ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍ​ລິ​ສັດ​ລົງ​ທຶນ ​ເກົາຫຼີ​ໃຕ້ ບໍ່​ເຫັນ​ດ້ວຍ ​ກັບ​ການສະຫຼຸບ ສາ​ເຫດ​​ເຂື່ອນ ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ​ແຕກ


ຜູ້​ຊາຍ​ຄົນ​ນຶ່ງ​ລຸຍ​ນ້ຳ​ໃນ​ຖະ​ໜົນ​ທີ່​ຖືກ​ນ້ຳ​ຖ້ວມ​ທີ່​ເມືອງ ສະ​ໜາມ​ໄຊ, ແຂວງ​ອັດ​ຕະ​ປື. 26 ກໍ​ລະ​ກົດ 2018.
ຜູ້​ຊາຍ​ຄົນ​ນຶ່ງ​ລຸຍ​ນ້ຳ​ໃນ​ຖະ​ໜົນ​ທີ່​ຖືກ​ນ້ຳ​ຖ້ວມ​ທີ່​ເມືອງ ສະ​ໜາມ​ໄຊ, ແຂວງ​ອັດ​ຕະ​ປື. 26 ກໍ​ລະ​ກົດ 2018.

ບໍ​ລິ​ສັດ​ລົງ​ທຶນ​ຈາກ ເກົາຫຼີ​ໃຕ້ ບໍ່​ເຫັນ​ດ້ວຍ​ກັບ​ສະຫຼຸບ​ຜົນ​ການ​ສືບ​ສວນ​ສອບ​ສວນ ກ່ຽວ​
ກັບ ສາເຫດທີ່ເຮັດໃຫ້ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໂດຍລະບຸວ່າ ເປັນການສະຫຼຸບ
ຜົນທີ່ບໍ່ມີຫຼັກຖານທີ່ເປັນວິທະຍາສາດ.

ສືບ​ເນື່ອງ​ຈາກ​ທາງ​ການ ລາວ ໂດຍ ທ່ານ ສິງ​ເພັດ ບຸນ​ສະ​ຫວັດ​ທິ​ພັນ ຮອງ​ປະ​ທານ
ອົງການກວດກາລັດຖະບານ ໄດ້ຖະແຫຼງສະຫຼຸບຜົນການສືບສວນສອບສວນ ກ່ຽວກັບ
ສາເຫດທີ່ເຮັດໃຫ້ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກໃນຄືນວັນທີ 23 ກໍລະກົດ
2018 ຜ່ານມາວ່າ ເປັນຍ້ອນການກໍ່ສ້າງທີ່ບໍ່ໄດ້ມາດຕະຖານໃນສ່ວນຂອງຄັນຄູກັ້ນ
ນ້ຳຢູ່ໂຊນ D ຂອງເຂື່ອນ ຊຶ່ງພັງທະລາຍລົງຈາກການກັດເຊາະຂອງມວນນ້ຳຢ່າງມະ
ຫາສານ ດັ່ງທີ່ທ່ານ ສິງເພັດ ໄດ້ຖະແຫຼງຢືນຢັນວ່າ

"ຄະ​ນະ​ຊ່ຽວ​ຊານເອກ​ະ​ລາດກວດ​ພົບ​ວ່າ ສາ​ເຫດ​ຕົ້ນ​ຕໍ​ຂອງ​ການ​ແຕກ​ພັງ​ແມ່ນ​ກ່ຽວ​
ຂ້ອງກັບຄວາມສາມາດໃນການຊຶມນ້ຳສູງຂອງຮາກຖານຂອງເຂື່ອນກັ້ນນ້ຳ ປະກອບ
ກັບຊັ້ນດິນທີ່ສາມາດຖືກກັດເຊາະໄດ້ງ່າຍໄປພ້ອມກັບການເພີ່ມຂຶ້ນຂອງລະດັບນ້ຳ
ບວກກັບຄວາມສາມາດໃນການຊຶມນໍ້າສູງຂອງດິນໄດ້ສົ່ງຜົນໃຫ້ມີການກັດເຊາະພາຍ
ໃນຮາກຖານ ແລະ ເຮັດໃຫ້ດິນອ່ອນໂຕລົງ ແລະ ການເລື່ອນຖະໄຫຼເລິກແບບໝຸນໄດ້
ເລີ່ມຕົ້ນຂຶ້ນທີ່ບ່ອນສູງສຸດຂອງເຂື່ອນກັ້ນນ້ຳໃນທີ່ສຸດ ກໍນຳໄປສູ່ການແຕກພັງທັງໝົດ
ຂອງຄູກັ້ນນ້ຳ D ແລະ ຊັ້ນຮາກຖານ."

ທັງ​ນີ​ໂດຍ​ເປັນ​ການ​ສະຫຼຸບ​ຜົນ​ຂອງ​ຄະ​ນະ​ຜູ້​ຊ່ຽວ​ຊານ ​ຂອງ​ຄະ​ນະ​ກຳ​ມະ​ການ​ສາ​ກົນ​
ວ່າດ້ວຍເຂື່ອນຂະໜາດໃຫຍ່ (International Commission on Large Dams)
ຫຼື ICOLD ຕາມການເຊີນຂອງລັດຖະບານ ລາວ ແລະ ກໍໄດ້ທຳການສືບສວນຫາສາ
ເຫດຕົ້ນຕໍທີ່ເຮັດໃຫ້ເຂື່ອນແຕກດັ່ງກ່າວນັບແຕ່ວັນທີ 19 ສິງຫາ 2018 ແລະ ໄດ້ສົ່ງ
ມອບສະຫຼຸບຜົນການສືບສວນໃຫ້ກັບລັດຖະບານ ລາວ ຢ່າງເປັນທາງການເມື່ອວັນທີ
26 ມີນາ 2019 ທີ່ຜ່ານມານັ້ນ ໄດ້ມີການຂຸດເຈາະດິນຄັນຄູເຂື່ອນຈຳນວນ 12 ຂຸມ
ເພື່ອນຳມາສຶກສາວິໄຈ ແລະ ສົມທຽບກັນຢ່າງຮອບດ້ານ ກໍເຮັດໃຫ້ສາມາດສະຫຼຸບໄດ້
ວ່າ ສາເຫດທີ່ເຮັດໃຫ້ເຂື່ອນແຕກນັ້ນ ເປັນເພາະໂຄງສ້າງຂອງຄັນເຂື່ອນທີ່ເປັນເຂື່ອນ
ດິນນັ້ນ ບໍ່ໄດ້ມາດຕະຖານຕາມການອອກແບບກໍ່ສ້າງໂດຍເມື່ອປະກອບກັບການທີ່ມີ
ປະລິມານນ້່ຳຢ່າງຫຼວງຫຼາຍຈົນລົ້ນອ່າງຕົ່ງນ້ຳໃນເຂື່ອນດ້ວຍແລ້ວ ຈຶ່ງເຮັດໃຫ້ຄັນ
ເຂື່ອນເກີດການຍຸບຕົວ ແລະ ພັງລົງມາໃນທີ່ສຸດ ຈຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບ
ສິນຂອງປະຊາຊົນ ລາວ ໃນເຂດເມືອງສະໜາມໄຊ ແຂວງອັດຕະປື ຢ່າງກວ້າງຂວາງ
ນັ້ນເອງ.

ແຕ່​ຢ່າງ​ໃດ​ກໍ​ຕາມ ບໍ​ລິ​ສັດ SK ວິ​ສະ​ວະ​ກຳ ແລະ ກໍ່​ສ້າງ​ຈາກ ເກົາຫຼີ​ໃຕ້ ຜູ້​ຮ່ວມ​ລົງ​ທຶນ
ແລະ ຜູ້ຮັບຜິດຊອບໃນການກໍ່ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ ກໍໄດ້ອອກຖະແຫຼງການ
ເພື່ອສະແດງການບໍ່ຍອມຮັບຜົນການສືບສວນດັ່ງກ່າວ ໂດຍລະບຸວ່າເປັນຜົນການສືບ
ສວນທີ່ບໍ່ມີພິຍານຫຼັກຖານທາງວິທະຍາສາດແຕ່ຢ່າງໃດ ເນື່ອງຈາກວ່າຄະນະຊ່ຽວຊານ
ໄດ້ດຳເນີນການວິເຄາະດິນຕາມການເລືອກທີ່ຕັ້ງ ແລະ ລະບຽບວິທີຂອງຕົນເປັນດ້ານ
ຫຼັກ ທັງຍັງເປັນການວິເຄາະຂໍ້ມູນຈາກປາກົດການທີ່ບໍ່ສາມາດພິສູດໄດ້ຈິງອີກດ້ວຍ
ໂດຍສະເພາະແມ່ນການລະບຸວ່າເກີດການພັງທະລາຍຂອງຄູກັ້ນນ້ຳ D ແລະ ຊັ້ນຮາກ
ຖານນັ້ນ.

ທາງ​ດ້ານ​ທ່ານ​ນາງ ເປມ​ລຶ​ດີ ດາວ​ເຣືອງ ຜູ້​ປະ​ສານ​ງານ​ໃນ​ເຄືອ​ຂ່າ​ຍ​ການ​ຕິດ​ຕາມ​ການ
ລົງທຶນສ້າງເຂື່ອນໃນ ລາວ ໃຫ້ຄວາມຄິດເຫັນວ່າ ລາຍງານການສອບສວນດັ່ງກ່າວຍັງ
ບໍ່ໄດ້ເປີດເຜີຍລາຍລະອຽດຢ່າງຄົບຖ້ວນ ຫາກແຕ່ເປັນການຖະແຫຼງໄປໃນແນວທາງ
ດຽວຄືການກໍ່ສ້າງມີບັນຫາເທົ່ານັ້ນ ນອກຈາກນີ້ການທີ່ບໍລິສັດຜູ້ລົງທຶນຈາກ ເກົາຫຼີໃຕ້
ບໍ່ເຫັນພ້ອມກັບສະຫຼຸບຜົນດັ່ງກ່າວຍັງເຮັດໃຫ້ເກີດການສົງໄສດ້ວຍວ່າ ຈະມີການປ້ອງ
ກັນບໍ່ໃຫ້ເກີດເຫດອີກເທື່ອໃໝ່ແນວໃດ ຖ້າຫາກວ່າຍັງຈະເດີນໜ້າກໍ່ສ້າງເຂື່ອນຕໍ່ໄປ.

ສ່ວນ​ທ່ານ ວິ​ທູນ ເພີ່ມ​ພົງ​ສາ​ຈະ​ເລີນ ຜູ້​ອຳ​ນວຍ​ການ​ເຄືອ​ຂ່າຍ​ພະ​ລັ​ງ​ງານ​ເພື່ອ​ນິ​ເວດ​
ທຳມະຊາດໃນລຸ່ມແມ່ນ້ຳຂອງ ຢືນຢັນວ່າ ບັນດາອົງການອະນຸລັກສິ່ງແວດລ້ອມທຳມະ
ຊາດໃນລຸ່ມແມ່ນ້ຳຂອງ ແລະ ສາກົນຍັງຈະສືບຕໍ່ການເຄື່ອນໄຫວກົດດັນລັດຖະບານ
ລາວ ໃຫ້ຍົກເລີກໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ເພາະວ່າເປັນໂຄງການທີ່ໄດ້ສົ່ງ
ຜົນກະທົບທັງຕໍ່ສິ່ງແວດລ້ອມທຳມະຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນ
ແຂວງອັດຕະປືຢ່າງກວ້າງຂວາງ ທັງຍັງມີຄວາມສ່ຽງສູງທີ່ຈະເກີດໄພພິບັດອີກເທື່ອໃໝ່
ຖ້າຫາກວ່າລັດຖະບານ ລາວ ຍັງຈະອະນຸຍາດໃຫ້ສືບຕໍ່ກໍ່ສ້າງເຂື່ອນດັ່ງກ່າວນີ້.

ກ່ອນ​ໜ້ານີ້ ອົງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ ພ້ອມ​ດ້ວຍ​
ອົງການພາກປະຊາຊົນໃນ ເກົາຫຼີໃຕ້ ກໍໄດ້ຮ່ວມກັນສະແດງການຮຽກຮ້ອງຂໍໃຫ້ 2 ບໍ
ລິສັດເອກະຊົນ ເກົາຫຼີໃຕ້ ທີ່ຮ່ວມລົງທຶນໃນໂຄງການເຂື່ອນເຊປຽນ ເຊນ້ຳນ້ອຍນັ້ນ
ຄືບໍລິສັດ SK ວິສະວະກຳ ແລະ ກໍ່ສ້າງຈຳກັດ ແລະ ບໍລິສັດ Western Power ຈຳກັດ
ຈະຕ້ອງຮັບຜິດຊອບຕໍ່ກໍລະນີເຂື່ອນເຊປຽນ ເຊນ້ຳນ້ອຍ ແຕກ ທີ່ໄດ້ສົ່ງຜົນກະທົບຢ່າງ
ໜັກໜ່ວງຕໍ່ປະຊາຊົນ ລາວ ທີ່ເມືອງສະໜາມໄຊ ໃນແຂວງອັດຕະປືນັ້ນ.

XS
SM
MD
LG