ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊີບຕັດຫຍ້າ ສ້າງລາຍໄດ້ດີ ໃນ ສະຫະລັດ


ນັກຕັດຫຍ້າເຮັດວຽກຢູ່ໝູ່ບ້ານແຫ່ງນຶ່ງໃນເມືອງ ເພຣິສ, ລັດ ຄາລິຟໍເນຍ, 16 ມິຖຸນາ 2016.
ນັກຕັດຫຍ້າເຮັດວຽກຢູ່ໝູ່ບ້ານແຫ່ງນຶ່ງໃນເມືອງ ເພຣິສ, ລັດ ຄາລິຟໍເນຍ, 16 ມິຖຸນາ 2016.

ທຸລະກິດບົວລະບັດທີ່ດິນຄື: ຕັດຫຍ້າ, ປູກຫຍ້າ, ຕັດຕົ້ນໄມ້, ປູກດອກໄມ້ ອອກແບບສວນ ແລະ ອື່ນໆເປັນທຸລະກິດທີ່ມີການລົງທຶນຕໍ່າ ແຕ່ສ້າງລາຍໄດ້ຂ້ອນຂ້າງດີໃນ ສະຫະລັດ. ມີຄົນຫຼາກຫຼາຍເຊື້ອຊາດທີ່ເຮັດທຸລະກິດນີ້ ລວມທັງຄົນລາວດ້ວຍ, ເຊິ່ງ ພຸດທະສອນ ມີລາຍງານ ກ່ຽວກັບ ການປະກອບກິດ ຈະການນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການຕັດຫຍ້າ ແລະ ຕັດຕົ້ນໄມ້ເປັນວຽກງານຢູ່ບ້ານຂອງຜູ້ຊາຍ ແລະ ແມ່ຍິງທັງຫຼາຍ ທີ່ໄດ້ກາຍມາເປັນວຽກງານຈິງຈັງຢູ່ໃນ ສະຫະລັດ. ປະຊາຊົນໄດ້ຫຍຸ້ງວຽກຢູ່ຫ້ອງການຫຼາຍຂຶ້ນ ເຮັດໃຫ້ເຂົາເຈົ້າບໍ່ມີເວລາ ທຳຄວາມສະອາດຢູ່ເດີ່ນບ້ານຂອງເຂົາເຈົ້າ, ສະນັ້ນເຂົາເຈົ້າຈຶ່ງໄດ້ຫັນມາຫານັກຕັດຫຍ້າຕັດຕົ້ນໄມ້ທີ່ວ່ານີ້ ເພື່ອຊ່ວຍຜ່ອນເບົາວຽກງານຂອງເຂົາເຈົ້າ.

ການຕັດຫຍ້າເປັນວຽກງານທີ່ໃຊ້ແຮງ ແລະ ຄວາມຊໍານານ, ແລະ ວຽກທີ່ວ່ານີ້ກໍເປັນວຽກຕາມລະດູການແລ້ວແຕ່ສະຖານທີ່ທີ່ຄົນເຮົາອາໄສຢູ່, ຖ້າອາໄສຢູ່ເຂດໜາວ ວຽກທີ່ວ່ານີ້ກໍຈະມີແຕ່ລະດູບານໃໝ່ຫາທ້າຍລະດູຮ້ອນເທົ່ານັ້ນ, ເພາະວ່າຫຍ້າຈະບໍ່ປົ່ງໃນລະດູໜາວ. ຖ້າທ່ານອາໄສຢູ່ລັດຄາລິຟໍເນຍ, ລັດ ຟລໍຣິດາ ຫຼື ເຂດພາກໃຕ້ຂອງ ສະຫະລັດ ທີ່ອຸ່ນຕະຫຼອດປີນັ້ນ ວຽກງານທີ່ວ່ານີ້ ກໍຈະມີຕະ ຫຼອດປີ.

ລາຄາສະເລ່ຍສຳລັບການຕັດຫຍ້າແມ່ນລະຫວ່າງ 50 ໂດລາ ຫາ 200 ປາຍໂດລາ, ແລ້ວແຕ່ຂະໜາດຂອງເດີ່ນບ້ານ. ເຊິ່ງທ່ານ ແສງດີ ມິດຕິກອນ, ນັກຕັດຫຍ້າຄົນລາວຢູ່ລັດຄາລິຟໍເນຍ ໄດ້ກ່າວວ່າ “ວຽກຕັດຫຍ້ານີ້ແບບວ່າ ມັນບໍ່ ເໝາະສົມໄດ້ເງິນເຮົາກະໄດ້ເງິນ. ຄືເດີ່ນນ້ອຍໆຈັ່ງຊີ້ນິ, ມັນກະບໍ່ຫຼຸດແລ້ວ 50 ຫຼື 25 ດອນ. ເຮົາໄປບໍ່ພໍຊົ່ວໂມງ. ເຮົາໄດ້ລະເດະ 20, 30 ດອນ ຫຼື 50 ດອນ.”

ທຸລະກິດຕັດຫຍ້າສາມາດເຮັດໄດ້ດ້ວຍການໄປເຊົ່າເຄື່ອງມື ຢູ່ຕາມຮ້ານຕ່າງໆ, ຖ້າທ່ານບໍ່ຢາກຊື້ມາໄວ້. ເຊິ່ງຄ່າເຊົ່າກໍມີຫຼາຍລາຄາ, ຖ້າທ່ານຢາກເຊົ່າຈັກຕັດຫຍ້າແບບຍູ້ເອົາ ລາຄາກໍບໍ່ແພງບໍ່ກາຍ 100 ໂດລາ, ຫຼືຈະເຊົ່າລົດຕັດຫຍ້າ ລາຄາກໍປະມານ 150 ໂດລາຕໍ່ມື້. ທ່ານຢາກຊື້ມາໄວ້ເປັນຂອງຕົນເອງກໍໄດ້ ລາຄາກໍບໍ່ແພງຫຼາຍເກີນໄປ.

ນັກຂັບລົດຕັດຫຍ້າຈາກບໍລິສັດບົວລະບັດທີ່ດິນແຫ່ງນຶ່ງ ກຳລັງຕັດຫຍ້າ. 7 ສິງຫາ 2013.
ນັກຂັບລົດຕັດຫຍ້າຈາກບໍລິສັດບົວລະບັດທີ່ດິນແຫ່ງນຶ່ງ ກຳລັງຕັດຫຍ້າ. 7 ສິງຫາ 2013.

ເມື່ອທ່ານມີອຸປະກອນຄົບແລ້ວ, ການໂຄສະນາການບໍລິການຂອງທ່ານກໍມີຫຼາຍແບບ ບໍ່ວ່າຈະເປັນການແຈກໃບປິວໂຄສະນາ ຢູ່ຕາມບ້ານຄົນ, ຕາມຫົນທາງ, ອິນເຕີແນັດ ຫຼື ຕັດຫຍ້າຢູ່ໜ້າບ້ານຂອງທ່ານເອງ ຕົບແຕ່ງໃຫ້ມັນງາມໃຫ້ຄົນໄດ້ເຫັນກໍໄດ້. ທ່ານ ແສງດີ ໄດ້ກ່າວວ່າວິທີນຶ່ງທີ່ລາວສະແດງສີມືໃຫ້ຜູ້ທີ່ອາດເປັນລູກຄ້າເຫັນກໍແມ່ນການຕັດຫຍ້າຢູ່ເດີ່ນບ້ານຂອງລາວເອງ, ເຊິ່ງທ່ານ ແສງດີ ໄດ້ກ່າວວ່າ “ສຳຄັນຕັດຫຍ້ານີ້ ຄັນຂ້ອຍໄປຕັດເດີ່ນເຈົ້ານີ້ ເຈົ້າຊິເຫັນບ່ອນໂກນ, ບ່ອນເລິກ, ບ່ອນຕື້ນ. ຄືວ່າແຕ່ລະເຮືອນນີ້ນະ ຄັນເຂົາເຫັນວ່າເຮືອນຫຼັງນີ້ງາມແທ້ຫວະ, ນີ້ນະບ້ານຫຼັງນີ້ຂ້ອຍກະເຄີຍຕັດ. ເຂົາຫາກມາຖາມເອງໂລດ, ຄືຂ້ອຍຕັດບ້ານຫຼັງນີ້ ມັນຖາມໂລດ ມັນວ່າ ໂຢ, You need a job? Can you cut my lawn? I like it, you cut look good, Beautiful. ເຮົາກະໂອເຄ..”

ການດຳເນີນດຸລະກິດຕ່າງໆໃນ ສະຫະລັດ ສ່ວນຫຼາຍແມ່ນຕ້ອງໄດ້ມີລາຍເຊັນ. ບາງເຂດ ແລະ ເມືອງມີກົດລະບຽບຕ່າງກັນ. ການຂໍລາຍເຊັນປົກກະຕິແລ້ວຈະເປັນຂັ້ນຕອນທີ່ລຽບງ່າຍ.

ນອກຈາກນັ້ນ, ຖ້າເຄື່ອງມືຂອງທ່ານມີລາຄາແພງ ແລະ ທຸລະກິດຂອງທ່ານດຳເນີນໄປໄດ້ດີ ທ່ານອາດຈະຕ້ອງການປະກັນໄພເພື່ອສ້ອມແປງເຄື່ອງມືຂອງທ່ານ, ແລະ ປ້ອງກັນຄວາມເສຍຫາຍທີ່ທ່ານອາດເຮັດ, ເຊິ່ງມັນກໍເປັນການຊ່ວຍເຫຼືອທ່ານອີກຢ່າງນຶ່ງ.

ຖ້າທ່ານບໍ່ມີປະສົບການ ແລະ ສີມືດີ ທ່ານກໍສາມາດຝຶກແອບດ້ວຍການເຂົ້າເຮັດຢູ່ບໍລິສັດໄດ້, ແຕ່ຄ່າຈ້າງແມ່ນຈະຕໍ່າກວ່າ ການເຮັດທຸລະກິດເປັນຂອງຕົນເອງຫຼາຍ, ເຊິ່ງທ່ານ ແສງດີ ເອງກໍເຄີຍເຮັດໃຫ້ບໍລິສັດ 4 ປີ.

ທ່ານ ແສງດີ ກ່າວວ່າ “ຕອນນັ້ນຈ່າຍໃຫ້ 10 ດອນ, ບາດນີ້ເຮົາເຮັດ 8 ຊົ່ວໂຮງເຮົາກະໄດ້ 80. ລະບາດນີ້ເພິ່ນໃຫ້ເຮົາເຮັດວັນເສົາວັນທິດອີກ. ເຮົາກະບໍ່ຫຼຸດລະມື້ລະ 100 ປາຍລະ.”

ທຸລະກິດບົວລະບັດທີ່ດິນແມ່ນມີຄູ່ແຂ່ງຂັນຫຼາຍ ແລະ ລູກຄ້າມັກຈະຊອກຫາບໍລິສັດທີ່ໃຫ້ລາຄາຖືກ. ແຕ່ບາງຄົນກໍຍອມເສຍລາຄາສູງກວ່າເພື່ອຄວາມງາມ ແລະ ຄຸນນະພາບຂອງການບໍລິການ.

ບໍລິສັດສ່ວນຫຼາຍຈະຕັ້ງລາຄາຕາມຂະໜາດຂອງທີ່ດິນທີ່ເຂົາເຈົ້າຈະໃຫ້ບໍລິການ, ແຕ່ບາງບໍລິສັດ ກໍເກັບຄ່າບໍລິການເປັນຊົ່ວໂມງ.

XS
SM
MD
LG