ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດ ໂກໂຊໂວ ທຳການເຄື່ອນໄຫວ ລົບລ້າງ ສານອາຊະຍາກຳ ສົງຄາມ


ໂຄສົກສະພາແຫ່ງຊາດ ທ່ານ ຄາດຣີ ເວເຊລີ, ກາງ, ໃຫ້ຄຳເຫັນ
ຕໍ່ບັນດາສະມາຊິກສະພາ ໃນລະຫວ່າງການໂຕ້ວາທີ. 3 ສິງຫາ, 2015.
ໂຄສົກສະພາແຫ່ງຊາດ ທ່ານ ຄາດຣີ ເວເຊລີ, ກາງ, ໃຫ້ຄຳເຫັນ ຕໍ່ບັນດາສະມາຊິກສະພາ ໃນລະຫວ່າງການໂຕ້ວາທີ. 3 ສິງຫາ, 2015.

ສະຫະລັດ ພ້ອມດ້ວຍປະເທດຕາເວັນຕົກອື່ນໆຫຼາຍປະເທດ ຕ່າງກໍພາກັນປະນາມ
ການເຄື່ອນໄຫວໃນ ໂກໂຊໂວ ເພື່ອລົບລ້າງສານອາດຊະຍາກຳສົງຄາມ ໂດຍເຕືອນ
ວ່າ ຖ້າການເຄື່ອນໄຫວດັ່ງກ່າວຫາກເປັນຜົນສຳເລັດ ມັນກໍຈະກີດກັນຄວາມພະຍາ
ຍາມທີ່ຈະຮວມໂຕເຂົ້າກັນຂອງຂົງເຂດ ຢູໂຣ-ອັດແລນຕິກ.

ທ່ານ ເກຣັກ ເດລາວີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ໂກໂຊໂວ ກ່າວໃນວັນ
ສຸກທີ່ຜ່ານມາວ່າ “ສະຫະລັດ ຈະຖືວ່າມັນເປັນການເອົາມີດແທງຫຼັງ. ໂກໂຊໂວ ຈະ
ເລືອກເອົາຄວາມໂດດດ່ຽວ ແທນທີ່ຈະແມ່ນການຮ່ວມໄມ້ຮ່ວມມື ແລະ ຂ້າພະເຈົ້າກໍ
ຢາກເວົ້າວ່າ ພວກເຮົາກຽດຊັງຫຼາຍ ທີ່ຈະຕ້ອງໄດ້ໝູນເຂັມໂມງຄືນຫຼັງ ທ່ວງດຶງຄວາມ
ກ້າວໜ້າຂອງ ໂກໂຊໂວ ໄວ້ຫຼັງຈາກມັນໄດ້ມາເຖິງຈຸດນີ້ແລ້ວ.”

ສະຫະລັດ ໄດ້ເປັນພັນທະມິດທີ່ສຳຄັນ ທັງເປັນຜູ້ໃຫ້ການສະໜັບສະໜູນດ້ານການ
ເງິນໃຫ້ແກ່ ໂກໂຊໂວ ນັບຕັ້ງແຕ່ມັນໄດ້ແຍກໂຕອອກມາຈາກ ເຊີເບຍ ແລ້ວປະກາດ
ເອກກະລາດໃນປີ 2008 ເປັນຕົ້ນມາ.

ທ່ານ ຣາຍຣີ ໂອຄັອນແນລ ເອກອັກຄະລັດຖະທູດ ອັງກິດ ກ່າວວ່າ “ຄໍ່າຄືນນີ້ ອາດ
ເປັນຄໍ່າຄືນທີ່ອັນຕະລາຍທີ່ສຸດນັບຕັ້ງແຕ່ສົງຄາມສິ້ນສຸດລົງເປັນຕົ້ນມາ.”

ທ່ານທູດທັງສອງໄດ້ຢູ່ໃນຕຶກລັດຖະສະພາຂອງ ໂກໂຊໂວ ໃນວັນສຸກຜ່ານມາ. ພວກ
ເພິ່ນກັບພວກທູດຂອງປະເທດຕາເວັນຕົກທັງຫຼາຍ ໄດ້ປະຊຸມທາງລັບໃນວັນເສົາຕໍ່
ມາກັບນາຍົກ ໂກໂຊໂວ ທ່ານ ຣາມັຊ໌ ຮາຣາດີນາຈ໌ ເພື່ອສົນທະນາກັນເລື່ອງບັນຫາ
ດັ່ງກ່າວ ລຸນຫຼັງພວກຜູ້ແທນ 43 ທ່ານ ໄດ້ພາກັນເຄື່ອນໄຫວ ສະເໜີຄຳຮ້ອງຂອງພວກ
ອະດີດນັກຮົບຂອງກອງທັບປົດປ່ອຍ ໂກໂຊໂວ ທີ່ຢາກດັດແປງກົດໝາຍປີ2015 ທີ່
ຄວບຄຸມສານດັ່ງກ່າວ.

ທ່ານ ຮາຣາດີນາຈ໌ ໄດ້ກ່າວໃນວັນເສົາວ່າ ທ່ານຈະເຄົາລົບນັບຖືການຕັດສິນໃຈໃດໆ
ກໍຕາມຂອງລັດຖະສະພາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG