ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ອາກາດຮ້ອນ ມໍລະນະ ອາດກາຍເປັນ ມາດຕະຖານ ໃນເຂດ ອ່າວເປີເຊຍ


ຊາຍຄົນໜຶ່ງກຳລັງນັ່ງພັກຜ່ອນ ໃນຍາມຕາເວັນຕົກ ຫຼັງຈາກມື້ທີ່ ມີອາກາດຣ້ອນຍາວ ຢູ່ຫາດຊາຍ Jumeirah ທີ່ມີຊື່ສຽງ ຂອງນະຄອນ ດູໄບ.

ອຸນຫະພູມ​ທີ່ສູງ​ຫຼາຍ ​ທີ່​ໄດ້​ສົ່ງ​ດັດ​ຊະ​ນີຄວາມຮ້ອນເຊິ່ງເປັນ​ການ​ປະສົມ ​ປະສານ​ລະຫວ່າງ ອຸນຫະພູມ​ແລະຄວາມ​ຊຸ່ມໄດ້​ຖີບ​ຂຶ້ນ​ເຖິງ 73 ອົງສາ ​ເຊ​ລຊຽສ໌​ໃນ​ປະ​ເທດ ອີຣ່ານ ​ໃນ​ລະດູ​ຮ້ອນ​ທີ່​ຜ່ານ​ມາ ອາດຈະກາຍ​ເປັນ​ກົດ​ລະບຽບ ​ໃນ​ຕອນ​ທ້າຍ​ຂອງ​ສັດຕະວັດ ນີ້ແທນ​ທີ່​ຈະ​ເປັນຂໍ້​ຍົກ​ເວັ້ນ, ອີງ​ຕາມ​ການ​ຄົ້ນຄວ້າ​ໃໝ່.

​ເຫດຜົນ​ນັ້ນແມ່ນ​ຍ້ອນ​ຫຍັງ? ມັນ​ແມ່ນສະ​ພາບ​ອາກາດ​ປ່ຽນ​ແປງ, ກ່າວ​ໂດຍ​ທີ​ມງານ​ຂອງ​ບັນດາ​ນັກວິທະຍາສາດ​ ຈາກ​ສະ​ຖາ​ບັນ ເທັກ​ໂນ​ໂລ​ຈີ​ແຫ່ງ​ລັດ Massachusettes ຫຼື MIT ​ແລະ ມະຫາວິ ທະຍາ​ໄລ Marymount Layola ​ໄດ້​ຂຽນ​ໃນ​ວາລະສານ Nature Climate Change.

ນັກ​ຄົ້ນ​ຄວ້າໄດ້​ຂຽນ​ວ່າ ການ​ປະສົມ​ປະສານ​ກັນ​ຂອງ​ແສງຕາ​ເວັນ​ທີ່​ຮຸນ​ແຮງ ​ແລະ ນ້ຳ​ທີ່​ມີ​ລະ​ດັບ​ຕື້ນ​ເຮັດ​ໃຫ້​ເຂດ​ອ່າວ​ເປີ​ເຊ​ຍ “​ເປັນ​ພາກ​ພື້ນ​ສະ​ເພາະ​ທີ່​ສະພາບ​ອາກາດ​ປ່ຽນ​ແປງ, ຍ້ອນ​ບໍ່​ມີ​ກາ​ນຫຼຸດຜ່ອນ​ຢ່າງ​ຈິງ​ຈັງ, ເບິ່ງ​ຄື​ວ່າຈະ​ສົ່ງ​ຜົນ​ກະທົບຢ່າງ​ຮຸນ​ແຮງ ​ຕໍ່​ຄຸນ​ນະພາ​ບການ​ດຳລົງ​ຊີວິດຂອງ​ມະນຸດ​ໃນ​ອະນາຄົດນີ້.”

ຄວາມ​ຮ້ອນ​ອາດ​ຈະ​ຮຸນ​ແຮງ​ຫຼາຍ ​ເຊິ່ງ​ໃນ​ຫຼາຍ​ຕົວ​ເມືອງ, ອຸນຫະພູມ “ອາດ​ເພີ່ມ​ຂຶ້ນ​ກາຍ​ຈຸດ​ສູງ​ສຸດ​ສຳລັບ​ການ​ມີ​ຊີວິດລອດ​ຂອງມະນຸດ, ​ເຖິງ​ແມ່ນ​ວ່າ​ຢູ່​ໃນ​ພື້ນ​ທີ່​ຮົ່ມ ​ແລະ ມີການ​ລະບາຍ​ອາກາດ​ເປັນ​ຢ່າງ​ດີ,” ​ແລະ ​ແມ່ນ​ກະ​ທັ້ງສຳລັບ​ຜູ້​ໃຫຍ່​ທີ່​ມີ​ສຸຂະ ພາບ​ແຂງ​ແຮງ.

ຈຸດ​ສູງ​ສຸດໝາຍ​ເຖິງ​ການ​ປະສົ​ມຂ​ອງອຸນຫະ​ພູມ 35 ອົງສາເຊ​ລຊຽສ໌ ກັບ​ຄວາມຊຸ່ມ​ທີ່​ພຽງພໍ​ ເຊິ່ງຈະ​ເຮັດ​ໃຫ້​ມັນ​ຍາກ​ສຳລັບ​ມະນຸດ​ທີ່​ຈະ​ມີ​ຊີວິດ​ຢູ່​ລອດ​ກາຍ​ກວ່າ 6 ຊົ່ວ​ໂມງ.

ນັກ​ຄົ້ນ​ຄ​ວ້າ MIT ທ່ານ Elfatih Eltahir ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າ​ວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງ ຂ່າວ ເຊິ່ງ​ໄດ້​ມີ​ຂຶ້ນ​ເພື່ອ​ປຶກສາ​ຫາລື ​ກ່ຽວ​ກັບ​ການ​ຄົ້ນ​ພົບວ່າ “ມັນ​ແມ່ນ​ຂີ​ດຈຳກັດ​ສູງສຸດ​ຕໍ່​ຄວາມ​ສາມາດ​ໃນ​ການ​ປັບ​ຕົວ ຕໍ່​ກັບ​ສະພາບ​ອາກາດ​ປ່ຽນ​ແປງ ເນື່ອງ​ຈາກ​ຜົນ​ກະທົບຂອງຄວາມ​ຮ້ອນ.”

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG