ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດວິສາຫະກິດ ການບິນລາວ ຈະປັບປຸງ ຄຸນນະພາບ ຂອງການບໍລິການ ແລະ ຄວາມປອດໄພ


ສາຍການບິນລາວ ເປີດເສັ້ນທາງການບິນ ຖ້ຽວບິນພິເສດ ຈາກ ລາວ ໄປຍັງ ນະຄອນ ອິນຊຈອນ ຂອງເກົາຫຼີໃຕ້.
ສາຍການບິນລາວ ເປີດເສັ້ນທາງການບິນ ຖ້ຽວບິນພິເສດ ຈາກ ລາວ ໄປຍັງ ນະຄອນ ອິນຊຈອນ ຂອງເກົາຫຼີໃຕ້.

ສາຍການບິນລາວ ຄາດການວ່າ ຈະຖືຄອງສັດສ່ວນ 25 ເປີເຊັນ ຂອງຈຳນວນຜູ້ໂດຍ
ສານຊາວຕ່າງປະເທດທັງໝົດ ທີ່ເດີນທາງເຂົ້າມາທ່ອງທ່ຽວໃນລາວ ໂດຍຜ່ານສະ
ໜາມບິນນານາຊາດ ວັດໄຕທີ່ນະຄອນວຽງຈັນ.

ທ່ານບຸນມາ ຈັນທະວົງສາ ຜູ້ອຳນວຍການ ລັດວິສາຫະກິດການບິນລາວ (Lao Airlines)
ຖະແຫລງຢືນຢັນວ່າ ເປົ້າໝາຍສຳຄັນ ຂອງການດຳເນີນທຸຸລະກິດ ສາຍການບິນລາວ
ໃນໄລຍະໃໝ່ນີ້ ກໍຄືການເພີ່ມຈຳນວນຜູ້ໂດຍສານ ຊາວຕ່າງປະເທດ ທີ່ເດີນທາງມາລາວ
ໂດຍຜ່ານສະໜາມບິນນານາຊາດ ວັດໄຕ ໃນນະຄອນວຽງຈັນ ໃຫ້ເພີ່ມຈາກ 23 ເປີເຊັນ
ໃນປັດຈຸບັນນີ້ ຂຶ້ນເປັນ 25 ເປີເຊັນ ຂອງຈຳນວນຜູ້ໂດຍສານ ຊາວຕ່າງປະເທດ ທັງໝົດ
ໃຫ້ໄດ້ຢ່າງແທ້ຈິງ ທັງນີ້ ດ້ວຍການພັດທະນາ ແລະປັບປຸງການບໍລິຫານຂອງສາຍການ
ບິນລາວ ໃຫ້ດີຂຶ້ນທຸກດ້ານ ຮວມທັງຈະເສີມສ້າງການຮ່ວມມືກັບສາຍການບິນຕ່າງຊາດ
ດ້ວຍ ດັ່ງທີ່ທ່ານບຸນມາ ໃຫ້ການຢືນຢັນວ່າ:

“ກ່ອນອື່ນໝົດ ແມ່ນຈະປັບປຸງການບໍລິການຂອງບໍລິສັດນີ້ ໃຫ້ດີກວ່າເກົ່າ ແລ້ວກໍ
ບັນດາບໍລິສັດ ທີ່ເປັນຄູ່ແຂ່ງ ທີ່ເຂົາເຈົ້າບິນເຂົ້າມາທັງພາຍໃນ ແລະຕ່າງປະເທດ
ພວກເຮົາຈະຫັນຈາກຄູ່ແຂ່ງ ມາເປັນຄູ່ຮ່ວມມື ສະນັ້ນ ໜ້າທີ່ຫລັກໆ ໃນປັດຈຸບັນນີ້
ຂອງສາຍການບິນລາວເຮົາ ຄືປັບປຸງຄຸນນະພາບ ຂອງການບໍລິການ ຮັບປະກັນ
ໃຫ້ການບິນມີຄວາມປອດໄພໃຫ້ສູງຫັ້ນແຫລະ ແລະພວກເຮົາ ຈະເນັ້ນເລື້ອງ
ການຮັບໃຊ້ການທ່ອງທ່ຽວ ເປັນຫລັກ ເພາະວ່າ ການທ່ອງທ່ຽວຢູ່ບ້ານເຮົານີ້ ກະມີ
ທ່າອຽງທີ່ສູງຂຶ້ນ.”

