ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຕັດ​ສິນ ທີ່ 'ສໍາຄັນ' ຂອງ​ສານ ຂັດຂວາງ ບໍ່ໃຫ້ມີການສົ່ງໂຕຜູ້ຮ້າຍຈາກຢູໂຣບ ໄປຈີນ


ໃນຮູບພາບນີ້ ໄດ້ສະແດງໃຫ້ເຫັນພາຍໃນຂອງສານດ້ານສິດທິມະນຸດແຫ່ງສະຫະພາບຢູໂຣບ ໃນນະຄອນສຕຣາສເບີກ, ທາງທິດຕາເວັນອອກຂອງປະເທດຝຣັ່ງ, ວັນທີ 7 ກຸມພາ 2019.
ໃນຮູບພາບນີ້ ໄດ້ສະແດງໃຫ້ເຫັນພາຍໃນຂອງສານດ້ານສິດທິມະນຸດແຫ່ງສະຫະພາບຢູໂຣບ ໃນນະຄອນສຕຣາສເບີກ, ທາງທິດຕາເວັນອອກຂອງປະເທດຝຣັ່ງ, ວັນທີ 7 ກຸມພາ 2019.

ການສົ່ງໂຕຜູ້ຮ້າຍຂ້າມແດນທັງໝົດຈາກ ຢູໂຣບ ອາດຈະຖືກຂັດຂວາງ ລຸນຫຼັງການຕັດສິນຫຼ້າສຸດໂດຍສານສິດທິມະນຸດ​ຢູ​ໂຣບ ຫຼື ECHR, ​ເຊິ່ງ​ເປັນ​ການ​ຕັດ
ສິນທີ່ນັກປຸກ​ລະ​ດົມ ອະທິບາຍວ່າ ເປັນການຕັດສິນອັນສໍາຄັນ ທີ່ໄດ້ຂະຫຍາຍໄປທົ່ວໂລກ.

ຜູ້ພິພາກສາຢູ່ທີ່ສານໃນ ນະຄອນສຕຣາສບວກ (Strasbourg), ປະເທດຝຣັ່ງ ຕັດສິນເປັນເອກະສັນກັນ ໃນວັນທີ 6 ຕຸລາທີ່ຜ່ານມາວ່າ ທ້າວຫັງ ຕາວ ຫຼີວ (Hung Tao Liu) ທີ່ເປັນຄົນສັນຊາດໄຕ້ຫວັນ ຖືກກ່າວວ່າ ສໍ້ໂກງທາງດ້ານຄົມມະນາຄົມສື່ສານນັ້ນ ຈະບໍ່ຖືກສົ່ງໂຕຈາກປະເທດໂປແລນ ໄປ ຈີນ, ເນື່ອງຈາກລາວອາດຈະຕ້ອງປະເຊີນກັບການປະຕິບັດທີ່ບໍ່​ຖືກ​ຕ້ອງ ຫຼື ການທໍລະມານ ແລະອາດຈະຖືກດໍາເນີນຄະດີ ທີ່ບໍ່ເປັນທໍາ.

ທ່ານຜູ້ພິພາກສາຍັງໄດ້ຕັດສິນວ່າ ການກັກຂັງທ້າວຫຼີວຢູ່ໃນໂປແລນເປັນເວລາ 5 ປີ ໃນລະຫວ່າງທີ່ລາວຂໍອຸທອນຕໍ່​ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ແມ່ນ​ບໍ່​ຖືກ​ຕ້ອງ
ຕາມກົດໝາຍ. ການຕັດສິນດັ່ງກ່າວນີ້ ມີຜົນບັງຄັບໃຊ້ໃນເດືອນມັງກອນທີ່ຈະມາເຖິງນີ້.

ທ່ານມາກິນ ກໍສກີ (Marcin Górski) ເຊິ່ງເປັນນັກວິຊາການທາງດ້ານກົດໝາຍຈາກມະຫາວິທະຍາໄລລອດສ໌ (Lodz) ພ້ອມທັງເປັນທະນາຍຄວາມຂອງທ້າວຫຼີວ ກ່າວວ່າ ສິ່ງສໍາຄັນ ທ້າວຫຼີວບໍ່ແມ່ນນັກເຄື່ອນໄຫວທາງການເມືອງ ຫຼື ນັກວິຈານຂອງ ຈີນ, ລາວບໍ່ແມ່ນທັງນັກເຄື່ອນໄຫວດ້ານສາດສະໜາ ຫຼື ມາຈາກຊົນເຜົ່າກຸ່ມນ້ອຍ.

ທ່ານກໍສກີ ບອກກັບ VOA ວ່າ “ດັ່ງນັ້ນ, ຜົນອອກມາຂອງຄະດີ ແມ່ນໂດຍພື້ນຖານ, ບໍ່ວ່າສະຖານະໂດຍສ່ວນໂຕຂອງພວກເຈົ້າ ຈະເປັນນັກເຄື່ອນໄຫວທາງການເມືອງ ທີ່ກ່ຽວຂ້ອງກັບການເຄື່ອນໄຫວບາງຢ່າງທີ່ກົງກັນຂ້າມກັບ ຈີນ ຫຼື ບໍ່ ກໍຕາມ, ເຈົ້າຈະຕ້ອງບໍ່ຖືກສົ່ງໂຕໄປປະເທດຈີນ, ໂດຍພື້ນຖານແລ້ວ ໃຜກໍຕາມທີ່ຖືກສົ່ງໄປທີ່ນັ້ນ ມີຄວາມເປັນໄປໄດ້ທີ່ຈະໄດ້ຮັບການປະຕິບັດ ທີ່ໂຫດ ຮ້າຍ.”

ທ້າວຫັງ ຕາວ ຫຼີວ, ນັ່ງເຮືອບິນຈາກປະເທດສະເປນໄປໂປແລນ ໃນປີ 2016, ລຸນຫຼັງເຈົ້າໜ້າທີ່ທາງການຂອງສະເປນ ໄດ້ຈັບຜູ້ຕ້ອງສົງໄສຊາວໄຕ້ຫວັນຫຼາຍກວ່າ 200 ຄົນ ແລະໄດ້ສົ່ງພວກເຂົາເຈົ້າຄືນໄປຈີນແຜ່ນດິນໃຫຍ່ ໃນຂໍ້ຫາກ່ຽວກັບການສໍ້ໂກງທາງດ້ານຄົມມະນາຄົມສື່ສານ, ເຊິ່ງ ທ້າວຫຼີວ ໄດ້ຖືກກ່າວວ່າເປັນຫົວໜ້າຂອງກຸ່ມດັ່ງກ່າວ.

ກຸ່ມປົກ​ປ້ອງສິດທິມະນຸດ ກ່າວຫາລັດຖະບານສະເປນວ່າ ບໍ່ຫົວຊາຕໍ່ການເຕືອນກ່ຽວກັບການປະຕິບັດທີ່​ບໍ່​ຖືກ​ຕ້ອງ ແລະການທໍລະມານໃນການຕັດສິນຂອງສານຢູ່ປະເທດຈີນ. “ລັດຖະບານຂອງປະເທດສະເປນ ຮູ້ກ່ຽວກັບບັນຫາຢູ່ໃນປະເທດຈີນ,” ທ່ານ ຈິງ-ຈີ ເຊິນ (Jing-Jie Chen) ຈາກກຸ່ມປົກປ້ອງສິດທິມະນຸດ ທີ່ມີສູນກາງຢູ່ ໃນນະຄອນຫຼວງມາດຣີດ ກ່າວຕໍ່ VOA.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG