ນັກເສດຖະສາດຢືນຢັນວ່າ ເງິນກີບຍັງຈະອ່ອນຄ່າລົງ ແລະອັດຕາເງິນເຟີ້ຍັງຈະເພີ້ມສູງຂຶ້ນໄດ້ອີກ ຖ້າຫາກວ່າ ລັດຖະບານລາວ ຍັງບໍ່ສາມາດຈະແກ້ໄຂບັນຫາຂາດດຸນການຄ້າຕ່າງປະເທດໄດ້ຢ່າງແທ້ຈິງ ຊຶ່ງຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ດຣ. ອັດ ພິສານວານິດ ຜູ້ອຳນວຍການສູນສຶກສາການຄ້າລະຫວ່າງປະເທດ ແຫ່ງມະຫາວິທະຍາໄລຫໍການຄ້າໄທ ໃຫ້ທັດສະນະວ່າ ບັນຫາການຂາດດຸນການຄ້າຕ່າງປະເທດຍັງຖືເປັນປັດໄຈສຳຄັນທີ່ສຸດ ທີ່ຈະເຮັດໃຫ້ເງິນກີບລາວ ອ່ອນຄ່າລົງອີກ ເຊັ່ນດຽວກັນກັບອັດຕາເງິນເຟີ້ ທີ່ຈະປັບຕົວສູງຂຶ້ນອີກ ໃນປີ 2023 ຖ້າຫາກວ່າ ລັດຖະບານລາວ ຍັງບໍ່ສາມາດແກ້ໄຂບັນຫາການຂາດດຸນການຄ້າຕ່າງປະເທດໄດ້ຢ່າງແທ້ຈິງ ເພາະວ່າ ການຂາດດຸນການຄ້າຕ່າງປະ ເທດດັ່ງກ່າວ ບໍ່ພຽງຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຫລຸດລົງເທົ່ານັ້ນ ແຕ່ວ່າ ຍັງເຮັດໃຫ້ລະດັບຄວາມເຊື່ອຖືທີ່ມີຕໍ່ເງິນກີບຫລຸດລົງດ້ວຍເຊັ່ນກັນ ດັ່ງທີ່ ດຣ ອັດ ໄດ້ໃຫ້ການອະທິບາຍເຖິງສະພາບການທີ່ເກີດຂຶ້ນໃນລາວ ໃນປີ 2022 ວ່າ:
“ເງິນເຟີ້ລາວ ແລ່ນຂຶ້ນຕະຫຼອດເລີຍ ປີທີ່ແລ້ວ ຈາກຫຼັກດຽວມາເປັນສອງຫຼັກ ຈົນມາຈົບປາຍປີທີ່ແລ້ວ 39 ເປີເຊັນ ມັນແລ່ນຄົນລະທາງກັບໂລກເລີຍ ຖ້າສະເລ່ຍທັງປີ ເງິນເຟີ້ລາວ ກໍປະມານ 15 ເປີເຊັນ ຖ້າແທກກັນ ທຽບກັນລະຫວ່າງປີທີ່ແລ້ວ ກັບປີກ່ອນໜ້າພຸ້ນ ເງິນເຟີ້ລາວກະເພີ້ມຂຶ້ນໄປ 300 ເປີເຊັນ ໃນປີ 2021 ທຽບກັບປີ 2022 ເພາະວ່າ ມີໂຄງສ້າງທີ່ຕ້ອງເພິ່ງພາຕ່າງປະເທດຫຼາຍ ແລ້ວກະມີເງິນທຶນສຳຮອງລະຫວ່າງປະເທດ ປະມານ 1,000 ລ້ານໂດລາສະຫະຫັດ ແລ້ວກະເຮັດໃຫ້ຄວາມເຊື່ອໝັ້ນຂອງຄ່າເງິນກີບຫລຸດລົງ.”
ທັງນີ້ ສູນສະຖິຕິແຫ່ງຊາດລາວ ລາຍງານວ່າ ອັດຕາເງິນເຟີ້ໄດ້ປັບຕົວສູງຂຶ້ນ 40.30 ເປີເຊັນ ສ່ວນດັດຊະນີລາຄາການຊົມໃຊ້ເພີ້ມຂຶ້ນ 169.93 ເປີເຊັນ ໃນເດືອນມັງກອນ 2023 ທຽບໃສ່ເດືອນມັງກອນປີ 2022 ອັນຖືເປັນອັດຕາເງິນເຟີ້ ແລະດັດຊະນີລາຄາການຊົມໃຊ້ທີ່ເພີ້ມຂຶ້ນສູງທີ່ສຸດໃນກຸ່ມອາຊຽນ ຈຶ່ງໄດ້ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ໃນລາວ ຢ່າງກວ້າງຂວາງ ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ແລະຖ້າຫາກສົມທຽບລະຫວ່າງເດືອນກຸມພາ 2022 ກັບເດືອນກຸມພາ 2023 ກໍປາກົດວ່າ ເງິນກີບອ່ອນຄ່າລົງເກີນກວ່າ 48 ເປີເຊັນ ເມື່ອທຽບໃສ່ເງິນບາດ.
ໂດຍໃນປີ 2022 ການຄ້າຕ່າງປະເທດຂອງລາວ ມີມູນຄ່າລວມ 13,650 ລ້ານໂດລາ ໃນນີ້ກໍແບ່ງເປັນການສົ່ງສິນຄ້າອອກໃນມູນຄ່າລວມ 7,600 ລ້ານໂດລາ ແລະການນຳເຂົ້າສິນຄ້າໃນມູນຄ່າລວມ 6,050 ລ້ານ ແຕ່ເນື່ອງຈາກວ່າ ລາຍໄດ້ຈາກການສົ່ງອອກພະລັງງານໄຟຟ້າໃນມູນຄ່າ 1,760 ລ້ານໂດລານັ້ນ ຈະຕ້ອງນຳໃຊ້ເພື່ອຊຳລະໜີ້ຕ່າງປະເດທ ຈຶ່ງເຮັດໃຫ້ພາກທຸລະກິດໃນລາວ ຍັງຕ້ອງປະເຊີນບັນຫາຂາດແຄນເງິນຕາຢ່າງໜັກໜ່ວງ ເພາະວ່າ ເງິນຕາຕ່າງ ປະເທດໄດ້ຖືກໂອນໄປຕ່າງປະເທດຫຼາຍກວ່າການໂອນເຂົ້າມາລາວ ໃນຂະນະທີ່ການສົ່ງເສີມການຜະລິດສິນຄ້າເພື່ອເພີ້ມການສົ່ງອອກນັ້ນ ກໍສາມາດປະຕິບັດໄດ້ຢ່າງຈຳກັດ ເພາະມີການປ່ອຍສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (SME) ໄດ້ພຽງແຕ່ສ່ວນນ້ອຍ ຈຶ່ງເຮັດໃຫ້ SME ສ່ວນໃຫຍ່ບໍ່ມີທຶນຟື້ນຟູການຜະລິດສິນຄ້າ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໃຫ້ການຢືນຢັນວ່າ:
“ຢາກຜະລິດເພື່ອທົດແທນການນຳເຂົ້ານີ້ ຄັນເຮົາບໍ່ທຸ້ມເມັດເງິນໄປໃສ່ນີ້ ເຮັດຈັ່ງໃດເຂົາສິຜະລິດໄດ້ ຕາມການລາຍງານຂອງລັດຖະບານ ບ້ວງເງິນ SME ສາມຮ້ອຍຕື້ ແລ້ວກະທະນາຄານກາງ ໄດ້ສົ່ງເສີມຫຼືວ່າ ແກ້ບັນຫາໃນພາວະໂຄວິດ 1,800 ຕື້ ແຕ່ອັນນັ້ນ ມັນບໍ່ຮອດຫົວໜ່ວຍ ຜູ້ຜະລິດໂດຍກົງມັນໄດ້ແຕ່ບາງຈຸດເທົ່ານັ້ນ ພວກກຸ່ມ Start up ນີ້ ບໍ່ຄ່ອຍສິໄດ້ຮັບພໍເທົ່າໃດ ມັນຈະໄປກະຈຸກຕົວຢູ່ທີ່ກຸ່ມທີ່ເຄີຍໄດ້ ຈຶ່ງເຮັດໃຫ້ຜູ້ປະກອບການລາຍໃໝ່ ຫຼືຜູ້ທີ່ເລີ້ມຕົ້ນຜະລິດເພື່ອທົດແທນການນຳເຂົ້ານີ້ ບໍ່ຄ່ອຍໄດ້ຮັບທຶນ ອັນນີ້ເປັນບັນຫາ.”
ຍິ່ງໄປກວ່ານັ້ນ ລັດຖະບານລາວ ກໍຍັງປະເຊີນກັບ ການມີໜີ້ສິນສາທາລະນະເພີ້ມຂຶ້ນຢ່າງຕໍ່ເນື່ອງແລະມີລັກຊະນະທີ່ກ້າວກະໂດດນັບແຕ່ປີ 2010 ເປັນຕົ້ນມາ ໂດຍມີສາເຫດທີ່ສຳຄັນມາຈາກການເກັບລາຍຮັບໄດ້ຕ່ຳກວ່າແຜນການທຸກປີ ຈຶ່ງເຮັດໃຫ້ຕ້ອງກູ້ຢືມເງິນຈາກຕ່າງປະເດທເພື່ອນຳມາໃຊ້ເພື່ອດຸ່ນດ່ຽງດ້ານລາຍຈ່າຍທີ່ສູງກວ່າລາຍຮັບມາໂດຍຕະຫຼອດ ຊຶ່ງຜົນທີ່ຕາມມາກໍຄືໜີ້ສິນທີ່ເພີ້ມຂຶ້ນດັ່ງກ່າວ ໄດ້ເຮັດໃຫ້ລັດຖະບານລາວ ມີພັນທະຕ້ອງຊຳລະໜີ້ຕ່າງປະເທດພຽງ 160 ລ້ານໂດລາ ໃນປີ 2010 ແລະເພີ້ມຂຶ້ນເປັນ 1,400 ລ້ານໂດລາ ໃນປີ 2022 ແລະເກີນກວ່າ 1,700 ລ້ານໂດລາ ໃນປີ 2023 ທັງຍັງຈະຕ້ອງຈັດສັນງົບປະມານໃຫ້ກັບບັນດາແຂວງເພື່ອຈ່າຍເງິນເດືອນ ແລະເງິນອຸດໜຸນດ້ານສະຫວັດດີການໃຫ້ພະນັກງານລັດ ຢ່າງພຽງພໍອີກດ້ວຍ.