ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍົກເລີກ ຖ້ຽວບິນ ຕ່າງປະເທດ ໄປຍັງເຂດ Kurdistan ມີຂຶ້ນ ທ່າມກາງ ການປະທ້ວງ


ນັກຮຽນຈຳນວນນຶ່ງ ກ່າວວ່າ ເຂົາເຈົ້າມີຄວາມໄຝ່ຝັນຢາກເປັນ ປະເທດເອກກະລາດ.
ນັກຮຽນຈຳນວນນຶ່ງ ກ່າວວ່າ ເຂົາເຈົ້າມີຄວາມໄຝ່ຝັນຢາກເປັນ ປະເທດເອກກະລາດ.

ໃນ​ຂະນະ​ທີ່ ​ເປັນ​ຖ້ຽວ​ບິນ​ສຸດ​ທ້າຍ ຂອງ​ຕ່າງປະ​ເທດ ທັງ​ເຂົ້າແລະ​ອອກ ຈາກ​ເຂດ
Kurdistan ​ຂອງອີຣັກ ເລີ້ມຢຸດ​ສະຫງັກລົງ ​ໃນ​ວັນ​ສຸກ​ວານ​ນີ້ ພວກ​ປະ​ທ້ວງ​ຫລາຍ
​ຮ້ອຍ​ຄົນ ທີ່​ພາກັນ​ຖື​ໝາກ​ປູມ​ເປົ້າ​ ທີ່​ມີ​ສີສັນແລະ​ປ້າຍ​ພ້ອມ​ດ້ວຍ​ຄຳ​ເວົ້າທີ່ຂຽນ​ວ່າ
“​ເຫັນ​ອົກ​ເຫັນ​ໃຈ” ​ແລະ “ຮັກ” ​ຢືນ​ຢູ່​ນອກ​ສະໜາມ​ບິນ.

ພວກ​ປະ​ທ້ວງ​ກ່າວ​ວ່າ ​ເຂົາ​ເຈົ້າ​ຫວັງ​ວ່າ Bagdad ຈະປ່ຽນ​ໃຈ​ກ່ຽວ​ກັບການ​ຕັດສິນໃຈ

ທີ່​ຈະ​ສ້າງ​ຕັ້ງ “​ເຂດ​ຫ້າມບິນ” ຢູ່​ໃນ​ຂົງ​ເຂດ​ຂອງພວກ​ເຂົາ​ເຈົ້າ ຫລັງ​ຈາກ​ໄດ້​ມີ​ບ່ອນ​ບັດ
ລົງ​ປະຊາ​ມະຕິ​ເພື່ອ​ຄວາມ​ເປັນ​ເອກ​ກະລາດ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງໄດ້​ມີ​ການ​ຮັບຜ່ານ
ກວ່າ 92 ​ເປີ​ເຊັນ.

ທ່ານ Rowand Hussein ຜູ້​ຈັດ​ການ​ປະ​ທ້ວງ​ກ່າວ​ວ່າ “ນີ້​ບໍ່​ພໍ​ພຽງ​ແຕ່ຈະ​ເປັນ​ຜົນ​ກະ
ທົບຕໍ່​ເຂດ Kurdistan​ ​ເທົ່າ​ນັ້ນ. ​ມັນ​ຈະເປັນ​ຜົນ​ກະທົບ ​ຕໍ່ພວກອົບ​ພະ ຍົບ ຕໍ່ບັນດາ​
ຄອບຄົວ​ຂອງ​ຜູ້​ປະສົບ​ໄພ ​ແລະ​ກຳລັງ​ທັງໝົດ ​ທີ່​ສູ້​ລົບ ​ກັບພວກ​ຫົວ​ຮຸນ​ແຮງ​ລັດ
​ອິສລາມ.”

ລັດຖະບານ​ອີຣັກຮ້ອງ​ການ​ລົງ​ປະຊາ​ມະຕິນີ້​ວ່າ ​ຜິດ​ກົດໝາຍ ​ແລະ​ໄດ້​ປະກາດ​ຈະ​ບັງ
ຄັບ​ໃຫ້ເຂດ Kurdistan ​ເປັນ​ສ່ວນ​ນຶ່ງ​ຂອງ​ປະ​ເທດຕໍ່​ໄປ. ຫວ່າງ​ບໍ່​ເທົ່າ​ໃດ​ມື້ຜ່ານ​ມານີ້ ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ​ໄດ້​ຮັບ​ໂທ ລະສັບ​ຈາກ​ບັນດາ​ຜູ້ນຳ
ຝຣັ່ງ ອັງກິດ ອີຣ່ານ ​ແລະ​ເທີ​ກີສະ​ແດງ​ການ​ສະໜັບສະ ໜູນ​ຕໍ່​ຄວາມ​ເປັນ​ເອກ​ກະພາບ​
ຂອງ​ອີຣັກ ອີງ​ຕາມ​ຂໍ້ຄວາມ​ ​ໃນ​ບັນຊີ​ Twitterຂອງ​ທ່ານ.

ສາຍການບິນຕ່າງປະເທດທັງໝົດຈາກຂົງເຂດ Kurdistan ຂອງອີຣັກ ໄດ້ຖືກລົບລ້າງເລີ້ມແຕ່ເວລາ 6 ໂມງແລງ ຕາມເວລາທ້ອງຖິ່ນ.
ສາຍການບິນຕ່າງປະເທດທັງໝົດຈາກຂົງເຂດ Kurdistan ຂອງອີຣັກ ໄດ້ຖືກລົບລ້າງເລີ້ມແຕ່ເວລາ 6 ໂມງແລງ ຕາມເວລາທ້ອງຖິ່ນ.

​ທ່ານ Abadi ​ໄດ້ສົ່ງ​ຂໍ້ຄວາມ​ທາງ Twitter ນຶ້ງມື້​ ຫລັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ວ່າ “ພວກ​ເຮົາ​ຈະ​ບໍ່​ປະນີປະນອມ ​ກ່ຽວ​ກັບ​ຄວາມ​ເປັນ​ເອກ​ກະພາບ​ຂອງ​ອີ ຣັກຫລື​ອະທິປະ​ໄຕ. ອີຣັກມີ​ຄວາມເຂັ້ມ​ແຂງ. ຈຳ​ນວນ​ນຶ່ງ​ຕ້ອງການ​ຢາກ​ໃຫ້​ອີ ຣັກອ່ອນແອ. ​ເຂົາ​ເຈົ້າ​ໄດ້​ຄາດ​ຄິດ​ຜິດ.”

ພວກນັກຮຽນພາກັນເຕົ້າໂຮມກັນປະທ້ວງ ການຕັດສິນໃຈຂອງ ແບກແດສ ທີ່ລົບລ້າງສາຍການບິນ ທັງໝົດຈາກຂົງເຂດ Kurdistan.
ພວກນັກຮຽນພາກັນເຕົ້າໂຮມກັນປະທ້ວງ ການຕັດສິນໃຈຂອງ ແບກແດສ ທີ່ລົບລ້າງສາຍການບິນ ທັງໝົດຈາກຂົງເຂດ Kurdistan.

ນອກຈາກ​ຍົກ​ເລີກ​ການບິນ​ຂອງສາກົນ​ແລ້ວ Bagdad ​ຍັງໄດ້​ສັ່ງ​ໃຫ້ເຂດ Kurdistan ມອບ​ດິນ​ແດນ​ຢູ່​ເຂດ​ຊາຍ​ແດນ ​ແລະ​ລາຍ​ໄດ້​ຈາກການ​ຂາຍ​ນໍ້າມັນ​ໃຫ້​ແກ່ພວກ​ເຈົ້າ​ໜ້າ​ທີ່ລັດຖະບານ​ກາງ. ​ໃນ​ການ​ຕອບ​ໂຕ້ນັ້ນ ​ຜູ້ນຳຊາວ​ເຄີ​ດ​ໄດ້​ທ້າ​ທາຍ ​ໂດຍ​ຮຽກຮ້ອງ​ໃຫ້​ມີ​ການເຈລະຈາ ກັບ​ລັດຖະບານ​ຊົ່ວຄາວ ​ຂອງ​ເຂດ Kurdistan ​ເພື່ອຄວາມເປັນ​ປະ​ເທດເອກ​ກະລາ​ດ.

