ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ດ່ານ​ຂ້າມຊາຍ​ແດນ​​ແຫ່ງນຶ່ງ ລະ​ຫວ່າງ​ສອງເກົາຫຼີ ຍັງເປີດເປັນປົກກະຕິ (ສະໄລດ໌)


ທະຫານເກົາຫຼີໃຕ້ຈຸນຶ່ງ ລາດຕະເວນ ຢູ່ເຂດຊາຍແດນຕິດກັບ
ເກົາຫຼີເໜືອ ທີ່ເພີ່ມທະວີຄວາມເຄັ່ງຕຶງນັ້ນ.
ທະຫານເກົາຫຼີໃຕ້ຈຸນຶ່ງ ລາດຕະເວນ ຢູ່ເຂດຊາຍແດນຕິດກັບ ເກົາຫຼີເໜືອ ທີ່ເພີ່ມທະວີຄວາມເຄັ່ງຕຶງນັ້ນ.
ດ່ານ​ຂ້າມຊາຍ​ແດນທີ່​ເຄັ່ງ​ຕຶງ​ແຫ່ງ​ນຶ່ງ​ລະ​ຫວ່າງ​ເກົາຫຼີເໜືອ​ແລະ​ເກົາຫຼີ​ໃຕ້​ໄດ້ ​ເປີດ​ໃຫ້​ຄົນ​ສັນຈອນ​ໄປ​ມາ​ຕາມ​ປົກກະຕິ​ ເມື່ອ​ວັນ​ພະຫັດ​ມື້​ນີ້ ເຖິງ​ແມ່ນພຽງ​ຢາງ​ກໍາລັງ​ຕັດການ ​ຕິດ​ຕໍ່​ດ້ານການ​ສື່ສານສໍາຄັນ​ທີ່​ສຸດ ທີ່​ຊ່ວຍ​ໃນການ​ປະສານ​ງານ​ກ່ຽວ​ກັບ​ການ​ຂ້າມຊາຍ ​ແດນໄປມານັ້ນ​ກໍ​ຕາມ.

​ເມື່ອ​ວັນ​ພຸດ​ວານ​ນີ້ ​ເກົາຫຼີ​ເໜືອ ​ໄດ້​ຕັດ​ໂທລະ​ສັບ​ສາຍ​ດ່ວນສາຍ​ສຸດ​ທ້າຍ​ຂອງ​ຕົນ​ກັບ​ເກົາຫຼີ​ໃຕ້ ​ໂດຍ​ກ່າວ​ວ່າ ມັນ​ບໍ່​ມີ​ຄວາມ​ຈໍາ​ເປັນ​ອີກ​ຕໍ່​ໄປ​ແລ້ວ ຍ້ອນ​ວ່າ ຈະເກີດ​ສົງຄາມ​ກັນ​ຂຶ້ນ​ໄດ້ທຸກ​ເວລາ. ນອກ​ນີ້​ແລ້ວ​ ໂທລະສັບ​ດັ່ງກ່າວຍັງ​ຊ່ວຍໃນການຕິດ​ຕໍ່​ສື່ສານ​ ກ່ຽວ​ ກັບການ​ຂ້າມ​ຊາຍ​ແດນ​ໄປ​ມາ​ສໍາລັບ​ພວກ​ຄົນ​ງານ​ຊາວ​ເກົາຫຼີ​ໃຕ້ ຢູ່​ທີ່​ເຂດອຸດສາຫະ ກໍາ​ ຮ່ວມ​ແຫ່ງ​ນຶ່ງ​ໃນ​ເກົາຫຼີ​ເໜືອ.

​ໃນ​ອະດີດ​ຜ່ານ​ມາ ພຽງຢາງ​ເຄີຍຕັດ​ໂທລະສັບ​ສາຍ​ດ່ວນຂອງ​ທະຫານທີ່ໄດ້​ເຮັດ​ໃຫ້​ພວກ​ຄົນ​ງານ​ເກົາຫຼີ​ໃຕ້ ​ຕ້ອງ​ຕົກ​ຄ້າງ​ຢູ່​ທີ່​ເຂດອຸດສາຫະກໍາ​ດັ່ງ ກ່າວ ​ແຕ່​ພວກ​ຄົນ​ງານ ​ເຊັ່ນ ນາຍ Park Chul-hee ພະນັກງານ​ຂັບ​ລົດຄົນ​ນີ້ ​ເວົ້າວ່າ ​ທຸລະ​ກິດໄດ້ດໍາ​ເນີນ​ໄປ ຢ່າງເປັນ​ປົກກະຕິ​ດີຢູ່​ທີ່​ເຂດ​ອຸສາ​ຫະກໍາຮ່ວມ ​Kaesong ​ເມື່ອ​ວັນ​ພະຫັດ​ມື້​ນີ້ ​ແລະເວົ້າຕື່ມວ່າ:

“ຂ້າພະ​ເຈົ້າ​ຕົກ​ໃຈ​ໜ້ອຍ​ນຶ່ງ ​ແຕ່​ມັນ​ກໍ​ເບິ່ງ​ມີ​ສະພາບ​ແບບ​ເກົ່າ ກ່ອນ​ທີ່ ຂ້າພະ​ເຈົ້າຈະ​ຂ້າມ​ໄປ​ບ່ອນ​ນັ້ນ​ ​ໃນ​ມື້​ວານ​ນີ້.”

ຄວາມ​ເຄັ່ງ​ຕຶງຢູ່​ໃນ​ເຂດ​ແຫຼມ​ເກົາຫຼີ ​ໄດ້​ທະວີ​ຂຶ້ນສູ່​ລະດັບ​ສູງ​ສຸດ ​ໃນຮອບຫຼາຍປີຜ່ານມາ ​
ໂດຍ​ທີ່​ປະ​ເທດ​ທັງ​ສອງ ຄື​ເກົາຫຼີ​ເໜືອ ​ແລະ​ເກົາຫຼີ​ໃຕ້ ​ທີ່ໜຸນຫຼັງ​ໂດຍ​ສະຫະລັດ ພາກັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ພ້ອມ​ທາງ​ທະຫານ​ຂອງພວກ​ເຂົາ​ເຈົ້າ.

​ໃນ​ການສະ​ແດງ​ກໍ​າລັງບັ້ນ​ລ່າ​ສຸດ​ນັ້ນ ກອງທັບ​ສະຫະລັດ​ໃນເກົາຫຼີ​ໃຕ້​ເວົ້າ​ວ່າ ​ເຮືອບິນ​ຖິ້ມ​ລະ​ເບີດບີ 2 ທີ່​ເຣດາ​ຈັບ​ບໍ່​ໄດ້ ​ໄດ້​ທໍາ​ການຝຶກ​ບິນ​ ​ແລະ​ຊ້ອມ​ຖິ້ມລະ​ເບີດ​ແທ້ ​ເທິງ​ເຂດ​ນ່ານຟ້າ​ເກົາຫຼີ​ໃຕ້ ​ເມື່ອ​ວັນ​ພະຫັດ​ມື້​ນີ້. ຖະ​ແຫຼງການ​ສະບັບ​ນຶ່ງ​ເວົ້າ​ວ່າ ​ເຮືອບິນ​ຖິ້ມ​ລະ​ເບີດ ​ທີ່​ສາມາດ​ບັນທຸກ​ລະ​ເບີດ​ນີວ​ເຄຼຍ​ໄດ້​ບິນ​ໃນ​ໄລຍະ​ໄກ​ 10,000 ກວ່າ​ກິ​ໂລ​ແມັດ ຈາກ​ຖານ​ທັບແຫ່ງ ​ນຶ່ງ​ໃນ​ເຂດ​ພາກ​ກາງ​ກໍ້າ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ​ໄປ​ຍັງແຫຼມ​ເກົາຫຼີ ​ແລະ ​ທໍາການ​ຊ້ອມຖິ້ມລະ​ເບີດ ​ແລະ​ກັບ​ຕ່າວ​ຄືນ​ຖານ​ທັບ​ໃນ​ສະຫະລັດ ​ໃນ​ພາ ລະກິດ​ດ່ຽວ ຢ່າງຕໍ່​ເນື່ອງ​ ໂດຍ​ທີ່​ບໍ່ລົງ​ຈອດ​ແຫ່ງ​ໃດເລີຍ​ນັ້ນ.

XS
SM
MD
LG