ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານຄິງ ໄດ້ມີສ່ວນ ເຮັດໃຫ້ ທ່ານໂອບາມາ ໄດ້ເປັນປະທານາທິບໍດີ ຫລືບໍ່? (ວີດິໂອ)


King's Role in Obama's Rise to Power
please wait

No media source currently available

0:00 0:03:05 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບລາຍງານນີ້

​ວັນ​ພຸດ​ ວັນ​ທີ 28 ສິງຫາມື້ນີ້ ​ແມ່ນ​ຂີດ​ໝາຍ​ຄົບຮອບ 50 ປີ ​ໃນ​ການ​ໂຮມ​ຊຸມນຸມ​ເດີນ​ຂະ​ບວນ​ເພື່ອ​ສິດທິ​ພົນລະ​ເມືອງທີ່​ກຸງ​ວໍ​ຊິງ​ຕັນ ​ແລະ​ຄຳ​ປາ​ໄສ ​ທີ່​ມີ​ຊື່​ສຽງ “ຂ້າພະ​ເຈົ້າມີ​ຄວາມ​ຝັນ ຫຼື I Have a Dream” ຂອງພະ​ອາຈານ Martin Luther King, Jr. ຄຳ​ປາ​ໄສ​ດັ່ງກ່າວ​ນີ້ ​ແມ່ນ​ຖື​ກັນ​ວ່າ ​ເປັນ​ຄຳ​ຮຽກ ຮ້ອງ​ທີ່​ແຮງ​ທີ່​ສຸດເພື່ອ​ໃຫ້​ມີ​ຄວາມ​ຍຸ​ຕິທຳ​ທາງ​ດ້ານ​ເຊື້ອຊາດ​ຜິວ​ພັນໃນ​ປະຫວັດ ສາດ ​ແລະ​ກຽມ​ການ​ໄວ້​ສຳລັບ​ຫຼາຍທົດ​ສະ​ວັດ​ຕໍ່ໜ້າ ​ເພື່ອ​ປັບປຸງ​ຄວາມ​ສຳພັນ​ທາງດ້ານ​ເຊື້ອຊາດ​ຜິວ​ພັນ​ຢູ່​ໃນ​ສະຫະລັດ ຮວມທັງ​ການ​ເລືອກ​ຕັ້ງ​ ໃຫ້​ທ່ານ​ບາຣັກ ​ໂອ​ບາ​ມາໄດ້​ເປັນ​ປະທານາທິບໍດີ​ເມື່ອ​ຫ້າ​ປີ​ກ່ອນ. Jim Malone ຜູ້​ສື່​ຂ່າວ ຂອງ​ວີ​ໂອ​ເອມີ​ລາຍ​ລະອຽດ​ເພີ້ມຕື່ມ ກ່ຽວ​ກັບ​ຄວາມ​ສຳພັນລະ​ຫວ່າງ​ຄວາມຝັນ​ ຂອງ Dr. King ​ແລະ​ການ​ຖືກ​ເລືອກ ເປັນປະທານາທິບໍດີ ​ຂອງໂອ​ບາ​ມາ ດັ່ງໄພສານ ຈະ​ນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.


ຄໍ່າ​ຄືນ​ຂອງ​ການ​ເລືອກ​ຕັ້ງ ​ໃນ​ປີ 2008 ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ສ້າງ ປະຫວັດສາດ ​ເປັນ​ປະທານາທິບໍດີ​ຜິວ​ດຳ​ຄົນ​ທຳ​ອິດ ຂອງ​ສະຫະລັດ.​ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ:

“ຍ້ອນ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ກະທຳ​ໃນ​ມື້ນີ້ ​ໃນ​ການ​ເລືອກ​ຕັ້ງຄັ້ງນີ້ ​ໃນ​ເວລາ
​ທີ່​ສຳຄັນ​ອັນ​ນີ້ ການ​ປ່ຽນ​ແປງ​ໄດ້​ເກີດ​ຂຶ້ນຢູ່​ໃນ​ອາ​ເມຣິກາ.”


ຮວມຢູ່​ໃນ​ບັນດາ​ຝູງ​ຊົນ​ທີ່​ໄປ​ຮ່ວມ ກໍ​ມີ​ທ່ານ Jesse Jackson ຜູ້ນຳ​ໃນ​ການ​ຕໍ່ສູ້​ເພື່ອ​ສິດທິ​ພົນລະ​ເມືອງ​ ທີ່​ນໍ້າ​ຕາ​ຂອງ​ທ່ານ​ໄດ້ໄຫຼອອກ​ມາຍ້ອນ​ການ​ໄດ້​ຮັບ​ໄຊຊະນະ​ຂອງ​ທ່ານ​ໂອ​ບາ​ມາ. ທ່ານ Jackson ​ເວົ້າວ່າ :

“ມັນ​ເປັນ​ເວລາ​ແຫ່ງຄວາມ​ປິຕິ​ຍິນ​ດີ​ແລະ​ການ​ເດີນທາງ ມັນ​ເປັນ​ເວລາ​ທີ່​
ພວກ​ເຮົາ​ໄດ້​ຮັບ​ໄຊຊະນະ​ອັນ​ໃຫຍ່​ຫຼວງ ຊຶ່ງ​ຂ້າພະ​ເຈົ້າໝາຍ​ຄວາມ​ວ່າ
ມັນ​ເກີ​ນ​ໄປ​ກວ່າ​ຈິນຕະນາການ​ຂອງ​ພວກ​ເຮົາ ​ໃນສິ່ງ​ທີ່​ພວກ​ເຮົາຄິດ​ວ່າ​
ເປັນ​ໄປ​ໄດ້​ນັ້ນ.”


​ໃນ​ຂະນະ​ທີ່​ຍັງ​ໜຸ່ມ​ນ້ອຍ​ຢູ່​ນັ້ນ ທ່ານ Jackson ​ໄດ້​ມີ​ໜ້າ ​ເວລາທ່ານ Martin Luther King ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຊື່​ສຽງ “ຂ້າພະ​ເຈົ້າມີ​ຄວາມ​ຝັນ ຫຼື I Have a Dream” ​ໃນ​ລະຫວ່າງ​ການ​ໂຮມ​ຊຸມນຸມ​ເດີນ​ຂະ​ບວນ​ເພື່ອ​ສິດທິ​ພົນລະ​ເມືອງ ທີ່​ກຸງ​ວໍ​ຊິງ​ຕັນ ​ໃນ​ປີ 1963 ຊຶ່ງ Dr. King ​ເວົ້າວ່າ:

“ຂ້າພະ​ເຈົ້າຍັງ​ມີ​ຄວາມ​ຝັນ. ມັນ​ເປັນຄວາມ​ຝັນ​ ທີ່​ມີ​ຮາກ​ເຫງົ້າຝັງ​ເລິກ
ຢູ່​ໃນ​ຄວາມ​ຝັນ​ຂອງ​ຊາວ​ອາ​ເມຣິກັນ.”


ທ່ານ Jackson ຍັງກ່າວ​ວ່າ ຄຳ​ປາ​ໄສ​ຂອງ Dr. King ແມ່ນ​ກຳນົດ​ຫາງ​ສຽງ​ທີ່​ໃຫ້​ດອກ​ອອກ​ຜົນ ​ໃນ​ໄລຍະ​ຫຼາຍໆ​ປີ​ຕໍ່​ໜ້າ. ທ່ານ Jackson ​ເວົ້າວ່າ:

“​ແລະ​ດ້ວຍເຫດ​ນີ້ ຄວາມ​ຝັນ​ກໍ​ແມ່ນ​ເພື່ອ​ໃຫ້​ພວກ​ເຮົາ ມີ​ຈິດ​ໃຈ​ເຂັ້ມ​ແຂງ​ຂຶ້ນ ​
ແລະ​ນັ້ນ​ແມ່ນ​ສຳ​ເລັດ​ຜົນ​ຫຼາຍທີ່​ສຸດ ​ໂດຍ​ນຳພາ​ພວກ​ເຮົາ​ໄປ​ສູ່​ອິດສະຫຼະ
ພາບ ກຳຈັດ​ສັນຍາ​ລັກ​ແຫ່ງ​ຄວາມ​ອັບອາຍ.”


ມັນ​ເປັນ​ເລື່ອງ​ທີ່​ໜ້າ​ເສົ້າ​ເສຍ​ໃຈ​ ທີ່ທ່ານ Jackson ກໍ​ຢູ່​ກັບ​ Dr. King ​ເວລາ​ທ່ານ​ຖືກ​ລອບ​ສັງຫານ​ໃນ​ປີ 1968 ຂະນະ​ທີ່​ທ່ານ​ຢືນ​ຢູ່​ທີ່ລະ​ບຽງຂອງ​ໂຮງ​ແຮມ ​ແຫ່ງ​ນຶ່ງ​ໃນ​ເມືອງ Memphis ລັດ Tennessee.

ຜູ້ນຳ​ຄົນ​ຜິວ​ດຳຫຼາຍໆ​ຄົນ​ມອງ​ເຫັນ​ວ່າ ມີ​ການ​ພົວພັນ​ໂດຍ​ກົງ ລະຫວ່າງ Dr. King ​ແລະ​ປະທານາທິບໍດີ​ໂອ​ບາ​ມາ ຮວມທັງທ່ານ Julian Bond ອະດີດ​ປະທານ​ຂອງ​ອົງການ NAACP. ທ່ານ Bond ​ເວົ້າວ່າ

“ທ່ານເປັນ​ທາຍາດຂອງ Dr. King ບໍ່​ແມ່ນທາງ​ເຊື້ອ ສາຍ​ໂດຍກຳ​ເນີ​ດ
ຫຼືຄອບຄົວ ​ແຕ່​ທ່ານ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ Dr. King ​ແລະຂະ​ບວນ
ການ​ທີ່​ທ່ານ Dr. King ນຳພາ ​ໄດ້​ສ້າງຕັ້ງໄວ້​ສໍາລັບ​ທ່ານ.”


​ແຕ່​ບຸກຄົນ​ອື່ນໆ​ຊໍ້າພັດ​ມອງ​ເຫັນ​ພື້ນຖານ​ອັນ​ກວ້າງ​ໄກ​ໄປ​ກວ່າ​ນັ້ນ ຮວມທັງ​ທ່ານ Cory Booker ເຈົ້າຄອງ​ກຳ​ແພງ​ເມືອງ Newark ​ໃນ​ລັດ New Jersey ທີ່ກ່າວວ່າ:

“ທ່ານ​ບາຣັກ ​ໂອ​ບາ​ມາບໍ່​ໄດ້​ຢືນ​ຢູ່​ແຕ່​ເທິງ​ບ່າ​ເທິງ​ໄຫຼ່​ຂອງ​ Dr. Martin
Luther King ທໍ່​ນັ້ນ. ທ່ານ​ຍັງໄດ້​ຢືນຢູ່​ເທິງ​ບ່າ​ເທິງ​ໄຫລ່​ຂອງ​ຊາວອາ​ເມ
ຣິກັນຫຼາຍໆ​ພັນ​ຄົນ. ​ແຕ່​ຖ້າບໍ່ແມ່ນຍ້​ອນການ​ເສຍ​ສະຫຼະ ​ແລະ​ການ​ຕໍ່ສູ້
ຂອງ​ພວກເຂົາ​ເຈົ້າແລ້ວ, ທ່ານກໍ​ອາດ​ຈະບໍ່​ໄດ້​ໄປ​ເຖິງຈຸດ​ນັ້ນ.”


ປະທານາທິບໍດີ​ໂອ​ບາ​ມາ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່ Dr. King ​ແລະມູນ​ເຊື້ອຂອງ​ທ່ານ
ຢູ່​ທີ່ບ່ອນ Dr. King ​ເຄີຍ​ສຶກສາ​ຮໍ່າຮຽນມາ​ກ່ອນ ຄື​ມະຫາວິທະຍາ​ໄລ Morehouse ​ໃນ​ນະຄອນ Atlanta. ທ່ານ​ໂອ​ບາ​ມາ​ເວົ້າວ່າ

“​ແລະ​ກົດໝາຍ ​ແລະ​ຫົວ​ໃຈ ​ແລະ​ຈິດ​ໃຈ ​ໄດ້​ມີ​ການ​ປ່ຽນແປງ ​ໃນ​ຈຸດ​ທີ່​ບຸກ
​ຄົນ​ໃດ​ຄົນ​ນຶ່ງ ​ທີ່​ເບິ່ງ​ຄ້​າຍໆ​ຄືກັນ​ກັບ​ທ່ານສາມາດ ດ້ວຍ​ວິທີ​ໃດ​ກໍ​ຕາມ ​ເຂົ້າ
ມາ​ຮັບ​ໃຊ້ເປັນ​ປະທານາທິບໍດີຂອງ​ສະຫະລັດ​ອາ​ເມຣິກາ.”


ທ່ານ Jessee Jackson ​ກ່າວວ່າ Dr. King ຈະ​ມີ​ຄວາມ​ພາກພູມ​ໃຈ​ຫລາຍ​ໃນການ
​ທີ່​ທ່ານ​ໂອ​ບາ​ມາ ​ໄດ້​ກ້າວ​ຂຶ້ນສູ່​ອຳນາດ. ທ່ານ Jackson ​ເວົ້າວ່າ:

“ດ້ວຍ​ຄວາມ​ສາມ​າດທີ່​ຈະ​ຫຼໍ່ຫຼອມ​ ແລະ​ແກ່​ດຶງ​ເອົາ​ປະເທດ​ຊາດ​ໃຫ້​ເຂົ້າກັນ ​
ໃນ​ວິທີ​ຊຶ່ງ​ບາງທີ​ອາດ​ຈະ​ເປັນ​ໄປ​ບໍ່​ໄດ້ ຍ້ອນ​ປະຕິ​ກິຍາ​ຂອງປະ​ເທດ​ທີ່​ມີ​ຕໍ່​ທ່ານ.
​ແລະ​ຫລັງ​ຈາກ​ນັ້ນ ​ໄດ້​ກາຍ​ເປັນ​ປະທາ​ນ​າທິບໍດີ​ສອງ​ສະ​ໄໝ ທ່ານ​ຈະ​ຮູ້ສຶກ​
ພາກພູມ​ໃຈ​ກ່ຽວ​ກັບ​ເລື່ອງ​ນີ້.”


ການ​ເລືອກ​ເອົາ​ທ່ານ​ໂອ​ບາ​ມາ​ເປັນ​ປະທານາທິບໍດີ ​ແມ່ນ​ເບິ່ງ​ກັນ​ໂດຍ​ຊາວ​ອາ​ເມຣິກັນ​ຫຼາຍໆ​ຄົນ​ວ່າ ​ເປັນ​ບາດກ້າວ​ໄປ​ສູ່​ການ​ບັນລຸ​ເປົ້າໝາຍ ​ໃນ​ການ​ໃຫ້​ຄຳ​ໝັ້ນສັນຍາ​ຕົ້ນຕໍ​ຂອງ​ສະຫະລັດ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ອັນ​ແທ້​ຈິງ.

ນອກ​ນັ້ນ​ ມັນ​ຍັງ​ເປັນ​ເລື່ອງ​ລາວ​ຂອງ​ຄົນ​ຜິວ​ດຳ​ຜູ້​ນຶ່ງ ທີ່​ໄດ້​ກາຍ​ເປັນ​ປະທານາທິບໍດີ
ສະຫະລັດ ​ໂດຍ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອຈາກ Dr. King.

ປະມວນພາບຄົບຮອບ 50 ປີ ຂອງ ການເດີນຂະບວນມາຍັງວໍຊິງຕັນ:

XS
SM
MD
LG