ອົງການເນໂຕ ໄດ້ຮຽກຮ້ອງໃຫ້ມີການຕອບໂຕ້ໃນລະດັບໂລກຕໍ່ການຍິງລູກສອນ
ໄຟຂີປະນາວຸດ ເທື່ອຫລ້າສຸດ ຂອງເກົາຫລີເໜືອ.
ທ່ານ Jens Stoltenberg ແລຂາທິການໃຫຍ່ຂອງອົງການເນໂຕກ່າວໃນວັນສຸກມື້ນີ້
ໂດຍຂຽນຂໍ້ຄວາມລົງໃນ Twitter ວ່າ "ການຍິງລູກສອນໄຟຂີປະນາວຸດຂອງເກົາຫລີ
ເໜືອແມ່ນການລະເມີດ ຕໍ່ມະຕິຂອງສະຫະປະຊາຊາດ ອີກຄັ້ງນຶ່ງ ທີ່ບໍ່ສົນໃຈຕໍ່ລະ
ບຽບການ ຊຶ່ງເປັນໄພຂົ່ມຂູ່ອັນໃຫຍ່ຫລວງ ຕໍ່ສັນຕິພາບແລະຄວາມໝັ້ນຄົງສາກົນ ທີ່
ຕ້ອງໄດ້ມີການຕອບໂຕ້ໃນລະດັບໂລກ."
ໃນຕອນເຊົ້າວັນສຸກມື້ນີ້, ເກົາຫລີເໜືອໄດ້ຍິງລູກສອນໄຟຂີປະນາວຸດອີກລູກນຶ່ງໄປຍັງ
ຍີ່ປຸ່ນ ຊຶ່ງເປັນເວລາບໍ່ພໍເທົ່າໃດມື້ ຫລັງຈາກສະຫະປະຊາຊາດໄດ້ວາງມາດຕະການລົງໂທດເພີ້ມຕໍ່ພຽງຢາງ ທີ່ໄດ້ທຳການທົດລອງນີວເຄລຍເປັນຄັ້ງທີ 6.
ລູກສອນໄຟຂີປະນາວຸດດັ່ງກ່າວ ໄດ້ຍິງຂຶ້ນຈາກເມືອງ Sunan ໃນນະຄອນຫລວງພຽງຢາງຂອງເກົາຫລີເໜືອ ແລະໄດ້ບິນຜ່ານເກາະ Hokkaido ໃນທາງພາກເໜືອຂອງຍີ່ປຸ່ນ.
ທ່ານ Yoshihide Suga, ເລຂາທິການຂອງຫ້ອງການລັດຖະບານຍີ່ປຸ່ນ ເວົ້າວ່າ "ພວກເຮົາບໍ່ສາມາດຮັບເອົາ ການເກາະຜິດຂອງເກົາຫລີເໜືອ ທີ່ເຮັດຊໍ້າແລ້ວ ຊໍ້າອີກເຫລົ່ານີ້ໄດ້ ແລະພວກເຮົາປະທ້ວງຕໍ່ເກົາຫລີເໜືອ ແລະທັງສົ່ງຄວາມໂກດແຄ້ນຢ່າງແຮງທີ່ສຸດຂອງປະເທດໄປໃຫ້ແກ່ພວກເຂົາ ໂດຍໃຊ້ຄໍາເວົ້າແບບຮຸນແຮງທີ່ສຸດ ທີ່ຈະແຮງໄດ້."
ອີງຕາມລາຍງານ ຂອງໂທລະພາບແຫ່ງຊາດ NHK ຂອງຍີ່ປຸ່ນ ການປະກາດເຕືອນກ່ຽວກັບວ່າມີການຍິງລູກສອນໄຟຂີປະນາວຸດ ມີຂຶ້ນປະມານ 7 ໂມງເຊົ້າຕາມເວລາໃນທ້ອງຖິ່ນ ຢູ່ໃນເມືອງ Kamaishi ທາງພາກເໜືອຂອງຍີ່ປຸ່ນ.
