ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ອ້າງວ່າ ການນຳໃຊ້ ລະເບີດຝັງດິນ ໃໝ່ ບໍ່ຄ່ອຍມີຫຼາຍ ແຕ່ຍັງສືບຕໍ່ ເຮັດໃຫ້ມີຄົນ ບາດເຈັບລົ້ມຕາຍ ຫຼາຍຂຶ້ນ


ຄວັນພຸ່ງຂຶ້ນ ຫຼັງຈາກລະເບີດຝັງດິນ ໄດ້ແຕກຂຶ້ນ ໃນຂະນະທີ່ ພວກນັກຮົບ ຂອງກຸ່ມກຳລັງປະຊາທິປະໄຕໃນຊີເຣຍ ພວມເປີດທາງ ຫຼັງຈາກທີ່ໄດ້ປົດປ່ອຍ ເມືອງຣັກກາ ຂອງຊີເຣຍ, ວັນທີ 18 ຕຸລາ 2017.
ຄວັນພຸ່ງຂຶ້ນ ຫຼັງຈາກລະເບີດຝັງດິນ ໄດ້ແຕກຂຶ້ນ ໃນຂະນະທີ່ ພວກນັກຮົບ ຂອງກຸ່ມກຳລັງປະຊາທິປະໄຕໃນຊີເຣຍ ພວມເປີດທາງ ຫຼັງຈາກທີ່ໄດ້ປົດປ່ອຍ ເມືອງຣັກກາ ຂອງຊີເຣຍ, ວັນທີ 18 ຕຸລາ 2017.

ອົງການສິ້ງຊອມລະເບີດຝັງດິນສາກົນ ກ່າວວ່າ ການນຳໃຊ້ອາວຸດໃໝ່ ແມ່ນ “ບໍ່ຄ່ອຍ
ມີຫຼາຍ”
ແຕ່ການສູ້ລົບຢູ່ໃນ ອັຟການິສຖານ ລີເບຍ ຢູເຄຣນ ແລະ ເຢເມນ ໄດ້ນຳໄປສູ່
ການມີຄົນລົ້ມຕາຍສູງຂຶ້ນ ເປັນປີທີ 2 ລຽນຕິດ.

ອົງການປຸກລະດົມເພື່ອເກືອດຫ້າມລະເບີດຝັງດິນສາກົນ ຫຼື ICBL ໄດ້ກ່າວຢູ່ໃນລາຍ
ງານ ປະຈຳປີ ໃນວັນພະຫັດມື້ນີ້ວ່າ ມີຜູ້ບາດເຈັບ ຫຼືເສຍຊີວິດ ຈາກລະເບີດຝັງດິນ
ຈຳນວນ 8,605 ຄົນ ໂດຍລວມມີ 2,089 ຄົນໄດ້ເສຍຊີວິດ ໃນປີ 2016. ອັນນັ້ນ
ລວມທັງ ລະເບີດທີ່ປະດິດຂຶ້ນເອງ ແລະ ລະເບີດທີ່ຍັງບໍ່ທັນແຕກ ທີ່ລະເບີດຂຶ້ນ
ແບບດຽວກັນກັບລະເບີດຝັງດິນ.

ໃນຈຳນວນຂອງຜູ້ບາດເຈັບຫຼືເສຍຊີວິດດັ່ງກ່າວ 78 ເປີເຊັນ ແມ່ນພົນລະເຮືອນ ແລະ
ຈຳນວນທັງໝົດ ສ່ວນໃຫຍ່ແລ້ວ ແມ່ນເປັນພວກເດັກນ້ອຍ ທີ່ມີຈຳນວນສູງ ເປັນປະ
ຫວັດການ ແບບບໍ່ເຄີຍມີມາກ່ອນ. ການບາດເຈັບຫຼືເສຍຊີວິດ ໄດ້ເກີດຂຶ້ນຢູ່ໃນ 52
ປະເທດ.

ຮູບພາບ ຈາກວີດີໂອ ນີ້ ຖ່າຍທຳໃນວັນທີ 7 ກັນຍາ 2015 ສະໜອງໂດຍ ສູນເກັບກູ້ລະເບີດຝັງດິນ ແລະ ການບຳບັດ ຂອງຊີເຣຍ, ອາສາສະໝັກ ເກັບກູ້ລະເບີດຝັງດິນ ນຳເອົາລະເບີດຝັງດິນ ອອກມາ ຈາກພື້ນດິນ ໃນເມືອງ ດາຣາອາ ຂອງຊີເຣຍ.
ຮູບພາບ ຈາກວີດີໂອ ນີ້ ຖ່າຍທຳໃນວັນທີ 7 ກັນຍາ 2015 ສະໜອງໂດຍ ສູນເກັບກູ້ລະເບີດຝັງດິນ ແລະ ການບຳບັດ ຂອງຊີເຣຍ, ອາສາສະໝັກ ເກັບກູ້ລະເບີດຝັງດິນ ນຳເອົາລະເບີດຝັງດິນ ອອກມາ ຈາກພື້ນດິນ ໃນເມືອງ ດາຣາອາ ຂອງຊີເຣຍ.

ທ່ານ ລໍເຣນ ເປີຣຊີ ຜູ້ຊ່ວຍບັນນາທິການ ຂອງວາລະສານ ແລນດ໌ມາຍມໍນີເຕີ
(Landmine Monitor) ຮັບຜິດຊອບໃນເລື່ອງຜູ້ບາດເຈັບຫຼືເສຍຊີວິດ ແລະ ການ
ຊ່ວຍເຫຼືອຜູ້ເຄາະຮ້າຍ ກ່າວວ່າ “ມີບັນຫາຂັດແຍ່ງຂະໜາດຮຸນແຮງໃນບາງແຫ່ງ
ບ່ອນທີ່ ບໍ່ມີການຄຳນຶງ ເຖິງຄວາມປອດໄພ ຂອງພົນລະເຮືອນເລີຍ ທີ່ຍັງຄົງມີຢູ່ ເຊິ່ງໄດ້ເປັນຜົນເຮັດໃຫ້ມີຈຳນວນຕົວເລກ ຂອງຜູ້ໄດ້ຮັບບາດເຈັບຫຼືເສຍຊີວິດ
ທີ່ສູງຂຶ້ນ ເປັນປີທີ 2 ລຽນຕິດ. ອັນນີ້ ສະແດງໃຫ້ເຫັນວ່າ ມີຄວາມຈຳເປັນ ທີ່ຈະ ຕ້ອງໃຫ້ປະເທດທັງໝົດ ເຂົ້າຮ່ວມໃນສົນທິສັນຍາ ວ່າດ້ວຍການເກືອດຫ້າມ
ລະເບີດຝັງດິນ ແລະ ໃຫ້ເພີ່ມລະດັບການຊ່ອຍເຫຼືອ ແກ່ພວກຜູ້ເຄາະຮ້າຍ
ຈາກລະເບີດຝັງດິນ.”

ພາຍໃຕ້ ສົນທິສັນຍາ ສາກົນປີ 1999 ບັນດາປະເທດຕ່າງໆ ຕົກລົງທີ່ຈະບໍ່ນຳໃຊ້ ຫຼື
ຜະລິດພວກລະເບີດຝັງດິນ ຕໍ່ຕ້ານພົນທະຫານ ທຳລາຍລະເບີດຝັງດິນທີ່ມີຢູ່ໃນຄັງ
ອາວຸດ ສະໜອງການຊ່ອຍເຫຼືອ ໃຫ້ແກ່ພວກຜູ້ເຄາະຮ້າຍ ແລະ ເກັບກູ້ລະເບີດຝັງດິນ
ຂອງຕົນ ອອກຈາກພື້ນທີ່ ພາຍໃນ 10 ປີ ຫລັງຈາກ ໄດ້ເຂົ້າຮ່ວມໃນສົນທິສັນຍານີ້.

ໃນວັນພຸດວານນີ້ ອົງການ ICBL ໄດ້ຍິນດີຕ້ອນຮັບເອົາ ສຣີລັງກາ ເຂົ້າເປັນສະມາຊິກ
ປະເທດທີ 163 ທີ່ມີພັນທະຢ່າງເຕັມສ່ວນ ພາຍໃຕ້ສົນທິສັນຍາດັ່ງກ່າວ ແລະ ໄດ້ກ່າວ
ວ່າ ຕົນຫວັງວ່າ ປະເທດອື່ນໆ ຢູ່ໃນຂົງເຂດ ຈະເຂົ້າຮ່ວມນຳດ້ວຍ.

ລາຍງານໃນວັນພະຫັດມື້ນີ້ ໄດ້ກ່າວວ່າ ມຽນມາ ແລະ ຊີເຣຍ ເທົ່ານັ້ນ ທີ່ມີກຳລັງຂອງ
ລັດຖະບານ ທີ່ສືບຕໍ່ວາງລະເບີດຝັງດິນ ຢ່າງເອົາຈິງເອົາຈັງ ໃນລະຫວ່າງ ປີກາຍນີ້.
ທັງສອງປະເທດ ບໍ່ໄດ້ເຂົ້າຮ່ວມໃນສົນທິສັນຍາ ການຫ້າມໃຊ້ລະເບີດຝັງດິນ.

ລາຍງານນີ້ ອ້າງເຖິງ 61 ປະເທດ ແລະ ພື້ນທີ່ຕ່າງໆ ທີ່ເຕັມໄປດ້ວຍລະເບີດຝັງດິນ
ມາເຖິງເດືອນພະຈິກປີນີ້ ແລະ ໃນຂະນະທີ່ 33 ປະເທດ ໃນຈຳນວນດັ່ງກ່າວ ເປັນ
ສ່ວນນຶ່ງຂອງສົນທິສັນຍາ ພຽງແຕ່ ປະເທດ ຊີເລ ມໍຣິເຕເນຍ ເປຣູ ແລະ ສາທາ
ລະນະລັດ ປະຊາທິປະໄຕ ຄອງໂກ ພວມຈະປະຕິບັດໄດ້ຕາມພັນທະ ຂອງພວກ
ເຂົາເຈົ້າ ກ່ອນເສັ້ນຕາຍ ສຳລັບ ການເກັບກູ້ລະເບີດຝັງດິນ ອອກຈາກດິນແດນ
ຂອງພວກເຂົາເຈົ້າ.

ສ່ວນປະເທດ ອາລຈີເຣຍ ແລະ ໂມຊຳບິກ ໄດ້ສຳເລັດພາລະກິດເກັບກູ້ລະເບີດຝັງດິນ
ຂອງພວກເຂົາເຈົ້າ ໃນລະວ່າງ ປີ 2017. ສ່ວນໃນທົ່ວໂລກ ລາຍງານກ່າວວ່າ ເນື້ອທີ່
ທັງໝົດ ຈຳນວນ 170 ຕາລາງກິໂລແມັດ ໄດ້ຖືກເກັບກູ້ໄປແລ້ວ ໃນລະຫວ່າງ ປີ 2016
ແລະວຽກງານສ່ວນໃຫຍ່ໄດ້ເກີດຂຶ້ນຢູ່ໃນອັຟການິສຖານ ໂຄຣເອເຊຍ ອີຣັກ ແລະ
ກຳປູເຈຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG