ເຈົ້າຂອງທຸລະກິດໃນນະຄອນ ບອລຕິມໍ, ລັດ ແມຣີແລນ ເຊິ່ງເກີດໃນ ນະຄອນຫຼວງ ກີຢິບ ໄດ້ກໍ່ຕັ້ງອົງການການກຸສົນ ເພື່ອຊ່ວຍເຫຼືອເດັກນ້ອຍຢູເຄຣນ ທີ່ໄດ້ຮັບຜົນ ກະທົບຈາກສົງຄາມ. ທ່ານ ແອນດຣີ ບໍຣີສ ລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມສາເໜີທ່ານໃນອັນດັບຕໍ່ໄປ.
ທ່ານ ອາເທີ ໂອລຊານສກີ້ ເປັນຄົນກີຢິບໂດຍກຳເນີດ ທີ່ໄດ້ກໍ່ຕັ້ງອົງການການກຸສົນຊື່ "ຊ່ວຍເຫຼືອເດັກນ້ອຍຈາກຢູເຄຣນ ຫຼື Hope-Children of Ukraine)
ແລະ ລາວກຳລັງບໍລິຫານອົງການນີ້ທີ່ຢູ່ຫ່າງໄກຈາກບ້ານເກີດ. ທ່ານ ໂອລຊານສກີ້ ອາໄສຢູ່ໃນນະຄອນ ບອລຕິມໍ, ລັດ ແມຣີແລນ, ປັດຈຸບັນ ລາວເປັນເຈົ້າຂອງ ບໍລິສັດໄອທີ.
ທ່ານ ອາເທີ ໂອລຊານສກີ້ ກ່າວວ່າ
"ແຂນຂວາຂອງຂ້ອຍອຸທິດໃຫ້ກັບຢູເຄຣນ - ເຫັນໄດ້ຊັດເຈນວ່າມີຫອກສາມຫຼ່ຽມ ຢູ່ບ່ອນນີ້...// ດັ່ງນັ້ນຈຶ່ງບໍ່ມີຄວາມສັບສົນວ່າຂ້ອຍມາຈາກໃສ! ເປັນຫຍັງຂ້ອຍຢາກ ເຮັດແບບນີ້? ເພາະເວລາຂ້ອຍພົບປະຜູ້ຄົນ ແລະ ຈັບມືກັບພວກເຂົາ, ຂ້ອຍຢາກ ໃຫ້ພວກເຂົາຮູ້ທັນທີວ່າຂ້ອຍແມ່ນໃຜ."
ລາວກໍ່ຕັ້ງອົງການການກຸສົນນີ້ໃນປີ 2021.
ອົງການນີ້ຊ່ວຍສະໜັບສະໜູນເງິນທຶນສຳລັບການສຶກສາອອນລາຍໃຫ້ກັບເດັນນ້ອຍ ຢູເຄຣນ. ໂດຍສະເໜີບົດຮຽນພາສາອັງກິດ ແລະ ການພັດທະນາຕົນເອງ ລວມເຖິງໃຫ້ການສະໜັບສະໜູນດ້ານຈິດຕະວິທະຍາ ແລະ ມະນຸດສະທຳ.
ທ່ານ ອາເທີ ໂອລຊານສກີ້ ກ່າວວ່າ
"ສິ່ງທີ່ຂ້ອຍຄົ້ນພົບກ່ຽວກັບເດັກນ້ອຍ ຄືພວກເຂົາມີແຮງຈູງໃຈ - ທີ່ຈະເຕີບໂຕ, ສ້າງອາຊີບ, ສ້າງຊີວິດໃຫ້ກັບຕົນເອງ!"
ປັດຈຸບັນ, ມູນນິທິນີ້ກຳລັງຊ່ວຍເຫຼືອເດັກນ້ອຍກວ່າ 200 ຄົນ - ສ່ວນໃຫຍ່ມາ ຈາກພື້ນທີ່ແນວໜ້າຂອງປະເທດ ຫຼື ເຂດດິນແດນທີ່ຖືກຍຶດຄອງຂອງຢູເຄຣນ.
((ເດັກຜູ້ຍິງ)) "ຂ້ອຍຊື່ວ່າ ອາລີນາ, ອາຍຸ 14 ປີ. ຂ້ອຍມາຈາກເມືອງ ບາກມຸດ."
((ເດັກຜູ້ຍິງ)) "ຂ້ອຍຊື່ວ່າ ນາສເຕຍ, ຂ້ອຍມາຈາກເຂດເມືອງ ຊາໂປຣິສເຊຍ."
((ເດັກຜູ້ຊາຍ)) "ຂ້ອຍມາຈາກເຂດເມືອງ ຄາກີບ."
((ເດັກຜູ້ຍິງ)) "ຂ້ອຍມາຈາກເຂດເມືອງ ເຄີຊັນ."
((ເດັກຜູ້ຊາຍ)) "ຂ້ອຍຊື່ ເຢໂຮ, ຂ້ອຍມາຈາກເມືອງ ນິໂກໂປລ."
ນາງ ໂຊເຟຍ ມາຈາກເມືອງ ເຄີຊັນ. ມູນນິທິກຳລັງຊ່ວຍໃຫ້ຄວາມຝັນຂອງລາວ ຍັງຄົງມີຊີວິດຊີວາ ໃນຂະນະທີ່ລາວກຳລັງຕໍ່ສູ້ກັບພະຍາດມະເຮັງເມັດເລືອດ.
ນາງ ໂຊເຟຍ ກ່າວວ່າ
"ນ້ອງຢາກໄປຮຽນຕໍ່ຕ່າງປະເທດຫຼາຍ! // ແລະ ເມື່ອນ້ອງລວຍຢູ່ທີ່ນັ້ນແລ້ວ ນ້ອງຢາກກັບມາຢູເຄຣນ ແລະ ນ້ອງມີຄວາມຝັນທີ່ຈະເປີດໂຮງໝໍມະເຮັງ ທີ່ອະນຸຍາດໃຫ້ມີສັດລ້ຽງທີ່ບໍ່ກໍ່ໃຫ້ເກີດອາການແພ້ບາງຊະນິດໄດ້. ເພາະຕອນນີ້ນ້ອງຢູ່ໂຮງໝໍ, ນ້ອງຄິດຮອດສັດລ້ຽງຂອງນ້ອງຫຼາຍ..."
ທ້າວ ເຢຮໍ ສູນເສຍບ້ານໃນເມືອງ ນິໂກໂປລ໌ ຕັ້ງແຕ່ຊ່ວງເລີ່ມສົງຄາມ.
ທ້າວ ເຢຮໍ ກ່າວວ່າ
"ຊີວິດປ່ຽນແປງໄປຫຼາຍ... ບ້ານຂອງຂ້ອຍຖືກລະເບີດ, ພໍ່ຂອງຂ້ອຍເສີຍຊີວິດ ລະຫວ່າງການປະທະກັນ. [[ຮ້ອງໄຫ້]] ຂ້ອຍຂໍໂທດ, ມັນຍາກທີ່ຈະເວົ້າເຖິງ ເລື່ອງນີ້..."
ແຕ່ຄວາມຝັນໃນການໄປຮຽນຕ່າງປະເທດຊ່ວຍໄດ້, ທ້າວ ເຢໂຮ ກ່າວ.
ທ້າວ ເຢຮໍ ກ່າວວ່າ
"ຕອນນີ້ຂ້ອຍກຳລັງຮຽນອອນລາຍຢູ່, ມັນກຳລັງໄປໄດ້ດີ! ແຕ່ຂ້ອຍຢາກໄປ ໂຮງຮຽນແທ້ໆ, ບໍ່ແມ່ນໂອ້ລົມກັນກັບໜ້າຈໍ..."
ອົງການການກຸສົນນີ້ ຊ່ວຍເຊື່ອມຕໍ່ນັກຮຽນກັບໂຄງການການສຶກສາ ແລະ ອຸດສາຫະກຳຕ່າງໆ.
ທ່ານ ອາເທີ ໂອລຊານສກີ້ ກ່າວວ່າ
"ເຈົ້າຢາກເປັນຫຍັງຕອນໃຫຍ່ຂຶ້ນ? ຂ້ອຍຢາກເປັນນັກພັດທະນາຊອບແວ... ດີຫຼາຍ! ເຮົາຈະນຳສະເໜີໂອກາດໃຫ້ເຈົ້າໄດ້ຮ່ວມງານກັບໃຜຈັກຄົນໃນອຸດສາຫະກຳທີ່ອາດຈະສາມາດແນະນຳເສັ້ນທາງໃຫ້ເຈົ້າໄປຮອດຈຸດໝາຍທີ່ເຈົ້າຕ້ອງການໄດ້."
ທ່ານ ໂອລຊານສກີ້ ກ່າວວ່າ Hope-Children of Ukraine ວາງແຜນທີ່ຈະ
ຮັບນັກຮຽນຢູເຄຣນເພີ່ມອີກ 300 ຄົນ.
ອ່ານລາຍງານນີ້ເປັນພາສາອັງກິດ
Arthur Olshansky is a Kyiv native who founded a charity called “Hope-Children of Ukraine.”
And he’s running it far from his homeland. Olshansky lives in Baltimore, Maryland now, where he owns an IT company.
“So, my right arm is dedicated to Ukraine – obviously trezubets [[trident]] here… // So, there’s no confusion as to where I’m from! Why I wanted to do this? Because as I meet people and I shake their hand, I want them to know right away who I am.”
He founded the charity in 2021.
It helps fund online education for Ukrainian children. It offers lessons in English and personal development and provides psychological and humanitarian support.
“What I found about children is they are motivated – to grow, to build careers, to build a life for themselves!”
Today, the foundation is helping over 200 children – most of them from frontlines areas of the country or occupied territories of Ukraine.
((F)) “My name is Alina, I’m 14. I’m from the city of Bakhmut.”
((F)) “My name is Nastya, I’m from the Zaporizhzhia Region.”
((M)) “I’m from Kharkiv, I’m 16.”
((F)) “I’m from Kherson.”
((M)) “I’m Yehor, I’m from Nikopol.”
Sofia is from Kherson. The foundation is helping keep her dreams alive as she battles blood cancer.
“I would love to go abroad to study! // And when I get rich there’ I’d love to return to Ukraine. And I have a dream to open an oncology hospital that allows some non-allergenic animals. Because when I was in hospital, I really missed my pets…”
Yehor lost his home in Nikopol at the start of the war.
“Life changed dramatically… My house was bombed, my dad died during the shelling. [[cries]] Sorry, it’s hard to talk about it…”
But his dreams of studying abroad help, says Yehor.
“I’m doing online classes now, it’s going well! But I’d love to go to a physical school, not talk to the screen…”
The charity helps link students to educational programs and industries.
“What do you want to be when you grow up? I want to be a software developer… Great! We’re going to present you an opportunity to align with somebody in the industry that may be able to recommend you a path to get to where you want to be.”
Olshansky says Hope-Children of Ukraine plans to take
on an additional 300 Ukrainian students.
ຟໍຣັມສະແດງຄວາມຄິດເຫັນ