ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນຂອງ ສາຍການບິນ ລາວເດີນອາກາດ ຕົກ ແຕ່ບໍ່ມີຜູ້ເສຍຊີວິດ


ເຮືອບິນນ້ອຍ ຂອງບໍລິສັດ ລາວເດີນອາກາດ ທີ່ປະສົບອຸບັດຕິເຫດຕົກ ຫລັງຈາກແລ່ນຂຶ້ນ ຈາກເດີ່ນບິນນາທອງ ຢູ່ຊໍາເໜືອ, ວັນທີ 17 ເມສາ 2013. (ພາບຖ່າຍໂດຍຜູ້ຟັງ VOA-Lao, ທ່ານ Khongthong Khammisouk)
ເຮືອບິນນ້ອຍ ຂອງບໍລິສັດ ລາວເດີນອາກາດ ທີ່ປະສົບອຸບັດຕິເຫດຕົກ ຫລັງຈາກແລ່ນຂຶ້ນ ຈາກເດີ່ນບິນນາທອງ ຢູ່ຊໍາເໜືອ, ວັນທີ 17 ເມສາ 2013. (ພາບຖ່າຍໂດຍຜູ້ຟັງ VOA-Lao, ທ່ານ Khongthong Khammisouk)
ບໍລິສັດລາວເດີນອາກາດຈໍາກັດ ຊຶ່ງເປັນບໍລິສັດເອກກະຊົນລາວ
ທີ່ດໍາເນີນທຸລະກິດ ການບິນແບບເຊົ່າເໝົາລໍາ ແລະໃຫ້ບໍລິການ
ຖ້ຽວບິນໂດຍສານໃນ 3 ເສັ້ນທາງລະຫວ່າງນະຄອນວຽງຈັນກັບ
ໄຊຍະບູລີ ຫົວພັນ ແລະຜົ້ງສາລີນັ້ນ ໄດ້ລາຍງານໃຫ້ຮູ້ວ່າ ຖ້ຽວ
ບິນໂດຍສານທີ່ປະສົບອຸບັດເຫດໃນຄັ້ງນີ້ ໄດ້ເກີດຂຶ້ນຢູ່ສະໜາມ
ບິນນາທອງ ໃນເຂດເມືອງຊໍາເໜືອ ແຂວງຫົວພັນ ໂດຍເປັນອຸບັດ
ເຫດທີ່ເກີດຂຶ້ນ ໃນຂະນະທີ່ນັກບິນກໍາລັງຈະນໍາເຮືອບິນແລ່ນຂຶ້ນ
ຈາກ runway ຫລືທາງແລ່ນ ຫາກແຕ່ເຮືອບິນໄດ້ເສຍຫຼັກ ແລະ
ໄດ້ແລ່ນອອກນອກ runway ລົງໄປໃນຮ່ອງນໍ້າທີ່ຢູ່ພາຍໃນບໍລິ
ເວນເດີ່ນບິນນາທອງນັ້ນ.

ພາບເຮືອບິນນ້ອຍຂອງ ສາຍການບິນລາວເດີນອາກາດ ຕົກ ທີ່ຊໍາເໜືອ, ວັນທີ 17 ເມສາ 2013. ບໍ່ມີຄົນເສຍຊີວິດ.
ພາບເຮືອບິນນ້ອຍຂອງ ສາຍການບິນລາວເດີນອາກາດ ຕົກ ທີ່ຊໍາເໜືອ, ວັນທີ 17 ເມສາ 2013. ບໍ່ມີຄົນເສຍຊີວິດ.

ອຸບັດເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນບ່າຍຂອງວັນທີ
17 ເມສາທີ່ຜ່ານມາ ຊຶ່ງຕາມການລາຍງານເບື້ອງຕົ້ນ
ຂອງບໍລິສັດລາວເດີນອາກາດຈໍາກັດນັ້ນ ກໍຍັງບໍ່ສາມາດ
ລະບຸໄດ້ວ່າ ແມ່ນສາເຫດໃດແທ້ທີ່ເຮັດໃຫ້ເກີດອຸບັດເຫດ
ຄັ້ງນີ້ ຫາກແຕ່ທາງບໍລິສັດລາວເດີນອາກາດ ກໍຍອມຮັບ
ວ່າເຮືອບິນທີ່ປະສົບອຸບັດເຫດໄດ້ເກີດການເສຍຫາຍ
ຈົນບໍ່ສາມາດທີ່ຈະສ້ອມແປງ ໃຫ້ກັບຄືນມາໃຊ້ການໄດ້
ອີກຕໍ່ໄປ ສ່ວນນັກບິນສອງຄົນພ້ອມດ້ວຍຜູ້ໂດຍສານທັງ
15 ຄົນນັ້ນ ກໍໄດ້ຮັບບາດເຈັບພຽງແຕ່ເລັກນ້ອຍເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ຖ້າຫາກອິງຕາມສະຖິຕິຂອງອົງການການບິນສາກົນ ນັບແຕ່ປີ 1990 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້ ກໍປາກົດວ່າມີອຸບັດເຫດທາງອາກາດ ເກີດຂຶ້ນໃນລາວ ຫຼາຍກວ່າ 10 ຄັ້ງ ໂດຍຄັ້ງທີ່ຖືວ່າຮ້າຍແຮງທີ່ສຸດ ກໍຄືໃນປີ 1998 ທີ່ເກີດອຸບັດເຫດ helicopter ຕົກໃນເຂດແຂວງຫົວພັນ ແລະເຮັດໃຫ້ນາຍທະຫານຊັ້ນສູງຂອງຫວຽດນາມ
ເສຍຊີວິດໄປເຖິງ 26 ຄົນ ຊຶ່ງກໍມີສາເຫດມາຈາກ ສະພາບອາກາດເປັນສໍາຄັນ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນລັດວິສາຫະກິດການບິນລາວ ຫຼື Lao Airlines ນັ້ນ ກໍໄດ້ ໃຫ້ການຢືນຢັນວ່າ ອຸບັດເຫດຄັ້ງນີ້ບໍ່ໄດ້ສົ່ງຜົນກະທົບ ຕໍ່ລັດວິສາຫະກິດການບິນລາວແຕ່
ຢ່າງໃດ ທັງນີ້ເນື່ອງຈາກວ່າ ລັດວິສາຫະກິດການບິນລາວໄດ້ພັດທະນາລະບົບຄວາມ
ປອດໄພຂອງການບິນມາໂດຍຕະຫຼອດ ຈົນເປັນທີ່ຍອມຮັບໃນລະດັບມາດຕະຖານສາກົນ
ແລະທີ່ສໍາຄັນ ກໍຄືເຮືອບິນໂດຍສານຂອງລັດວິສາຫະກິດການ ບິນລາວກໍຍັງເປັນເຮືອບິນ
ໃໝ່ທີ່ຮັບການກວດສອບລະບົບຄວາມປອດໄພ ຢູ່ຕະຫຼອດເວລາອີກດ້ວຍ.

ຊຶ່ງດ້ວຍຄວາມໄດ້ມາດຕະຖານສາກົນດັ່ງກ່າວນີ້ ກໍຍັງເຮັດໃຫ້ລັດວິສາຫະກິດການບິນ
ລາວໄດ້ດໍາເນີນການ ຂະຫຍາຍການຕະຫຼາດ ອອກໄປສູ່ຕ່າງປະເທດ ຢ່າງກວ້າງຂວາງ
ຫຼາຍຂຶ້ນນັບມື້ອີກດ້ວຍ ໂດຍນໍາໃຊ້ລະບົບ Abacus ເພື່ອໂຄສະນາ ແລະການຈອງປີ້
ຂອງລັດວິສາຫະກິດການບິນລາວໄດ້ ໃນທົ່ວໂລກ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງຂອງ ລັດວິສາຫະກິດການບິນລາວ ໄດ້ໃຫ້ການອະທິບາຍວ່າ:
ສາຍການບິນລາວ ໄຂເສ້ນທາງບິນ ລະຫວ່າງ ວຽງຈັນກັບກວາງໂຈ ປະເທດຈີນ
ສາຍການບິນລາວ ໄຂເສ້ນທາງບິນ ລະຫວ່າງ ວຽງຈັນກັບກວາງໂຈ ປະເທດຈີນ

ເລຶ່ອງການຂາຍ ເລຶ່ອງການກະຈາຍຂໍ້ມູນ-ຂ່າວສານ ກ່ຽວກັບສາຍການບິນມັນຈະ ໄປລົງຢູ່ໃນລະບົບນີ້ ເພາະວ່າລະບົບນີ້ມັນໄປຮອດໃສ ຂໍ້ມູນ-ຂ່າວສານ
ເຮົາກໍຈະກະຈາຍໄປ ໝາຍຄວາມວ່າໂຕນີ້ມັນຈະສົ່ງ ເສີມຊ່ວຍເຮັດໃຫ້ການຂາຍຂອງເຮົາສູງຂຶ້ນອີກ ສົມມຸດ
ວ່າຜູ້ໃດທີ່ໃຊ້ລະບົບ Abacus ນີ້ຢູ່ໃສຫຼືຢູ່ທີ່ຢູໂຣບ ຫຼື
ຢູ່ໃສກະຢ່າເ ວລາມັນເປີດອອກມາມັນຈະເຫັນລະບົບ
ວ່າຢູ່ໃນນີ້ມີການບິນລາວ ຕົວແທນກໍຄືກັນ ຈະຫັນມາ
ໃຊ້ນໍາເຮົາເພາະວ່າເຂົ້າມາໃນລະບົບນີ້ເຈົ້າສາມາດ
ໄປກວດໄດ້ວ່າໂຮງ ແຮມເຈົ້າຢາກໄປປະເທດນີ້
ໄປໃສນອນຢູ່ໃສລາຄາເທົ່າໃດ ກໍບອກໄດ້ໝົດ
.”

ໃນປັດຈຸບັນ ລັດວິສາຫະກິດການບິນລາວມີເຮືອບິນຈໍານວນ 10 ລໍາ ຊຶ່ງ ລວມເຖິງເຮືອ
ບິນ Airbus ລຸ້ນ A320 ຈໍານວນ 2 ລໍາທີ່ເຄື່ອງຈັກເປັນແບບອາຍພົ່ນ ສ່ວນທີ່ເຫຼືອນັ້ນ ເປັນເຮືອບິນທີ່ມີເຄຶ່ອງຈັກເປັນແບບໄບພັດ ກໍຄືເຮືອບິນ ATR-72 ຈໍານວນ 6 ລໍາ ແລະ
ເຮືອບິນຂະໜາດນ້ອຍອີກຈໍານວນ 2 ລໍາ ໃນຂະນະທີ່ລັດວິສາຫະກິດການບິນລາວມີແຜນ
ການທີ່ຈະສັ່ງຊື້ເຮືອບິນ Airbus ລຸ້ນ A320 ແລະລຸ້ນ A321 ເພີ່ມຂຶ້ນອີກບໍ່ໜ້ອຍກວ່າ 10
ລໍາພາຍໃນປີ 2020 ຈຶ່ງ ເຮັດໃຫ້ຕ້ອງການເງິນທຶນຫຼາຍກວ່າ 1,000 ລ້ານໂດລາ.

ທັງນີ້ໂດຍທ່ານສົມພອນ ດວງດາຣາ ປະທານບໍລິຫານວິສາຫະກິດການບິນລາວ ໄດ້ຖະ
ແຫຼງຢືນຢັນເມື່ອບໍ່ດົນມານີ້ວ່າ ຈະຍື່ນຂໍອະນຸຍາດເພື່ອຈົດທະບຽນເຂົ້າໃນຕະຫຼາດຫຼັກ
ຊັບແຫ່ງຊາດລາວໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ເນື່ອງຈາກວ່າຕ້ອງການຈະລະດົມເອົາ
ເງິນທຶນຈາກການຂາຍຮຸ້ນໃນຕະຫຼາດຫຼັກຊັບ ເພື່ອນໍາໄປໃຊ້ ໃນການຂະຫຍາຍທຸລະ
ກິດການບິນ ໃຫ້ສາມາດແຂ່ງຂັນໃນຕະຫຼາດປະຊາຄົມ ເສດຖະກິດອາຊ່ຽນໃຫ້ໄດ້ຢ່າງ
ແທ້ຈິງພາຍໃນວັນທີ 31 ທັນວາປີ 2015 ນັ້ນເອງ.
XS
SM
MD
LG