ກອງທັບເກົາຫລີໃຕ້ ໄດ້ລາຍງານວ່າ ລູກສອນໄຟຂີປະນາວຸດດັ່ງກ່າວ ໄດ້ບິນຢູ່ໃນລະດັບສູງປະມານ 770 ກິໂລແມັດ ແລະບິນໄປໄກເຖິງ 3,700 ກິໂລແມັດ ຊຶ່ງໄກພໍທີ່ຈະໄປເຖິງເກາະກວາມ ທີ່ເປັນດິນແດນຂອງສະຫະລັດ ຢູ່ມະຫາສະໝຸດປາຊີຟິກໄດ້.
ກອງບັນຊາການທະຫານສະຫະລັດປະຈໍາມະຫາສະໝຸດປາຊີຟິກ ກ່າວໃນຖະແຫລງການ ສະບັບນຶ່ງວ່າ "ການປະເມີນໄພຂົ່ມຂູ່ຂັ້ນທໍາອິດ ສະແດງໃຫ້ເຫັນວ່າ ການຍິງລູກສອນໄຟຂີປະນາວຸດ ໃນໄລຍະປານກາງ ຫລື IRBM ດັ່ງກ່າວ" ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ເກາະກວາມ ເລີຍ.
ກອງບັນຊາການປ້ອງກັນເຂດອາກາດໃນເຂດທະວີບອາເມຣິກາເໜືອ ຫລື NORAD
ໄດ້ລົງຄວາມເຫັນວ່າ ລູກສອນໄຟຂີປະນາວຸດດັ່ງກ່າວນີ້ ກໍບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ເຂດ
ທະວີບອາເມຣິກາເໜືອເຊັ່ນກັນ.
ທ່ານ Jim Mattis ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດກ່າວວ່າ ການຍິງລູກສອນໄຟຂີປະນາວຸດຂອງເກົາຫລີເໜືອ "ໄດ້ເຮັດໃຫ້ຊາວຍີ່ປຸ່ນຫລາຍລ້ານຄົນຕ້ອງໄປຊອກຫາທີ່ຫລົບຊ້ອນ," ແລະເວົ້າວ່າເຈົ້າໜ້າທີ່ສະຫະລັດ ໄດ້ປະສານງານຢ່າງເຕັມສ່ວນພາຍ ຫລັງທີ່ມີການຍິງທົດລອງດັ່ງກ່າວເກີດຂຶ້ນ.
ທ່ານ Mattis ໄດ້ກ່າວຕໍ່ພວກນັກຂ່າວ ໃນໄລຍະທີ່ໄປຢ້ຽມຢາມ ກອງບັນຊາການດ້ານຍຸດທະສາດຂອງສະຫະລັດ ທີ່ຮັບຜິດຊອບວຽກງານການໃຊ້ກໍາລັງອາວຸດນີວເຄລຍ.
ອີງຕາມໂຄສົກປະຈໍາກອງທັບ, ກອງທັບເກົາຫລີໃຕ້ ໄດ້ຕອບໂຕ້ຕໍ່ການເກາະຜິດດັ່ງກ່າວຈາກເກົາຫລີເໜືອ ໂດຍການຍິງລູກສອນໄຟຂີປະນາວຸດ Hyunmoo-II ລົງໄປໃສ່ທະເລທີ່ເດີນໄປໃນໄລຍະທາງ ທີ່ສາມາດໄປເຖິງສະໜາມບິນ Sunan ໃນນະຄອນພຽງຢາງໄດ້.
ທ່ານ Moon Jae-in ປະທານາທິບໍດີເກົາຫລີໃຕ້ ກໍໄດ້ຮຽກປະຊຸມສະພາຄວາມໝັ້ນຄົງ ແຫ່ງຊາດ ເພື່ອຕິດຕາມເບິ່ງສະຖານະການດ້ານຄວາມໝັ້ນຄົງ ແລະກຽມພ້ອມຮັບມືກັບທຸກການຂົ່ມຂູ່ໃດໆ ຂອງເກົາຫລີເໜືອ.