ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທີ່ດິນ ແລະ ພື້ນທີ່ແຫຼ່ງນໍ້າ ທຳມະຊາດໃນ ລາວ ຫຼຸດລົງຢ່າງຕໍ່ເນື່ອງ ຍ້ອນການສຳປະທານ ໂຄງການພັດທະນາ ຂະໜາດໃຫຍ່


ພື້ນທີ່ສໍາປະທານທີ່ດິນເຂດນຶ່ງ ໃນແຂວງໄຊຍະບູລີ.
ພື້ນທີ່ສໍາປະທານທີ່ດິນເຂດນຶ່ງ ໃນແຂວງໄຊຍະບູລີ.

ທີ່ດິນ ແລະ ພື້ນທີ່ແຫຼ່ງນໍ້າທຳມະຊາດໃນ ລາວ ຫຼຸດລົງຢ່າງຕໍ່ເນື່ອງເພາະການອະນຸຍາດສຳປະ ທານໂຄງການພັດທະນາຂະໜາດໃຫຍ່ໃຫ້ກັບບໍລິສັດເອກະຊົນທີ່ເຮັດໃຫ້ເກີດຂໍ້ຂັດແຍ້ງໃນສັງຄົມ ລາວ ເພີ່ມຂຶ້ນ.


ເຄືອຂ່າຍການພັດທະນາແບບເປີດ (Open Development Network) ອົງການບໍ່ຂຶ້ນກັບລັດຖະ ບານໃນ ລາວ ລາຍງານວ່າໃນປັດຈຸບັນລັດຖະບານ ລາວ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ກັບນັກລົງທຶນ ລາວ ແລະ ນັກລົງທຶນຊາວຕ່າງຊາດຈຳນວນ 1,758​ ໂຄງການມີພື້ນທີ່ສຳປະທານລວມ ກັນເຖິງ 11,754,417 ເຮັກຕາແຕ່ຈາກການສຳຫຼວດພົບວ່ານັກລົງທຶນໄດ້ນຳໃຊ້ທີ່ດິນຕົວຈິງພຽງ 549,248 ເຮັກຕາ ຫຼືບໍ່ເຖິງ 5 ເປີເຊັນຂອງພື້ນທີ່ສຳປະທານທັງໝົດ ຊຶ່ງໃນນີ້ເປັນການອະນຸຍາດສຳປະທານໂດຍທ້ອງຖິ່ນ 1,311 ໂຄງການຈຶ່ງເຮັດໃຫ້ລັດຖະບານທີ່ຂັ້ນສູນກາງບໍ່ສາມາດກວດກາໄດ້ຢ່າງທົ່ວເຖິງດັ່ງຈະເຫັນໄດ້ຈາກການຈັດຕັ້ງປະຕິບັດຂອງຄະນະສະເພາະກິດຂອງລັດຖະບານ ຊຶ່ງສາມາດຍຶດເອົາທີ່ດິນຂອງລັດທີ່ຖືກຍັກຍອກໄປໂດຍຜິດກົດໝາຍກັບຄືນມາໄດ້ພຽງ 20,000 ກວ່າເຮັກຕາເທົ່ານັ້ນໃນຊ່ວງປີ 2018-2020 ທີ່ຜ່ານມາ.

ບັນຫາດັ່ງກ່າວໄດ້ເກີດຂຶ້ນໃນເຂດນະຄອນຫຼວງວຽງຈັນເຊັ່ນກັນ ໂດຍການຈັດຕັ້ງປະຕິບັດຕາມແຜນຜັງການພັດທະນາຕົວເມືອງສະບັບທີ 3 ຊຶ່ງມີ 79 ໂຄງການບູລິມະສິດທີ່ຈະຕ້ອງເວນຄືນທີ່ດິນປະຊາຊົນຄິດເປັນພື້ນທີ່ລວມ 61,000 ເຮັກຕາໃນ 288 ບ້ານ ທັງກໍຍັງໄດ້ໄປກວມເອົາແຫຼ່ງນໍ້າທຳ ມະຊາດດ້ວຍນັ້ນ ກໍຍິ່ງເຮັດໃຫ້ເກີດການສູນເສຍພື້ນທີ່ທຳມະຊາດໃນເຂດນະຄອນຫຼວງວຽງຈັນເພີ່ມຂຶ້ນນັບມື້ອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນເຂດນະຄອນຫຼວງວຽງຈັນໄດ້ໃຫ້ການຢືນຢັນວ່າ

“ຢູ່ໃນແຜນກະໄດ້ກຳນົດວ່າພວກເຮົາຈະອະນຸລັກຮັກສາບັນດາບຶງ ບັນດາໜອງ ແຕ່ວ່າໃນທາງປະຕິບັດຕົວຈິງພວກເຮົາຄຸ້ມຄອງບໍ່ໄດ້ດີ ປັດຈຸບັນເຮົາຖົມໝົດແລ້ວໜອງເປັນຕົ້ນ ໜອງບອນບໍ່, ໜອງຈັນບໍ່, ໜອງທາບໍ່ ຫຼືວ່າໜອງອື່ນໆໄດ້ຍິນແຕ່ຊື່ດຽວນີ້ ແລະ ລູກຫຼານກະສິຖາມວ່າເປັນຫຍັງບ້ານນີ້ຈຶ່ງຊື່ໜອງບອນ, ໜອງຈັນ, ແຕ່ສຸດທ້າຍບໍ່ມີໜອງ ແລ້ວກະຍ້ອນເຮົາຄຸ້ມຄອງບໍ່ໄດ້ດີ ຫຼາຍທ່ານກະອາດສິມີໂອກາດໄປຢູ່ ຮາໂນ່ຍ ເຖິງວ່າປະຊາກອນແອອັດ ແຕ່ເຂົາເຈົ້າຮັກສາບັນດາໜອງໃນຕົວເມືອງໄດ້ດີ ເປັນບ່ອນພັກຜ່ອນຢ່ອນອາລົມຂອງພົນລະເມືອງ.”

ສ່ວນທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນຫຼວງວຽງຈັນ ຖະແຫຼງວ່າໃນປັດຈຸບັນນີ້ຍັງມີການຂັດແຍ້ງ ກ່ຽວກັບ ການເວນຄືນທີ່ດິນຫຼາຍກວ່າ 4,000 ກໍລະນີທີ່ຕົກລົງກັນຍັງບໍ່ທັນໄດ້ລະ ຫວ່າງບັນດາຜູ້ລົງທຶນໃນໂຄງການຕ່າງໆກັບປະຊາຊົນໃນເຂດນະຄອນຫຼວງວຽງຈັນ ໂດຍມີສາ ເຫດທີ່ສຳຄັນມາຈາກການປະເມີນລາຄາທີ່ດິນ ແລະ ສິ່ງປູກສ້າງທີ່ຈະເວນຄືນນັ້ນບໍ່ສອດຄ່ອງກັບສະພາບການຕົວຈິງ ກໍຄືໃນຂະນະທີ່ປະຊາຊົນເຫັນວ່າມີການປະເມີນລາຄາທີ່ຕໍ່າກວ່າລາຄາຊື້-ຂາຍທີ່ເປັນຈິງນັ້ນ ທາງຝ່າຍຜູ້ລົງທຶນກໍຢືນຢັນວ່າໄດ້ປະຕິບັດຕາມລະບຽບກົດໝາຍຢ່າງຄົບຖ້ວນແລ້ວ ຈຶ່ງເຮັດໃຫ້ເກີດຂໍ້ຂັດແຍ້ງ ແລະ ຍັງຕົກລົງກັນບໍ່ໄດ້ທັງ 4,000 ກວ່າກໍລະນີຈົນເຖິງປັດຈຸບັນນີ້.

ສ່ວນທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີຍອມຮັບວ່າ ລັດຖະບານລາວ ເປັນຝ່າຍທີ່ເສຍປຽບ ໃນໂຄງການສຳປະທານທີ່ດິນໄລຍະຍາວທີ່ໃຫ້ແກ່ເອກະຊົນລາວ ແລະ ຕ່າງຊາດ ໂດຍການກວດກາໃນໄລຍະຜ່ານມາພົບວ່າໂຄງການສຳປະທານທີ່ດິນສ່ວນໃຫຍ່ ບໍ່ປະຕິບັດຕາມສັນຍາ ເຊັ່ນບໍ່ໄດ້ນຳເງິນລົງທຶນເຂົ້າມາໃນໂຄງການ ແລະ ບໍ່ໄດ້ມີການກວດສອບແຕ່ຢ່າງໃດດັ່ງທີ່ທ່ານ ບຸນທອງ ຢືນຢັນວ່າ

"ທຸກມື້ນີ້ໄທເຮົາກະເສຍປຽບໃດ ໃນເມື່ອອະນຸຍາດສຳປະທານແລ້ວ ລະແມ່ນໃຜຄຸ້ມຄອງ ຈັກແມ່ນກະຊວງຊັບພະຍາກອນ, ຈັກແມ່ນກະຊວງລົງທຶນ, ຍົກຕົວຢ່າງ ສຳປະທານບາງຕອນທີ່ຢູ່ໃນນະ ຄອນຫຼວງວຽງຈັນ 99 ປີ ມາດຽວນີ້ບໍ່ແມ່ນຮອດສິບປາຍປີແລ້ວຫວາ, ຍັງບໍ່ໄດ້ພັດທະນາອີ່ຫຍັງ ມີິແຕ່ເຮັດໃຫ້ຄົນໄປຍ່າງຕີກອຟຫັ້ນ ການພັດທະນາອັນອື່ນໆກໍ ບໍ່ທັນມີອີ່ຫຍັງ ຄັ່ນກໍລະນີໃນແບບນີ້ມັນກໍບໍ່ມີປະສິດທິຜົນບໍ່ ຫຼືວ່າແນວໃດອັນນີ້ເຮົາກະຕ້ອງໄດ້ເບິ່ງວ່າ ເຮົາຊິແກ້ແບບໃດ ອັນນີ້ກະຄືຊິແມ່ນລະດັບກະຊວງຈະຕ້ອງໄດ້ກະຕຸກຊຸກຍູ້."

ທາງດ້ານ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຖະແຫຼງຢືນຢັນວ່າ ໃນໄລຍະຜ່ານມາໄດ້ສຳຫຼວດພົບແຮ່ທາດໃນ ລາວ 570 ກວ່າແຫຼ່ງໃນເນື້ອທີ່162,104 ກິໂລແມັດມົນທົນ ຄິດເປັນ 68 ເປີເຊັນຂອງພື້ນທີ່ທັງໝົດໃນລາວ ໂດຍໄດ້ອະນຸຍາດສຳປະທານແກ່ເອກະຊົນ ລາວ ແລະ ຕ່າງຊາດແລ້ວ 649 ລາຍໃນ 942 ກິດຈະການແລະ ໄດ້ດຳເນີນການຂຸດຄົ້ນແລ້ວ 176 ກິດຈະການໃນທົ່ວປະເທດ.

XS
SM
MD
LG