ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ລົງທຶນເກົາຫຼີໃຕ້ ຈ່າຍເງິນຊົດເຊີຍ ໃຫ້ ຄອບຄົວ ຜູ້ເສຍຊີວິດ ແລະສູນຫາຍ 71 ລາຍ, ລາຍ​ລະ 10,000 ໂດລາ


ພິທີມອບເງິນຊົດເຊີຍໃຫ້ຜູ້ໄດ້ຮັບຄວາມເສຍຫາຍຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ.
ພິທີມອບເງິນຊົດເຊີຍໃຫ້ຜູ້ໄດ້ຮັບຄວາມເສຍຫາຍຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ.

ຜູ້ລົງທຶນຈາກ ເກົາຫຼີໃຕ້ ຈ່າຍເງິນຊົດເຊີຍໃຫ້ກັບຄອບຄົວຂອງຜູ້ເສຍຊີວິດ ແລະ ສູນ
ຫາຍຍ້ອນໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກຢູ່ເມືອງສະ
ໜາມໄຊລາຍລະ 10,000 ໂດລາ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຖະແຫຼງຢືນຢັນວ່າ ລັດຖະບານ ລາວ ໄດ້
ດຳເນີນມາດຕະການໃນທຸກວິທີທາງເພື່ອຟື້ນຟູສະພາບຊີວິດ ແລະ ການເປັນຢູ່ຂອງ
ປະຊາຊົນ ລາວ ທີ່ປະສົບໄພນໍ້າຖ້ວມໃນທົ່ວປະເທດ ໃຫ້ກັບຄືນສູ່ສະພາວະປົກກະຕິ
ໃຫ້ໄວທີ່ສຸດ ໂດຍສະເພາະແມ່ນປະຊາຊົນໃນເຂດເມືອງສະໜາມໄຊ, ແຂວງອັດຕະປື
ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກກໍລະນີທີ່ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ
ນັ້ນ ກໍໄດ້ດຳເນີນມາດຕະການໃຫ້ການຊ່ວຍເຫຼືອໃນທຸກດ້ານຢ່າງຕັ້ງໜ້າຈົນເຖິງປັດຈຸ
ບັນ ດັ່ງທີ່ທ່ານ ທອງລຸນ ໄດ້ຖະແຫຼງເນັ້ນຢໍ້າວ່າ

“ລັດຖະບານກໍໄດ້ເອົາໃຈໃສ່ໃນການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນທົ່ວປະເທດ
ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ
ໂດຍປະກາດເປັນເຂດປະສົບໄພພິບັດລະດັບຊາດ ເພື່ອລະດົມການຊ່ວຍເຫຼືອພາຍ
ໃນ ແລະຕ່າງປະເທດ ນອກນັ້ນລັດຖະບານກໍໄດ້ຈັດສັນງົບປະມານແກ້ໄຂສຸກເສີນ
ປັດຈຸບັນການຈັດສັນໃຫ້ປະຊາຊົນເຂົ້າຢູ່ບ້ານຈັດສັນຊົ່ວຄາວ ແລະ ກຳລັງປຸກສ້າງ
ເຮືອນຢູ່ຖາວອນ ບຸກເບີກເນື້ອທີ່ທຳມາຫາກິນໃຫ້ແຕ່ລະຄອບຄົວ.”

ໃນທ້າຍເດືອນມັງກອນ 2019 ທີ່ຜ່ານມາທາງການລາວ ໄດ້ຮ່ວມມືກັບກຸ່ມຜູ້ລົງທຶນ
ຈາກເກົາຫຼີໃຕ້ ດຳເນີນການຈ່າຍເງິນຊົດເຊີຍໃຫ້ຄອບຄົວຂອງຜູ້ເສຍຊີວິດ ແລະ ຜູ້ທີ່
ສູນຫາຍຍ້ອນໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ
ຢູ່ເມືອງສະໜາມໄຊຈຳນວນທັງໝົດ 71 ລາຍ ລາຍລະ 10,000 ໂດລາ ຫຼື
85,560,000 ກີບ, ໂດຍເງິນຊົດເຊີຍດັ່ງກ່າວນີ້ ບໍ່ລວມເຖິງການເສຍຫາຍທີ່ເກີດກັບ
ສິ່ງປູກສ້າງ-ໄຮ່ນາ ແລະ ຊັບສິນອື່ນໆຂອງປະຊາຊົນແຕ່ຢ່າງໃດ ຊຶ່ງຈະມີການປະເມີນ
ໃນໄລຍະຕໍ່ໄປ.

ສ່ວນທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງອັດ
ຕະປື ກໍຢືນຢັນວ່າ ການບຸກເບີກພື້ນທີ່ກະສິກຳສຳລັບຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະ
ໜາມໄຊ ກຳລັງດຳເນີນໄຊຢ່າງຕັ້ງໜ້າ ພາຍໃຕ້ເປົ້າໝາຍທີ່ຈະດຳເນີນການໃຫ້ສຳ
ເລັດ ແລະ ສົ່ງມອບທີ່ດິນໃຫ້ກັບຜູ້ປະສົບໄພທຸກຄອບຄົວ ໃຫ້ທັນກັບການປູກເຂົ້ານາ
ປີ ແລະ ປູກພືດຕ່າງໆໃນລະດູຝົນປະຈຳປີ 2019 ນີ້ໃຫ້ໄດ້.

ການເກັບກຳຂໍ້ມູນດ້ານກະສິກຳໃນເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າ
ຖ້ວມທີ່ເກີດຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກນັບແຕ່ວັນທີ 23 ກໍລະກົດ 2018
ເປັນຕົ້ນມາ ພົບວ່າພື້ນທີ່ປູກເຂົ້າເສຍຫາຍໄປກວ້າງກວ່າ 8,050 ເຮັກຕາ ໃນນີ້ລວມ
ເຖິງ 6 ບ້ານທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດກໍຄືບ້ານ ຫີນລາດ, ບ້ານສະໜອງ
ໃຕ້, ບ້ານທ່າຫີນ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານໃຫຍ່ແທ ທີ່ມີຈຳນວນປະຊາ
ກອນລວມກັນ 7,095 ຄົນໃນ 1,611 ຄອບຄົວ.

ທັງນີ້ເມືອງສະໜາມໄຊ ນັບເປັນເມືອງນຶ່ງທີ່ທຸກຍາກທີ່ສຸດໃນແຂວງອັດຕະປື ໂດຍມີິ
40 ບ້ານ, 6,771 ຄອບຄົວ ມີພົນລະເມືອງທັງໝົດ 36,000 ກວ່າຄົນໃນນີ້ມີບ້ານທີ່ຖືກ
ກະທົບຈາກໄພນໍ້າຖ້ວມ 13 ບ້ານມີ 2,717 ຄອບຄົວ ຫຼື 13,067 ຄົນ ໂດຍທີ່ຖືກກະ
ທົບທັງ 100 ເປິເຊັນກໍຄື 6 ບ້ານດັ່ງກ່າວທີ່ໄດ້ຖືກຍົກຍ້າຍມາຢູ່ທີ່ສູນພັກອາໄສຊົ່ວຄາວ
ຈຳນວນ 5 ຈຸດດ້ວຍກັນຄືບໍລິເວນໂຮງຮຽນປະຖົມບ້ານຫາດຍາວ ແລະ ບ້ານດົງບາກ
ຊຶ່ງໄດ້ຍົກຍ້າຍຜູ້ປະສົບໄພເຂົ້າໄປຢູ່ອາໄສແລ້ວນັບຕັ້ງແຕ່ເດືອນພະຈິກ 2018 ເປັນ
ຕົ້ນມາ ສ່ວນຈຸດທີ່ບ້ານຕໍມໍຍອດ, ບ້ານດອນບົກ ແລະ ບ້ານປີນດົງນັ້ນຄາດວ່າຈະກໍ່
ສ້າງແລ້ວສຳເລັດ ແລະ ຍົກຍ້າຍຜູ້ປະສົບໄພເຂົ້າໄປຢູ່ອາໄສໄດ້ຢ່າງຄົບຖ້ວນໃນມໍ່ໆນີ້.

ໂດຍທີ່ຜ່ານມາ ຜູ້ປະສົບໄພທີ່ເມືອງສະໜາມໄຊ ກໍໄດ້ຮັບການຊ່ວຍເຫຼືອຄອບຄົວລະ
500,000 ກີບ ແລະ ເງິນຊ່ວຍເຫຼືອເດືອນລະ 100,000 ກີບຕໍ່ຄົນ ນັບແຕ່ເດືອນກັນຍາ
2018 ເປັນຕົ້ນມາ ພ້ອມດ້ວຍເງິນອັດຕາກິນຄົນລະ 5,000 ກີບຕໍ່ວັນ ແລະ ເຂົ້າ 20 ກິ
ໂລກຣາມຕໍ່ເດືອນ ສ່ວນຄອບຄົວຜູ້ທີ່ເສຍຊີວິດກໍໄດ້ເງິນ 1 ລ້ານ 5 ແສນກີບສຳລັບນຳ
ໃຊ້ເພື່ອການຈັດພິທີສົບຕາມຮີດຄອບປະເພນີ.

ສ່ວນທ່ານນາງ ເປຣມລະດີ ດາວເຣືອງ ຜູ້ປະສານງານໂຄງການຟື້ນຟູນິເວດໃນກຸ່ມແມ່
ນໍ້າຂອງໃຫ້ການຢືນຢັນວ່າ ອົງການອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນໍ້າ
ຂອງ ໄດ້ຮ່ວມກັບອົງການພາກປະຊາຊົນໃນ ເກົາຫຼີໃຕ້ ເພື່ອຮຽກຮ້ອງຂໍໃຫ້ 2 ບໍລິສັດ
ເອກະຊົນຂອງເກົາຫຼີໃຕ້ ທີ່ຮ່ວມລົງທຶນໃນໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ
ກໍຄືບໍລິສັດ SK ວິສະວະກຳ ແລະ ບໍລິສັດ Western Power ຈະຕ້ອງຮ່ວມກັນຮັບຜິດ
ຊອບຕໍ່ຜູ້ປະສົບໄພທີ່ເມືອງສະໜາມໄຊໃນທຸກໆດ້ານ.

XS
SM
MD
LG