ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂກໂຊໂວ ເປີດດ່ານຂ້າມຊາຍແດນຫຼັກ ຕິດກັບ ເຊີເບຍ ຄືນໃໝ່ ຫຼັງຈາກສິ່ງກີດຂວາງທາງ ຖືກມ້າງອອກ


ພວກປະທ້ວງຊາວເຊີເບຍ ຢືນຢູ່ໃກ້ໆສິ່ງກີດຂວາງໃນຄຸ້ມບ້ານລູດາເຣ (Rudare) ຕິດກັບເມືອງຊີວີຄານ (Zvecan) ໃກ້ກັບເຂດພາກເໜືອ, ທີ່ມີຊາວເຊີເບຍໂດຍສ່ວນໃຫຍ່ ອາ​ໄສ​ຢູ່​ໂດຍທີ່ເປັນສ່ວນນຶ່ງຂອງການແບ່ງແຍກຊົນເຜົ່າໃນເມືອງມີໂທຣວິກາ (Mitrovica) ຂອງໂກໂຊໂວ, ວັນທີ 29 ທັນວາ 2022.
ພວກປະທ້ວງຊາວເຊີເບຍ ຢືນຢູ່ໃກ້ໆສິ່ງກີດຂວາງໃນຄຸ້ມບ້ານລູດາເຣ (Rudare) ຕິດກັບເມືອງຊີວີຄານ (Zvecan) ໃກ້ກັບເຂດພາກເໜືອ, ທີ່ມີຊາວເຊີເບຍໂດຍສ່ວນໃຫຍ່ ອາ​ໄສ​ຢູ່​ໂດຍທີ່ເປັນສ່ວນນຶ່ງຂອງການແບ່ງແຍກຊົນເຜົ່າໃນເມືອງມີໂທຣວິກາ (Mitrovica) ຂອງໂກໂຊໂວ, ວັນທີ 29 ທັນວາ 2022.

ໂກໂຊໂວ ໄດ້ເປີດດ່ານຂ້າມຊາຍແດນຫຼັກທີ່ຕິດກັບເຊີເບຍ ຄືນໃໝ່ ຂະນະທີ່ ປະທານາທິບໍດີຂອງເຊີເບຍ ທ່ານອາເລັກຊານດາ ວູຊິກ ໄດ້ປະກາດວ່າ ສິ່ງກີດ ຂວາງທາງຫຼາຍກວ່າ 10 ແຫ່ງໃນພາກເໜືອຂອງໂກໂຊໂວ ກໍຈະຖືກຍົກຍ້າຍອອກ ເຊັ່ນກັນ.

ໃນວັນພະຫັດວານນີ້ ຫຼັງຈາກດ່ານຂ້າມຊາຍແດນລະຫວ່າງໂກໂຊໂວ ແລະເຊີເບຍ ໄດ້ຖືກຕັນ​ໄວ້ໂດຍໃຊ້ສິ່ງກີດກັນຕ່າງໆ ແລະ ລົດບັນທຸກ ດຽວນີ້ສາມາດຂ້າມໄປໄດ້ ອີກແລ້ວ. ການຍົກຍ້າຍສິ່ງກີດຂວາງຕ່າງໆອອກຈາກດ່ານຂ້າມຊາຍແດນຫຼັກ ໄດ້ ແຜ້ວທາງໃຫ້ມີການຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງໂກໂຊໂວ ແລະເຊີເບຍ ຢູ່ໃນ ຂົງເຂດບາລກັນທີ່ມີຄວາມລະອຽດອ່ອນ.

ການອັດ​ຕັນດ່ານຂ້າມຊາຍແດໃນຄຸ້ມບ້ານແມດາເຣ (Merdare) ໄດ້ມີຂຶ້ນເພື່ອເປັນ ການສະແດງອອກເຖິງການສະໜັບສະໜຸນແກ່ພວກຊາວເຊີເບຍ ໃນພາກເໜືອຂອງ ໂກໂຊໂວ ຜູ້ທີ່ໄດ້ຕິດຕັ້ງສິ່ງກີດຂວາງຕ່າງໆ ເປັນເວລາເກືອບສາມອາທິດມາແລ້ວ ຊຶ່ງເປັນການປະທ້ວງຕໍ່ການຈັບກຸມອະດີດເຈົ້າໜ້າທີ່ຕຳຫຼວດຊາວເຊີເບຍ ໂດຍທາງ ການໂກໂຊໂວ.

ຕຳຫຼວດໂກໂຊໂວ ໄດ້ກ່າວວ່າ ການກີດຂວາງທາງຢູ່ພາຍໃນເຂດແດນຂອງເຊີເບຍ ໄດ້ຖືກ “ຍົກຍ້າຍອອກເພື່ອໃຫ້​ມີການສັນຈອນໄດ້.” ສ່ວນສິ່ງ​ກີດ​ຂວາງ ເສັ້ນທາງ ອື່ນໆ ກໍ​ກຳ​ລັງຖືກຍົກຍ້າຍອອກເຊັ່ນກັນ, ອີງຕາມສື່ມວນຊົນຂອງທ້ອງຖິ່ນ.

ການສິ້ນສຸດຂອງການໃຊ້​ສິ່ງ​ກີດ​ຂວາງຕັນ​ຫົນທາງໄວ້ ໄດ້ຖືກປະກາດ ໂດຍປະທານາທິບໍດີ ວູຊິກ ຫຼັງຈາກທີ່ທ່ານໄດ້ພົບປະກັບພວກຊາວເຊີເບຍໂກໂຊໂວ ຜູ້ທີ່ໄດ້ຕັ້ງສິ່ງກີດຂວາງທາງທັງຫຼາຍເມື່ອ 19 ວັນຜ່ານມາ ໃນການປະທ້ວງເນື່ອງຈາກ ການຈັບກຸມອະດີດເຈົ້າໜ້າທີ່ຕຳຫຼວດ.

ທ່ານວູຊິກ ໄດ້ກ່າວວ່າ ຂັ້ນຕອນຂອງການຍົກຍ້າຍສິ່ງກີດຂວາງທາງອອກ ອາດໃຊ້ເວລາເຖິງສອງມື້.

ການປະກາດດັ່ງກ່າວ ຖືວ່າເປັນຂ່າວທີ່ຍິນດີ ຊຶ່ງໃຫ້ຄວາມຫວັງໃນການຫລຸດຜ່ອນ ຄວາມເຄັ່ງຕຶງຢູ່ໃນພາກພື້ນ.

ພົນລະເມືອງຂອງໂກໂຊໂວ ໃນເມືອງພຣິສຕີນາ (Pristina) ໄດ້ກ່າວຕໍ່ວີໂອເອ ວ່າ ການຍົກຍ້ານສິ່ງກີດຂວາງອອກນັ້ນ ເປັນການເຄື່ອນໄຫວທີ່ຖືກຕ້ອງເພື່ອຍຸຕິວິກິດການ ໃນພາກເໜືອ.

ພົນລະເມືອງຂອງພຣິສຕີນາຜູ້​ນຶ່ງ, ທ່ານມຸສຕາເຟ ຮາລີລີ ກ່າວກັບວີໂອເອພະແນກ ພາສາອາລບາເນຍວ່າ “ບໍ່ມີໃຜໄດ້ຜົນປະໂຫຍດຈາກການກີດຂວາງທາງເຫຼົ່ານັ້ນ. ມັນພຽງແຕ່ເຮັດ​ໃຫ້ທາງຫຼາຍສາຍຖືກ​ຕັນ​ໄວ້ ເປັນເວລາ 19 ວັນເທົ່ານັ້ນ, ພວກຊາວເຊີເບຍ ກໍບໍ່ໄດ້ຫຍັງເລີຍຈາກການຕັ້ງສິ່ງກີດຂວາງເຫຼົ່ານັ້ນ. ມັນເປັນພຽງການເຄື່ອນໄຫວຂອງພວກປະຊານິຍົມຂອງວູຊິກ ໃນແບລເກຣດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG