ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ເວົ້າວ່າ ການເຂັ່ນຂ້າ ແລະ ຈັບກຸມຄົນຈຳນວນຫຼາຍໃນ ອີຣ່ານ ຕ້ອງຢຸດ


ລົດຈັກຕຳຫຼວດຖືກໄຟໄໝ້ໃນລະຫວ່າງການປະທ້ວງຍ້ອນການຕາຍຂອງນາງ ມາຊາ ອາມີນີ, ແມ່ຍິງຜູ້ທີ່ໄດ້ເສຍຊີວິດຫຼັງຈາກຖືກຈັບໂດຍຕຳຫຼວດສິນທຳຂອງ ສາທາລະນະລັດ ອິສລາມ, ນະຄອນຫຼວງ ເຕຫະຣ່ານ, ອີຣ່ານ, 19 ກັນຍາ 2022.
ລົດຈັກຕຳຫຼວດຖືກໄຟໄໝ້ໃນລະຫວ່າງການປະທ້ວງຍ້ອນການຕາຍຂອງນາງ ມາຊາ ອາມີນີ, ແມ່ຍິງຜູ້ທີ່ໄດ້ເສຍຊີວິດຫຼັງຈາກຖືກຈັບໂດຍຕຳຫຼວດສິນທຳຂອງ ສາທາລະນະລັດ ອິສລາມ, ນະຄອນຫຼວງ ເຕຫະຣ່ານ, ອີຣ່ານ, 19 ກັນຍາ 2022.

ບັນ​ດາ​ເຈົ້າ​ໜ້າ​ທີ່​ດ້ານ​ສິດ​ທິ​ມະ​ນຸດ​ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ປະ​ນາມ​ການ​ກົດ​ຂີ່​ປາບ​ປາມ​ດ້ວຍ​ຄວາມ​ຮຸນ​ແຮງ​ຕໍ່​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ຂອງ ອີ​ຣ່ານ ນັ້ນ​ວ່າເປັນ​ການ​ລະ​ເມີດ​ກົດ​ໝາຍ​ສາ​ກົນ ແລະ ໄດ້​ຮຽກ​ຮ້ອງ​ພວກ​ເຈົ້າ​ໜ້າ​ທີ່ ອີ​ຣ່ານ ໃຫ້ສິ້ນ​ສຸດ​ການ​ປາບ​ປາມ​ທີ່​ຮ້າຍ​ແຮງ​ຂອງ​ເຂົາ​ເຈົ້າ​ຕໍ່​ຜູ້​ປະ​ທ້ວງ​ທີ່​ສະ​ຫງົບ. ນັກ​ຂ່າວ​ວີ​ໂອ​ເອ ລີ​ຊາ ສ​ໄລ​ນ ມີ​ລາຍ​ງານ​ສຳ​ລັບ​ວີ​ໂອ​ເອ​ຈາກ​ນະ​ຄອນ ເຈ​ນີ​ວາ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາ​ຍ​ລະ​ອຽດ​ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ນຶ່ງ​ເດືອນ​ໄດ້​ຜ່ານ​ໄປ​ ນັບ​ຕັ້ງ​ແຕ່​ການ​ເສຍ​ຊີ​ວິດ​ຂອງ​ນາງ ມາ​ຊາ ອາ​ມີ​ນີ ອາ​ຍຸ 22 ໄດ້​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ອີ​ຣ່ານ ທົ່ວ​ປະ​ເທດ.

ນາງ ອາ​ມີ​ນີ ຖືກ​ຈັບ​ໂດຍ​ຕຳຫຼວດ​ທີ່​ເອີ້ນ​ວ່າສິນ​ທຳ​ ສຳ​ລັບ​ການບໍ່​ໃສ່​ຜ້າ​ປົກ​ຫົວ ຮີ​ຈັບ ຢ່າງ​ຖືກ​ຕ້ອງ ແລະ ໄດ້​ເສຍ​ຊີ​ວິດ​ສາມ​ວັນ​ຕໍ່​ມາ​ໃນ​ວັນ​ທີ 16 ກັນ​ຍາ ໃນ​ລະ​ຫວ່າງ​ການ​ຖືກ​ຄວບ​ຄຸມ​ຕົວ​ໂດຍ​ຕຳຫຼວດ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ ​ເຂົາ​ເຈົ້າ​ໄດ້​ຮູ້ ກ່ຽວ​ກັບ ການ​ຕອບ​ໂຕ້​ທີ່​ຮຸນ​ແຮງ​ຢ່າງ​ຕໍ່​ເນື່ອງ​ໂດຍ​ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ຕໍ່​ຜູ້​ປະ​ທ້ວງ. ເຂົາ​ເຈົ້າ​ເວົ້າ​ວ່າ​ລາຍ​ງານ ກ່ຽວ​ກັບ ການ​ຈັບ​ກຸມ​ໂດຍ​ພາ​ລະ​ການ ແລະ ການ​ຂ້າ ແລະ ຈັບ​ກຸມ​ເດັກ​ນ້ອຍ​ ແມ່ນ​ໜ້າ​ເປັນ​ຫ່ວງ​ຢ່າງ​ຍິ່ງ.

ໂຄ​ສົກ​ຍິງ​ຂອງ​ອົງ​ການ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ ຣາ​ວີ​ນາ ຊາມ​ດາ​ຊາ​ນີ ເວົ້າ​ວ່າ ​ມີ​ເດັກ​ນ້ອຍຫຼາຍ​ເຖິງ 23 ຄົນ ​ຖືກ​ລາຍງ​ານ​ວ່າ​ໄດ້​ເສຍ​ຊີ​ວິດ ແລະ ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ຍ້ອນກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ຜູ້​ທີ່​ໄດ້​ໃຊ້​ລູກ​ປືນ​ແທ້, ລູກ​ປືນ​ເຫຼັກ ແລະ ຕີ​ຈົນ​ຕາຍ.

ທ່ານ​ນາງ​ກ່າວ​ວ່າໂຮງ​ຮຽນຫຼາຍ​ແຫ່ງ​ກໍ​ຖືກ​ບຸກກວດ​ຄົ້ນ ແລະ ເດັກ​ນ້ອຍ​ກໍ​ຖືກ​ຈັບ​ໂດຍກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ.

ທ່ານ​ນາງ ຊາມ​ດາ​ຊາ​ນີ ໄດ້​ກ່າວ​ວ່າ “ພາຍ​ໃຕ້​ສົນ​ທິ​ສັນ​ຍາ​ສິດ​ທິ​ມະ​ນຸດ​ທີ່​ຖືກ​ຮັບ​ເອົາ​ໂດຍ ອີ​ຣ່ານ ນັ້ນ, ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ດັ່ງ​ກ່າວ​ມີ​ພັນ​ທະ​ທີ່​ຈະ​ປົກ​ປ້ອງ​ສິດ ໃນ​ການ​ມີ​ຊີ​ວິດ​ຂອງ​ເດັກ​ນ້ອຍ​ ພາຍ​ໃຕ້​ທຸກ​ສະ​ຖາ​ນະ​ການ, ແລະ ເຄົາ​ລົບ ແລະ ປົກ​ປ້ອງ​ສິດ​ທິ​ຕໍ່​ເສ​ລີ​ພາບ​ໃນ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ ແລະ ການ​ປະ​ທ້ວງ​ຢ່າງ​ສັນ​ຕິ​ຂອງ​ເຂົາ​ເຈົ້າ. ຄຽງ​ຂ້າງ​ກັບ​ການ​ຈັບ​ກຸມ​ຜູ້​ປະ​ທ້ວງ​ຢ່າງຫຼວງຫຼາຍ​ນັ້ນ, ຫ້ອງ​ການ​ຂອງ​ພວກ​ເຮົາ​ຍັງ​ໄດ້​ຮັບ​ລາຍ​ງານ​ກ່ຽວ​ກັບ​ການ​ຈັບ​ກຸມ​ສະ​ມາ​ຊິກ​ຂອງ​ສັງ​ຄົມ​ພົນ​ລະ​ເຮືອນ​ຢ່າງ​ໜ້ອຍ 90 ຄົນ ​ລວມ​ທັງ​ຜູ້​ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ທະ​ນາຍ​ຄວາມ, ນັກ​ສິ​ລະ​ປະ, ແລະ ນັກ​ຂ່າວ.”

ຫ້ອງ​ການ​ສິດ​ທິ​ມະ​ນຸດສະ​ຫະ​ປະ​ຊາ​ຊາດ​ເວົ້າ​ການ​ສືບ​ຕໍ່​ໃຊ້​ກຳ​ລັງ​ທີ່ບໍ່​ຈຳ​ເປັນ ແລະ ບໍ່​ສົມ​ສ່ວນ​ຕໍ່​ຜູ້​ປະ​ທ້ວງ​ຕ້ອງ​ຢຸດ. ເຂົາ​ເຈົ້າ​ຍັງ​ໄດ້​ຮຽກ​ຮ້ອງ​ສຳ​ລັບ​ການ​ປ່ອຍ​ຕົວ​ຜູ້​ທີ່​ຖືກ​ຄຸມ​ຂັງ​ໂດຍ​ພາ​ລະ​ການ​ທຸກ​ຄົນ.

ລາຍ​ງານ​ຂອງ​ສື່ມວນ​ຊົນ​ໄດ້​ກ່າວ​ວ່າ​ຜູ້​ນຳ​ສູງ​ສຸດ​ຂອງ ອີ​ຣ່ານ ທ່ານ ອາ​ລີ ຮອ​ສ​ເຊ​ນີ ຄາ​ເມ​ນີ ໄດ້​ຖິ້ມ​ໂທດ​ໃສ່ ສະ​ຫະ​ລັດ ແລະ ອິ​ສ​ຣາ​ແອ​ລ ສຳ​ລັບ​ຄວາມ​ວຸ້ນ​ວາຍ​ນັ້ນ, ໂດຍ​ກ່າວ​ຫາ​ປະ​ເທດ​ດັ່ງ​ກ່າວ​ວ່າ​ພະ​ຍາ​ຍາມ​ທີ່​ຈະ​ຢຸດ “ຄວາມ​ກ້າວໜ້າ” ຂອງ ອີ່​ຣ່ານ.

ທ່ານ​ນາງ ຊາມ​ດາ​ຊາ​ນີ ກ່າວ​ວ່າ​ຫ້ອງ​ການ​ຂອງ​ລາວ​ແມ່ນ​ເປັນ​ຫ່ວງຫຼາຍ​ກ່ຽວ​ກັບ​ກໍ​ລະ​ນີ​ຂອງ​ນ​າງ ແອ​ລ​ນາ​ສ ເຣ​ກາ​ບີ, ​ແມ່​ຍິງ​ນັກ​ປີນ​ພູ​ຊາວ ອີ​ຣ່ານ ຜູ້​ທີ່​ໄດ້​ທຳ​ການ​ແຂ່ງ​ຂັນ ​ໃນ​ນະ​ຄອນຫຼວງ ໂຊ​ລ, ປະ​ເທດ ເກົາຫຼີ​ໃຕ້ ໂດຍບໍ່​ໃສ່​ຜູ້​ຄຸມ​ຫົວ ຮີ​ຈັບ. ຕັ້ງ​ແຕ່​ນັ້ນ​ມາ​ ລາວ​ໄດ້​ເດີ​ນ​ທາງ​ກັບ​ໄປ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ ແລ້ວ, ແລະ ບໍ່​ເປັນ​ທີ່​ຈະ​ແຈ້ງວ່າ​ລາວ​ຈະ​ປະ​ເຊີນ​ກັບ​ຜົນ​ກະ​ທົບ​ທີ່​ຮ້າຍ​ແຮງ​ຫຼືບໍ່.

ທ່ານ​ນາງ ຊາມ​ດາ​ຊາ​ນີ ເວົ້າ​ວ່າ​ຫ້ອງ​ການ​ຂອງ​ລາວ​ແມ່ນ​ກຳ​ລັງ​ຕິດ​ຕາມ​ສະ​ຖາ​ນະ​ການ​ດັ່ງ​ກ່າວ​ຢ່າງ​ໃກ້​ຊິດ.

ທ່ານ​ນາງ ຊາມ​ດາ​ຊາ​ນີ ກ່າວ​ວ່າ “ຄວາມ​ເປັນ​ຫ່ວງ​ຕ່າງໆ​ແມ່ນ​ໄດ້​ຖືກ​ຍົກ​ຂຶ້ນ​ມາ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ເຊັ່ນ​ກັນ​. ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ກ່າວ​ຢ້ຳ ​ກໍ​ແມ່ນ​ວ່າ ແມ່​ຍິງບໍ່​ຄວນ​ຖືກ​ລົງ​ໂທດ​ ສຳ​ລັບ​ເຄື່ອງ​ທີ່​ເຂົາ​ເຈົ້າ​ນຸ່ງ. ເຂົາ​ເຈົ້າ​ບໍ່​ຄວນ​ໄດ້​ຮັບ​ຄວາມ​ຮຸນ​ແຮງ​ເຊັ່ນ​ການ​ກັກ​ຂັງ​ຕາມ​ອຳ​ເພີ​ໃຈ ຫຼື ຄວາມ​ຮຸນ​ແຮງ​ທຸກ​ປະ​ເພດ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ນຸ່ງ​ຖື. ພວກ​ເຮົາ​ຈະ​ຕິ​ດ​ຕາ​ມ​ຄະ​ດີນີ້​ຢ່າງ​ໃກ້​ຊິດ.”

ທ່ານ​ນາງ ຊາມ​ດາ​ຊາ​ນີ ເວົ້າ​ວ່າ​ຫ້ອງ​ການ​ຂອງ​ລາວ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງຫຼາຍ​ຢ່າງ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ການ​ປະ​ທ້ວງ​ໂດຍ​ກົງ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່ ອີ​ຣ່ານ.

ດັ່ງ​ຜົນ​ທີ່​ອອກ​ມາ, ທ່ານ​ນາງ​ເວົ້າ​ວ່າ​ປະ​ຊາ​ຊົນ ອີ​ຣ່ານ ໄດ້​ແລກ​ປ່ຽນ​ເອ​ກະ​ສານ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ລວມ​ທັງ​ລາຍ​ງານ​ການ​ສືບ​ສວນ​ສອບ​ສວນ ກ່ຽວ​ກັບ ການ​ຕາຍ​ຂອງ​ນາງ ມາ​ຊາ ອາ​ມີ​ນີ.

ລັດ​ຖະ​ບານ​ໄດ້​ກ່າ​ວ​ວ່າ​ ນາງ ອາ​ມີ​ນີ ໄດ້​ຕາຍ​ຍ້ອນ​ໂຣກ​ຫົວ​ໃຈ​ຫຼົ້ມ​ແຫຼວ ແລະ ບໍ່​ແມ່ນ​ຖືກ​ປະ​ຕິ​ບັດນຳ​ຢ່າງບໍ່​ຖືກ​ຕ້ອງ. ຄອບ​ຄົວ​ຂອງ​ນາງ​ໄດ້​ກ່າວ​ວ່າ​ນາງບໍ່​ໄດ້​ມີ​ປະ​ຫວັດ​ຂອງ​ບັນ​ຫາ​ດ້ານ​ຫົວ​ໃຈ ແລະ ວ່າ​ສົບ​ຂອງ​ລາວ​ມີ​ຮອຍ​ຊ້ຳ ແລະ ຮ່ອງ​ຮອຍ​ຂອງ​ການ​ທຸບ​ຕີ​ອື່ນໆ.

ທ່ານ​ນາງ ຊາມ​ດາ​ຊາ​ນີ ກ່າວ​ວ່າ​ໃນ​ຂະ​ນະ​ດຽວ​ກັນ, ຄວາມ​ຮຸນ​ແຮງ​ໃນ​ປະ​ເທດ ອີ​ຣ່ານ ໄດ້​ດຳ​ເນີນ​ໄປຢ່າງ​ຕໍ່​ເນື່ອງ. ທ່ານ​ນາງ​ເວົ້າ​ວ່າ​ຫ້ອງ​ການ​ຂອ​ງ​ລາວ​ໄດ້​ຮັບ​ລາຍ​ງານ​ກ່ຽວ​ກັບ​ການ​ປາບ​ປາມ, ການ​ບຸກກວດ​ຄົ້ນ, ການ​ຈັບ​ກຸມ​ໂດຍ​ພາ​ລະ​ການ ແລະ ການ​ເຂັ່ນ​ຂ້າ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG