່ຊີວິດການເປັນຢູ່ຂອງໝົດທຸກຄົນເຊັ່ນກັນ ດັ່ງນັ້ນຈຶ່ງຕ້ອງໄດ້ມີມາດຕະການປ້ອງກັນຢ່າງເຂັ້ມງວດ.

XS
SM
MD
LG