ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະມາຊິກສະພາສູງ ທີ່ສຳຄັນຄົນນຶ່ງ ຈາກພັກເດໂມແຄຣັດ ສະແດງການຄັດຄ້ານ ຕໍ່ຮ່າງກົດໝາຍ ການປະຕິຮູບໃນການລົງຄະແນນສຽງ


ສະມາຊິກສະພາສູງ ທ່ານໂຈ ແມນຊິນ, ຫົວອະນຸລັກນິຍົມ ຈາກພັກເດໂມແຄຣັດ ເປັນຜູ້ແທນລັດເວີຈີເນຍຕາເວັນຕົກ, ກຳລັງຖືກນັກຂ່າວຫ້ອມລ້ອມຢູ່ໃນລັດຖະສະພາສະຫະລັດ ຫຼື Capitol ໃນນະຄອນຫຼວງວໍຊິງຕັນ, ວັນທີ 26 ພຶດສະພາ 2021.
ສະມາຊິກສະພາສູງ ທ່ານໂຈ ແມນຊິນ, ຫົວອະນຸລັກນິຍົມ ຈາກພັກເດໂມແຄຣັດ ເປັນຜູ້ແທນລັດເວີຈີເນຍຕາເວັນຕົກ, ກຳລັງຖືກນັກຂ່າວຫ້ອມລ້ອມຢູ່ໃນລັດຖະສະພາສະຫະລັດ ຫຼື Capitol ໃນນະຄອນຫຼວງວໍຊິງຕັນ, ວັນທີ 26 ພຶດສະພາ 2021.

ສະມາຊິກສະພາສູງສະຫະລັດສັງກັດພັກເດໂມແຄຣັດ ຜູ້ສຳຄັນທີ່ນິຍົມສາຍກາງ ທ່ານໂຈ ແມນຊິນ ໄດ້ອອກສຽງຄັດຄ້ານຢ່າງໜັກແໜ້ນ ໃນວັນອາທິດວານນີ້ ຕໍ່ຮ່າງກົດໝາຍການລົງຄະແນນສຽງທີ່ຄວບຄຸມທົ່ວປະເທດ ຊຶ່ງປະທານາທິບໍດີໂຈ ໄບເດັນ ແລະບັນດາສະມາຊິພັກເດໂມແຄຣັດຄົນອື່ນໆ ຕ່າງກໍເຫັນດີສະໜັບສະໜຸນ.

ທ່ານແມນຊິນຢາກວ່າເປັນນັກອະນຸລັກນິຍົມຫຼາຍທີ່ສຸດ ໃນບັນດາສະມາຊິກສະ ພາສູງສະຫະລັດ ສັງກັດພັກເດໂມແຄຣັດ 100 ຄົນ ໄດ້ກ່າວ ໃນບົດຂຽນຄວາມເຫັນ ຢູ່ໃນໜັງສືພິມລັດບ້ານເກີດຂອງທ່ານ ຄື Charleston Gazette-Mail ແລະຢູ່ໃນການໃຫ້ສຳພາດໃນລາຍການໂທລະພາບ “Fox News Sunday” ວ່າ ທ່ານຈະສືບຕໍ່ຄັດຄ້ານການປະຕິຮູບການລົງຄະແນນສຽງ ເພາະ ວ່າມັນເປັນພຽງແຕ່ພັກຝ່າຍດຽວ ແລະບໍ່ໄດ້ດຶງເອົາການສະໜັບສະໜຸນຈາກສະ ມາຊິກລັດຖະສະພາສັງກັດພັກຣີພັບບລີກັນຄົນໃດເລີຍ.

ໃນການໃຫ້ສຳພາດຜ່ານທາງໂທລະພາບນັ້ນ ທ່ານແມນຊິນ ໄດ້ອະທິບາຍເຖິງມາດຕະການດັ່ງກ່າວວ່າ “ເປັນຮ່າງກົດໝາຍທີ່ຜິດພາດ. ມັນຈະສືບຕໍ່ແບ່ງແຍກພວກເຮົາ.”

ຮ່າງກົດໝາຍວ່າດ້ວຍສິດໃນການລົງຄະແນນສຽງທົ່ວປະເທດ ຈະຕ່າວປີ້ນຂໍ້ຈຳ ກັດໃນການລົງຄະແນນສຽງທັງຫຼາຍທີ່ໄດ້ຖືກຮັບຮອງໂດຍສະພານິຕິບັນຍັດຂອງລັດທີ່ຄວບຄຸມໂດຍພັກຣີພັບບລີກັນ ຢ່າງໜ້ອຍ 14 ລັດ ທີ່ຈະຫລຸດຜ່ອນການເຂົ້າເຖິງເພື່ອລົງຄະແນນສຽງ ທີ່ໄດ້ຖືກນຳໃຊ້ ໃນການເລືອກຕັ້ງປະທານາທິບໍດີ ປີ 2020 ນັ້ນ ເຊັ່ນວ່າ ການເລື່ອນເວລາໃນການລົງຄະແນນສຽງອອກໄປ, ການລົງຄະແນນສຽງດ້ວຍການຂັບລົດໄປປ່ອນບັດຢູ່ສະຖານທີ່ທີ່ເປັນສູນກາງ ແລະການນຳໃຊ້ວິທີປ່ອນບັດສົ່ງຜ່ານທາງໄປສະນີຢ່າງກວ້າງຂວາງ.

ໃນບົດຂຽນລົງໜັງສືພິມຂອງນະຄອນຊາລເລສຕັນ (Charleston) ນັ້ນ ທ່ານແມນຊິນ ກ່າວວ່າ “ມາດຕະການຂອງລັດຖະສະພາກ່ຽວກັບຮ່າງກົດໝາຍວ່າດ້ວຍສິດໃນການລົງຄະແນນສຽງ ຕ້ອງເປັນຜົນມາຈາກທັງພັກເດໂມແຄຣັດ ແລະພັກຣີພັບບລີກັນ ທີ່ເຂົ້າມາຮ່ວມກັນຫາຊ່ອງທາງໄປໜ້າ ຫຼື ພວກເຮົາຈະສ່ຽງໃນການແບ່ງແຍກຕໍ່ໄປ ແລະການທຳລາຍສາທາລະນະລັດທີ່ພວກເຮົາໄດ້ສາບານທີ່ຈະປົກປັກຮັກສາ ແລະປ້ອງກັນໃນຖານະເປັນເຈົ້າໜ້າທີ່ທີ່ຖືກເລືອກມາ.”

ທ່ານໄດ້ກ່າວອີກວ່າ “ຄວາມຈິງແລ້ວ ຂ້າພະເຈົ້າຄວນໂຕ້ຖຽງວ່າ ການປະຕິຮູບການລົງຄະແນນສຽງອັນນັ້ນ ທີ່ໄດ້ເຮັດໃນລັກສະນະຝ່າຍດຽວນັ້ນ ຊຶ່ງທັງໝົດມີແຕ່ຮັບປະກັນໃຫ້ເກີດການແບ່ງແຍກຢ່າງເລີກເຊິ່ງພຽງຝ່າຍດຽວ ທີ່ມີຢູ່ຕໍ່ເນື່ອງ.”

ສະພາຕ່ຳ ທີ່ຄວບຄຸມໂດຍພັກເດໂມແຄຣັດ ໄດ້ຮັບຮອງເອົາຮ່າງກົດໝາຍດັ່ງ ກ່າວແລ້ວ. ບັນດາສະມາຊິກສັງກັດພັກເດໂມແຄຣັດ ສະໜັບສະໜຸນມັນຢ່າງຖ້ວມລົ້ນ ພ້ອມດ້ວຍການຄັດຄ້ານຈາກສະມາຊິກສະພາຕ່ຳສັງກັດພັກຣີພັບບລີກັນ ເທົ່າທຽມກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG