ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແຂກຮັບເຊີນ ໃນລາຍການ Plugged In ກັບ ນາງເກຣຕາ ແວນ ຊັສເຕີເຣັນ ລະນຶກເຖິງທ່ານ ມາຕິນ ລູເທີ ຄິງ


King's Legacy Explored on VOA's Plugged In with Greta Van Susteren
please wait

No media source currently available

0:00 0:02:39 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ໃນປະດານີ້ ເມື່ອ 50 ປີທີ່ຜ່ານມາ, ຜູ້ນຳສິດທິພົນລະເມືອງ ແລະ ຜູ້ຊະນະລາງວັນ
ໂນແບລຂະແໜງສັນຕິພາບ, ດຣ. ມາຕິນ ລູເທີ ຄິງ ຈູເນຍ (Martin Luther King
Junior) ໄດ້ຖືກລອບສັງຫານໃນເມືອງ ເມັມຟິສ ລັດ ເທນເນັສຊີ. ໃນລາຍການ
Plugged In ກັບນາງ ເກຣຕາ ແວນ ຊັສເຕີເຣັນ (Greta Van Susteren) ຂອງ
ວີໂອເອ ສຳລັບສັບປະດານີ້, ບັນດາແຂກຮັບເຊີນຂອງລາຍການ ໄດ້ລະນຶກເຖິງມູນ
ເຊື້ອ ແລະຜົນງານຂອງ ດຣ. ຄິງ ທີ່ມີຕໍ່ສັງຄົມໃນທຸກມື້ນີ້. ນັກຂ່າວວີໂອເອ ໂຣເບີດ
ຣາຟາແອລ (Robert Raffaele) ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳ
ລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ສຳລັບປະຊາຊົນ ອາເມຣິກັນ ຫຼາຍລ້ານຄົ້ນ, ຄວາມຊົງຈຳກ່ຽວກັບ ດຣ. ມາຕິນ ລູເທີ
ຄິງ ຈູເນຍ, ແລະ ຂໍ້ຄວາມ ບໍ່ໃຊ້ຄວາມຮຸນແຮງທີ່ທ່ານໄດ້ສັງສອນ ເພື່ອຕໍ່ສູ້ກັບຄວາມ
ບໍ່ຍຸຕິທຳນັ້ນ, ແມ່ນຍັງສະ ຫວ່າງສະໄຫວ ແລະ ຝັງເລິກຢູ່ໃນສ່ວນບຸກຄົນ.

ໃນການປາກົດຕົວທີ່ລາຍການ Plugged In ກັບນາງ ເກຣຕາ ແວນ ຊັສເຕີເຣັນ ຂອງ
ວີໂອເອ” ນັ້ນ, ລັດຖະມົນຕີ ເຄຫະສະຖານ ແລະ ການພັດທະນາຕົວເມືອງ ທ່ານ ເບັນ
ຄາສັນ ແລະ ນັກວາງແຜນຍຸດທະສາດການເມືອງ ທ່ານນາງ ດອນນາ ບຣາຊິລ ໄດ້
ລະນຶກເຖິງຜົນ ງານຂອງທ່ານ ຄິງ ທີ່ມີຕໍ່ຊີວິດຂອງເຂົາເຈົ້າ, ໂດຍສະເພາະແມ່ນໃນ
ຖານະ ໜຸ່ມນ້ອຍອາເມຣິກັນຜິວດຳ ທີ່ປະເຊີນກັບ ການຈຳແນກເຊື້ອຊາດຜິວພັນຢ່າງ
ເປີດເຜີຍ.

ທ່ານ ເບັນ ຄາສັນ ໄດ້ກ່າວວ່າ “ຂ້າພະເຈົ້າຈະບໍ່ມີວັນລືມຕອນທີ່ຂ້າ ພະເຈົ້າຮຽນຢູ່ປີທີ
8 ເມື່ອເຂົາເຈົ້າມອບລາງວັນສຳລັບຜູ້ທີ່ມີການສຶກໂດດເດັ່ນທີ່ສຸດ, ແລະ ຂ້າພະເຈົ້າ
ເອງກໍແມ່ນນັກຮຽນຜິວດຳພຽງຄົນດຽວ, ແລະ ຂ້າພະເຈົ້າກໍໄດ້ຮັບລາງວັນດັ່ງກ່າວ,
ແລະນຶ່ງໃນນາຍຄູທັງຫຼາຍນັ້ນໄດ້ຢືນຂຶ້ນຕໍ່ໜ້າກຸ່ມຄົນ ແລະ ໂດຍພື້ນຖານແລ້ວໄດ້ສັ່ງ
ສອນພວກເດັກນ້ອຍຜິວຂາວໂດຍເວົ້າວ່າ “ເຈົ້າຊິໃຫ້ເດັກນ້ອຍຜິວດຳຄົນດຽວເອົາຊະ
ນະເຈົ້າບໍ່ໄດ້ໃດ, ພວກເຈົ້າມັນເປັນຫຍັງເກາະ.”

ທ່ານນາງ ດອນນາ ບຣາຊິລ ອະດີດປະທານຄະນະກຳມະການແຫ່ງຊາດ ພັກເດໂມ
ແຄຣັດ ກ່າວວ່າ “ນັ້ນແມ່ນວັດທະນະທຳ ເຊິ່ງຄົນອາເມຣິກັນເຊື້ອສາຍ ອາຟຣິກາ ຫຼື
ຄົນຜິວດຳ, ໄດ້ຖືກບອກວ່າເຂົາເຈົ້າຕ້ອງເຮັດພຽງບາງຢ່າງເທົ່ານັ້ນ. ຂ້າພະເຈົ້າໄດ້ເຂົ້າ
ໂຮງຮຽນຄົນຜິວດຳລ້ວນຈົນຮອດຍຸກການຍົກເລີກ ການສຶກສາແບບແບ່ງແຍກຜິວພັນ
ໃນຊຸມປີ 1970.”

ທັງທ່ານນາງ ບຣາຊິລ ແລະ ທ່ານ ຄາສັນ ໄດ້ກ່າວວ່າ ທ່ານ ຄິງ ແມ່ນຜູ້ນຳແມ່ເຫຼັກ ຜູ້
ທີ່ຂອບເຂດຄວາມຮູ້ຂອງທ່ານແມ່ນໄດ້ເຂົ້າກັນ ກັບຄວາມຫຼົງໄຫຼຂອງທ່ານ ສຳລັບສັນ
ຕິພາບ.

ທ່ານ ເບັນ ຄາສັນ ໄດ້ກ່າວວ່າ “ທ່ານໄດ້ສຶກສາ ກ່ຽວກັບ ຫຼາກຫຼາຍມະຫາອານາຈັກ
ຂອງໂລກ ແລະ ໄດ້ສັງເກດເບິ່ງບັນດາຜູ້ນຳໂລກທັງຫຼາຍນັ້ນ. ທ່ານແມ່ນຜູ້ມັກການ
ປະນີປະນອມຫຼາຍກວ່າການໃຊ້ກຳ ລັງ. ທ່ານເອົາສິ່ງທີ່ດີຈາກແຕ່ລະຢ່າງ, ມາປະສົມ
ກັນໃຫ້ເປັນແຜນຍຸດທະສາດ ທີ່ສະຫຼາດ ແລະຫຼັກແຫຼມຫຼາຍ ເພື່ອໃຫ້ບັນລຸສິ່ງຕ່າງໆ
ແບບມີສັນຕິພາບ.”

ທ່ານນາງ ດອນນາ ບຣາຊິລ ໄດ້ເວົ້າວ່າ “ຄວາມຝັນຂອງທ່ານ ປະກອບມີຫຼາຍໄປກວ່າ
ຄວາມຝັນແບບ ອາເມຣິກັນ. ມັນແມ່ນຄວາມເຊື່ອທີ່ມື້ໃດມື້ນຶ່ງ ປະເທດຂອງພວກເຮົາ
ຈະສາມາດດຳເນີນໄປຕາມອຸດົມການຂອງມັນ. ເປັນຄວາມຝັນທີ່ພວກເຮົາສາມາດໄດ້
ຮັບການປະຕິບັດຕໍ່ແບບປະຊາຊົນທີ່ມີຄວາມເທົ່າທຽມກັນ.”

ສະນັ້ນແມ່ນຫຍັງທີ່ອາດເປັນທັດສະນະຄະຕິຂອງທ່ານ ຄິງ ຕໍ່ສະພາບການເມືອງທົ່ວ
ໂລກ ແລະ ພາຍໃນປະເທດ ສຳລັບປັດຈຸບັນນີ້?

ທ່ານນາງ ດອນນາ ບຣາຊິລ ໄດ້ກ່າວວ່າ “ດຣ. ຄິງ ອາດຍັງຈະບອກພວກເຮົາວ່າ ພວກ
ເຮົາຕ້ອງຕໍ່ສູ້ກັບຄວາມທຸກຍາກ ແລະ ຄວາມບໍ່ຍຸດ ຕິທຳໃນສັງຄົມ ອາເມຣິກັນ ແລະ
ທ່ານກໍອາດຈະຮຽກຮ້ອງເອົາຄວາມສົນໃຈຕໍ່ສົງຄາມເຊັ່ນກັນ, ບໍ່ແມ່ນພຽງແຕ່ລະຫວ່າງ
ສະຫະລັດ ແລະ ປະເທດອື່ນໆເທົ່ານັ້ນ, ແຕ່ ດຣ. ຄິງ ອາດຈະຮຽກຮ້ອງໃຫ້ຢຸດກໍ່ຄວາມ
ຮຸນແຮງໃນທົ່ວ ສະຫະລັດ ແລະ ໃນທົ່ວໂລກນຳດ້ວຍ.”

ທ່ານ ເບັນ ຄາສັນ ໄດ້ເວົ້າວ່າ “ຂ້າພະເຈົ້າຄິດວ່າ ທ່ານຈະເສຍໃຈທີ່ວ່າ ມັນມີແນວໂນ້ມ
ທາງການເມືອງຫຼາຍຢ່າງ ກຳລັງເປັນໄປຢູ່. ເພິ່ນເຄີຍເວົ້າວ່າ “ຂ້າພະເຈົ້າໄດ້ປາຖະໜາ
ເປັນເວລາດົນນານວ່າ ຄົນເຮົາຄວນຖືກຕັດສິນໂດຍນິໄສໃຈຄໍ ແທນທີ່ຈະແມ່ນຮູບຮ່າງ
ພາຍນອກຂອງເຂົາເຈົ້າ. ແລະ ຢ່າງໃດກໍຕາມ, ທຸກມື້ນີ້ ພວກເຮົາມີຫຍັງແດ່? ກຸ່ມນີ້ຕໍ່ສູ້
ກັບກຸ່ມນີ້.”

ທ່ານ ຄາສັນ ໄດ້ກ່າວເພີ່ມເຕີມວ່າ ຖ້າທ່ານ ຄິງ ຍັງມີຊີວິດຢູ່ມື້ນີ້, ທ່ານອາດເປັນກະບອກ
ສຽງນຶ່ງ ເຊິ່ງອາດຕອບໂຕ້ຕໍ່ການແບ່ງແຍກດັ່ງກ່າວ, ຜ່ານຂໍ້ຄວາມທີ່ທ່ານໄດ້ກ່າວຕະ
ຫຼອດຊີວິດ ກ່ຽວກັບ ການຢູ່ລວມກັນຂອງທຸກໆຄົນ.

50 years ago this week, civil rights icon and Nobel Peace Prize winner Dr. Martin Luther King, Junior was assassinated in Memphis, Tennessee. On this week's edition of VOA'sPlugged In with Greta Van Susteren, guests remembered Dr. King's legacy and impact on today's society.
Robert Raffaele has more.

For millions of Americans, the memories of Dr. Martin Luther King Junior, and the non-violent message he preached to confront injustice, are still vivid and deeply personal.

Appearing on VOA's "Plugged In with Greta Van Susteran,"Secretary of Housing and Urban Development Ben Carson and political strategist Donna Brazile recalled King's impact on their lives, especially as young African-Americans facing overt racism.

"I'llnever forget the time in the eighth grade when they were giving out the awards for the most outstanding academic performance, and I was the only black student, and I got the award, and one of the teachers got up in front of the assembly and basically chastised the white kids (saying) 'you can't let a black kid beat you - what's wrong with you.' "

"That was a culture in which African-Americans , or blacks, were told they had to do certain things. I went to all-black schools until integration came in the 1970s."

Both Brazile and Carson say King was a magnetic leader whose intellectual scope matched his passion for peace. .

"He studied the various empires of the world and looked at the various leaders. He was an eclectic. He took what was good from each one, amalgamated that into a very clever, very brilliant strategy for achieving things through peace."

"His dream encompassed so much more than the American dream. It was the belief that one day our country could live up to its ideals. A dream that we could be treated as equal citizens."

So what might be King's attitude about the current political climate, globally and domestically?

"Dr. King would still be telling us that we have to fight poverty and injustice in American society and he would also call attention to war, not just between the United States and other nations but Dr. King would call for an end of violence throughout the United States and all over the world."

"I thinkhe would be disappointed that there is a lot of identity politics going on. He was saying 'I long for the day when people are judged by the content of their character rather than by their external appearance. And yet, what do we have today?This group versus this group."

Carson adds that if King were alive today, his might be the one voice which could offset such divisiveness, through his lifelong message of inclusiveness.

XS
SM
MD
LG