ທັງນີ້ ໃນປີ 2017 ມີຊາວຕ່າງຊາດເດີນທາງເຂົ້າມາທ່ອງທ່ຽວໃນລາວ 3,868,838 ຄົນ
ໂດຍຫລຸດລົງຈາກປີ 2016 ເຖິງ 9 ເປີເຊັນ ຊຶ່ງໃນນີ້ ກໍເປັນນັກທ່ອງທ່ຽວທີ່ເດີນທາງມາ
ລາວ ໂດຍເຄື່ອງບິນຈຳນວນ 520,176 ຄົນ ໂດບ່ງເປັນຜູ້ໂດຍສານຂອງສາຍການບິນ
ລາວ 23 ເປີເຊັນ ສາຍການບິນຂອງໄທ 20 ເປີເຊັນ ສ່ວນນອກນັ້ນ ເປັນຜູ້ໂດຍສານ
ຂອງສາຍການບິນຫວຽດນາມ ຈີນ Air Asia ແລະອື່ນໆຕາມລຳດັບ ສ່ວນໃນປີ 2018
ຄາດວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງມາລາວໂດຍເຮືອບິນຫຼາຍກວ່າ 6
ແສນຄົນ ໂດຍຖ້າຫາກວ່າ ສາຍການບິນລາວ ສາມາດເພີ່ມສັດສ່ວນຜູ້ໂດຍສານໄດ້ເຖິງ
25 ເປີເຊັນຈິງ ກໍຈະມີຊາວຕ່າງຊາດ 150,000 ກວ່າຄົນ ທີ່ໃຊ້ບໍລິການສາຍການບິນ
ລາວ ໃນປີ 2018 ນີ້ນັ້ນເອງ.

ບັນດາຜູ້ໂດຍສານ ຕ່າງປະເທດ ກຳລັງລຽນແຖວ ເພື່ອແຈ້ງປີ້ຍົນເດີນທາງຕໍ່ໄປ ຈາກສະໜາມບິນນານາຊາດ ວັດໄຕ ໃນນະຄອນຫຼວງວຽງຈັນ.
ບັນດາຜູ້ໂດຍສານ ຕ່າງປະເທດ ກຳລັງລຽນແຖວ ເພື່ອແຈ້ງປີ້ຍົນເດີນທາງຕໍ່ໄປ ຈາກສະໜາມບິນນານາຊາດ ວັດໄຕ ໃນນະຄອນຫຼວງວຽງຈັນ.

ສຳລັບການພັດທະນາສະໜາມບິນນານາຊາດ ວັດໄຕ ທີ່ໄດ້ເລີ່ມລົງມືດຳເນີນການ ໃນ
ພາກຕົວຈິງ ນັບແຕ່ທ້າຍປີ 2015 ເປັນຕົ້ນມາ ດ້ວຍທຶນສະໜັບສະໜຸນ ຈາກອົງການ
ເພື່ອການຮ່ວມມືສາກົນຂອງລັດຖະບານຍີ່ປຸ່ນ ຫຼື JICA ໃນມູນຄ່າລວມຫລາຍກວ່າ
9,000 ລ້ານເຢນ ສຳລັບກໍ່ສ້າງອາຄານຜູ້ໂດຍສານຫລັງໃໝ່ນັ້ນ ກໍສຳເລັດແລ້ວໃນ
ປັດຈຸບັນ ຊຶ່ງຈະສາມາດຮອງຮັບ ຜູ້ໂດຍສານໄດ້ເຖິງ 2 ລ້ານ 3 ແສນຄົນຕໍ່ປີ ແລະເມື່ອ
ຮວມກັບອາຄານຜູ້ໂດຍສາານຫລັງເກົ່າ ກໍຈະເຮັດໃຫ້ສະໜາມບິິນນານາຊາດ ວັດໄຕ
ສາມາດຮອງຮັບຜູ້ໂດຍສານໄດ້ເຖິງ 2 ລ້ານ 8 ແສນຄົນຕໍ່ປີ ໂດຍໄດ້ນຳໃຊ້ເທັກນິກ
ສະໄໝໃໝ່ ຂອງຍີ່ປຸ່ນ ທັງໃນການຄວບຄຸມການບິນ ການຮັກສາຄວາມປອດໄພ
ການອຳນວຍຄວາມສະດວກໃຫ້ແກ່ການບິນ ແລະຜູ້ໂດຍສານຢ່າງຄົບຊຸດອີກດ້ວຍ.

ແຕ່ຢ່າງໃດກໍຕາມ ສະໜາມບິນນານາຊາດ ວັດໄຕ ໃນປັດຈຸບັນນີ້ ກໍປະເຊີນກັບບັນຫາ
ແອອັດ ທັງຈຳນວນຖ້ຽວບິນ ແລະຜູ້ໂດຍສານທີ່ເພີ່ມຂຶ້ນນັບມື້ ໂດຍຄາດວ່າ ຈະບໍ່ສາມາດ
ຮອງຮັບຈຳນວນຖ້ຽວບິນ ແລະຜູ້ໂດຍສານທີ່ເພີ່ມຂຶ້ນໄດ້ຢ່າງພຽງພໍພາຍໃນປີ 2023
ຊຶ່ງກໍເຮັດໃຫ້ກົມການບິນພົນລະເຮືອນ ໄດ້ຕົກລົງໃນບັນທຶກຄວາມເຂົ້າໃຈ ຫຼື MOU
ຮ່ວມກັບ ບໍລິສັດເອກກະຊົນຈີນ ເພື່ອດຳເນີນການສຶກສາຄວາມເປັນໄປໄດ້ ຂອງ
ໂຄງການກໍ່ສ້າງສະໜາມບິນນານາຊາດແຫ່ງໃໝ່ ໃນນະຄອນວຽງຈັນ ໃຫ້ແລ້ວເສັດ ໃນ
2 ປີ ແລະຖ້າຫາກໂຄງການມີຄວາມຄຸ້ມຄ່າທາງເສດຖະກິດ ລັດຖະບານລາວ ກໍຈະສົ່ງ
ເສີມການລົງທຶນ ໂດຍຈີນ ໃນທັນທີ.

ເຮືອບິນ ຂອງສາຍການບິນລາວ ກຳລັງຕຽມຈະບິນອອກຈາກສະໜາມບິນນານາຊາດ ວັດໄຕ.
ເຮືອບິນ ຂອງສາຍການບິນລາວ ກຳລັງຕຽມຈະບິນອອກຈາກສະໜາມບິນນານາຊາດ ວັດໄຕ.

ກ່ອນໜ້ານີ້ ລັດຖະບານລາວ ໄດ້ວາງແຜນການໄວ້ວ່າ ຈະກໍ່ສ້າງສະໜາມບິນນາໆຊາດ
ແຫ່ງໃໝ່ ຢູ່ເຂດດົງໝາກຄາຍ ເມືອງໄຊທານີ ຫ່າງຈາກເທດສະບານນະຄອນວຽງຈັນ
18 ກິໂລແມັດ ໄປຕາມເສັ້ນທາງເລກ 10 ໂດຍມີເນື້ອທີ່ປະມານ 5,000 ເຮັກຕາ ແຕ່
ການສຶກສາພົບວ່າ ມີຄວາມເປັນໄປໄດ້ຍາກ ເນື່ອງຈາກເປັນເຂດທີ່ມີ ບ້ານເຮືອນ ຂອງ
ປະຊາຊົນຢູ່ຢ່າງໜາແໜ້ນ.

ສຳລັບພື້ນທີ່ ທີ່ໄດ້ທຳການສຶກສາຕາມບົດບັນທຶກຄວາມເຂົ້າໃຈ ສະບັບໃໝ່ນີ້ຢູ່ທີ່ຫລັກ
35 ຖະໜົນເລກ 13 ໃຕ້ ຊຶ່ງຖ້າຫາກຜົນການສຶກສາພົບວ່າ ມີຄວາມເມາະສົມ ແລະ ຄຸ້ມ
ຄ່າທີ່ຈະລົງທຶນ ລັດຖະບານລາວ ກໍຈະສົ່ງເສີມການລົງທຶນທັງພາຍໃນ ແລະຕ່າງປະເທດ
ພາຍໃຕ້ເປົ້າໝາຍທີ່ຈະຊຸກຍູ້ໃຫ້ການກໍ່ສ້າງສະໜາມບິນແຫ່ງໃໝ່ນີ້ ໃຫ້ໄດ້ໄວທີ່ສຸດ.

XS
SM
MD
LG