ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງ​ການ KOICA ໃຫ້​ການ​ຊ່ວຍ​ເຫຼືອ ປະ​ຊາ​ຊົນ ​ທີ່​ຖືກ​ກະ​ທົບ ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ


ຜູ້​ປະ​ສົບ​ໄພ​ນ້ຳ​ຖ້ວມ​ລໍ​ຖ້າ​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ອາ​ຫານ​ໃນ​ເມືອງ ສະ​ໜາມ​ໄຊ, ແຂວງ​ອັດ​ຕະ​ປື, 27 ກໍ​ລະ​ກົດ 2018.
ຜູ້​ປະ​ສົບ​ໄພ​ນ້ຳ​ຖ້ວມ​ລໍ​ຖ້າ​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ອາ​ຫານ​ໃນ​ເມືອງ ສະ​ໜາມ​ໄຊ, ແຂວງ​ອັດ​ຕະ​ປື, 27 ກໍ​ລະ​ກົດ 2018.

ອົງ​ການ​ຮ່ວມ​ມື​ສາ​ກົນ​ຂອງ​ລັດ​ຖະ​ບານ ເກົາຫຼີ​ໃຕ້​ ໃຫ້​ການ​ຊ່ວຍ​ເຫຼືອ ນຶ່ງ​ລ້ານ​ສອງ​ແສນ
ໂດລາ ເພື່ອຟື້ນຟູສະພາບຊີວິດການເປັນຢູ່ຂອງປະຊາຊົນ ລາວ ທີ່ຖືກກະທົບຈາກກໍລະ
ນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກທີ່ແຂວງອັດຕະປື.

ອົງ​ການ​ຮ່ວມ​ມື​ສາ​ກົນ​ແຫ່ງ​ ເກົາຫຼີ​ໃຕ້ (KOICA) ໄດ້​ສົງ​ມອບ​ການ​ຊ່ວຍ​ເຫຼືອ​ໃນ​ມູນ​ຄ່າ
ນຶ່ງລ້ານສອງແສນໂດລາ ຫຼື ສິບຕື້ກີບໃຫ້ກັບກະຊວງແຮງງານ ແລະ ສະຫວັດດີການ
ສັງຄົມຂອງ ລາວ ເມື່ອບໍ່ນານມານີ້ ເພື່ອນຳໃຊ້ໃນການຟື້ນຟູຊີວິດການເປັນຢູ່ຂອງປະ
ຊາຊົນ ລາວ ທີ່ຖືກກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກທີ່ແຂວງອັດຕະປື
ທັງນີ້ຖືເປັນສ່ວນນຶ່ງຂອງການຊ່ວຍເຫຼືອທີ່ລັດຖະບານ ເກົາຫຼີໃຕ້ ໃຫ້ແກ່ລັດຖະບານ
ລາວ ໃນຊ່ວງປີ 2019-2023 ທີ່ມີມູນຄ່າລວມ 11 ລ້ານ 5 ແສນໂດລາ ຊຶ່ງເນັ້ນໜັກ
ການພັດທະນາໃນດ້ານສາທາລະນະສຸກ, ການສຶກສາ, ກະສິກຳ, ການຝຶກອົບຮົມວິຊາ
ຊີບ, ການພັດທະນາສະຫວັດດີການຂອງແມ່ນ ແລະ ເດັກ, ການປ້ອງກັນໄພພິບັດ,
ການພັດທະນາພື້ນຖານໂຄງລ່າງ ແລະ ສ້າງທີ່ຢູ່ອາໄສຖາວອນໃຫ້ກັບຜູ້ປະສົບໄພ
ຈາກເຂື່ອນແຕກ.

ສ່ວນ​ທ່ານ ເລັດ ໄຊ​ຍະ​ພອນ ເຈົ້າ​ແຂວງ​ອັດ​ຕະ​ປື ໄດ້​ຢືນ​ຢັນ​ວ່າ​ການ​ຈັດ​ສັນ ແລະ ສ້າງ​
ເຮືອນຢູ່ອາໄສທີ່ຖາວອນໃຫ້ກັບປະຊາຊົນທີ່ຖືກກະທົບຈາກກໍລະນີເຂື່ອນເຊປຽນ-ເຊ
ນ້ຳນ້ອຍແຕກໃນປັດຈຸບັນ ເປັນການບຸກເບີກທີ່ດິນ ເພື່ອຮອງຮັບການສ້າງເຮືອນຢູ່ຖາ
ວອນໃຫ້ແຕ່ລະຄອບຄົວໃນເນື້ອທີ່ຂະໜາດ 800 ຕາແມັດຕໍ່ຄອບຄົວ ຊຶ່ງໄດ້ບຸກເບີກ
ແລະ ຈັດສັນໃຫ້ກັບປະຊາຊົນແລ້ວໃນເຂດ 2 ບ້ານຖືບ້ານດົງບາກ ແລະ ບ້ານຕໍມໍຍອດ
ໂດຍໃນປັດຈຸບັນກຳລັງຢູ່ໃນຂັ້ນຕອນຂອງການຮັບຮອງແບບ ແລະ ຄັດເລືອກຜູ້ຮັບ
ເໝົາກໍ່ສ້າງຕາມລະບຽບກົດໝາຍ ອັນເປັນການພິຈາລະນາຮ່ວມກັນ ລະຫວ່າງທາງ
ການ ລາວ ກັບບໍລິສັດຜູ້ລົງທຶນໃນໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ.

ພ້ອມ​ກັນ​ນີ້ ທາງ​ການ​ແຂວງອ​ັດ​ຕະ​ປື ແລະ ບໍ​ລິ​ສັດ​ຜູ້​ລົງ​ທຶນ​ໃນ​ໂຄງ​ການ​ເຂື່ອນ​ເຊ​ປຽນ
ເຊ​ນ້ຳ​ນ້ອຍ ຍັງໄດ້ເລັ່ງດຳເນີນການສ້ອມແປງຖະໜົນເລກ 18A ແລະ ຖະໜົນທ້ອງຖິ່ນ
2 ເສັ້ນທີ່ເຊື່ອມຕໍ່ລະຫວ່າງເທດສະບານແຂວງອັດຕະປື ກັບເມືອງສະໜາມໄຊ ຊຶ່ງຄືບ
ໜ້າແລ້ວເກີນກວ່າ 70 ເປີເຊັນ ດັ່ງທີ່ທ່ານ ເລັດ ໃຫ້ການຢືນຢັນວ່າ

"ໄດ້​ສ້ອມແປງ​ເສັ້ນ​ທາງຫຼວງ 18A ຈາກ​ເທດ​ສະ​ບານ​ແຂວງ​ຫາ​ເມືອງ​ສະ​ໜາມ​ໄຊ ລວມ
ທັງໝົດມີ 47.5 ກິໂລແມັດ, ກວ້າງ 6 ແມັດ, ມາຮອດປັດຈຸບັນ ໄດ້ຈັດຕັ້ງປະຕິບັດແລ້ວ
72.98 ເປີເຊັນ ໄດ້ຟື້ນຟູທາງຫຼວງທ້ອງຖິ່ນຈຳນວນ 2 ເສັ້ນ, ທາງເບີ 9041 ແລະ ທາງ
ເບີ 9004 ມີລວງຍາວທັງໝົດ 56.8 ກິໂລແມັດ, ກວ້າງ 5 ແມັດ, ຈັດຕັ້ງປະຕິບັດໄດ້
77.16 ເປີເຊັນ."

ແຕ່​ຢ່າງ​ໃດ​ກໍ​ຕາມ ສຳ​ລັບ​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ
ແຕກນັ້ນກໍມີຄວາມຕ້ອງການທີ່ຈະກັບຄືນໄປຢູ່ບ້ານເກົ່າຂອງພວກຕົນຢູ່ໃນເຂດເມືອງ
ສະໜາມໄຊ ຫາກແຕ່ກໍບໍ່ມີຄອບຄົວໃດທີ່ໄດ້ສະແດງເຖິງຄວາມຕ້ອງການດັ່ງກ່າວໃນ
ເວລານີ້ ເພາະຍັງຢ້ານວ່າຈະເກີດເຫດເຂື່ອນແຕກຂຶ້ນອີກເທື່ອໃໝ່.

ໂດຍ​ຄຽງ​ຄູ່​ກັບ​ການ​ຈັດ​ສັນ​ທີ່​ດິນ​ສຳ​ລັບ​ສ້າງ​ເຮືອນ​ຢູ່​ຖາ​ວອນ​ດັ່ງ​ກ່າວນີ້ ທາງ​ການ​ແຂວງ​
ອັດຕະປື ກໍໄດ້ບຸກເບີກທີ່ດິນ 2,140 ເຮັກຕາໃນເຂດບ້ານດົງບາກ, ບ້ານປີນດົງ ແລະ
ບ້ານຕໍມໍຍອດ ເພື່ອຈັດສັນໃຫ້ປະຊາຊົນ 1,611 ຄອບຄົວທີ່ຖືກກະທົບຈາກເຂື່ອນແຕກ
ຢູ່ໃນເຂດເມືອງສະໜາມໄຊ ສຳລັບປູກພືດເສດຖະກິດ ເພື່ອຕອບສະໜອງຕະຫຼາດ
ພາຍໃນ ແລະ ຕ່າງປະເທດເຊັ່ນ ອ້ອຍ, ມັນຕົ້ນ, ກ້ວຍ, ຖົ່ວລຽນ ແລະ ໝາກໄມ້ຕ່າງໆ
ໂດຍໄດ້ຮ່ວມມືກັບບໍລິສັດເອກະຊົນ ລາວ ແລະ ຕ່າງປະເທດໃນການເຂົ້າໄປສົ່ງເສີມ
ແລະ ຊ່ວຍເຫຼືອດ້ານເງິນທຶນ, ວິຊາການ ແລະ ຕະຫຼາດ ສ່ວນປະຊາຊົນເປັນຝ່າຍທີ່
ອອກແຮງງານ ແລະ ທີ່ດິນ ສ່ວນການຈັດສັນທີ່ດິນໃຫ້ປະຊາຊົນນັ້ນ ໄດ້ໃຊ້ຫຼັກເກນກຳ
ລັງແຮງງານໃນແຕ່ລະຄອບຄົວເປັນສຳຄັນ ຄືຄອບຄົວທີ່ມີກຳລັງແຮງງານສອງຄົນຈະ
ໄດ້ຮັບທີ່ດິນ 1 ເຮັກຕາ, 3 ຄົນຈະໄດ້ 2 ເຮັກຕາ ແລະ 4-5 ຄົນ​ຈະໄດ້ 3 ເຮັກຕາ ສ່ວນ
ທີ່ມີແຕ່ຜູ້ເຖົ້າກັບເດັກນ້ອຍຈະໄດ້ 1 ເຮັກຕາ.

ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ທີ່​ເກີດ​ຈາກ​ເຂື່ອນ​ເຊ​ປຽນ​ແຕກ​ໃນ​ວັນ​ທີ 23 ກໍ​ລະ​ກົດ 2018 ໄດ້​
ເຮັດໃຫ້ນາເຂົ້າເສຍຫາຍກວ່າ 8,050 ເຮັກຕາໂດຍທີ່ກະທົບຢ່າງໜັກໜ່ວງທີ່ສຸດຄືບ້ານ
ຫີນລາດ, ບ້ານສະໜອງໃຕ້, ບ້ານທ່າຫີນ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານໃຫຍ່
ແທ ທີ່ມີປະຊາກອນລວມກັນ 7,095 ຄົນໃນ 1,611 ຄອບຄົວ ຊຶ່ງຫຼ້າສຸດກຸ່ມຜູ້ລົງທຶນ
ໄດ້ຈ່າຍເງິນເປັນມູນຄ່າຊົດເຊີຍໃຫ້​ກັບ 587 ຄອບ​ຄົວ​ໃນ​ອັດ​ຕາ 50 ເປີ​ເຊັນ ຂອງ​ການ​
ເສຍຫາຍຕົວຈິງ ໂດຍຄິດເປັນມູນຄ່າການຊົດເຊີຍລວມກັນ 26 ກວ່າຕື້ກີບ ສ່ວນຄອບ
ຄົວອື່ນໆທີ່ຍັງບໍ່ໄດ້ຮັບການຊົດເຊີຍນັ້ນຕ້ອງລໍຖ້າຜົນການປະເມີນໃນຮອບໃໝ່.

XS
SM
MD
LG