ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ເຊເລັນສກີ ຮ້ອງຂໍການຊ່ອຍເຫຼືອ ທາງດ້ານການທະຫານຕື່ມອີກ ລຸນຫຼັງການໂຈມຕີຂອງຣັດເຊຍ ຄັ້ງຫຼ້າສຸດ


ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສກີ ກ່າວຜ່ານທາງວີດີໂອ ຂະນະທີ່ ນາຍົກລັດຖະມົນຕີ ລັດເວຍ ຄຣິສຈານິສ ຄາຣິນສ ແລະນາຍົກລັດຖະມົນຕີ ອັງກິດ ຣິຊີ ຊູນາກ ຟັງຢູ່ ໃນລະຫວ່າງກອງປະຊຸມ Joint Expeditionary Force ໃນນະຄອນຫຼວງຣິກາ ຂອງລັດເວຍ, ວັນທີ 19 ທັນວາ 2022. (Henry Nicholls/Pool Photo via AP)
ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສກີ ກ່າວຜ່ານທາງວີດີໂອ ຂະນະທີ່ ນາຍົກລັດຖະມົນຕີ ລັດເວຍ ຄຣິສຈານິສ ຄາຣິນສ ແລະນາຍົກລັດຖະມົນຕີ ອັງກິດ ຣິຊີ ຊູນາກ ຟັງຢູ່ ໃນລະຫວ່າງກອງປະຊຸມ Joint Expeditionary Force ໃນນະຄອນຫຼວງຣິກາ ຂອງລັດເວຍ, ວັນທີ 19 ທັນວາ 2022. (Henry Nicholls/Pool Photo via AP)

ທີ່ກອງປະຊຸມກັບບັນດາຜູ້ນຳ ກຳລັງຮ່ວມ ເຄື່ອນທີ່ຮີບດ່ວນ ຫຼື JEF ຢູ່ໃນປະເທດລັດເວຍ ເມື່ອວັນຈັນວານນີ້ ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ໄດ້ຮຽກຮ້ອງຂໍການສະໜັບສະໜຸນດ່ວນທີ່ສຸດ ໃນດ້ານການທະຫານ ແລະການປ້ອງກັນປະ​ເທດ.

ທ່ານເວົ້າວ່າ “ການຮຸກຮານຂອງຣັດເຊຍ ສາມາດ ແລະຕ້ອງລົ້ມແຫຼວ. ແລະວຽກງານຂອງພວກເຮົາ ໃນປັດຈຸບັນນີ້ ແມ່ນເພື່ອເລັ່ງລັດ​ໃຫ້​ໄວຂຶ້ນ. ດຽວນີ້ - ຢູ່ທີ່ກອງປະຊຸມສຸດຍອດນີ້ - ຂ້າພະເຈົ້າຮຽກຮ້ອງຕໍ່ທ່ານ ເຮັດທຸກສິ່ງທຸກຢ່າງເພື່ອເລັ່ງລັດເຮັດໃຫ້ພວກຜູ້ຍຶດຄອງໄດ້ຮັບຄວາມ​ພ່າຍແພ້ ໄວຂຶ້ນ.”

ກອງກຳລັງນີ້ ທີ່ນຳພາໂດຍອັງກິດ ປະກອບດ້ວຍ ເດັນມາກ ຟິນແລນ ແອັສໂທເນຍ ໄອຊ໌ແລນ ລັດເວຍ ລິທົວເນຍ ເນເທີແລນ ສະວີເດັນ ແລະນໍເວ ຊຶ່ງເປັນກຸ່ມແປດປະເທດ ທີ່ຍັງເປັນສະມາຊິກຂອງອົງການເນໂຕ້ ໂດຍຟິນແລນ ແລະສະວີເດັນ ໃນປັດຈຸບັນນີ້ ບໍ່ໄດ້ເປັນສະມາຊິກ ຂອງກຸ່ມພັນທະມິດດັ່ງກ່າວ.

ເມື່ອຕອນເຊົ້າວັນຈັນວານນີ້ ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ໄດ້ເດີນທາງໄປຢ້ຽມຢາມນະຄອນຫຼວງມິງສ໌ ທີ່ບໍ່ຄ່ອຍເກີດຂຶ້ນ ໂດຍຍົກຍ້ອງຜົນທີ່ເບລາຣຸສ ຈະໄດ້ຮັບຈາກການຮ່ວມໄມ້ຮ່ວມມື ກັບປະເທດເພື່ອນບ້ານທີ່ເປັນພັນ ທະມິດ ຈຶ່ງໄດ້ສ້າງຄວາມຢ້ານກົວໃນນະຄອນຫຼວງກີຢິບ ວ່າ ແຜນການຂອງການບຸກໂຈມຕີທາງພາກພື້ນດິນຮ່ວມກັນ ກຳລັງຖືກວາງແຜນ.

ຜູ້ບັນຊາການ ກອງກຳລັງຮ່ວມຂອງຢູເຄຣນ ເຊີຮີ ນາເຢບ (Serhiy Nayev) ໄດ້ກ່າວວ່າ ທ່ານເຊື່ອວ່າ ການພົບປະກັບຄູຕຳແໜ່ງຈາກເບລາຣຸສ ຂອງປູຕິນນັ້ນ ຈະປຶກສາ “ການຮຸກຮານຕໍ່ຢູເຄຣນຕື່ມອີກ ແລະການມີສ່ວນຮ່ວມຢ່າງກວ້າງຂວາງຂອງກອງທັບເບລາຣຸສ ໃນປະຕິບັດການຕໍ່ຕ້ານຢູເຄຣນ ໂດຍສະເພາະ ໃນຄວາມຄິດເຫັນຂອງພວກເຮົາ ຍັງຢູ່ໃນພາກພື້ນດິນນຳດ້ວຍ.”

ປະທານາທິບໍດີເບລາຣຸສ ອາເລັກແຊນເດີ ລູກາເຊັງໂກ ໄດ້ກ່າວຊ້ຳແລ້ວຊ້ຳອີກວ່າ ທ່ານບໍ່ມີເຈດຕະນາທີ່ຈະສົ່ງກຳລັງທະຫານຂອງປະເທດຕົນ ເຂົ້າໄປໃນຢູເຄຣນ ຫຼັງຈາກທີ່ໄດ້ສະໜອງສະຖານທີ່ຈັດຕັ້ງ ການເລີ້ມບຸກລຸກຂອງກອງກຳ ລັງຣັດເຊຍ ໃນເດືອນກຸມພາ.

“ຣັດເຊຍບໍ່ມີຄວາມສົນໃຈໃນການດຶງດູດເອົາຜູ້ໃດ” ທ່ານປູຕິນ ໄດ້ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ. ທ່ານກ່າວອີກວ່າ “ບໍ່ມີຄວາມຮີບດ່ວນໃນເລື້ອງນີ້ເລີຍ...ມັນບໍ່ແມ່ນການເຂົ້າຢຶດອຳນາດ ມັນແມ່ນເລື້ອງການຈັດວາງດ້ານນະໂຍບາຍ.”

ເມື່ອຖືກຖາມກ່ຽວກັບຄຳເຫັນດັ່ງກ່າວນັ້ນ ໂຄສົກກະຊວງການຕ່າງປະເທດສະ​ຫະ​ລັດ ທ່ານເນດ ໄພຣສ໌ ໄດ້ກ່າວວ່າ ມັນຄວນຖືເປັນ “ການເວົ້າສຽດສີຢ່າງສູງ” ເມື່ອມັນຖືກເວົ້າ “ອອກມາຈາກຜູ້ນຳ ຜູ້ທີ່ກຳລັງຫາທາງໃນຊວງເວລານີ້ ໃນປັດຈຸບັນນີ້ ເພື່ອການດຶງເອົາຄວາມຮຸນແຮງມາໃຫ້ປະເທດເພື່ອບ້ານທີ່ສັນຕິ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG