ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ເດັກ​ນ້ອຍ 14 ຄົນ ​ໄດ້​ຮັບ​ບາ​ດ​ເຈັບ ຍ້ອນ​ຖືກ​ແທງ ໃນ​ປະ​ເທດ​ຈີນ


ແຜ​ນ​ທີ່​ເມືອງຈົງ​​ກິງ ປະ​ເທດ​ຈີນ.
ແຜ​ນ​ທີ່​ເມືອງຈົງ​​ກິງ ປະ​ເທດ​ຈີນ.

ແມ່​ຍິງ​ຄົນ​ນຶ່ງ​ຖື​ມີດ​ແລ່ນ​ເຂົ້າແທງ​ພວກ​ເດັກ​ນ້ອຍ​ນັກ​ຮຽນ​ອະ​ນຸ​ບານ ຢູ່​ພາກ​ຕາ​ເວັນ​ຕົກ​
ຂອງ​ປະ​ເທດ​ຈີນ ໃນ​ຕອນ​ເຊົ້​າ​ວັນ​ສຸກ​ມື້​ນີ້ ​ເຮັດ​ໃຫ້ເດັກ​ນ້ອຍ​ໄດ້​ຮັບ​ບາດ​ເຈັບ 14 ຄົນ.

ຜູ້​ຮ້າຍ​ໄດ້ຖືກ​ລະ​ບຸ​ໃຫ້​ຮູ້ແຕ່ພຽງຊື່​ທຳ​ອິດ​ວ່າ ຫລິວ ໄດ້​ໂຈ​ມ​ຕີ​ພວກ​ເດັກ​ນ້ອຍ​ໃນ​ຂະ​ນະ
​ທີ່​ເຂົາ​ເຈົ້າ​ກັບ​ຄືນຈາກ​ໂຮງ​ຮຽນ ຢູ່​ເມືອງ​ຈົງກິງ ຫຼັງ​ຈາກເຂົາ​ເຈົ້າໄດ້ອອ​ກ ກຳ​ລັງ​ກາຍ
​ ໃນ​ຕອນ​ເຊົ້າ.

ພວກ​ເດັກ​ນ້ອຍນັກ​ຮຽນ​ທັງ​ໝົດ ​ໄດ້ຖືກ​ສົ່ງໄປ​ໂຮງໝໍ.

ແມ່​ຍິງ​ອາ​ຍຸ 39 ປີ ໄດ້​ຖືກ​ຕຳ​ຫຼວດຄວບ​ຄຸມ​ຕົວ​ໄວ້.

​ໃນ​ໄລ​ຍະ​ສອງ​ສາມ​ປີ​ມານີ້ ຈີນ​ໄດ້​ມີ​ການໂຈມ​ຕີ​ທີ່​ຄ້​າຍ​ຄື​ກັນ​ນີ້ເກີດ​ຂຶ້ນ​ຈຳ​ນວນ​ນຶ່ງ.
ເຂົາ​ເຈົ້າ​ມັກ​ຈະ​ຖີ້ມ​ໂທດ​ໃສ່ໂຣກ​ຈິດ​ຂອງຄົນຮ້າຍ ຫຼື​ຜູ້​ໃດ​ຜູ້​ນຶ່ງ​ທີ່​ມີ​ຄວາມ​ໂກດ​ແຄ້ນ.

ຈີນ​ມີ​ກົດ​ໝາຍຫ້າມຢ່າງ​ເຄັ່ງ​ຄັດ ກ່ຽວ​ກັບ​ການ​ຂາຍ​ແລະ​ຄອບ​ຄອງ​ອາ​ວຸດ​ປືນ. ການ​
ໂຈມ​ຕີ​ໃຫຍ່ຈຶ່ງມັກ​ຈະໃຊ້ມີດ ຫຼື​ລະ​ເບີດ ​ທີ່​ເຮັດ​ເອົາ​ເອງ.

A woman armed with a knife launched an attack on kindergarten students in western China Friday morning, injuring 14 children.

The assailant, identified only by her surname Liu, attacked the youngsters as they were returning to the school in the city of Chongqing after their morning exercises.

All the students were taken to a hospital.

The 39-year-old woman was taken into police custody.

China has had a number of similar attacks in recent years. They are usually blamed on an assailant's mental illness or on someone who is holding a grudge.

China has restrictive laws on the sale and possession of firearms.Mass attacks are usually carried out with knives or homemade explosives.

XS
SM
MD
LG