ບັນດາຄອບຄົວພາກັນຮ້ອງໃຫ້ ເວລາຊາກສົບ ຍາດຕິພີ່ນ້ອງຂອງເຂົາເຈົ້າ ຖືກນຳສົ່ງຄືນມາ ຫລັງຈາກໄດ້ເສຍຊີວິດຢູ່ທະເລ ໃນຄວາມພະຍາຍາມໄປຢູໂຣບ.
ບັນດາຄອບຄົວພາກັນຮ້ອງໃຫ້ ເວລາຊາກສົບ ຍາດຕິພີ່ນ້ອງຂອງເຂົາເຈົ້າ ຖືກນຳສົ່ງຄືນມາ ຫລັງຈາກໄດ້ເສຍຊີວິດຢູ່ທະເລ ໃນຄວາມພະຍາຍາມໄປຢູໂຣບ.

ຢູ່​ທີ່​ການ​ປະ​ທ້ວງ ພວກ​ນັກຮຽນ​ໄດ້​ພາກັນ​ເຕົ້າ​ໂຮ​ມກັນ​ຢ່າງ​ງຽບໆ ​ໂດຍ​ກ່າວ​ວ່າ​ເຂົາ​ເຈົ້າ​ສະໜັບສະໜູນບັນດາຜູ້ນຳ​ເຂົາ​ເຈົ້າ ທີ່​ຮຽກຮ້ອງ​ໃຫ້​ມີ​ການເຈລະຈຍາ ​ແຕ່​ກໍມີ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ຜົນ​ກະທົບ​ທາງ​ດ້ານເສດຖະກິດ ​ໃນ​ການ​ຖືກ​ໂດດດ່ຽວ.

ພວກນັກຮຽນພາກັນປະທ້ວງຢູ່ສະໜາມບິນ ແລະປ່ອຍນົກກາງແກສູ່ອາກາດ ດ້ວຍຄວາມຫວັງ ທີ່ຂຽນຢູ່ໃນສານວ່າ ເຂົາເຈົ້າຕ້ອງການສັນຕິພາບ ແລະຢາກເປັນປະເທດເອກກະລາດ.
ພວກນັກຮຽນພາກັນປະທ້ວງຢູ່ສະໜາມບິນ ແລະປ່ອຍນົກກາງແກສູ່ອາກາດ ດ້ວຍຄວາມຫວັງ ທີ່ຂຽນຢູ່ໃນສານວ່າ ເຂົາເຈົ້າຕ້ອງການສັນຕິພາບ ແລະຢາກເປັນປະເທດເອກກະລາດ.

ທ່ານ Amir ອາຍຸ 24 ປີ ນັກສຶກສາ​ສຳ​ເລັດ​ປະລິນຍາ​ໂທ​ຝ່າຍບໍລິຫານທຸລະ ກິດກ່າວ​ວ່າ “ນີ້​ຈະ​ເປັນ​ຜົນ​ກະທົບ​ຕໍ່​ປະຊາຊົນຊາວ​ເຄີ​ດ. ​ແຕ່​ການສ້າງ​ຕັ້ງ​ປະ​ເທດ​ໃໝ່​ ພວກ​ເຮົາ​ຈະ​ຕ້ອງ​ອົດທົນ ​ແລະ​ທົນ​ທຸກ​ນ້ອຍ​ນຶ່ງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Irbil International Airport
please wait

No media source currently available

0:00 0:00:40 0:00

XS
SM
MD
LG