ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຂອງທ່ານນາວາລນີ ຂໍຮ້ອງຕໍ່ທ່ານປູຕິນ ໃຫ້ປ່ອຍສົບລູກຊາຍຂອງທ່ານນາງ


ແມ່ຂອງຜູ້ນຳຝ່າຍຄ້ານຣັດເຊຍ ທ່ານອາເລັກເຊ ນາວາລນີ, ທ່ານນາງລີອູມີລາ ນາວາລນາຍຢາ, ກ່າວຢູ່ໃກ້ໆກັບອານານິຄົມຄຸກນັກໂທດອາຍາ ໃນເມືອງຄາຣປ໌ ຂອງຣັດເຊຍ (Kharp), ໃນພາບທີ່ໄດ້ມາຈາກວີດີໂອ ທີ່ໍສະໜອງໂດຍ ທີມງານຂອງທ່ານນາວາລນີ, ວັນທີ 20 ກຸມພາ 2024.
ແມ່ຂອງຜູ້ນຳຝ່າຍຄ້ານຣັດເຊຍ ທ່ານອາເລັກເຊ ນາວາລນີ, ທ່ານນາງລີອູມີລາ ນາວາລນາຍຢາ, ກ່າວຢູ່ໃກ້ໆກັບອານານິຄົມຄຸກນັກໂທດອາຍາ ໃນເມືອງຄາຣປ໌ ຂອງຣັດເຊຍ (Kharp), ໃນພາບທີ່ໄດ້ມາຈາກວີດີໂອ ທີ່ໍສະໜອງໂດຍ ທີມງານຂອງທ່ານນາວາລນີ, ວັນທີ 20 ກຸມພາ 2024.

ແມ່ຂອງຜູ້ນຳຝ່າຍຄ້ານຣັດເຊຍ ທ່ານອາເລັກເຊ ນາວາລນີ ໄດ້ຂໍຮ້ອງຕໍ່ປະທາ ນາທິບໍດີ ວລາດີເມຍ ປູຕິນ ໃນວັນອັງຄານວານນີ້ ໃຫ້ສົ່ງ​ມອບສົບ ລູກຊາຍຂອງທ່ານນາງ ເພື່ອທີ່ຈະນຳໄປຝັງຢ່າງມີສັກສີ.

ທ່ານນາງລີອູມີລາ ນາວາລນາຍຢາ ໃນຊຸດສີດຳ ໄດ້ປາກົດຕົວຢູ່ໃນວີດີໂອຢູ່ດ້ານນອກຂອງອານານິຄົມຄຸກນັກໂທດອາຍາ ອາຣຕິກ ທີ່ປິດລ້ອມດ້ວຍໜາມໝາກຈັບ ບ່ອນທີ່ລູກຊາຍຂອງທ່ານນາງ ໄວ 47 ປີ ໄດ້ເສຍຊີວິດ ໃນວັນສຸກຜ່ານມານີ້.

“ເປັນມື້ທີຫ້າທີ່ ຂ້າພະເຈົ້າບໍ່ສາມາດເຫັນລາວ” ທ່ານນາງນາວາລນາຍຢາ ໄດ້ກ່າວ ໃນວີດີໂອ. ທ່ານນາງກ່າວອີກວ່າ “ພວກເຂົາບໍ່ປ່ອຍສົບຂອງລູກຊາຍໃຫ້ຂ້ອຍ. ແລະພວກເຂົາບໍ່ບອກຂ້ອຍເລີຍວ່າ ລາວຢູ່ໃສ.”

“ຂ້າພະເຈົ້າຕິດຕໍ່ຫາທ່ານ, ວລາດີເມຍປູຕິນ” ທ່ານນາງໄດ້ກ່າວໃນວີດີໂອ ທີ່ໄດ້ຖືກນຳລົງສື່ສັງຄົມ ໂດຍທີມງານຂອງທ່ານນາວາລນີ. ທ່ານນາງເວົ້າອີກວ່າ “ການແກ້ໄຂຂອງເລື້ອງນີ້ ຂຶ້ນຢູ່ກັບທ່ານຄົນດຽວ. ໃຫ້ຂ້ອຍເຫັນລູກຊາຍຂອງຂ້ອຍ ຄັ້ງສຸດທ້າຍ. ຂ້ອຍຮຽກຮ້ອງວ່າ ໃຫ້ມອບ​ສົບຂອງອາເລັກເຊ ໃນທັນທີເພື່ອຂ້ອຍຈະສາມາດຝັງລາວ ຄືກັບມະນຸດຄົນນຶ່ງ.”

The mother of Russian opposition leader Alexey Navalny pleaded Tuesday with President Vladimir Putin to intervene and release her son's body to her so he can be buried with dignity.

A black-clad Lyudmila Navalnaya appeared in a video outside the barbed wire of the Arctic penal colony where the 47-year-old Navalny died on Friday.

"For the fifth day, I have been unable to see him," Navalnaya said in the video. "They wouldn't release his body to me. And they're not even telling me where he is."

"I'm reaching out to you, Vladimir Putin," she said in the video posted on social media by Navalny's team. "The resolution of this matter depends solely on you. Let me finally see my son. I demand that Alexey's body is released immediately, so that I can bury him like a human being."

US Blames Moscow for Death of Navalny
please wait

No media source currently available

0:00 0:02:54 0:00

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG