ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂກໂຊໂວ ມອບຫຼຽນໄຊໃຫ້ແກ່ມື້ລາງ ທ່ານ ໂບ ໄບເດັນ, ລູກຊາຍຂອງປະທານາ ທິບໍດີໄບເດັນ


ທ່ານນາງ Vjosa Osmani (ກາງ) ມອບຫລຽນໄຊໃຫ້ແກ່ ເອກອັກກຄະລັດຖະທູສະຫະລັດ Philip Kosnett ໃນພິທີມອບຫລຽນໄຊປະທານາທິບໍດີທີ່ຈັດຂຶ້ນເປັນກຽດໃຫ້ແກ່ທ່ານ Beau Biden, ມື້ລາງລູກຊາຍຂອງທ່ານ ໂຈ ໄບເດັນທີ່ນະຄອນຫລວງ Pristina, ວັນທີ 1 ສິງຫາ 2021
ທ່ານນາງ Vjosa Osmani (ກາງ) ມອບຫລຽນໄຊໃຫ້ແກ່ ເອກອັກກຄະລັດຖະທູສະຫະລັດ Philip Kosnett ໃນພິທີມອບຫລຽນໄຊປະທານາທິບໍດີທີ່ຈັດຂຶ້ນເປັນກຽດໃຫ້ແກ່ທ່ານ Beau Biden, ມື້ລາງລູກຊາຍຂອງທ່ານ ໂຈ ໄບເດັນທີ່ນະຄອນຫລວງ Pristina, ວັນທີ 1 ສິງຫາ 2021

ປະທານາທິບໍດີໂກໂຊໂວ ໃນວັນອາທິດວານນີ້ໄດ້ມອບຫຼຽນໄຊໃຫ້ແກ່ລູກຊາຍຜູ້ທີ່ເສຍຊີວິດໄປແລ້ວຂອງປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນສຳລັບການຮັບໃຊ້ຂອງທ່ານໃນການສ້າງລະບົບຍຸຕິທຳຂອງປະເທດ ຫຼັງຈາກສົງຄາມໄດ້ສິ້ນສຸດລົງຫຼາຍກວ່າສອງທົດສະວັດທີ່ຜ່ານມາ, ອີງຕາມອົງການຂ່າວຣອຍເຕີສ໌ (Reuters).

ທ່ານ ໂບ ໄບເດັນ (Beau Biden) ໄດ້ເຮັດວຽກຢູ່ໃນໂກໂຊໂວຫຼັງຈາກສົງຄາມປີ 1998 ຫາ 99 ເພື່ອຊ່ວຍຝຶກອົບຮົມໃຫ້ໄອຍະການແລະຜູ້ພິພາກສາໃນທ້ອງຖິ່ນຂອງອົງການເພື່ອຄວາມປອດໄພ ແລະການຮ່ວມມືໃນຢູໂຣບ. ອະດີດຫົວໜ້າພະແນກຍຸຕິທໍາຂອງລັດເດລາແວ ໄດ້ເສຍຊີວິດໃນປີ 2015 ຍ້ອນໂຣກມະເຮັງເມື່ອມີອາຍຸໄດ້ 46 ປີ.

“ວຽກງານຂອງໂບ ຢູ່ໃນໂກໂຊໂວ ແມ່ນປ່ຽມລົ້ນດ້ວຍຄວາມຈິງໃຈ; ທ່ານມີຄວາມຮັກຕໍ່ປະເທດນັ້ນ,” ນັ້ນຄືຄໍາເວົ້າຂອງປະທານາທິບໍດີ ໄບເດັນ ທີ່ກ່າວຢູ່ໃນຂໍ້ຄວາມທາງວີດີໂອທີ່ບັນທຶກໄວ້ລ່ວງໜ້າຢູ່ໃນພິທີມອບຢູ່ທີ່ນະຄອນຫລວງ ປຣິສຕີນາ ໃນວັນອາທິດວານນີ້.

ທ່ານ ໄບເດັນ ກ່າວຕໍ່ໄປວ່າ "ໂບ ສາມາດຫລິງເຫັນສິ່ງທີ່ພວກທ່ານສາມາດເຮັດໄດ້, ໂບສາມາດເຫັນໄດ້ເຖິງແມ່ນແຕ່ອະນາຄົດທີ່ເປັນໄປໄດ້ສຳລັບປະເທດທີ່ໜ້າພາກພູມໃຈຂອງພວກທ່ານ. ອະນາຄົດທີ່ ໂກໂຊໂວ ໄດ້ຖືກປະຕິເສດມາດົນແລ້ວ.”

ໃນປີ 2016, ທ່ານ ໄບເດັນ ຊຶ່ງເປັນຮອງປະທານາທິບໍດີຢູ່ໃນຕອນນັ້ນ ເປັນຜູ້ເປີດອະນຸສອນສະຖານຂອງລູກຊາຍທ່ານຢູ່ໃນໂກໂຊໂວ. ຖະໜົນທີ່ເລັງໄປຫາຄ້າຍ ບອນສຕີລ (Bondsteel) ຊຶ່ງເປັນບ່ອນຢູ່ຂອງທະຫານອາເມຣິກັນ 700 ຄົນທີ່ຍັງກໍາລັງຊ່ວຍຮັກສາສັນຕິພາບທີ່ແຕກຫັກໄດ້ງ່າຍຢູ່ໃນໂກໂຊໂວນັ້ນ ກໍຖືກຕັ້ງຊື່ຕາມທ່ານໂບ ໄບເດັນ ເຊັ່ນກັນ.

ການຕັ້ງຊື່ຖະໜົນຫົນທາງຕາມຊື່ຂອງເຈົ້າໜ້າທີ່ສະຫະລັດ ໄດ້ກາຍເປັນປະເພນີຂອງໂກໂຊໂວໄປແລ້ວ, ເຊິ່ງເປັນປະເທດທີ່ມີປະຊາກອນສ່ວນໃຫຍ່ເປັນຊົນເຜົ່າອານບານີ, ແລະເຊິ່ງຖືວ່າ ສະຫະລັດ ເປັນຜູ້ຊ່ອຍໃຫ້ເອົາຊີວິດລອດມາສຳລັບການສະໜັບສະໜູນການຕໍ່ສູ້ວາງລະເບີດປີ 1999 ທີ່ເຮັດໃຫ້ ເຊີເບຍ ບໍ່ ສາມາດຄວບຄຸມໂກໂຊໂວໄດ້.

ໂກໂຊໂວ ປະກາດຄວາມເປັນເອກະລາດໃນປີ 2008 ໂດຍໄດ້ຮັບການສະໜັບ ສະໜູນຈາກປະເທດຕາເວັນຕົກ, ແຕ່ ເຊີເບຍ ຍັງປະຕິເສດບໍ່ຍອມຮັບຮູ້ມັນແລະຖືວ່າມັນເປັນສ່ວນນຶ່ງຂອງດິນແດນຂອງຕົນ.

"ສິ່ງທີ່ສະຫະລັດ ແລະປະຊາຊົນອາເມຣິກັນ ໄດ້ເຮັດເພື່ອປະເທດຂອງພວກເຮົາ, ເພື່ອເສລີພາບຂອງພວກເຮົາ, ເພື່ອສິດທິໃນການຍັງຄົງຕົວຢູ່ໄດ້ຂອງພວກເຮົາ, ແມ່ນເກີນກວ່າການເປັນຄູ່ຮ່ວມພາຄີໃດທີ່ເຫັນໄດ້ໃນປັດຈຸບັນຢູ່ໃນໂລກນີ້. ທ່ານປະທານາທິບໍດີ, ໂກໂຊໂວ ກໍແມ່ນບ້ານຂອງທ່ານຄືກັນ,” ນັ້ນຄືຄໍາເວົ້າຂອງປະທານາທິບໍດີໂກໂຊໂວ, ທ່ານນາງ ໂຢຊາ ອອສມານີ (Vjosa Osmani) ທີ່ກ່າວໃນຂະນະທີ່ມອບລາງວັນໃຫ້ຢູ່ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG