ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາບໜາແໜ້ນ ຂອງປ່າໄມ້ໃນລາວ ເພີ້ມຂຶ້ນ ແຕ່ການຄ້າສັດປ່າ ທີ່ຜິດກົດໝາຍ ຍັງດຳເນີນຢູ່ຕໍ່ໄປ


ເຂດສະຫງວນປ່າໄມ້ ໃນ ສປປ ລາວ
ເຂດສະຫງວນປ່າໄມ້ ໃນ ສປປ ລາວ

ສະພາບການປົກຫຸ້ມຂອງປ່າໄມ້ໃນແຂວງຄຳມ່ວນ ເພີ້ມຂຶ້ນເປັນ 67.51 ເປີເຊັນ ຂອງ
ພື້ນທີ່ທັງໝົດໃນແຂວງ ຫາກແຕ່ວ່າການລັກລອບຕັດໄມ້ເຖື່ອນ ແລະການລັກລອບຄ້າ
ສັດປ່າ ຍັງເກີດຂຶ້ນຢູ່ເລື້ອຍມາໃນປັດຈຸບັນນີ້ ຊຶ່ງຊົງລິດ ໂພນເງິນ ມີລາຍ ງານຈາກ
ບາງກອກ.

ທ່ານບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງຄຳມ່ວນ ຖະແຫຼງ
ວ່າການຄຸ້ມຄອງເຂດປ່າສະຫງວນ ແລະການສົ່ງເສີມການປູກຕົ້ນໄມ້ໃນ ລະຍະ 5 ປີທີ່
ຜ່ານມາໄດ້ເຮັດໃຫ້ສະພາບການປົກຫຸ້ມຂອງປ່າໄມ້ ໃນແຂວງຄໍາ ມ່ວນເພີີ້ມຂຶ້ນຈາກ
64.87 ເປີເຊັນ ໃນປີ 2016 ເປັນ 67.51 ເປີເຊັນຂອງພື້ນ ທີ່ທັງໝົດຂອງແຂວງຄຳ
ມ່ວນ ໃນປີ 2020 ໂດຍຄິດເປັນເນື້ອທີ່ປ່າໄມ້ ລວມ 1,101,479 ເຮັກຕາ ທັງໃນເຂດ
ອຸທະຍານແຫ່ງຊາດ ເຂດປ່າສະຫງວນເຂດປ່າ ປ້ອງກັນ ປ່າຜະລິດ ປ່າປູກ ເຂດອະນຸ
ລັກສັດປ່າ ແລະເຂດສະຫງວນແກ່ນພັນ ດັ່ງທີີ່ທ່ານບຸນຈັນ ໄດ້ໃຫ້ການຢືນຢັນວ່າ:

“ ຊັບພະຍາກອນປ່າໄມ້ແມ່ນທ່າແຮງອັນລ້ຳຄ່າ ໄດ້ເອົາໃຈໃສ່ປົກປັກຮັກສາໄປ ຕາມ
ເຂດອຸດທະຍານແຫ່ງຊາດ ປ່າສະຫງວນ ປ່າປ້ອງກັນ ປ່າຜະລິດ ປ່າປູກ ເຂດອະນຸລັກ
ສັດປ່າ ເຂດສະຫງວນແກ່ນພັນ ຊຶ່ງໃນປີ 2020 ພວກເຮົາມີເນື້ອທີ່ປ່າໄມ້ປົກຫຸ້ມ 1,101,
479 ເຮັກຕາ ເພີ້ມຂຶ້ນຈາກ 64,87 ເປີເຊັນ ປີ 2016 ມາເປັນ 67.51 ເປີເຊັນ ໃນປີ
2020.”

ແຕ່ຢ່າງໃດກໍຕາມ ທ່ານບຸນຈັນ ກໍຍອມຮັບວ່າ ການລັກລອບຕັດໄມ້ເຖື່ອນ ແລະການ
ລັກລອບຄ້າສັດປ່າຍັງເກີດຂຶ້ນຢູ່ເລື້ອຍມາ ໂດຍໃນປີ 2020 ນີ້ທາງການແຂວງ ຄຳ
ມ່ວນສາມາດກວດຍຶດໄມ້ທີ່ຖືກລັກລອບຕັດໄດ້ຫຼາຍກວ່າ 14,396 ແມັດກ້ອນ ສັດປ່າ
8,432 ໂຕ ແລະເສືອໂຄ່ງ 3 ໂຕ.

ສ່່ວນກະຊວງຊັບພະຍາກອນທະມະຊາດ ແລະສິ່ງແວດລ້ອມຂອງໄທ ລາຍງານວ່າ
ລາວຍັງເປັນທາງຜ່ານຂອງໄມ້ຄະຍຸງ ທີ່ລັກລອບຕັດຈາກເຂດປ່າສະຫງວນ ແຫ່ງຊາດ
ໃນໄທ ແລະລັກລອບຂົນສົ່ງຜ່ານລາວຕໍ່ໄປທີ່ຫວຽດນາມ ແລະຈີນອີກ ດ້ວຍ ໂດຍການ
ລັກລອບດັ່ງກ່າວ ຍັງມີລັກສະນະເປັນຂະບວນການຂ້າມຊາດ ທີ່ມີການຈັດແບ່ງໜ້າທີ່
ລະຫວ່າງກັນຢ່າງຊັດເຈນກໍຄືຂະບວນການທີ່ຢູ່ໃນໄທ ຮັບ ຜິດຊອບການລັກລອບ
ຕັດໄມ້ຄະຍຸງ ສ່ວນຂະບວນການໃນລາວກໍຈະຮັບເອົາ ໄມ້ຄະຍຸງຈາກໄທ ແລະຂົນສົ່ງ
ຕໍ່ໄປຍັງຫວຽດນາມ ແລະຈີນ.

ໂດຍໃນ 1 ປີ ທີ່ຜ່ານມາກົມປ່າໄມ້ຂອງໄທ ກໍສາມາດຈັບກຸມສະມາຊິກຂະບວນ ການ
ຄ້າໄມ້ຄະຍຸງຂ້າມຊາດໄດ້ 6,936 ຄົນຈາກການຈັບກຸມ 9,196 ຄັ້ງ ແລະ ຍຶດໄມ້ຂະຍຸງ
ໄດ້ 127,055 ທ່ອນ ຄິດເປັນມູນຄ່າເກີນກວ່າ 3,000 ລ້ານບາດ ສ່ວນສຳນັກງານເລ
ຂາທິການ CITES ໄດ້ສະເໜີລາຍງານວ່າ ລາວຍັງເປັນ ປະເທດທີີ່ມີການລັກລອບຄ້າ
ຂາຍສັດປ່າຫວງຫ້າມ ທັງຍັງມີການລັກລອບນຳເຂົ້າ ຊິ້ນສ່ວນສັດປ່າຫວງຫ້າມເຊັ່ນ
ງາຊ້າງ ແລະນໍແຮດຈາກ Africa ເພື່ອສົ່ງຕໍ່ໄປ ຍັງຫວຽດນາມ ແລະຈີນຢູ່ເລື້ອຍມາ.

ທາງດ້ານທ່ານຊຸຊາດ ໄຊຍະກຸມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະປ່າ ໄມ້
ກໍຖະແຫຼງວ່າ ທາງການລາວໄດ້ສ້າງຕັ້ງ ເຂດອະນຸລັກປ່າໂຄກໂອງ-ມັ່ງ ໃນ ແຂວງສະ
ຫວັນນະເຂດ ໃຫ້ເປັນເຂດອະນຸລັກພັນສັດປ່າແຫ່ງຊາດເຂດທຳອິດ ໃນ ລາວ ເພື່ອ
ເປັນການປະຕິບັດຕາມອະນຸສັນຍາວ່າ ດ້ວຍການຄ້າລະຫວ່າງປະເທດ ກ່ຽວກັບສັດປ່າ
ທີ່ໄກ້ຈະສູນພັນ ຫຼື (CITES) ທີ່ລາວໄດ້ເຂົ້າຮ່ວມເປັນ ນັບແຕ່ປີ 2004 ແລະໄດ້ພະຍາ
ຍາມຈັດຕັ້ງປະຕິບັດໃນທຸກວິທີທາງ ເພື່ອໃຫ້ເປັນໄປຕາມ ຂໍ້ກຳນົດຂອງອະນຸສັນຍາ
ດັ່ງກ່າວ.

ໂດຍເຂດອະນຸລັກປ່າໂຄກໂອງ-ມັ່ງ ດັ່ງກ່າວນີ້ມີເນື່ອທີ່ກວ້າງກວ່າ 130,000 ເຮັກຕາ
ທີ່ກວມເອົາເພີ້ມທີ່ໃນເຂດ 5 ເມືອງຂອງແຂວງສະຫວັນນະເຂດ ກໍຄື ເມືອງຊົນບູລີ ທ່າ
ປາງທອງ ພະລານໄຊ ສອງຄອນ ແລະເມືອງພິນ ໂດຍໄດ້ ຮັບການຊ່ວຍເຫຼືອຈາກອົງ
ການສະຫະປະຊາຊາດ ເພື່ອການພັດທະນາ (UNDP)

ນັບແຕ່ປີ 2002 ເປັນຕົ້ນມາ ດ້ວຍການເສີມສ້າງການຮ່ວມມືຈາກປະຊາຊົນ ໃນທ້ອງ
ຖິ່ນໄດ້ຢ່າງກວ້າງຂວາງ ຈຶ່ງເຮັດໃຫ້ປະສົບຜົນສຳເລັດໃນການອະນຸລັກ ສັດປ່າຫາຍາກ
ທີ່ໄກ້ຈະສູນພັນກໍຄືໂອງແລະມັ່ງນັ້ນໃຫ້ມີຈຳນວນເພີ້ມຂຶ້ນເປັນຫຼາຍ ກວ່າ 200 ໂຕໃນ
ປັດຈຸບັນນີ້ທັງຍັງເຮັດໃຫ້ທາງການລາວໄດ້ມອງເຫັນໂອກາດທີ່ ຈະພັດທະນາໃຫ້ເປັນ
ເຂດທ່ອງທ່ຽວທາງຊີວະນາໆພັນອີກດ້ວຍ.

ກ່ອນໜ້ານີ້ ທາງການລາວໄດ້ຂຶ້ນບັນຊີສັດປ່າແບ່ງເປັນ 3 ບັນຊີ 95 ຊະນິດ ບັນຊີທີ 1
ເປັນສັດປ່າປະເພດຫວງຫ້າມ ທີ່ບໍ່ໃຫ້ລ່າຢ່າງເດັດຂາດ ເຊັ່ນເສືອ ໝີ ກະທິງ ໂອງ-ມັ່ງ
ລີງ ຊ້າງ ບັນຊີທີ 2 ກໍເປັນສັດປ່າປະເພດອະນຸລັກ ທີ່ສາມາດ ລ່າໄດ້ ໂດຍຕ້ອງໄດ້ຮັບ
ອະນຸຍາດ ເປັນກໍລະນີພິເສດເທົ່ານັ້ນ ເຊັ່ນຟານ ແລະແຂ້ ສ່ວນບັນຊີທີ 3 ເປັນສັດປ່າ
ປະເພດຜ່ອນຜັນ ໃຫ້ປະຊາຊົນລາວສາມາດລ່າໄດ້ ເພື່ອນຳມາເປັນອາຫານເທົ່ານັ້ນ
ເຊັ່ນແລນ ກະຮອກ ແລະໝູປ່າເປັນຕົ້ນ.

XS
SM
MD
LG