ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

44 ຄົນເສຍຊີວິດ ໃນອຸບັດຕິເຫດ ເຮືອບິນລາວຕົກ


ເຮືອບິນຂອງສາຍການບິນລາວ ລໍານຶ່ງ ໄດ້ປະສົບອຸບັດຕິເຫດ ຕົກລົງໃນແມ່ນໍ້າຂອງ ເຮັດໃຫ້ຜູ້ໂດຍສານກັບລູກເຮືອ ທັງໝົດ 44 ຄົນໃນເຮືອບິນ ສິ້ນຊີວິດ.

ກະຊວງການຕ່າງປະເທດໄທ ທີ່ໄດ້ຮັບຂ່າວ ຈາກການແຈ້ງ
ໃຫ້ຊາບໂດຍເຈົ້າໜ້າທີ່ລາວ ເນື່ອງຈາກຜູ້ໂດຍສານມີຄົນ
ໄທນໍານັ້ນ ກ່າວວ່າ ເຮືອບິນລໍາດັ່ງກ່າວ ກໍາລັງເດີນທາງຈາກ ນະຄອນຫລວງວຽງຈັນ ໄປຍັງເມືອງປາກເຊ ທາງພາກໃຕ້ຂອງລາວ ເວລາປະສົບອຸບັດຕິ ເຫດ ແລະວ່າ ມີພົນລະເມືອງໄທ 5 ຄົນ ຮວມຢູ່ໃນພວກທີ່ເສຍຊີວິດ.

ວີໂອເອ ພາກພາສາລາວ ໄດ້ຮັບການຢືນຢັນທາງໂທລະສັບ ຈາກພະນັກງານຄົນນຶ່ງ ຂອງສາຍການບິນລາວ ຢູ່ທີ່ວຽງຈັນ ວ່າ ເຮືອບິນລໍາດັ່ງກ່າວ ຊຶ່ງ ເປັນລຸ້ນ ATR ນັ້ນ
ໄດ້ຕົກລົງ ໃນທ່າມກາງອາກາດທີ່ປັ່ນປ່ວນ ຍ້ອນພາຍຸທີ່ພັດເຂົ້າມາທາງພາກໃຕ້ຂອງ
ລາວ ແລະວ່າ ຂະນະນີ້ກໍາລັງມີການກູ້ໄພຢູ່.

ອຸບັດຕິເຫດເກີດຂຶ້ນໃນເວລາປະມານ 4 ໂມງແລງ ຕາມເວລາໃນລາວ ຂະນະທີ່ເຮືອບິນ ພະຍາຍາມຈະລົງຈອດ ທີ່ເດິ່ນບິນປາກເຊ.

ໂທລະພາບໄທ ສະແດງໃຫ້ເຫັນພາບເຮືອບິນ ຈົ່ມນໍ້າເຄິ່ງນຶ່ງ ແລະອັນທີ່ປາກົດວ່າ ເປັນສົບຂອງພວກເຄາະຮ້າຍຈໍານວນນຶ່ງ ຢາຍຢູ່ຕາມແຄມຝັ່ງ.

ລາຍງານຂ່າວໂທລະພາບລາວ ອອກຫລັງຈາກເກີດອຸບັດຕິເຫດບໍ່ດົນ ເວົ້າວ່າ ເຮືອບິນ
ທີ່ປະສົບອຸບັດຕິເຫດ ແມ່ນ ຖ້ຽວບິນ QV 301 ທີ່ອອກຈາກວຽງຈັນໄປ ໃນເວລາປະມານ
2 ໂມງ 45 ນາທີ ແລະປະສົບກັບອາກາດປັ່ນປ່ວນກະທັນຫັນ ຂະນະໄປເຖິງປາກເຊ.

A Lao Airlines flight carrying 44 people has crashed into the Mekong River, killing everyone on board.

Thailand's foreign ministry said the plane was travelling from the Lao capital Vientiane to the southern town of Pakse when it went down. It said five Thai nationals were among the dead.

VOA-Lao talked to a Lao Airlines employee in Vientiane by phone and received confirmation of the crash. The employee said the airplane, an ATR , went down in bad weather, and that airlines officials are coordinating rescue efforts. He declined to elaborate as details of the crash are sketchy and uncertain.

Thai television pictures showed the plane, half submerged in the river, with what appeared to be bodies lying on the banks.

Lao National TV issued a brief report not long after the crash, saying the doomed flight was QV 301 that left Vientiane at 2:45 PM and was scheduled to land in Pakse at 3:55 when it suddenly encountered bad weather upon approaching Pakse. At the time of report, Lao Airlines officials are coordinating rescue efforts with concerned parties, and talking to victims' families.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG