ກ່ອນການສິ້ນສຸດລົງຂອງສົງຄາມໂລກຄັ້ງທີສອງ ບໍ່ໄດ້ມີເກົາຫຼີເໜືອ ຫຼືເກົາຫຼີໃຕ້. ມີ
ພຽງແຕ່ປະເທດດຽວ ທີ່ຄອບຄອງໂດຍຍີ່ປຸ່ນ. ເວລາໂຕກຽວຍອມແພ້ໃຫ້ແກ່ກຳລັງພັນ
ທະມິດໃນປີ 1945 ແຫຼມດັ່ງກ່າວ ໄດ້ຖືກແບ່ງແຍກອອກເປັນສອງພາກຢູ່ເສັ້ນຂະ
ໜານທີ 38 ແລະຊາວເຜົ່າເກົາຫຼີຫຼາຍພັນຄົນໄດ້ຖືກປະປ່ອຍໄວ້ຢູ່ໃນຍີ່ປຸ່ນ.
ນັບແຕ່ນັ້ນມາຫຼາຍທົດສະວັດ ເຊື້ອສາຍເຂົາເຈົ້າຫຼາຍຄົນ ໄດ້ຕັດສິນໃຈ ພາກັນຢູ່
ແລະປັດຈຸບັນນີ້ ມີຈຳນວນຢູ່ກວ່າ 600,000 ຄົນ.
ໃນຂະນະທີ່ຊາວເຜົ່າເກົາຫຼີຈຳນວນນຶ່ງພາກັນລົງທະບຽນຢູ່ໃນຍີ່ປຸ່ນ ສອງກຸ່ມໄດ້ຮັບ
ຄວາມສົນໃຈທີ່ສຳຄັນ.
ມີການຈັດຕັ້ງຂຶ້ນ ໃນປີ 1946 ກຸ່ມມິນດານ ໄດ້ພົວພັນກັບເກົາຫຼີໃຕ້ ໃນຂະນະທີ່ກຸ່ມ
ຈົງກຣິຍົງ ໄດ້ພົວພັນຢ່າງໃກ້ຊິດກັບເກົາຫຼີເໜືອ. ປະມານ 65 ເປີເຊັນຂອງຊາວເຜົ່າ
ເກົາຫຼີ ພົວພັນໂຕເຂົາເຈົ້າເອງກັບມິນດານ ແລະ 25 ເປີເຊັນ ເປັນບັນດາສະມາຊິກ
ຂອງກຸ່ມສຸດທ້າຍ.
ທ່ານແກຣນຕ໌ ນິວແຊມ ສະມາຊິກຄົ້ນຄວ້າອາວຸໂສກັບກອງປະຊຸມສຶກສາຍຸດທະ
ສາດຍີ່ປຸ່ນໃນນະຄອນໂຕກຽວກ່າວວ່າ ຕາມປະຫວັດສາດແລ້ວ ທັງສອງກຸ່ມໄດ້ເນັ້ນ
ໜັກໃສ່ຄວາມຕ້ອງການ “ໃຫ້ບັນດາສະມາຊິກເຂົາເຈົ້າມີຊີວິດຢູ່ຢ່າງສະດວກສະບາຍ
ໃນຍີ່ປຸ່ນ.”
ທ່ານກ່າວວ່າ “ໃນຂະນະທີ່ຫຼາຍລຸ້ນຜ່ານໄປ ພວກຊາວໜຸ່ມທັງສອງອົງການຈັດຕັ້ງ
ປາກົດວ່າມີຄວາມສົນໃຈໜ້ອຍໃນແງ່ການເມືອງ ມີຄວາມໝັ້ນໝາຍໜ້ອຍສຳລັບ
ບ້ານແມ່ບ້ານພໍ່ຫຼາຍກວ່າທີ່ມີມາກ່ອນ.