ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການ​ຂາດ​ດຸນບັນ​ຊີ​ໝູນ​ວຽນ​ ເງິນຕາ​ຕ່າງ​ປະ​ເທດຂອ​ງ​ລາວ ນັບ​ມື້​ນັບເພີ້ມ​ຂຶ້ນ ໃນ​ຂະ​ນະ​ທີ່ ເງິນ​ກີບອ່ອນຄ່າລົງ


ເງິນ​ກີບ​ທຽບ​ໃສ່​ເງິນ​ຕາ​ຕ່າງ​ປະ​ເທດ
ເງິນ​ກີບ​ທຽບ​ໃສ່​ເງິນ​ຕາ​ຕ່າງ​ປະ​ເທດ

ເງິນ​ກີບ​ຍັງ​ມີ​ທ່າ​ອ່ຽງຈະ​ອ່ອນຄ່າລົງອີກ​ເມື່ອ​ທຽບ​ໃສ່ເງິນບາດ ແລະ​ເງິນ​ໂດ​ລາ ສະ​ຫະ​ລັດ ໂດຍ​ມີ​ສາ​ເຫດ ມາ​ຈາກ​ການ​ຂາດ​ດຸນການ​ຄ້າ ແລະ​ການ​ຂາດ​ດຸນບັນ​ຊີ​ໝູນ​ວຽນ​ເງິນຕາ​ຕ່າງ​ປະ​ເທດທີ່​ເພີ້ມ​ຂຶ້ນນັບ​ມື້. ຊົງ​ລິດ​ໂພ​ນ​ເງິນ​ມີ​ລາຍງ​ານ​ກ່ຽວ​ກັ​ບເລື້ອງນີ້ມາ​ສະ​ເໜີ​ທ່ານ​ໃນ​ອ​ັນ​ດັບ​ຕໍ່​ໄປ.

ທ່ານ ສອນ​ໄຊ ສິດ​ພະ​ໄຊ, ຜູ້​ວ່າກ​ານທະນາຄານແຫ່ງ ສປປ ລາວ ຍອມ​ຮັບວ່າ ເງິນ​ກີບ​ຍັງ​ມີ​ທ່າ​ອ່ຽງ ຈະ​ອ່ອນຄ່າລົງອີກ​ເມື່ອ​ທຽບ​ໃສ່ ເງິນບາດ ແລະ​ເງິນ​ໂດ​ລາ ສະ​ຫະ​ລັດ ໂດຍ​ມີ​ສາ​ເຫດ ມາ​ຈາກ​ການ​ຂາດ​ດຸນ ບັນ​ຊີ​ໝູນ​ວຽນ​ເງິນຕາ​ຕ່າງ​ປະ​ເທດທີ່​ເພີ້ມ​ຂຶ້ນ ຊຶ່ງ​ເຮັດ​ໃຫ້​ພາກ​ທຸ​ລະ​ກິດໃນ​ລາວ​ຕ້ອງ​ການ​ເງິນ​ຕາ​ຕ່າງ​ປະ​ເທດເພື່ອ​ນຳ​ໃຊ້​ໃນ​ການ​ຊຳ​ລະ ລາ​ຄາ​ສິນ​ຄ້າ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປ​ເທດ ເພີ້ມ​ຂຶ້ນ​ນັບ​ມື້ ໂດຍ​ສະ​ເພາະ​ແມ່ນ​ເງິນ​ບາດ ແລະ​ເງິນ​ໂດ​ລານັ້ນ ຖື​ວ່າ​ເປັນ​ສະ​ກຸນ​ເງິນ​ທີ່​ເຮັດ​ໃຫ້​ເງິນ​ກີບ​ລາວ​ອ່ອນ​ຄ່າ​ລົງ ຫລາຍ​ທີ່​ສຸດ ຊຶ່ງ​ທ່ານ​ສອນ​ໄຊ ໄດ້​ຖະ​ແຫລງ​ຢືນ​ຢັນ​ວ່າ:

“ວັນ​ທີ 1 ມັງ​ກອນ ຫາ​ວັນ​ທີ 11 ພະ​ຈິກ ຄ່າ​ເງິນ ຖ້າທຽບເງິນ​ໂດ​ລາ ຢູ່​ໃນ​ລະ​ດັບ​ປະ​ມານ 31 ບາດ​ປາຍ, ແຂງ​ຄ່າ​ຂຶ້ນ 13 ເປີ​ເຊັນ ຖ້າ​ທຽບ​ໃສ່​ປີ 2016 ແລ້ວ​ກະ​ແຂງ​ຄ່າ​ຂຶ້ນ 3.6 ເປີ​ເຊັນ ທຽບ​ໃສ່ 2018 ເສດ​ຖະ​ກິດ​ເຮົາໄດ້​ມີ​ການ​ນຳ​ເຂົ້າ​ ແລະ​ມີ​ການ​ຊຳ​ລະ​ສະ​ສາງກັບ​ໄທ​ນີ້ ​ຫລາຍ ຖ້າ​ຫາກ​ເງິນ​ບາດ​ແຂງ​ຄ່າ​ ມັນ​ກໍ​ເຮັດ​ໃຫ້​ເງິນ​ກີບ​ຂອງ​ເຮົາ​ນີ້​ມີ​ການ​ອ່ອນ​ຄ່າ. ທຽບ​ໃສ່​ດອນ​ລາ ອ່ອນ​ຄ່າ​ຢູ່​ປະ​ມານ 3.2 ເປີ​ເຊັນ, ທຽບ​ໃສ່​ເງິນ​ບາດ​ໜີ້​ອ່ອນ​ຄ່າ​ຢູ່ 6.7 ເປີ​ເຊັນ.”

ລາ​ຄາ​ເຂົ້າ​ສານ​ໃນ​ເດືອນ 8, 2019
ລາ​ຄາ​ເຂົ້າ​ສານ​ໃນ​ເດືອນ 8, 2019

ການອ່ອນຄ່າລົງຂອງເງິນກີບດັ່ງ​ກ່າວນີ້​ຍັງ​ໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້າອຸປະໂພກ
​ບໍ​ລິ​ໂພກໃນລາວປັບຕົວສູງຂຶ້ນໃນທຸກລາຍການສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ ຮວມເຖິງລາຄາເຂົ້າສານ ທີ່ປັບຕົວສູງຂຶ້ນດ້ວຍເຊັ່ນກັນ ເນື່ອງຈາກການຜະລິດເຂົ້າ ທີ່ໄດ້ຕ່ຳກວ່າແຜນການທີ່ວາງໄວ້ ທັງນາປີ 2018 ແລະນາແຊງ 2019 ນີ້ ໂດຍຈາກ
ການສຳຫຼວດໃນນະຄອນວຽງຈັນ ພົບວ່າໄດ້ມີການປັບຂຶ້ນນ້ຳປາ ຈາກ 6,000 ເປັນ
8,000 ກີບ, ເຂົ້າສານຈ້າວປັບຈາກ 50,000 ຫາ 70,000 ກີບຂຶ້ນເປັນ 70,000 ຫາ
110,000 ກີບຕໍ່ 12 ກິໂລກຣາມ ເພາະວ່າ ຕົ້ນທຶນຢູ່ໂຮງສີເຂົ້າ ໄດ້ເພີ້ມຂຶ້ນຈາກລາຄາ
ພະລັງງານທີ່ປັບຕົວສູງຂຶ້ນ ດ້ວຍນັ້ນ.

ທັງ​ນີ້ ທ່ານ​ສົມ​ຈິດ ອິນ​ທະ​ມິດ, ຮອງລັດ​ຖະ​ມົນ​ຕີກະ​ຊວງ​ອຸດ​ສາ​ຫະ​ກຳແລະ​ການ​ຄ້າຖະ
​ແຫລງຢືນຢັນວ່າ ໃນສ່ວນກ່ຽວກັບການປັບລາຄາຈຳໜ່າຍນ້ຳມັນເຊື້ອໄຟໃນລາວຕາມ
ການປັບລາຄາຂຶ້ນ-ລົງຂອງລາຄານ້ຳມັນ ໃນຕະຫຼາດໂລກນັ້ນ ກໍເປັນອີກປັດໄຈນຶ່ງທີ່
ສົ່ງຜົນກະທົບຕໍ່ລາຄາສິນຄ້າໃນລາວ ເພາະລາວຕ້ອງນ້ຳເຂົ້ານ້ຳມັນເຊື້ອໄຟຈາກຕ່າງ
ປະເທດທັງ 100 ເປີເຊັນ ຂອງການຊົມໃຊ້ທັງໝົດໃນລາວ ເມື່ອສົມທົບກັບເງິນກີບ ກໍຍັງ
ບໍ່ສາມາດນຳໃຊ້ເພື່ອຊຳລະລາຄາສິນຄ້ານຳເຂົ້າຈາກຕ່າງປະເທດໄດ້ ຈຶ່ງກະທົບຕໍ່ອັດ
ຕາແລກປ່ຽນເງິນຕາໃນລາວຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້ ໂດຍ​ໃນ​ໄລ​ຍະ​ເດືອນ​ມັງ​ກອນ-ຫາ ກໍ​ລະ
​ກົດ 2019 ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ລາວ ມີ​ມູນ​ຄ່າ​ລວມ 5,828.15 ລ້ານ​ໂດ​ລາ ແລະ
​ປາ​ກົດ​ວ່າ ລາວ​ຍັງ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ໃນ​ມູນ​ຄ່າ​ລວມ 557.15 ລ້ານ​ໂດ​ລາ
ຊຶ່ງບໍ່​ລວມ​ເຖິງ​ການ​ສົ່ງ​ອອ​ກະ​ແສ​ໄຟ​ຟ້າ​ແຕ່​ຢ່າງ​ໃດ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງກອງທຶນການເງິນສາກົນ ຫຼື IMF ປະຈຳອາຊຽນເປີດ
ເຜີຍວ່າ ການຂາດດຸນການຄ້າຕ່າງປະເທດຂອງລາວ ຄືສາເຫດສຳຄັນທີ່ເຮັດໃຫ້ເງິນ
ກີບອ່ອນຄ່າລົງ ແລະອັດຕາເງິນເຟີ້ກໍປັບຕົວສູງຂຶ້ນດ້ວຍເຊັ່ນກັນ ທັງຍັງເຮັດໃຫ້ທຶນ
ສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວຫລຸດລົງຢ່າງຕໍ່ເນື່ອງອີກດ້ວຍ
ເພາະການຂາດດຸນການຄ້າຕ່າງປະເທດເຮັດໃຫ້ລັດຖະບານລາວ ຕ້ອງໃຊ້ເງິນຕາຕ່າງ
ປະເທດ ເພື່ອຊຳລະລາຄາສິນຄ້າທີ່ນຳເຂົ້າຫຼາຍກວ່າການສົ່ງອອກໄປຕ່າງປະເທດ ທັງ
​ກໍ​ຍັງເຮັດ​ໃຫ້​ທຶນ​ສຳ​ຮອງເງິນ​ຕາ​ຕ່າງ​ປະ​ເທດ ເຫລືອ​ໜ້ອຍກວ່າ 1,000 ລ້ານ​ອີກ​ດ້ວຍ.

ສ່ວນນັກຊ່ຽວຊານດ້ານການເງິນຂອງທະນາຄານໂລກ ປະຈຳລາວບອກວ່າ ລັດຖະບານ
ລາວຍັງຈະຕ້ອງປະເຊີນກັບການເປັນໜີ້ເພີ້ມຂຶ້ນດ້ວຍໂດຍມີສາເຫດມາຈາກການກູ້ຢືມ
ເງິນຕ່າງປະເທດ ເພື່ອນຳມາໃຊ້ໃນການດຸ່ນດ່ຽງ ດ້ານລາຍຈ່າຍທີ່ສູງກວ່າລາຍຮັບໃນແຕ່
ລະປີ ໂດຍປີ 2018 ໜີ້ສິນຂອງລັດຖະບານລາວ ມີມູນຄ່າລວມຫຼາຍກວ່າ 12,104 ລ້ານ
ໂດລາ ຄິດເປັນ 65.3 ເປີເຊັນ ຂອງ GDP ແລະຄາດໝາຍວ່າຈະເພີ້ມຂຶ້ນເປັນ 13,491 ລ້ານໂດລາ ຫຼື ຄິດເປັນ 68 ເປີເຊັນຂອງ GDP ໃນປີ 2019 ທັງ​ຍັງ​ມີ​ທ່າ​ອ່ຽງຈະ​ເພີ້ມ​ຂຶ້ນ
ເປັນ​ເກີນກວ່າ 70 ເປີເຊັນ ຂອງ GDP ອີກດ້ວຍ ໃນ​ປີ 2020 ນີ້.

XS
SM
MD
LG