ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີ່​ຢູ່​ອາ​ໄສ​ທີ່​ສຳ​ຄັນ​ຂອງເສືອ ຖືກ​ນ້ຳ​ຖ້ວມ​ຍ້ອນ​ພາ​ຍຸ​ໄຊ​ໂຄ​ລນ​ທີ່​ຮ້າຍ​ແຮງ​ ໃນ ບັງ​ກ​ລາ​ແດັ​ສ


ເສືອ​ເບັງ​ກາ​ລ ຫຼື ເສືອ​ໂຄ່ງ ຍ່າງ​ຜ່ານ​ປ່າ​ຊາຍ​ເລນ ໃນ​ເມືອງ ບາ​ເກີ​ຫັດ, ບັງ​ກ​ລາ​ແດັ​ສ, 11 ເມ​ສາ 2018.
ເສືອ​ເບັງ​ກາ​ລ ຫຼື ເສືອ​ໂຄ່ງ ຍ່າງ​ຜ່ານ​ປ່າ​ຊາຍ​ເລນ ໃນ​ເມືອງ ບາ​ເກີ​ຫັດ, ບັງ​ກ​ລາ​ແດັ​ສ, 11 ເມ​ສາ 2018.

ບັນ​ດາ​ເຈົ້າ​ໜ້າ​ທີ່​ປ່າ​ໄມ້​ຂອງ ບັ​ງກ​ລາ​ແດັ​ສ ໄດ້​ເຕືອນ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ທີ່​ຢູ່​ອາ​ໄສ​ທີ່​ສຳ​ຄັນ​ຂອງ​ເສືອ ເຊິ່ງຖືກ​ກະ​ທົບ​ໂດຍ​ພາ​ຍຸ ໄຊ​ໂຄ​ລນ ທີ່​ຮ້າຍ​ແຮງ ແມ່ນ​ຈົມ​ຢູ່​ໃຕ້​ນ້ຳ​ທະ​ເລ​ເລິກກວ່​ງ​ເກົ່າ ແລະ ດົນ​ກວ່າ​ແຕ່​ກ່ອນ, ຈົນ​ກໍ່​ໃຫ້​ເກີດ​ຄວາມ​ຢ້ານ​ກົວ​ສຳ​ລັບ​ສັດ​ປ່າ​ທີ່​ໃກ້​ສູນພັນ​ນັ້ນ.

ພາ​ຍຸ ໄຊ​ໂຄ​ລນ ຣີ​ມາ​ລ, ເຊິ່ງ​ໄດ້ເຮັດໃຫ້ເກີດດິນຖະຫຼົ່ມ​ໃນ​ປະ​ເທດ ບັງ​ກ​ລາ​ແດັ​ສ ແລະ ປະ​ເທດ ອິນ​ເດຍ ທີ່​ຢູ່​ໃກ້​ຄຽງ​ເມື່ອ​ແລງວັນ​ອາ​ທິດ​ທີ່​ຜ່ານ​ມາ, ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນຢ່າງ​ໜ້ອຍ 38 ຄົນ​ເສຍ​ຊີ​ວິດ​ໃນ​ສອງ​ປະ​ເທດ​ນັ້ນ ແລະ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ອີກຫຼາຍ​ລ້ານ​ຄົນ​.

ຫຼາຍກວ່າ​ນຶ່ງ​ລ້ານ​ຄົນ​ໄດ້ຫຼົບ​ໜີ້​ຈາກ​ເຂດ​ຊາຍ​ຝັ່ງ​ໄປ​ຢູ່​ບ່ອນ​ຫຼົບ​ລີ້​ພາ​ຍຸ​ທີ່​ເປັນ​ຄອນກ​ຣີດ ກ່ອນ​ພະ​ຍຸ​ຈະ​ພັດ​ເຂົ້າ​ມາ.

ແຕ່​ມັນ​ແມ່ນ​ປ່າ​ຊາຍ​ເລນ ຊັນ​ດາ​ບັນ ອັນກວ້າງ​ຂວາງ​ທີ່​ແຜ່​ກະ​ຈາຍ​ຈາກ ບັ​ງກ​ລາ​ແດັ​ສ ແລະ ອິນ​ເດຍ, ບ່ອນ​ທີ່​ແມ່​ນ້ຳຄົງ​ຄາ, ແມ່​ນ້ຳ ບ​ຣາ​ມາ​ປູ​ຕ​ຣາ ແລະ ເມັກ​ນາ ຈອດ​ກັບ​ທະ​ເລ, ທີ່​ປະ​ສົບ​ກັບ​ແຮງ​ກະ​ທົບ.

ປ່າ​ໄມ້​ດັງ​ກ່າວ, ເຊິ່ງ​ເປັນ​ທີ່​ຢູ່​ຂອງ​ປະ​ຊາ​ກອນ​ເສືອ ເບັງ​ກາ​ລ ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ນັ້ນ, ໄດ້​ຖືກ​ນ້ຳ​ຖ້ວມ, ກ່າວ​ໂດຍ​ທ່ານ ມີ​ເຮຍ ຄູ​ມາ ໂດ, ຫົວ​ໜ້າ​ພະ​ແນກ​ປ່າ​ໄມ້​ພາກ​ໃຕ້​ຂອງ ບັງ​ກ​ລາ​ແດັ​ສ.

ທ່ານ ໂດ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP ວ່າ “ປ່າ ຊັນ​ດາ​ບັນ ທັງ​ໝົດ​ແມ່ນ​ຢູ່​ໃຕ້​ນ້ຳ​ດົນ​ກວ່າ 36 ຊົ່ວ​ໂມງຫຼັງ​ຈາກ​ພາ​ຍຸ ໄຊ​ໂຄ​ລນ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG