ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຄອງນະຄອນ ລອສແອນເຈີລິສ ຮຽກຮ້ອງໃຫ້ປະຊາຊົນ ໃສ່ໜ້າກາກ ໃນທີ່ສາທາລະນະ


ເຈົ້າຄອງນະຄອນລອສແອນເຈີລິສ ທ່ານເອຣິກ ກາເຊັດຕິ 
ຮຽກຮ້ອງໃຫ້ປະຊາຊົນພາກັນໃສ່ໜ້າກາກ ເພື່ອປ້ອງກັນໄວຣັສ
ໂຄໂຣນາ.
ເຈົ້າຄອງນະຄອນລອສແອນເຈີລິສ ທ່ານເອຣິກ ກາເຊັດຕິ  ຮຽກຮ້ອງໃຫ້ປະຊາຊົນພາກັນໃສ່ໜ້າກາກ ເພື່ອປ້ອງກັນໄວຣັສ ໂຄໂຣນາ.

ໃນຂະນະທີ່ ສະຫະລັດ ມີຜູ້ເສຍຊີວິດຍ້ອນໄວຣັສໂຄໂຣນາກາຍ 5,000 ແລ້ວ ນັ້ນ, ເຈົ້າ
ຄອງນະຄອນລອສ ແອນເຈີລິສ ໄດ້ຮຽກຮ້ອງປະຊາຊົນ ໃນເມືອງທີ່ໃຫຍ່ທີ່ສຸດ ເປັນອັນ
ດັບສອງຂອງປະເທດນັ້ນໃຫ້ໃສ່ໜ້າກາກໃນທີ່ສາທາລະນະ.

ເຈົ້າຄອງນະຄອນ ເອຣິກ ກາເຊັດຕິ ໄດ້ກ່າວວ່າ ປະຊາຊົນບໍ່ຄວນໃຊ້ໜ້າກາກ ອະນາໄມ
ລະດັບການແພດ ທີ່ມີຄວາມຂາດແຄນ ເຊິ່ງມີຄວາມຕ້ອງການໂດຍ ບັນດາຜູ້ຊ່ຽວຊານ
ດ້ານສາທາລະນະສຸກ, ແຕ່ໄດ້ກ່າວວ່າການໃຊ້ໜ້າກາກຜ້າຈະ ຊ່ວຍຫຼຸດການແຜ່ລາມ
ຂອງໄວຣັສ.

ບັນດາເຈົ້າໜ້າທີ່ສາທາລະນະສຸກລັດຖະບານກາງ ສະຫະລັດ ປັດຈຸບັນນີ້ບໍ່ໄດ້ ແນະ
ນຳໃຫ້ປະຊາຊົນໃສ່ໜ້າກາກ.

ທ່ານ ກາເຊັດຕິ ຍັງໄດ້ກ່່າວວ່າ ການໃສ່ໜ້າກາກ ບໍ່ໄດ້ແມ່ນການເຊື້ອເຊີນໃຫ້ ປະຊາ
ຊົນ “ອອກໄປຂ້າງນອກໃນທັນທີ,” ແລະ ວ່າເຂົາເຈົ້າຄວນຢູ່ບ້ານ ນອກ ຈາກໄປເຮັດ
ພາລະທີ່ຈຳເປັນເຊັ່ນໄປຊື້ຂອງກິນ.

ກໍລະນີການຕິດໄວຣັສໃນທົ່ວໂລກແມ່ນໃກ້ຈະຮອດ 1 ລ້ານຄົນແລ້ວ, ພ້ອມກັບ 50,
000 ຄົນເສຍຊີວິດ.

ຜູ້ອຳນວຍໃຫຍ່ອົງການອະນາໄມໂລກ ທ່ານ ເທດຣອສ ອາດານອມ ເກເບຣຢາຊຸສ
ໄດ້ກ່າວວ່າ ທ່ານມີຄວາມເປັນຫ່ວງຢ່າງຍິ່ງ ກ່ຽວກັບ ການເພີ່ມ ຂຶ້ນຢ່າງວ່ອງໄວ.

ທ່ານຍັງໄດ້ກ່າວເນັ້ນເຖິງຄວາມເປັນຫ່ວງ ກ່ຽວກັບ ຄວາມຮູ້ສຶກກົດດັນຍິ່ງຂຶ້ນ ໂດຍ
ປະຊາຊົນທີ່ທຸກຍາກທີ່ສຸດ ແລະ ມີຄວາມສ່ຽງໃນຂົງເຂດຕ່າງໆທີ່ຢູ່ພາຍ ໃຕ້ຄຳສັ່ງກັກບໍລິເວນ ແລະ ຮຽກຮ້ອງການຊ່ວຍເຫຼືອຕໍ່ບັນດາປະເທດທີ່ກຳລັງ ພັດທະນາ ທີ່ອາດບໍ່
ມີແຫຼ່ງຊັບພະຍາກອນຕ່າງໆ ເພື່ອຂະຫຍາຍໂຄງການ ສະວັດດີການສັງຄົມ.

ສູນກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກຂອງ ສະຫະລັດ ໄດ້ເຕືອນໃນ ວັນພຸດ
ວານນີ້ວ່າ ທຸກຄົນສາມາດເປັນຜູ້ນຳພາໄວຣັສໂຄໂຣນາ ແມ່ນກະທັ້ງທີ່ ເຂົາເຈົ້າບໍ່ໄດ້
ສະແດງອາການໃດໆ.

ອົງການດັ່ງກ່າວໄດ້ຢືນຢັນການສຶກສານຶ່ງໃນປະເທດ ສິງກະໂປ ທີ່ເວົ້າວ່າ 10 ເປີເຊັນ
ຂອງກໍລະນີໃໝ່ ແມ່ນຖືກແຜ່ກະຈາຍໂດຍຜູ້ທີ່ບໍ່ມີສັນຍານບໍ່ສະບາຍ. ອົງການນັ້ນເວົ້າ
ວ່າ ການສຶກສາໄດ້ສະໜັບສະໜູນຄວາມຈຳເປັນສຳລັບການ ຢູ່ຫ່າງຈາກສັງຄົມ.

ປະເທດ ອິຕາລີ ໄດ້ເປັນປະເທດທີ່ມີຜົນກະທົບໜັກສຸດ ໃນແງ່ຂອງການເສຍ ຊີວິດ, ເຊິ່ງ
ມີຫຼາຍກວ່າ 13,000 ຄົນໄດ້ຕາຍໄປແລ້ວ. ບັນດາຜູ້ນຳຂອງເຂົາ ເຈົ້າໄດ້ປະກາດການ
ຂະຫຍາຍເວລາ ຄຳສັ່ງການກັກບໍລິເວນໃນວັນພຸດວານນີ້ ດ້ວຍຄວາມຫວັງ ທີ່ຈະສືບຕໍ່
ແນວໂນ້ມ ຂອງການຕິດແປດໃໝ່ໜ້ອຍລົງ ເພື່ອ

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

XS
SM
MD
LG